Breaking News

Just Happened

“ສີໃດທີ່ບົ່ງບອກຄວາມເປັນຕົວທ່ານໄດ້ດີທີ່ສຸດ”

“ສີໃດທີ່ບົ່ງບອກຄວາມເປັນຕົວທ່ານໄດ້ດີທີ່ສຸດ” ແຕ່ລະຄົນຍ່ອມມີສີທີ່ຕົນເອງມັກ. ສີທີ່ດຶງດູດພວກເຮົາ, ອາດມີ ຫຼືບໍ່ມີເຫດຜົນກໍ່ເປັນໄດ້, ທີ່ສະທ້ອນໃຫ້ເຫັນຄວາມຮູ້ສຶກທີ່ແທ້ຈິງຂອງພວກເຮົາ ແລະ ແຮງບັນດານໃຈຕ່າງໆອ້ອມໂຕເຮົາ. ທາງເລືອກທີ່ພວກເຮົາສ້າງຂຶ້ນ ແມ່ນເຊື່ອມໂຍງກັບຄວາມເປັນຈິງທີ່ຖືກຖ່າຍທອດອອກມາ ໄດ້ຫຼາຍກວ່າທີ່ເຮົາຈະນຶກເຖິງ, ຈາກເສື້ອຜ້າທີ່ເຮົານຸ່ງ, ຈາກສິລະປະຕ່າງໆທີ່ເຮົາມັກ ລວມທັງເຕັກໂນໂລຊີທີ່ເຮົາໃຊ້ຢູ່ທຸກມື້!!ຫົວເຫວີຍ ສະມາດໂຟນຍັກໃຫຍ່ທົ່ວໂລກ ເຂົ້າໃຈເຖິງຄວາມສຳຄັນດີວ່າ ສີເຮັດໃຫ້ເຮົາເພີດເພີນໄປກັບຊີວິດ.Huawei Y6II ມີ 4 ສີໃຫ້ທ່ານເລືອກ, ໂດຍສະເພາະສີບົວອ່ອນ ແລະ ສີຟ້າ. ແລ້ວສີໃດລະ ທີ່ບົ່ງບອກຄວາມເປັນຕົວທ່ານ? 1.ສີບົວ: ສຳລັບຜູ້ມັກສວຍມັກງາມ ສ່ວນຫຼາຍແລ້ວ ມັກຈະສື່ເຖິງຄວາມຄິດທີ່ອ່ອນໂຍນ, ໜ້າຮັກຄືກັບເດັກນ້ອຍ, ປຽບເປັນຮຸ່ນນ້ອງຂອງສີແດງ. ເໝາະສຳລັບຜູ້ທີ່ມັກໃນຄວາມຮັກອ່ອນຫວານທີ່ບໍ່ມີເງື່ອນໄຂ. ໃນຄວາມຈິງ “Rose Quartz” ເປັນສີແຫ່ງປີ 2016 ໂດຍ Pantone (ຜູ້ຊ່ຽວຊານກ່ຽວກັບສີ ຊື່ດັງລະດັບໂລກ) ແຕ່ສີບົວກໍ່ບໍ່ໄດ້ຖືກເບິ່ງຂ້າມໄປ ພວກເຂົາແນະນຳການປະສົມປະສານກັບ ໂທນສີເຢັນທີ່ໃກ້ຄຽງກັນ. ສີຟ້າ: Pantone ພັນລະນາເຖິງການປະສົມປະສານກັນລະຫວ່າງ Rose Quarts …

Read More »

ທ່ານ ນາຍົກ ຢຽ້ມຢາມ ບໍລິສັດຫົວເຫວີຍ ທີ່ປັກກິ່ງ

ທ່ານ ນາຍົກ ຢຽ້ມຢາມ ບໍລິສັດຫົວເຫວີຍ ທີ່ປັກກິ່ງ ວັນທີ 1 ເດືອນ ຕຸລາ 2016, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໄປຢ້ຽມຢາມ ບໍລິສັດຫົວເຫວີຍ ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ. ໃນເວລາການຢຽ້ມຢາມທ່ານນາຍົກຍັງໄດ້ໂອ້ລົມກັບ ພະນັກງານຫົວເຫວີຍ ປະຈຳລາວ ໂດຍຜ່ານ ການປະຊຸມວີດີໂອທາງໄກ (Video Conference), ພ້ອມກັນນັ້ນເພີ່ນຍັງໄດ້ພົບປະໂອ້ລົມກັບນັກສຶກສາ “Seeds for the future” ເຊິ່ງແມ່ນການອຸປະຖໍາໂດຍບໍລິສັດຫົວເຫວີຍ ແລະ ປັດຈຸບັນນີ້ແມ່ນກໍາລັງທັດສະນະສຶກສາຢູ່ທີ່ນະຄອນຫຼວງປັກກິ່ງ. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງທີ່ບໍລິສັດ ຫົວເຫວີຍ ໄດ້ໃຫ້ການ ສະໜັບສະໜູນ ICT ລາວ ແລະ ໄດ້ຍ້ອງຍໍຊົມເຊີຍຫົວເຫວີຍ ທີ່ໄດ້ໃຫ້ການ ຊ່ວຍເຫຼືອສັງຄົມ ແລະ ການລົງທຶນຢູ່ປະເທດລາວຢ່າງຕໍ່ເນື່ອງ.

Read More »

ແພນເຄັກ ແລະ ອ໋ອມ ສ້າງຄວາມປະທັບໃຈແກ່ບັນດາແຟນຄັບ

ແພນເຄັກ ເຂັມມະນິດ khemanit ແລະ ອ໋ອມ ອັກຂະພັນ Akapan ພ້ອມໃຈກັນສ້າງຮອຍຍີ້ມ ແລະ ຄວາມມ່ວນຊື່ນໃຫ້ກັບ ບັນດາແຟນຄຣັບ ໃນງານເປີດຕົວ “ຄີມນໍ້າເຜິງປ່າ B’SECERT” ທີ່ຫ້າງວຽງຈັນເຊັນເຕີ້ ໃນທ້າຍເດືອນພະຈິກ 2016 ຜ່ານມາ. ງານດັ່ງກ່າວເປັນການເປີດປະສົບການໃຫ້ຕົວແທນຈໍາໜ່າຍແລະຜູ້ທີ່ສົນໃຈຮ່ວມສໍາພັດ ຜະລິດຕະພັນບໍາລຸງຜິວໜ້າສຳລັບໜຸ່ມໆ-ສາວໆໃນຍຸກນີ້ ຈາກສ່ວນປະສົມຂອງນໍ້າເຜິ້ງປ່າ ແລະ ສານອາຫານສຳຄັນທີ່ຜິວໜ້າຕ້ອງການ. ພາຍໃນງານ ນອກຈາກ ແພນເຄັກ ເຂັມມະນິດ khemanit ແລະ ອ໋ອມ ອັກຂະພັນ Akapan ທີ່ໄດ້ມາສ້າງຮອຍຍິ້ມໃຫ້ແກ່ບັນດາແຟນຄຣັບດ້ວຍການຮ້ອງເພງ ຜູ້ລະ 2 ບົດເພງແລ້ວ ຍັງມີກິດຈະກໍາແຈກຂອງລາງວັນ ຈາກຜະລິດຕະພັນ “ຄີມນໍ້າເຜິງປ່າ B’SECERT” ອີກ. ການຕອບຮັບ ຂອງບັນດາມວນຊົນໃນຄັ້ງນີ້ ເຮັດໃຫ້ດາຣາໜຸ່ມ-ສາວ ແພນເຄັກ ເຂັມມະນິດ khemanit ແລະ ອ໋ອມ ອັກຂະພັນ …

Read More »

ນາງ ພານາວັນ ບົວສີ ຄວ້າຕໍາແໜ່ງສາວໜ້າໃສ Miss Acnes 2016

ທ່າມກາງການຊົມເຊຍຂອງຫຼາຍຄົນ ຈົນເຖິງວິນາທີສຸດທ້າຍຈາກ ຫ້າງວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ສຳລັບເວທີປະກວດຄົ້ນຫາສາວໜ້າໃສ Miss Acnes 2016 ຮອບຕັດສິນໃນກາງເດືອນ ພະຈິກ 2016 ທີ່ຜ່ານມາ ໄດ້ສ້າງຄວາມຕື່ນເຕັ້ນ ຂອງມວນຊົນເພື່ອຟັງຜົນການປະກາດ ທັງນາງສາວ 15 ຄົນ ທີ່ໄດ້ເດີນແບບໃນຊຸດກິລາ, ຊຸດໂຄງການປະກວດ ແລະ ຊຸດຣາຕີ. ລາງວັນຂວັນໃຈສື່ມວນຊົນ ໄດ້ແກ່ໝາຍເລກ A7 ນາງ ອໍລະໄທ ບຸດດາແກ້ວ, ລາງວັນຂວັນໃຈມະຫາຊົນ ໄດ້ແກ່ໝາຍເລກ A8 ນາງ ສຸດາພອນ ພົມມະວົງ, ຮອງຊະນະເລີດ ອັນດັບ 3 ໄດ້ແກ່ ນາງ ທິບດາກອນ ເນົາວະລາດ ໝາຍເລກ A9, ຮອງຊະນະເລີດອັນດັບ 2 ໄດ້ແກ່ ນາງສິລິລັກ ວົງໂພທອງ ໝາຍເລກ A1, ຮອງຊະນະເລີດອັນດັບ …

Read More »

Huawei P9 ແລ້ວທ່ານຈະຖືກໃຈ ກ້ອງ Leica

Huawei P9 ໄດ້ເປີດໂຕເປັນທາງການໃນເດືອນເມສາຂອງປີນີ້, ຊຶ່ງເປັນ ສິນຄ້າຫຼັກໂຕໃໝ່ ທີ່ມາແທນ Huawei P8, ບໍລິສັດ Huawei ເປີດເຜີຍວ່າ: Huawei P9 ໄດ້ຖຶກບັນທຶກໄວ້ແລ້ວວ່າ: “ມີຍອດຂາຍທົ່ວໂລກແບບທີ່ບໍ່ທັນ ເຄີຍມີມາກ່ອນ” ແລະຍັງມີການລາຍງານຕື່ມອີກວ່າ: ຍອດການຂົນສົ່ງ ສິນຄ້າມືຖືລຸ້ນ Huawei P9 ໃນເດືອນຕຸລານີ້ ມີຫຼາຍເກີນກວ່າ 9 ລ້ານໜ່ວຍແລ້ວ. ດັ່ງນັ້ນ, ແມ່ນຫຍັງທີ່ເຮັດໃຫ້ Huawei P9 ໂດ່ງດັງ ຂະໜາດນັ້ນ? ຈາກທາງໃນກ່ອງຈະປະກອບມີ ສະມາດໂຟນ Huawei P9, ປຶ້ມຄູ່ມືການໃຊ້ ງານ, ບັດຮັບປະກັນສິນຄ້າ, ສາຍສາກແບບ USB Type-C, ຫົວປັກສຽບ ສາກໄຟ ແບບວ່ອງໄວ (fast charger) ແລະ ສາຍສຽບຫູຟັງ. ສະມາດໂຟນ Huawei …

Read More »