Breaking News

Just Happened

ໃນທີ່ສຸດມື້ນີ້ກໍ່ມາຮອດ! ສະແດງຄວາມຍິນດີ ນ້ອງ ອອນອະນົງ ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ”  ຈາກເວທີ Miss Universe 2018 #ແຊຣໄປໃຫ້ໂລກຮູ້

#ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? ເປັນຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກຄົນ ນໍ້າຕາແຫ່ງຄວາມຍິນດີ ໃນທີ່ສຸດມື້ນີ້ກໍ່ມາຮອດ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ ແບບສົດໆຮ້ອນໆ… (ສະແດງຄວາມຍິນດີນຳຫຼາຍໆ…ຂໍຊົມເຊີຍເດີ້) ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe 2018 ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດ ລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy (ຂໍຂອບໃຈຮູບພາບ)

Read More »

ເບຍລາວ ສະເຫຼີມສະຫຼອງຄົບຮອບ 45 ປີ ດ້ວຍຄວາມເປັນເອກະລັກແບບລາວ

ວັນທີ 7 ທັນວານີ້, ບໍລິສັດ ເບຍລາວ ຈໍາກັດ ໄດ້ຈັດງານລ້ຽງສະເຫຼີມສະຫຼອງຄົບຮອບ 45 ປີຢ່າງຍິ່ງໃຫຍ່ ຢູ່ທີ່ພັດຕະຄານແກ້ວມີໄຊ ຜູ້ເຂົ້າຮ່ວມງານລ້ຽງແຕ່ຄົນແມ່ນໄດ້ແຕ່ງຕົວນູ່ງເຄື່ອງແບບລາວບູຮານ ເບິ່ງແລ້ວຄືກັບໄປໃນເມືອງລາວຍຸກເກົ່າແກ່. ເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ສປປ ລາວ, ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະການຄ້າ, ທ່ານ ກິດສະໜາ ວົງໄຊ ປະທານສະພາບໍລິຫານ ບໍລິສັດເບຍລາວ,  ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ພ້ອມດ້ວຍແຂກທີ່ເຊີນ, ບັນດາຕົວແທນຈໍາໜ່າຍເບຍລາວທົ່ວປະເທດ ແລະ ພະນັກງານບໍລິສັດເບລາວເຂົ້າຮ່ວມຫຼາຍກວ່າ 800. ໃນໂອກາດດັ່ງກ່າວທ່ານ ສູນທອນ ພົມມະຈັນ ປະທານ ບໍລິສັດ ເບຍລາວ ຈໍາກັດ ໄດ້ກ່າວເຖິງຄວາມເປັນມາຂອງບໍລິສັດ​ ເບຍລາວວ່າ: …

Read More »

ເກັ່ງຫຼາຍ! ສາວເຊື້ອຊາດລາວຊະນະການເລືອກຕັ້ງ ເປັນຄົນເຊື້ອສາຍອາຊີຄົນທຳອິດທີ່ໄດ້ທີ່ນັ່ງໃນສະພາສູງຂອງສະຫະລັດ!!!

ມີຂ່າວທີ່ໜ້າຍິນດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ສົ່ງທ້າຍອາທິດນີ້ເລີຍກໍວ່າໄດ້ ຫຼ້າສຸດມີການລາຍງານຂ່າວຈາກຫຼາຍສຳນັກດັງວ່າ ທ່ານ ນາງ ທີ​ນາ ມະ​ຫາ​ລາດ ລູກຫຼານອົບພະຍົບຈາກລາວ ແຂວງ ສະຫວັນນະເຂດ ສາມາດເອົາຊະນະຄູ່ແຂ່ງທີ່ເປັນຊາວຜິວຂາວຄື ທ່ານ​ນາງ ແອນ ກອນ​ຊາ​ເລ​ສ (Anne Gonzales) ໃນການເລືອກຕັ້ງກາງສະໄໝຂອງສະຫະລັດດ້ວຍຄະແນນຫຼາຍກວ່າຄູ່ຕໍ່ສູ້ 703 ຄະແນນ ກາຍເປັນສະມາຊິກສະພາສູງຈາກພັກເດໂມແຄລັດທີ່ອາຍຸນ້ອຍທີ່ສຸດພຽງ 27 ປີ ແລະ ເປັນຄົນເຊື້ອສາຍອາຊີຄົນທຳອິດທີ່ໄດ້ທີ່ນັ່ງໃນສະພາສູງປະຈຳລັດໂອຮາຍໂອຂອງສະຫະລັດ. (ຂໍຊົມເຊີຍ!!! ເກັ່ງຫຼາຍໆ) ທີ່ມາ: ປະເທດລາວ Pathedlao

Read More »

ຫ້າມພາດ! ກະແສດີຫຼາຍຮູບເງົາ “ສຽງສຸດທ້າຍ The Last Voice” ຈາກສີມືຄົນລາວ

Hello! ທັກທາຍສະບາຍດີແຟນໆທຸກຄົນໃນທ້າຍອາທິດແບບນີ້ ດັ່ງທີ່ ຊະນີIndy ໄດ້ບອກເປັນປະຈຳເລີຍວ່າດຽວນີ້ວົງການບັນເທີງບ້ານເຮົາແມ່ນກຳລັງມາແຮງ ຫຼ້າສຸດກໍໄດ້ມີການເປີດຕົວ ຮູບເງົາ ເລື່ອງ  “ສຽງສຸດທ້າຍ” The Last Voice   ເຊິ່ງເລື່ອງນີ້ກໍໄດ້ ໂຈໂຈ້ ມິຣາໂຄ້ ຫລື ທ່ານ ຈິລະສັກ ສາຍສະໜິດ ປະທານບໍລິສັດມິຣາໂຄ້ໂປດັກ ມາເປັນຜູ້ສ້າງ. ສຳລັບ ຮູບເງົາເລື່ອງ “ສຽງສຸດທ້າຍ” The Last Voice ເປັນຮູບເງົາທີ່ໃຫ້ແຮງບັນດານໃຈ ເຂົ້າກັບຄົນທີ່ສັດທາໃນຄວາມຝັນ, ຖ່າຍທອດເລື່ອງລາວໂດຍຫນຸ່ມໂດ້ ຜູ້ຊ່ວຍພໍ່ຄົວສຸດຂີ້ອາຍ ແລະ ຟ້າໂປຼດິວເຊີ້ສາວທີ່ມີຄວາມຫມຸ້ງຫມັ້ນໃນການຢາກສ້າງນັກຮ້ອງທີ່ມີຄຸນນະພາບປະດັບວົງການ.. ໂດ້ຫນຸ່ມຂີ້ອາຍທີ່ຕ້ອງມາປະກວດຮ້ອງເພງດ້ວຍຄວາມຈຳເປັນ, ແຕ່ເລິກໆແລ້ວໂດ້ກໍມີຄວາມຝັນຢາກເປັນນັກຮ້ອງເຊັ່ນກັນ, ຟ້າຈຶ່ງເປັນອີກຫນື່ງແຮງພັກດັນທີ່ພາໂດ້ໄປໃຫ້ເຖິງຝັນ, ແຖມໃນຮູບເງົາດັ່ງກ່າວຍັງເພີ່ມອັດທະລົດຄວາມມ່ວນຫົວຈົນທ້ອງແຂງໂດຍເພື່ອນແລະອ້າຍຕົວແສບ, ອ້າຍປຶດ ແລະ ນົກ, ຮັບຮອງວ່າ ຮູບເງົາເລື່ອງ “ສຽງສຸດທ້າຍ” The Last Voice  ຮູບເງົາເລື່ອງນີ້ຈະໃຫ້ຄວາມສຸກ ຮອຍຍິ້ມ ແລະ ຄວາມປະທັບໃຈຢ່າງແນ່ນອນ .. (ມີຕົວຢ່າງ) …

Read More »

ມີໃຜເຄີຍເປັນແບບນີ້ບໍ່??? ຖອນເງິນມາມີຕຳນິ ແຕ່ທະນາຄານບໍ່ຢາກຮັບຄືນ!!!

ມີໃຜເຄີຍເປັນແບບນີ້ບໍ່??? ເນື່ອງຈາກໃນວັນທີ 21 ພະຈິກ 2018 ທີ່ຜ່ານມາ ໄດ້ມີສະມາຊິກຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ອອກມາເປີດໃຈຜ່ານເຟສບຸກສ່ວນຕົວ ຈາກເຫດການກໍລະນີທີ່ໄດ້ໄປຖອນເງີນ ເປັນສະກຸນເງິນດອນລາ ແຕ່ມີເຫດການເມື່ອໄປຖອນມາແລ້ວເງິນດັ່ງກ່າວໄດ້ມີຕຳນິ ບໍ່ສາມາດນຳໃຊ້ໃນ ສປປ ລາວ ໄດ້ ແຕ່ທະນາຄານບໍ່ຢາກຮັບຄືນ ຈຶ່ງເຮັດໃຫ້ເກີດມີກະແສດຣ່າມາກັນຈາກໂລກອອນລາຍຢ່າງຫຼວງຫຼາຍ ເຊິ່ງເລື່ອງລາວທີ່ຜູ້ໃຊ້ເຟສບຸກລາຍດັ່ງກ່າວໄດ້ໂພສມີດັ່ງນີ້: “ຂໍແຊໃຫ້ເຂົ້າໃຈແລະຮັບຮູ້ເລື່ອງຮັບເງີນໂດລາຈາກໃຜກໍ່ຕາມ ຖອນເງີນໂດລາຢູ່ຕາມທະນາຄານຕ່າງໆ ກະໃນນາມປະຊາຊົນຄົນທຳມະດາຄົນຫນື່ງທີ່ເປັນພົນລະເມືອງລາວເນາະມີເລື່ອງມາເລົ່າ ຕອນເລົ່າກະໃຈເຢັນລົງແດ່ແລ້ວ ເລື່ອງມີຢູ່ວ່າມື້ວານນີ້ວັນທີ່ 20/11/2018 ໄດ້ໄປຖອນເງີນນຳທະນາຄານຊື່ດັງໆໆຂອງລາວສາຂາໄຊເສດຖາຈຳນວນນື່ງ ເພື່ອໄປຊໍາລະວຽກ, ຕໍ່ມາມື້ນີ້ວັນທີ່21/11/2018 ໄດ້ໄປຊໍາລະເງີນແຕ່ບ່ອນນັ້ນເພີ່ນບໍ່ຮັບເພາະເງີນມີຕຳນິກາຈຳຄືດັງໃນພາບ ເພີ່ນແນະນຳໃຫ້ຂ້ອຍກັບໄປປ່ຽນຄືນບ່ອນທີ່ຖອນມາ ຂ້ອຍກະໄດ້ກັບໄປແລະກໍ່ສອບຖາມນຳຄົນທີ່ເອົາເງີນຖອນໃຫ້ວານນີ້ ຂ້ອຍ: ມາຖອນເງີນນຳເຈົ້າວານນີ້ລະມີ4ໃບໃຊ້ບໍ່ໄດ້ ສາວທະນາຄານ: ຈື່ເຈົ້າໄດ້ແຕ່ຂ້ອຍບໍ່ໄດ້ເອົາໃບແບບນີ້ໃຫ້ ເພາະທາງເຮົາໄດ້ໃຈ້ແຍກອອກຫມົດແລ້ວຈະບໍ່ເອົາອອກໃຫ້ລູກຄ້າເດັດຂາດ ( ຫົວມືງຫັ້ນລະເອົາໃຫ້ກູ ຈັນຍາບັນພະນັກງານທະນາຄານບໍ່ມີເລີຍມືງ ) ຄືຊິແມ່ນຫົວຫນ້າຍ່າງມາຖາມເຫດການ : ມີຫຍັງນໍ້ ຂ້ອຍ : ກໍ່ຖາມເລື່ອງເງີນ ເພີ່ນ : ເປັນໄປບໍ່ໄດ້ວ່າອອກຈາກທາງເຮົາ ເພາະເງີນທຸກໃບຜ່ານເຄື່ອງກວດ ແນ່ໃຈວ່າບໍ່ແມ່ນເອົາມາຈາກບ່ອນ ຂ້ອຍ: …

Read More »