Breaking News

Just Happened

ເປີດຕົວຢ່າງຍິ່ງໃຫຍ່ ໃນລາວ Huawei Mate20 ແລະ Mate20Pro

ຫົວເຫວີຍນຳສະເໜີສະມາດໂຟນ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ. ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວ;  ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກແລະມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຈັດລຽງຢູ່ໃນກອບ 4 ຫຼ່ຽມຈະຕຸລັດ. ພາຍໃນງານທາງຫົວເຫວີຍຍັງໄດ້ຈັດໃຫ້ລູກຄ້າໄດ້ສໍາຜັດປະສົບການແລະທົດລອງນະວັດຕະກຳໃໝ່ໆທີ່ລ້ຳສະໄໝໃນ Huawei Mate20 ແລະ Mate 20 Pro ຢ່າງເຕັມທີ່ດ້ວຍ Experience zone ທີ່ສ້າງສຽງຮືຮາແລະ ສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ມາຮ່ວມງານເປັນຢ່າງດີກັບນະວັດຕະກຳໃໝ່ໆ. ພາຍໃນງານຍັງໄດ້ມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງໃນລາວ …

Read More »

ສະແດງຄວາມຍິນດີ! “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວ ຄວ້າລາງວັນ…ໃນລາຍການ Thailand’s Got Talent

ຊ່ວງນີ້ວົງການບັນເທີງປະເທດລາວເຮົາຖືວ່າຄຶກຄັກ ຄືກຄື້ນແບບບໍ່ເຄີຍມີມາກ່ອນ, ຫຼ້າສຸດກໍມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກແລ້ວ ເນື່ອງຈາກວ່າ “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວໄດ້ໄປຄວ້າລາງວັນ ຮອງຊະນະເລີດອັນດັບ 2 ໃນລາຍການ Thailand’s Got Talent (ຊົມເຊີຍ! ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບການເດີນທາງໄປສະແດງຂອງນັກກາຍະສິນຈາກລາວ “ທີມມິດຕະພາບກັນເອງ” ທີ່ລາຍການ Thailand’s Got Talent  ແມ່ນເພື່ອຕ້ອງການຢາກມາສະແດງ ແລະ ໂຊທັກສະ ຄວາມສາມາດໃຫ້ທຸກໆຄົນໄດ້ເຫັນ ເຖິງຄວາມສາມາດຂອງຄົນລາວ ແລະ ກໍຖືວ່າພວກເຂົາໄດ້ເຮັດສຳເລັດແລ້ວ ໄດ້ໂຊທັກສະຄວາມສາມາດຈົນຕິດ 1 ໃນ 3 ແລະ ຍັງເອົາລາງວັນ ແລະ ຊື່ສຽງມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ?? ທີ່ມາ: Thailand’s Got Talent

Read More »

ເຈົ້າໜ້າທີ່ພາສີຂົວມິດຕະພາບ 1 ຢຶດເງິນໂດລາ-ເງິນເອີໂຣ ມູນຄ່າຫລາຍກວ່າ 1,5 ຕື້ກີບ

ໃນວັນທີ 31 ຕຸລາ 2018 ທີ່ຜ່ານມາ ດ່ານພາສີສາກົນ ຂົວມິດຕະພາບ 1 (ນະຄອນຫລວງວຽງຈັນ-ໜອງຄາຍ) ເຈົ້າໜ້າທີ່ພາສີ ສາມາດຢຶດເງິນໂດລາສະຫະລັດໄດ້ 170.000 ໂດລາ,ໂດລາອົດສະຕຣາລີ 7.470 ໂດລາ, ເງິນເອີໂຣ 3.145 ເອີໂຣ ທີ່ຊຸກເຊື່ອງໃນກະເປົາເປ້ສີດໍາໃນລົດກະບະໝາຍເລກທະບຽນ ຂກ 6633 ກຳແພງນະຄອນ, ກຽມນຳເງິນຕາອອກນອກປະເທດ, ຕີເປັນມູນຄ່າເງິນກີບຫລາຍກວ່າ 1,5 ຕື້ກີບ. ອີງຕາມການລາຍຂອງ ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 1 ໄດ້ໃຫ້ຮູ້ວ່າ: ໃນວັນທີ 31 ຕຸລາ 2018 ເວລາ 10:25 ໂມງ, ເຈົ້າໜ້າພາສີ ໄດ້ຮັບແຫລ່ງຂ່າວວ່າຈະມີການລັກລອບເງິນຕາອອກນອກປະເທດ. ພ້ອມກັນນັ້ນ, ຈຸງານກວດກາພາຫະນະ-ຜູ້ໂດຍສານ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ກຽມພ້ອມກວດກາ, ພໍມາຮອດ ເວລາ 11:37 …

Read More »

ຈັກກະວານໄປທາງໃດ??? ອັບເດດຄວາມພ້ອມຂອງ ອອນອະນົງ  ຫອມສົມບັດ Miss Universe Laos 2018

ມາອັບເດດອີກໜຶ່ງສາວງາມ ທີ່ກ່ອນໜ້ານີ້ມີການມອບຕຳແໜ່ງໃຫ້ ອອນອະນົງ ຫອມສົມບັດ ໃຫ້ໄດ້ເປັນ Miss Universe Laos 2018 ເພື່ອໄປເປັນຕົວແທນປະກວດສາວງາມໃນເວທີທີ່ຍິ່ງໃຫ່ຍລະດັບໂລກ Miss Universe 2018 ເຊິ່ງປີນີ້ພິເສດຫຼາຍເພາະຈະຈັດຂື້ນທີ່ປະເທດໄທ ປະເທດເພື່ອນບ້ານເຮົານີ້ເອງ. ຕັ້ງແຕ່ມື້ທີ່ໄດ້ຮັບຕຳແໜ່ງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເຝິກຝົນຢ່າງໜັກທາງດ້ານຄວາມຮູ້ຄວາມສາມາດ ທັກສະຕ່າງໆ ແລະ ທີ່ສຳຄັນກໍຄືຮູບຮ່າງ ໜ້າຕາ ແລະ ບຸກຂະລິກກະພາບເພື່ອໄປແຂ່ງຂັນກັບແມ່ຍິ່ງຈາກອີກຫຼາຍປະເທດທົ່ວໂລກທີ່ຈະມາປະຊັນກັນໃນເວທີຍິ່ງໃຫ່ຍທີ່ຈະຈັດຂື້ນໄວໆນີ້… ປັດຈຸບັນ Miss Universe Laos 2018 ຖືວ່າມີຄວາມພ້ອມຫຼາຍທີ່ຈະໄປເປັນຕົວແທນແມ່ຍິງລາວໃນເວທີ ນາງງາມຈັກກະວານ ( Miss Universe 2018) ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: FB/On-anong Homsombath

Read More »

ແຕ່ງດອງກັນໄປແລ້ວ ເຮັດແນວໃດຈຶ່ງຈະໃຊ້ຊີວິດຄູ່ຢ່າງມີຄວາມສຸກ? (ໃບທະບຽນສົມຣົດສຳຄັນບໍ່?)

ໃບທະບຽນສົມຣົດ ແມ່ນສິ່ງທີ່ຈະຮັບຮອງວ່າຊີວິດຄູ່ຈະຢູ່ກັນໄປແບບຕະຫຼອດຮອດຝັ່ງຫຼືບໍ່? ຕາມປະເພນີເມື່ອອອກພັນສາແລ້ວ ແນ່ນອນກໍຮອດຍາມທີ່ຄູ່ຮັກຫຼາຍໆຄູ່ຈະຕົກລົງປົງໃຈຢາກໃຊ້ຊີວິດຮ່ວມກັນ  ຈັດພິທີງານແຕ່ງດອງ ເຂົ້າພາຂວັນ-ປ້ອນໄຂ່ ຕາມແບບສະບັບປະເພນີລາວ ແຕ່ຮູ້ຫຼືບໍ່ວ່າການແຕ່ງດອງນັ້ນ ບໍ່ແມ່ນພຽງເຊັນຊື່ໃນເຈ້ຍໃບດຽວເພື່ອຍັ້ງຍືນການເປັນຜົວເມຍທີ່ຖືກຕ້ອງຕາມກົດໝາຍເທົ່ານັ້ນ ໃບທະບຽນສົມຣົດ ບໍ່ແມ່ນສິ່ງທີ່ຈະຮັບຮອງວ່າ ຊີວິດຄູ່ຂອງເຈົ້າຈະຢູ່ກັນໄປແບບຕະຫຼອດຮອດຝັ່ງສະເໝີໄປ, ແຕ່ການແຕ່ງດອງນັ້ນຖືເປັນເລື່ອງໃຫ່ຍ ເປັນວຽກທີ່ຕ້ອງຊ່ວຍກັນຄິດ ຊ່ວຍກັນແກ້ ຕ້ອງໄດ້ຕົກລົງກັນດ້ວຍຄວາມປະນິປະນອມ ແລະ ໝາຍເຖິງການໃຊ້ຊີວິດຊໍ້າໆ ໃນແຕ່ລະມື້ກັບມະນຸດຄົນເກົ່າ ເຊິ່ງເຂົາອາດຈະບໍ່ຈໍາເປັນຕ້ອງເຮັດໃຫ້ຖືກໃຈເຈົ້າໝົດທຸກຢ່າງ ບໍ່ຈໍາເປັນຕ້ອງຮູ້ສຶກ ຫຼືມີຄວາມຄິດເຫັນຄືເຈົ້າທຸກເລື່ອງ ເພາະຕ່າງຝ່າຍຕ່າງຖືກລ້ຽງດູມາໃນຄອບຄົວທີ່ແຕກຕ່າງກັນໄປ ສະນັ້ນຈຶ່ງຕ້ອງຍອມຮັບຂໍ້ເສຍຂອງກັນແລະກັນໃຫ້ໄດ້ ແລະ ຊີວິດຄູ່ບໍ່ຕ້ອງ ໂຣແມນຕິກ ຕະຫຼອດເວລາກໍສາມາດມີຄວາມໝາຍເລິກເຊິ່ງ ນັ້ນແຫຼະເປັນຮັກແທ້ທີ່ຈະໃຊ້ຊີວິດໄປນຳກັນຈົນຕະຫຼອດຊີວິດ. ດັ່ງນັ້ນ, ຄວາມຮັກຄວາມເຂົ້າໃຈ ການໃຫ້ກຽດເຊິ່ງກັນແລະກັນ ການໂອ້ລົມກັນໃນຍາມບໍ່ເຂົ້າໃຈ ແລະ ການໃຫ້ອະໄພ ຖືເປັນເລື່ອງທີ່ສຳຄັນທີ່ສຸດໃນຊີວິດຄູ່. (ຂໍອວຍພອນໃຫ້ທຸກໆຄູ່ ຈົ່ງມີຄວາມສຸກ ແລະ ຮັກກັນໄປຈົນແກ່ຈົນເຖົ້າ!!!) ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: Lao wedding, Lao culture

Read More »