ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ… ຖຸືເປັນຂ່າວດີທີ່ສຸດສາລັບຄົນລາວທັງປະເທດໃນຕອນນີ້ ແລະ ທັງເປັນຂ່າວດີໃນວົງການກິລາລາວເຮົາ ເມື່ອນັກກິລາ ຄິກບ໊ອກຊິ້ງ (Kickboxing) ທີມຊາດລາວ ນ້ອງໂອ ສຸກັນ ໄຕປັນຍາວົງ ໄປແຂ່ງຂັນໃນງານ ມະຫະກໍາກິລາຊີເກມ ທີ່ປະເທດ ຟີລິບປີນ ແລະ ສາມາດຍາດໄດ້ຫຼຽນຄໍາມາໄດ້ ເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດຂອງວົງການກິລາບ້ານເຮົາ!!! ແລະ ນາທີທີ່ເພງຊາດລາວດັງກ້ອງກັງວານເທິງເວທີໂລກ ທຸກຄົນຕ່າງນໍ້າຕາຊຶມດ້ວຍຄວາມດີໃຈທີ່ຫາໃສປຽບບໍ່ໄດ້ ເພາະມັນເປັນການສະແດງໃຫ້ເຫັນເຖິງຄວາມສາມາດຂອງນັກກິລາວ ກໍຄືຄົນລາວເຮົາທີ່ບໍ່ໄດ້ດ້ອຍໄປກວ່າຊາດອື່ນເລີຍ… https://www.facebook.com/tholakhong/videos/589104431900653/?t=45 ເຊິ່ງນັກກິລາລາວ ໄດ້ລົງແຂ່ງຂັນໃນຮອບຮອງຊະນະເລີດ 4 ຄົນ, ໃນນັ້ນ ມີຄົນໜຶ່ງຜ່ານເຂົ້າສູ່ຮອບຊິງຊິນະເລີດ (ຊິງຫຼຽນຄໍາ) ແລະ ສາມາດຍາດໄດ້ຫຼຽນຄໍາໄດ້ໃນຄັ້ງນີ້ ແນວໃດກໍຂໍສະແດງຄວາມຍິນດີ ແລະ ເປັນກໍາລັງໃຈໃຫ້ນັກກິລາລາວທຸກຄົນ ທັງຜູ້ທີ່ຍາດໄດ້ຫຼຽນ ແລະ ຜູ້ທີ່ບໍ່ສາມາດຍາດໄດ້ ເພາະທຸກຄົນປະຕິບັດໜ້າທີ່ຕົນເອງໄດ້ດີທີ່ສຸດແລ້ວ!!! ຂອບໃຈຮູບພາບ ແລະ ວີດີໂອຈາກ: …
Read More »News
ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້…
ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້… ກໍາລັງເປັນຂ່າວດັງ ແລະ ເປັນກະແສຢູ່ໃນຕອນນີ້ ຫຼັງຈາກການປະກວດ Miss Universe 2019 ສິ້ນສຸດລົງ; ຜົນການຕັດສິນອອກມາຢ່າງເປັນທາງການວ່າ ຜູ້ທີ່ໄດ້ຮັບຕໍາແໜ່ງ Miss Universe ປະຈໍາປີ 2019 ຫຼຶ້ນາງງາມຈັກກະວານຄົນທີ 68 ຂອງໂລກນັ້ນໄດ້ແກ່ Zozibini Tunzi ເປັນສາວຜິວສີຕົວແທນຈາກ ປະເທດ ອາຟຣິກາໃຕ້… ເຊິ່ງຫຼັງຈາກພິທີກອນປະກາດຊື່ຂອງນາງກ້ອງຂຶ້ນເທິງເວທີ ທຸກຄົນທົ່ວໂລກຕ່າງເວົ້າເປັນສຽງດຽວກັນວ່າ “ເໝາະສົມແລ້ວກັບຕໍາແໜ່ງນາງງາມຈັກກະວານ” ເພາະຟັງຈາກການຕອບຄໍາຖາມໃນຮອບຕັດສິນບອກໄດ້ເລີຍວ່າ ບໍ່ມີໃຜເໝາະສົມເທົ່າກັບນາງອີກແລ້ວ! ນອກຈາກນັ້ນນາງຍັງເປັນນາງງາມອີກຄົນໜຶ່ງທີ່ມີຄວາມສາມາດອີກຄົນໜຶ່ງເລີຍແຫຼະ!!! ເຊີິ່ງມື້ນີ້ ຂວັນໃຈ ກໍຈະພາສາວໆໄປທໍາຄວາມຮູ້ຈັກກັບ Zozibini Tunzi ຫຼາຍຂຶ້ນ ແລ້ວທຸກຄົນຈະຮັກນາງຂຶ້ນໄປອີກຢ່າງແນ່ນອນ… Zozibini Tunzi ເກີດເມື່ອວັນທີ 18 ກັນຍາ 1993 ໄວ 26 ປີ …
Read More »ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ…
ຍັງເປັນທີ່ 1 ໃນໃຈຄົນລາວສະເໝີ!!! ເມ ວິຈິດຕາ MISS UNIVERSE LAOS 2019 ພູມໃຈທີ່ໄດ້ນໍາສະເໜີຄວາມເປັນລາວ ສູ່ເວທີໂລກ… ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວ ສໍາລັບການປະກວດ MISS UNIVERSE ນາງງາມຈັກກະວານໂລກ ທີ່ມີນາງງາມຕົວແທນເກືອບ 100 ປະເທດເຂົ້າຮ່ວມປະກວດໃນຮອບຕັດສິນ ວັນທີ 9 ທັນວາ 2019 ທີ່ປະເທດ ສະຫະລັດອາເມຣິກາ ເຊິ່ງຜົນການຕັດສິນກໍໄດ້ອອກມາຢ່າງເປັນເອກະສັນແລ້ວວ່າ ສາວງາມຜູ້ຄວ້າມຸງກຸດອັນຊົງກຽດຈາກເວທີໂລກ MISS UNIVERSE ປະຈໍາປີ 2019 ນີ້ແມ່ນໄດ້ແກ່ Miss Zozibini Tunzi ຕົວແທນຈາກ ອາຟຣິກກາໃຕ້ ເຊິ່ງຫຼັງຈາກທີ່ໄດ້ຮັບຕໍາແໜ່ງ ທຸກຄົນທຸກປະເທດທົ່ວໂລກ ກໍສະແດງຄວາມຍິນດີ ແລະ ເວົ້າເປັນສຽງດຽວກັນວ່າ “ເໝາະສົມທີ່ສຸດແລ້ວ” ລວມທັງແອັດມິ້ນເອງກໍໄດ້ຮ່ວມສະແດງຄວາມຍິນດີນໍາກັບນາງຫຼາຍໆເດີ້!!! ສ່ວນທາງດ້ານ ສາວເມ ວິຈິດຕາ ພອນວິໄລ ນາງງາມຕົວແທນປະເທດລາວເຮົາທີ່ໄດ້ເດີນທາງໄປປະກວດໃນເວທີລະດັບໂລກນີ້ ເຊິ່ງຄົນລາວເຮົາທັງປະເທດກໍໄດ້ສົ່ງກໍາລັງໃຈໄປເຊຍແບບສຸດໃຈ ແລະ ສາວເມ ເອງກໍໄດ້ປະຕິບັດໜ້າທີ່ຂອງຕົນເອງໄດ້ດີທີ່ສຸດໃນການນໍາສະເໜີຄວາມເປັນລາວ ສູ່ເວທີສາກົນໃນຄັ້ງນີ້ ແລະ …
Read More »ຊົມເຊີຍ!!! ແມັດຕີ່ ໂດ ຜູ້ກັບຍິງລາວ ນໍາພາຮູບເງົາ “ບໍ່ມີວັນຈາກ” ເປີດຕົວເດີນພົມແດງທີ່ມາເກົາ ແລະ ເດີນສາຍຮັບລາງວັນອີກຫຼາກຫຼາຍເກືອບທົ່ວໂລກ…
ຊົມເຊີຍ!!! ແມັດຕີ່ ໂດ ຜູ້ກັບຍິງລາວ ນໍາພາຮູບເງົາ “ບໍ່ມີວັນຈາກ” ເປີດຕົວເດີນພົມແດງທີ່ ມາເກົາ ແລະ ເດີນສາຍຮັບລາງວັນອີກຫຼາກຫຼາຍເກືອບທົ່ວໂລກ… ຖືວ່າເປັນຜູ້ກໍາກັບຍິງຄົນລາວອີກຄົນໜຶ່ງທີ່ມີຄວາມສາມາດ ແລະ ຄວນເປັນເອົາເປັນແບບຢ່າງຫຼາຍ ສໍາລັບ ແມັດຕີ່ ໂດ ຜູ້ກໍາກັບຍິງຄົນທໍາອິກຂອງລາວທີ່ນໍາພາຮູບເງົາລາວໄປສູ່ເວທີໂລກ ເພາະຜົນງານຂອງນາງແຕ່ລະເລື່ອງນັ້ນ ແມ່ນ Go Inter ໄດ້ທຸກເລື່ອງ… ໂດຍຜົນງານການກໍາກັບຂອງ ແມັດຕີ່ ສ່ວນຫຼາຍແມ່ນຈະອອກໄປແນວໜັງທີ່ເວົ້າເລົ່າເຖິງຄວາມເຊື່ອ ແລະ ປະເພນີຂອງຄົນລາວເຊັ່ນ: ຮູບເງົາ ຜ້າພັນຄໍສີແດງ, ຈັນທະລີ, ນ້ອງຮັກ ເຊິ່ງຮູບເງົາທັງ 3 ເລື່ອງແມ່ນໄດ້ຮັບກະແສຕອບຮັບເປັນຢ່າງດີທັງພາຍໃນ-ຕ່າງປະເທດ ແລະ ຍັງໄດ້ຮັບລາງວັນມາກາລັນຕີຄວາມສໍາເລັດຫຼາກຫຼາຍລາງວັນ… ຕໍ່ມາ ແມັດຕີ່ ໂດ ໄດ້ສ້າງຜົນງານຮູບເງົາອອກມາໃຫ້ໄດ້ຮັບຊົມກັນອີກຄັ້ງຊື່ວ່າ “ບໍ່ມີວັນຈາກ” (The Long Walk) ເຊິ່ງປັດຈຸບັນກໍາລັງເດີນສາຍເປີດຕົວໃນຫຼາຍປະເທດທົ່ວໂລກ! ພ້ອມກັບໄດ້ຮັບລາງວັນກາລັນຕີຄວາມສໍາເລັດຂອງຮູບເງົາເລື່ອງນີ້ຈາກທຸກປະເທດທີ່ເດີນທາງໄປ… ແລະ ຫຼ້າສຸດວັນທີ 5 ທັນວາທີ່ຜ່ານມາ …
Read More »ສະແດງຄວາມຍິນດີນໍາອີກຄັ້ງ!!! ວິນລີ່-ຄຣິສຕີນ່າ ຮັບລາງວັນ “ທີ່ສຸດແຫ່ງການພັດທະນາທີ່ຢັ້ງຢືນສາກົນ ແລະ ລາງວັນມິດຕະພາບ ວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ອາຊຽນ” ຈາກປະເທດໄທ…
ສະແດງຄວາມຍິນດີນໍາອີກຄັ້ງ!!! ວິນລີ່-ຄຣິສຕີນ່າ ຮັບລາງວັນ “ທີ່ສຸດແຫ່ງການພັດທະນາທີ່ຢັ້ງຢືນສາກົນ ແລະ ລາງວັນມິດຕະພາບ ວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ອາຊຽນ” ຈາກປະເທດໄທ… ຂໍສະແດງຄວາມຍິນດີນໍາອີກຄັ້ງ!! ກັບຄູ່ຮັກດາລາທີ່ມາແຮງທີ່ສຸດໃນປີນີ້ ວິນລີ່ ແລະ ຄຣິສຕີນ່າ ຫຼັງຈາກທີ່ໄດ້ຮັບລາງວັນອັນຊົງກຽດໃນການເດີນແບບໄປເມື່ອບໍ່ດົນມານີ້ຄື: ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນ ໜຸ່ມວິນລີ່ ແມ່ນສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian International Super Model Contest 2019… ແລະ ຕໍ່ມາກໍໄດ້ຮັບລາງວັນອັນຊົງກຽດອີກ 2 ລາງວັນຈາກປະເທດໄທຄື: The Best World SDGs Awards 2019 ເປັນລາງວັນທີ່ສຸດແຫ່ງການພັດທະນາທີ່ຢັ້ງຢືນສາກົນ 2019 ແລະ ລາງວັນ Friendship, Culture & Tourism Promotion ASEAN …
Read More »
Kuanjai Magazine
