• ວັນອາທິດ ການເງິນ: ເມື່ອມີເລື່ອງຕ້ອງຈ່າຍອອກໄປ ກໍສາມາດຊອກເຂົ້າມາໄດ້ທຸກເທື່ອ ຫຼືຈະມີຜູ້ໃຫຍ່ຊ່ວຍເຫຼືອອຸປະຖໍາດ້ານການເງິນແກ່ເຈົ້າຂອງຊະຕາ ວຽກງານ: ລະມັດລະວັງກ່ຽວກັບການລົງທຶນໃນໄລຍະນີ້ ຄວນມີທີ່ປຶກສາທີ່ດີ ຫຼືຢ່າຟ້າວຮີບຮ້ອນໃນການລົງທຶນ ຄວນສຶກສາໃຫ້ດີກ່ອນ ຄວາມຮັກ: ຍັງບໍ່ລົງຕົວທາງດ້ານຄວາມສໍາພັນ ທາງດ້ານຄວາມຮັກ ເພາະຈະມີຄວາມຂັດແຍ່ງຈາກພາວະຮັກຊ້ອນ ຫຼືຄວາມຮັກທີ່ບໍ່ເປີດເຜີຍ • ວັນຈັນ ການເງິນ: ມີເລື່ອງຕ້ອງຈ່າຍຢ່າງເລັ່ງດ່ວນແບບບໍ່ຄາດຄິດໃນໄລຍະນີ້ ຫຼືເສຍເງິນໄປກັບການສ້ອມແປງເຄື່ອງມື ອຸປະກອນທີ່ເພ ຫຼືຕ້ອງຊື້ໃໝ່ ວຽກງານ: ອິດເມື່ອຍກ່ຽວກັບເລື່ອງຂອງວຽກ ແລະລະວັງຈະມີການຂັດແຍ່ງກັບບໍລິວານ, ຜູ້ຮ່ວມງານ ຫຼືຫຸ້ນສ່ວນ ຄວາມຮັກ: ໂດຍລວມແລ້ວຍັງມີຄວາມສຸກດີ ແຕ່ກໍມີເລື່ອງກວນໃຈຢູ່ແນ່ ຫຼືມີໂອກາດພົບຄົນທີ່ຖືກໃຈ ເປັນຄົນມີສະເໜ່ ອາລົມດີ • ວັນອັງຄານ ການເງິນ: ມີໂຊກ ແລະມີຄວາມສໍາເລັດກ່ຽວກັບເລື່ອງການເງິນທີ່ເຮັດໃຫ້ເຈົ້າຊະຕາມີຄວາມສຸກຂຶ້ນມາໄດ້ແນ່ ວຽກງານ: ລະມັດລະວັງເລື່ອງຂອງການເຮັດວຽກໃຫ້ດີ ໃນໄລຍະນີ້ຕ້ອງສຸຂຸມຮອບຄອບໃນການເຮັດວຽກ ຫຼືກ່ອນຈະຕັດສະນໃຈຫຍັງລົງໄປ ຄວາມຮັກ: ມີໂອກາດສົມຫວັງໃນເລື່ອງຂອງຄວາມຮັກ ແລະຄວາມສຸກ ພົບຄົນທີ່ຖືກໃຈລົມກັນໄດ້ທຸກເລື່ອງ • ວັນພຸດ ການເງິນ: …
Read More »News
ມາຮູ້ຈັກ! ສາວນ້ອຍຈາກພາກໃຕ້ ຜູ້ຄວ້າໄຊຊະນະໃນການສອບເສັງນັກຮຽນເກັ່ງລະດັບຊາດ!
ມາຮູ້ຈັກກັບນັກຮຽນເກັ່ງ ນ້ອງ ວັນວິໄລ ເພັດສະໄພວັນ ອາຍຸ 19 ປີ ຈາກ ແຂວງ ຈຳປາສັກ, ນັກຮຽນເກັ່ງຊັ້ນ ມໍ 7 ມສ. ໂພນໄຊ ຊຶ່ງເປັນຕົວແທນໃຫ້ແກ່ນັກຮຽນເກັ່ງຂອງແຂວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດໃນ ສາຂາວິຊາພາສາລາວ-ວັນນະຄະດີ ໃນວັນທີ 24-27 ເມສາ 2018 ທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ສາມາດຍາດໄດ້ອັນດັບທີ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ. ນອກຈາກນັ້ນນ້ອງ ວັນວິໄລ ຍັງໄດ້ກ່າວວ່າເຖິງແຮງບັນດານໃຈ ແລະ ເຄັດລັບການຮຽນວ່າ: ກ່ອນຈະມາເປັນນັກຮຽນເກັ່ງໄດ້ຍ້ອນນ້ອງເອງມີຈິດໃຈມັກຮຽນວິຊາ ພາສາລາວ-ວັນນະຄະດີ ເປັນພິເສດ ມາແຕ່ໄລຍະຮຽນຢູ່ຊັ້ນປະຖົມ ເຊິ່ງມີແຮງຈູງໃຈຈາກຮຸ່ນເອື້ອຍຄົນໜຶ່ງ ໂດຍເຫັນເພິ່ນໄປຮ່ວມເສັງນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບ 3 ກໍ່ເກີດມີແນວຄິດ, ມີຄວາມຫວັງຢາກເຮັດໄດ້ຄືເພິ່ນ ຈຶ່ງຖືເອົາເພິ່ນເປັນແບບຢ່າງ, ເລີ່ມແຕ່ນັ້ນມາກໍ່ພະຍາຍາມຄົ້ນຄ້ວາຮໍ່າຮຽນໃຫ້ດີທີ່ສຸດ. ສໍາລັບວິທີການຄົ້ນຄ້ວາຮໍໍ່າຮຽນກໍ່ຄ້າຍໆຄືກັບໝູ່ເພື່ອນຄື: ເວລາຮຽນໃນຫ້ອງກໍ່ຕັ້ງໃຈຟັງຄໍາຄູອະທິບາຍ, …
Read More »ດວງປະຈໍາວັນ ສຸກ, ວັນທີ 25 ພຶດສະພາ 2018
• ວັນອາທິດ. ການເງິນ: ຈະມີໂອກາດການເງິນທີ່ດີເຂົ້າມາ ຈຶ່ງເຮັດໃຫ້ມີເງິນທ້ອນ ວຽກງານ: ມີດວງຈະໄດ້ຍ້າຍໜ້າທີ່ ຫຼື ສະຖານທີ່ເຮັດວຽກ ຄວາມຮັກ: ຄົນໂສດ ລະວັງຜິດຖຽງກັບຄົນທີ່ທ່ານມັກ ຈຶ່ງເຮັດໃຫ້ຄວາມສໍາພັນຫ່າງໄກອອກໄປ ສ່ວນຄົນມີຄູ່ ມີດວງຜິດຖຽງກັບຄົນຮັກເພາະຄວາມຫຶງຫວງ ບໍ່ເຊື່ອໃຈກັນ • ວັນຈັນ. ການເງິນ: ການທວງໜີ້ ຫຼື ເຈລະຈາດ້ານການເງິນ ຈະບໍ່ຄ່ອຍປະສົບຄວາມສໍາເລັດ ວຽກງານ: ວຽກຫຼາຍ ເພາະຕ້ອງເຮັດໂປຼເຈັກໃໝ່ໆ ໂດຍທີ່ຫາຄົນຊ່ວຍເຫຼືອຍາກ ຄວາມຮັກ: ຄົນໂສດ ຍັງບໍ່ມີວີ່ແວວຂອງເລື່ອງຄວາມຮັກເລີຍ ສ່ວນຄົນມີຄູ່ ມີດວງຜິດຫວັງ ຫຼື ເລີກກັບແຟນສູງ ແບບບໍ່ທັນຕັ້ງຕົວ • ວັນອັງຄານ. ການເງິນ: ດີເປັນພິເສດ ຈະໄດ້ໂຊກ ຫຼື ເງິນຈາກຄົນທີ່ບໍ່ເຄີຍຄິດມາກ່ອນ ວຽກງານ: ຈະຮັບໂອກາດດີໆດ້ານວຽກງານ ຫຼື ໄດ້ຄວາມຄິດເລີ່ມຢາກເຮັດທຸລະກິດໃໝ່ໆ ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນຕ່າງໄວ ກາຍເປັນຄວາມຮັກທີ່ຫວານຊຶ້ງ …
Read More »ນາງງາມ ສາຍຮາ ຕ້ອງຄົນນີ້ເລີຍ ສຸດາ ວັນທອງທິບ
ເບິ່ງແຕ່ບຸກຂະລິກພາຍນອກເຫັນ ສຸດາ ວັນທອງທິບ ເປັນສາວຮຽບຮ້ອຍ ໜ້າຕາຫວານໆ ໃຜລະຈະຄິດວ່ານາງຈະມີຄວາມໜ້າຮັກ ຂີ້ດື້ ແຖມຕະຫຼົກເຮຮາ ຈີກອອກຈາກຄາເລັກເຕີ້ເກົ່າໆຂອງນາງໄປເລີຍ, ຊ່ວງຫຼັງໆມານີ້ ສຸດາ ນາງກໍ່ປ່ອຍຄລິບ ເຮຮາ ໜ້າຮັກໆມາໃຫ້ແຟນໆໄດ້ອົມຍິ້ມກັນເລື້ອຍໆ… https://www.facebook.com/souda.vanthongthip/videos/1607088536075085/ https://www.facebook.com/souda.vanthongthip/videos/1619816374802301/ https://www.facebook.com/souda.vanthongthip/videos/1619756061474999/ ນີ້ເປັນພຽງແຕ່ຄລິບບາງສ່ວນທີ່ ຊະນີIndy ເອົາມາຝາກແຟນໆ ສ່ວນໃຜຢາກເບິ່ງແບບເຕັມໆກໍ່ສາມາດເຂົ້າໄປເບິ່ງທີ່ ເຟສບຸກ Souda Vanthongthip ກັນໄດ້ ຮັບຮອງໜ້າຮັກ ແຖມຮາອີກເດີ້ແຟນໆ ໃຜຈະຢາກເຊື່ອເຫັນ ສາວ ສຸດາ ໜ້າຫວານ ຍິ້ມງາມ ບໍ່ຄິດວ່ານາງຈະມາສາຍຕະຫຼົກ (555) ຂໍຂອບໃຈຮູບພາບ ແລະ ຄລິບຈາກ: FB/Souda Vanthongthip
Read More »ໄປທ່ຽວນຳກັນບໍ່? ແບກໃຈໄປຖິ້ມໄວ້ ວັງວຽງ…3 ມື້ 2 ຄືນ (ເດີນທາງຕອນແລງວັນສຸກ ກັບຕອນແລງວັນອາທິດ)
Hello ໝູ່ເພື່ອນຊ່ວງນີ້ເຫັນຫຼາຍຄົນຈົ່ມວ່າ ເຊັງ ຄຽດຈາກວຽກ-ການຮຽນ ແຟນຖິ້ມ ອົກຫັກ ໝູ່ບໍ່ຫຼິ້ນນໍາ (ເອົ້າໆໆ! ງານດຣ່າມ່າກໍ່ມາ 555) ຢ່າເດີ້!!! ເຂດນີ້ເປັນເຂດງົດເລື່ອງດຣ່າມ່າ ເພາະເປັນເຂດທີ່ມີແຕ່ຄວາມສະບາຍ ງົດເລື່ອງວຽກ-ເລື່ອງຮຽນ ໃຜທີ່ອົກຮັກແຟນບໍ່ຮັກກໍ່ບໍ່ຕ້ອງເສົ້າເພາະ ຂວັນໃຈ ເຮົາຈະພາໄປທ່ຽວທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ເປັນດິນແດນສວຍງາມ ສະຖານທີ່ທ່ອງທ່ຽວຍອດຮິດ ແລະ ສຳຄັນຂອງປະເທດລາວ. ຫຼັງຈາກທີ່ເມື່ອຍຈາກການເຮັດວຽກຫຼືການຮຽນອັນຕຶງຄຽດ ແຕ່ບໍ່ຢາກເດີນທາງໄກ ບໍ່ຢາກໃຊ້ເວລາຫຼາຍມື້ ຢາກທ່ຽວທຳມະຊາດ ແລະ ໂດດນໍ້າໄປພ້ອມໃນເວລາດຽວກັນ ຂວັນໃຈ Travel ເລີຍຂໍເອົາໃຈໝູ່ເພື່ອນທີ່ກຳລັງວາງແຜນທີ່ຈະທ່ຽວ ມີຄວາມຢາກໄປທ່ຽວພັກໃຈ ພັກກາຍແຕ່ມີວັນພັກກໍ່ດັນມີແບບຈຳກັດເຫຼືອເກີນ, ດັ່ງນັ້ນ ແນະນຳເລີຍ ວັງວຽງ ອອກເດີນທາງຕອນແລງວັນສຸກ ກັບມາຕອນແລງວັນອາທິດ ໃຊ້ເວລາເດີນທາງດ້ວຍລົດສ່ວນຕົວປະມານ 2 ຊົ່ວໂມງປາຍກໍຮອດແລ້ວ ແຕ່ຖ້າເປັນລົດໂດຍສານກໍເກີນ 3-4 ຊົ່ວໂມງແນ່ນອນ ແຖມມີກິດຈະກຳຜະຈົນໄພ ແລະ ມີແຫຼ່ງທ່ອງຫຼາຍແຫ່ງໃຫ້ຫຼິ້ນຈົນບາງເທື່ອອາດຈະລືມມື້ກັບພຸ້ນໄດ໋… …
Read More »
Kuanjai Magazine
