Breaking News

News

ນາງສັງຂານຫຼວງພະບາງໃນແຕ່ລະປີ ງາມຊໍ່າໃດມາເບິ່ງ?

ສາວ ຫຼວງພະບາງ ສາວລືສາວຊ່າ ເປັນຕາອອນຊອນຫຼາຍກັບສາວງາມແຫ່ງເມືອງມໍລະດົກໂລກ ໂດຍສະເພາະສາວງາມທີ່ເປັນນາງສັງຂານໃນແຕ່ລະປີ ບອກເລີຍວ່າມີຄວາມງາມພຽບພ້ອມ ທັງກິຣິຍາທ່າທາງ ແຖມຮອຍຍິ້ມກໍ່ສຸດແສນຈະມີສະເໜ່… ລອງມາເບິ່ງ ນາງສັງຂານຫຼວງພະບາງໃນແຕ່ລະປີ ງາມ ຍິ້ມຫວານປານໃດມາເບິ່ງ!!! ນາງສັງຂານ ຫຼວງພະບາງ ປະຈຳປີ 2011 ນາງສັງຂານ ຫຼວງພະບາງ ປະຈຳປີ 2012 ນາງສັງຂານ ຫຼວງພະບາງ ປະຈຳປີ 2013 ນາງສັງຂານ ຫຼວງພະບາງ ປະຈຳປີ 2014 ນາງສັງຂານ ຫຼວງພະບາງ ປະຈຳປີ 2015 ນາງສັງຂານ ຫຼວງພະບາງ ປະຈຳປີ 2016 ນາງສັງຂານ ຫຼວງພະບາງ ປະຈຳປີ 2017 ສຳລັບ ນາງສັງຂານ ປະຈຳປີ 2018 ແມ່ນຍັງຢູ່ໃນໄລຍະຄັດເລືອກ. ຮູບພາບ: Luang Prabang Moradok

Read More »

ດວງປະຈຳວັນ ພະຫັດ ວັນທີ 5 ເມສາ 2018.

ວັນອາທິດ ດ້ານວຽກງານບໍ່ມີສະມາທິ ເພາະລືມຄວາມຮັກເກົ່າບໍ່ໄດ້ ຄວນຕັ້ງສະຕິ ຄິດເຫັນໜ້າຄົນໃນຄອບຄົວໃຫ້ຫຼາຍໆ, ດ້ານການເງິນມີເກນດີຂຶ້ນເລື້ອຍໆ ຈະມີລາຍໄດ້ເຂົ້າມາ ຖ້າດຸໝັ່ນໃນການເຮັດວຽກ, ດ້ານຄວາມຮັກຄົນທີ່ມີຄູ່ໄປໄດ້ເລື້ອຍໆ ມີຢອກໄຍ ມີສຽງຫົວ ກິນເຂົ້ານຳກັນປົກກະຕິ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ. ວັນຈັນ ດ້ານວຽກງານໃນມື້ນີ້ຈະມີເລື່ອງໃຫ້ເຂົ້າໃນຜິດ ແລະ ມີເລື່ອງໃຫ້ຄິກໜັກເລື່ອງວຽກທີ່ຍັງບໍ່ລົງໂຕ, ດ້ານການເງິນມີເກນຍັງຕ້ອງຕໍ່ສູ້ດິ້ນລົນ ເຮັດວຽກໜັກ ເພາະລາຍໄດ້ທີ່ບໍ່ພໍຈ່າຍ, ດ້ານຄວາມຮັກຄົນທີ່ມີຄູ່ຄິດລະແວງຄົນຮັກ ຈົນເຮັດໃຫ້ເຂົາອຶດອັດ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ. ວັນອັງຄານ ດ້ານວຽກງານພີ່ນ້ອງຈະເປັນໂຕປ່ວນເຂົ້າມາໃຫ້ວຽກທີ່ເຮັດໄວ້ກ່ອນໜ້າພັງທະລາຍ ຄວນມີສະຕິໃຫ້ດີ, ດ້ານການເງິນມີເກນດີເລື້ອຍໆ ແຕ່ຍັງຂາດແຮງສະໜັບສະໜູນ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນຫວານເວີ້ ຈົນຄົນອ້ອມຂ້າງອິດສາ ສ່ວນຄົນໂສດຈະເຈີຄົນທີ່ຖືກໃຈ ແຕ່ຍັງບໍ່ແມ່ນໃນເວລານີ້. ວັນພຸດ ດ້ານວຽກງານຍັງແກ້ບັນຫາບໍ່ຕົກ ເພາະມີເລື່ອງວຸ້ນວາຍເຂົ້າມາໄດ້ຕະຫຼອດ, ດ້ານການເງິນຊ່ວງນີ້ດຸໝັ່ນເປັນພິເສດ ເພາະຕ້ອງການສ້າງຄວາມໝັ້ນຄົງໃນອະນາຄົດ, ດ້ານຄວາມຮັກຄົນທີ່ມີຄູ່ອອກນອກທາງແອບນອກໃຈຄົນຮັກ ແຕ່ກໍ່ໄປບໍ່ລອດ ສວ່ນຄົນໂສດມີເກນພົບຮັກກັບຄົນທີ່ເຄຍຜ່ານການແຕ່ງດອງມາແລ້ວ. ວັນພະຫັດ ດ້ານວຽກງານມີແຕ່ເລື່ອງວຽກເກົ່າໆ ຊໍ້າຊາກ ຈົນເຮັດໃຫ້ຮູ້ສຶກເບື່ອໜ່າຍ, ດ້ານການເງິນມີເກນດວງດີ ຈະມີໂຊກທາງດ້ານການສ່ຽງດວງ, ດ້ານຄວາມຮັກຄົນທີ່ມີຄູ່ຍັງມີບັນຫາທີ່ບໍ່ເຂົ້າໃຈກັນ ສ່ວນຄົນໂສດຍັງຕ້ອງໂສດໄປແບບສະບາຍໆຕໍ່ໄປ. ວັນສຸກ ດ້ານວຽກງານມີເກນດີຂຶ້ນ …

Read More »

7 ສາວງາມທີ່ຊາວເນັດເຊຍໃຫ້ເປັນ ລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018)

ກຳລັງເປັນກະແສຄຶກຄື້ນໄປທົ່ວປະເທດກັນເລີຍກັບການປະກວດຄັດເລືອກເອົາສາວງາມທີ່ມີຄວາມພຽບພ້ອມ ແລະ ເໝາະສົມໃນການເປັນຕົວແທນຂອງ ລູກສາວພຣະຍາກະບິນລະພົມ ແລະ ເປັນສາວງາມທີ່ຈະເປັນນາງສັງຂານໃນຊ່ວງປີໃໝ່ລາວ ປະຈຳປີ 2018 ທີ່ຍັບໝໍ່ເຂົ້າມານີ້ ແລະ ໃນມື້ນີ້ ຂວັນໃຈ ເຮົາຈະແວະວຽນໄປທີ່ເວທີຂອງການປະກວດ ນາງສາວນະຄອນຫຼວງ (Miss Vientiane 2018) ແລະ ມີບັນດາສາວງາມຫຼາຍໆຄົນທີ່ມີຄວາມພຽບພ້ອມ ມີຄວາມງາມເໝາະສົມແກ່ຕຳແໜ່ງນີ້ ຈົນຊາວເນັດເຊຍກັນແບບບໍ່ມີໃຜຍອມໃຜ… ເອົ້າ!! ເວົ້າໄປຫຼາຍມັນຍາວ ລອງມາສ່ອງ 7 ສາວງາມທີ່ຊາວເນັດເຊຍໃຫ້ເປັນລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018) MVT 08 ນາງ ວິດາ ແຊ້ພານ MVT 10 ນາງ ລິດດາ ສີຊານົນ MVT 11 ນາງ ອາລິຍາ ເກດບຸນຈັນ MVT 12 ນາງ ນ້ຳເຜີ້ງ ສະຫວັດ MVT 13 ນາງ ວິສູດາ ວັນນະສຸກ …

Read More »

ກິນເຂົ້າກັບຫຍັງຄືງາມແທ້? ມຸກ ກິດສະດາ Miss Supranational Laos ດຽວນີ້ງາມຂຶ້ນເປັນກອງ!!!

ໂອ້ຍຍຍຍ! ສະດຸດຫູ ສະດຸດຕາ ສະດຸດໃຈແທ້ນໍ້ ມຸກ ກິດສະດາ ວົງໄຊສະຫວາດ ເຈົ້າຂອງຕຳແໜ່ງ Miss Supranational Laos 2017 ທີ່ດຽວນີ້ງາມຂຶ້ນເປັນກອງ ອໍຣ້ານາງງາມຈັບສຸດໆ ບໍ່ວ່າຈະອອກງານອີເວັ້ນ ຫຼື ຖ່າຍຮູບ ມຸມໃດກໍ່ງາມ ເຊັກຊີ່ ເປະເວີ້ ບໍ່ມີບ່ອນຕິເລີຍເດີ້… ສຳລັບ ມຸກ ກິດສະດາ ວົງໄຊສະຫວາດ  ຫຼາຍຄົນຄຸ້ນໜ້າຄຸ້ນຕາກັນດີ ເພາະນາງເອີ້ນໄດ້ວ່າເປັນສາວງາມເດີນສາຍປະກວດເລີຍກໍ່ວ່າໄດ້ ແຖມຄວ້າລາງວັນມາແລ້ວຫຼາຍເວທີ ຫຼາຍຕຳແໜ່ງເຊັ່ນ: ຕຳແໜ່ງ The Best Modle ຈາກການປະກວດ 13th Chinese-Asean Etiquette Pageant ທີ່ປະເທດຈີນ, ຕຳແໜ່ງ 2nd Runner Up ຈາກເວທີ Miss Grand Laos 2017 ແລະ ຫຼ້າສຸດຕຳແໜ່ງ  Miss Supranational Laos …

Read More »

ດວງປະຈຳວັນ ພຸດ ວັນທີ 4 ເມສາ 2018.

ວັນອາທິດ ດ້ານວຽກງານເຖິງຈະມີເລື່ອງເຂົ້າມາເຮັດໃຫ້ສັບສົນເລື່ອງວຽກ ແຕ່ກໍ່ສາມາດແກ້ໄຂບັນຫາໄປໄດ້ແບບສະບາຍ, ດ້ານການເງິນຖ້າຄິດຈະລົງທຶນ ຫຼື ໂອນເງິນໃຫ້ອີກຝ່າຍ ຄວນມີລາຍເຊັນ ຫຼື ລາຍລັກອັກສອນໃຫ້ດີໆ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນດີ ສ່ວນຄົນໂສດຫົວໃຈຊຸ່ມຊື່ນບໍ່ມີເຫງົາ. ວັນຈັນ ດ້ານວຽກງານຈະມີການປ່ຽນແປງ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ, ດ້ານການເງິນມີລາຍຈ່າຍເຂົ້າມາກັບເລື່ອງບໍ່ເປັນເລື່ອງ ບາງທີກໍ່ງົງໆກັບລາຍຈ່າຍຕົວເອງ ເພາະຫຼາຍເຫຼືອເກີນ, ດ້ານຄວາມຮັກຄົນທີ່ມີຄູ່ມີເລື່ອງໃຫ້ຄິດທົບທວນໃນເລື່ອງທີ່ຜ່ານມາ ສ່ວນຄົນໂສດຈະໄດ້ພົບກັບຄົນທີ່ກົງກັບສະເປັກ ແຕ່ຢ່າຟ້າວດ່ວນໃຫ້ໃຈເຂົາໄປ ຄວນເບິ່ງໃຫ້ດີກ່ອນ. ວັນອັງຄານ ດ້ານວຽກງານຕ້ອງມີຄວາມອົດທົນໃຫ້ຫຼາຍໆ ຈຶ່ງຈະຜ່ານວຽກອັນແສນຫຍຸ້ງຍາກໃນຊ່ວງນີ້ໄປໄດ້, ດ້ານການເງິນຂາດເຂີນໜັກ ແຕ່ຍັງດີທີ່ເຮັດບຸນມາຫຼາຍ ເພາະຈະມີຄົນໃຈດີຍື່ນມືເຂົ້າມາໃຫ້ກູ້ຢືມ ແບບບໍ່ຫວັງຜົນ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນໝັ້ນຄົງ ຫຼາຍຄົນເອົາເປັນແບບຢ່າງ ສ່ວນຄົນໂສດຍັງຕ້ອງໂສດໄປຕາມສະຕາຍ. ວັນພຸດ ດ້ານວຽກງານແມ່ນຈະມີເລື່ອງເຂົ້າມາໃຫ້ຕັດສິນໃຈແບບກະທັນຫັນ, ດ້ານການເງິນມືເງິນໃຊ້ແບບບໍ່ຂາດມື ມີລາຍໄດ້ເຂົ້າມາຕະຫຼອດ, ຄວາມຮັກຄົນທີ່ມີຄູ່ມີເລື່ອງຜິດໃຈກັນ ແຕ່ຍັງເກັບໄວ້ບໍ່ຢາກເວົ້າ ເພາະມີຄວາມເກງໃຈກັນເກີນໄປ ສ່ວນຄົນໂສດຈະມີຄົນເຂົ້າມາເຮັດໃຫ້ຫວັນໄຫວ. ວັນພະຫັດ ດ້ານວຽກງານຈົ່ງມີສະຕິ ແລະ ດຸໝັ່ນໃຫ້ຫຼາຍໆ ເພາະມີຄົນກຳລັງຈັບຕາເບິ່ງທ່ານຢູ່, ດ້ານການເງິນລະວັງເລື່ອງການຄໍ້າປະກັນຊັບສິນໃຫ້ຄົນອື່ນ ເພາະອາດຈະມີບັນຫາຕາມມາ, ດ້ານຄວາມຮັກຄົນທີ່ມີຄູ່ຈະມີບັນຫາເລື່ອງມືທີ່ 3 ຈົນເຮັດໃຫ້ຜິດໃຈກັນ …

Read More »