Breaking News

News

ແຟນຄລັບກຣີດໆໆໆ! ຕິກ ເຈດສະດາພອນ ພະເອກຊື່ດັງເພື່ອນບ້ານ (ສາຍາສາມີແຫ່ງຊາດ) ເດີນທາງມາຫຼວງພະບາງ

ຕິກ ເຈດສະດາພອນ ຜົນດີ ພະເອກສຸດຫຼໍ່ຊື່ດັງຈາກປະເທດເພື່ອນບ້ານ ຫຼື (ສາຍາສາມີແຫ່ງຊາດ) ເດີນທາງມາແຂວງ ຫຼວງພະບາງ ປະເທດລາວ ຕັ້ງແຕ່ວັນທີ 27 ມັງກອນ 2018, ເຊິ່ງການເດີນທາງມາປະເທດລາວຂອງ ອ້າຍ ຕິກ ໃນເທື່ອນີ້ແມ່ນເພິ່ນໄດ້ມາຖ່າຍທຳລະຄອນ ດ້ວຍແຮງອະທິຖານ ພ້ອມດ້ວຍນັກສະແດງ ແລະ ທີມງານຈາກປະເທດໄທເຊິ່ງຍົກກອງມາຖ່າຍທຳທີ່ ແຂວງ ຫຼວງພະບາງ ປະເທດລາວເຮົານັ້ນເອງ. https://www.instagram.com/p/Bee_YlPDy65/?taken-by=navigatortiktun_ ສຳລັບ ຕິກ ເຈດສະດາພອນ ຜົນດີ ປັດຈຸບັນອາຍຸ 40 ປີ ຜ່ານມາມີຜົນງານການສະແດງທັງຮູບເງົາ ແລະ ລະຄອນຢ່າງຫຼວງຫຼາຍ ແຈ້ງເກີດມາຈາກຮູບເງົາເລື່ອງ 2499 ອັນທະພານຄອງເມືອງ ເຊິ່ງແຟນໆຈົດຈຳກັບດີໃນບົດ ແດງ ໄບເລ່ ແລະ ສ່ວນຜົນງານຫຼ້າສຸດ ລະຄອນ ດ້ວຍແຮງອະທິຖານ ທີ່ຍົກກອງກັນມາຖ່າຍທຳເຖິງ ແຂວງ ຫຼວງພະບາງ ປະເທດລາວ, ສ່ວນຊີວິດສ່ວນຕົວຂອງ ຕິກ …

Read More »

ຮືຮາ! ຕິກ ເຈດສະດາພອນ ແລະ ມິວ ນິດຖາ ນຳທີມຍົກກອງຖ່າຍທຳລະຄອນທີ່ແຂວງຫຼວງພະບາງ (ມີຄລິບ)

ເປັນທີ່ຮືຮາຂອງບັນດາແຟນຄລັບເມື່ອທີມນັກສະແດງຈາກປະເທດເພື່ອນບ້ານນຳທີມໂດຍຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ ນຳທີມຍົກກອງມາຖ່າຍທຳລະຄອນເລື່ອງ ດ້ວຍແຮງອະທິຖານ ເຖິງແຂວງ ຫຼວງພະບາງ ປະເທດລາວ ເລີ່ມຕັ້ງແຕ່ວັນທີ 27 ມັງກອນ 2018 ທີ່ຜ່ານມາ ແລະ ນອກຈາກການຖ່າຍທຳທີ່ຫຼວງພະບາງແລ້ວ ທັງນັກສະແດງ ແລະ ທີມງານທຸກຄົນຍັງມີໂອກາດໄດ້ເຮັດບຸນໃສ່ບາດທີ່ຫຼວງພະບາງອີກດ້ວຍ. https://www.instagram.com/p/BehG8iQAtf6/?taken-by=navigatortiktun_ https://www.instagram.com/p/BeffAAcHIhG/?tagged=%E0%B8%94%E0%B9%89%E0%B8%A7%E0%B8%A2%E0%B9%81%E0%B8%A3%E0%B8%87%E0%B8%AD%E0%B8%98%E0%B8%B4%E0%B8%A9%E0%B8%90%E0%B8%B2%E0%B8%992561 https://www.instagram.com/p/BefdAObn2iZ/?tagged=%E0%B8%94%E0%B9%89%E0%B8%A7%E0%B8%A2%E0%B9%81%E0%B8%A3%E0%B8%87%E0%B8%AD%E0%B8%98%E0%B8%B4%E0%B8%A9%E0%B8%90%E0%B8%B2%E0%B8%992561 #ແຊຣໄປໃຜໆກໍຢາກມາປະເທດລາວ ຂໍຂອບໃຈສຳລັບຮູບພາບ ແລະ ຄລິບ

Read More »

ໜ້າຮັກແທ້ເດ້! ມິວ ນິດຖາ ນັກສະແດງຈາກເພື່ອນບ້ານ ນຸ່ງຊຸດໄໝລາວໃສ່ບາດ ແຖມນັ່ງຈຳໂບ້ຊິວໆ @ຫຼວງພະບາງ

ໜ້າຮັກແທ້ເດ້! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກເພື່ອນບ້ານ ນຸ່ງຊຸດໄໝລາວ ບ່ຽງແພໃສ່ບາດ ຕັ້ງແຕ່ເຊົ້າມືດທີ່ ຫຼວງພະບາງ ປະເທດລາວ ແລະ ມິວ ຍັງມີໂອກາດໄດ້ຂີ່ລົດຈຳໂບ້ອ້ອມຕົວເມືອງ ຫຼວງພະບາງ ເຊິ່ງເຮັດໃຫ້ນາງປະທັບໃຈຈົນຖ່າຍຮູບ ແລະ ໂພສລົງໃນອິນສະຕາແກຼມໃຫ້ໝູ່ເພື່ອນໃນວົງການ ແລະ ບັນດາແຟນຄລັບໄດ້ເຫັນເຖິງຄວາມຊິວຂອງນາງທີ່ ຫຼວງພະບາງ. https://www.instagram.com/p/Bee6LoFA7LG/?taken-by=mewnittha ສຳລັບ ມິວ ນິດຖາ ຈີຣະຢັ່ງຢືນ ເປັນອີກໜຶ່ງນັກສະແດງສາວທີ່ກຳລັງມາແຮງຂອງປະເທດເພື່ອນບ້ານ ອາຍຸ 27 ປີ, ເຊິ່ງສາວມິວເພິ່ນກໍມີຜົນງານການສະແດງມາແລ້ວຫຼາກຫຼາຍ ເລີ່ມກ້າວເຂົ້າສູ່ວົງການບັນເທິງດ້ວຍການຖ່າຍໂຄສະນາ ສະແດງເອັມວີ ກ່ອນທີ່ຈະກ້າວເຂົ້າເປັນນັກສະແດງໃນສັງກັດຂອງຊ່ອງ 3 ຜົນງານທາງດ້ານການສະແດງເລື່ອງທຳອິດທີ່ເຮັດໃຫ້ແຈ້ງເກີດນັ້ນກໍຄື ຄຸນຊາຍປະວອນຣຸດ ແລະ ຈາກນັ້ນກໍມີຜົນງານລະຄອນຕໍ່ເນື່ອງຢ່າງຫຼວງຫຼາຍ ແລະ ມີຜົນງານຮູບເງົາເລື່ອງທຳອິດຄື ແຟນເດ…ແຟນກັນແຄ່ວັນດຽວ ຈົນເຮັດໃຫ້ມິວໄດ້ຮັບລາງວັນ ນັກສະແດງນຳຍິງດີເດັ່ນ ປະຈຳປີ 2016 ແລະ ສຳລັບຜົນງານ ຫຼ້າສຸດກໍແມ່ນລະຄອນເລື່ອງ ດ້ວຍແຮງອະທິຖານ ປະກົບຄູ່ກັບ ພະເອກສຸດຫຼໍ່ຕະຫຼອດການ …

Read More »

ຂາເມົ້າລະວັງ! ການນິນທາ ໃສ່ຮ້າຍ ແລະ ປ້ອຍດ່າຄົນອື່ນມີໂທດທັງປັບໃໝ ແລະຈຳຄຸກ (ບໍ່ຢາກເດືອດຮ້ອນຄວນອ່ານ)

 “ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່” ເມື່ອເວົ້າເຖິງການເວົ້າຂວັນ ນິນທາ ໃສ່ຮ້າຍ ຖືໄດ້ວ່າເປັນພະຍາດຕິດແປດຮ້າຍແຮງຂອງຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນຄົນບາງກຸ່ມ ທີ່ພໍແຕ່ມີເວລາວ່າງປຸ໊ບ ກໍມັກຈະຈັບກຸ່ມເມົ້າມອຍ ອັບເດດສະຖານະການຊາວບ້ານ ທັງເລື່ອງວົງນອກ ວົງໃນ ກ້ອງຕຽງ ເທິງຕຽງບໍ່ວ່າຂອງໃຜ ແມ່ນຮູ້ໝົດ ບາງຄົນຮູ້ດີກວ່າເລື່ອງຂອງຕົນເອງອີກ ໂອ້ຍ ຈັ່ງແມ່ນຊາດ!!! ຕາມຫຼັກການທາງຈິດຕະວິທະຍາແລ້ວ ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່ ຫຼືເວົ້າອີກຢ່າງໜຶ່ງກໍແມ່ນພຶດຕິກຳຂອງຄົນຂີ້ອິດສານັ້ນເອງ ສະນັ້ນ ການໄດ້ນິນທາຄົນອື່ນ ເວົ້າທັບຖົມຄົນອື່ນ ຈຶ່ງເຮັດໃຫ້ຜູ້ເວົ້າຮູ້ສຶກວ່າຕົນເອງມີຄຸນຄ່າຂຶ້ນ ເໜືອກວ່າ ເກັ່ງກວ່າ ເດັ່ນກວ່າ ຜູ້ທີ່ເຂົາກຳລັງກ່າວເຖິງນັ້ນ ຜູ້ທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ອາດຈະຮູ້ສຶກດີ ມ່ວນປາກຕອນເວົ້າ ຫຼືຕອນຂຽນດ່າ ດ້ວຍອາລົມ ຫຼືຄວາມສະໃຈບາງຢ່າງ ແຕ່ຜົນກະທົບທີ່ເກີດຂຶ້ນແມ່ນຮ້າຍແຮງ ເພາະມັນເຮັດໃຫ້ເສຍພາບພົດທີ່ດີຂອງຕົນເອງ ທຳລາຍຄວາມສາມັກຄີ ສ້າງຄວາມແຕກແຍກໃຫ້ບຸກຄົນອື່ນ …

Read More »

ດາລາດັງຈາກເພື່ອນບ້ານ ແຫ່ກັນມາທ່ອງທ່ຽວປະເທດລາວ ມາເບິ່ງວ່າມີໃຜແດ່?

ປະເທດລາວຂອງເຮົາກຳລັງຢູ່ໃນຊ່ວງ ປີທ່ອງທ່ຽວລາວ 2018 ແລະ ບັນດານັກທ່ອງທ່ຽວກໍຫຼັ່ງໄຫຼເຂົ້າມາທ່ອງທ່ຽວປະເທດເຮົາກັນຢ່າງຫຼວງຫຼາຍ ບໍ່ເວັ້ນແມ້ແຕ່ຄົນດັງ ດາລາ ພິທີກອນ ເຊເລບບີຕີ້ຈາກຝັ່ງປະເທດເພື່ອນບ້ານຫຼາຍຕໍ່ຫຼາຍຄົນທີ່ເດີນທາງມາທ່ອງທ່ຽວປະເທດລາວຂອງເຮົາ, ຍ້ອນກັບໄປໄລຍະກ່ອນໆທີ່ເຮົາຕ້ອງນັ່ງລົດ ນັ່ງຍົນ ເພື່ອເດີນທາງໄປຕິດຕາມສິລະປິນໃນດວງໃຈກັນທີ່ປະເທດຂອງພວກເຂົາ ມາຮອດປັດຈຸບັນຄົນດັງທີ່ເຮົາເຄີຍເຫັນແຕ່ຢູ່ໃນໂທລະພາບກັບເດີນທາງມາທ່ອງທ່ຽວ ແລະ ມາປະກົດຕົວໃຫ້ເຮົາເຫັນ ມາໃຫ້ເຮົາກຣີດໆໆໆ ແບບວ່າຕົວຈິງສຽງຈິງມາເອງ. ເລີ່ມຕົ້ນເດືອນ ມັງກອນ 2018 ກໍຖືວ່າມີ ດາລານັກສະແດງ ພິທີກອນ ມາທ່ອງທ່ຽວບ້ານເຮົາຫຼາຍຄົນ ລອງມາເບິ່ງກັນວ່າມີໃຜແດ່? ແຕ້ວ ນັດຖະພອນ ເຕມີຣັກ ດາລາ-ນັກສະແດງ ຫຼື ທີ່ແຟນໆຮູ້ກັນໃນນາມ (ຄຳແກ້ວ/ເຈົ້າແມ່ນາຄີ) ເດີນທາງມາທີ່ ນະຄອນຫຼວງວຽງຈັນ ກາລະແມ ພິທີກອນຊື່ດັງ ເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ອັ້ມ ອະທິຊາດ ຊຸມມານົນ ນັກສະແດງໜຸ່ມສຸດຫຼໍ່ ເດີນທາງມາ ນະຄອນຫຼວງວຽງຈັນ ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນ-ດີເຈ ເດີນທາງມາ …

Read More »