Breaking News

News

ເລີດຮ້າຍ! ຄຸນປະໂຫຍດດີໆຈາກ ນໍ້າໝາກພ້າວ ຂອງດີລາຄາບໍ່ແພງ!!!

ນ້ຳໝາກພ້າວ ປະໂຫຍດດີໆທີ່ທ່ານຍັງບໍ່ຮູ້!!! ຊ່ວຍຮັກສາອາການຂາດນ້ຳ ເມື່ອໃດທີ່ຮູ້ສຶກກະຫາຍນ້ຳ ຫຼື ຮ່າງກາຍຂາດນ້ຳນ້ຳໝາກພ້າວຈະໄປຊ່ວຍເຕີມນ້ຳ ແລະ ຊ່ວຍເພີ່ມເກືອແຮ່ໃຫ້ຮ່າງກາຍ. ນ້ຳໝາກພ້າວ ອຸດົມໄປດ້ວຍວິຕາມິນບີ1 ວິຕາມິນບີ2 ວິຕາມິນບີ3 ວິຕາມິນບີ6 ແຄວຊ່ຽມ ແມກນີຊ່ຽມ ຟອດຟໍຣັດ ໂພແທດຊ່ຽມ ທາດເຫຼັກ ມີກົດອະມິໂນ ແລະ ໂປຼຕີນທີ່ດີຕໍ່ຮ່າງກາຍອີກດ້ວຍ. ຊ່ວຍເສີມສ້າງຄໍລະເຈນໃຫ້ແກ່ຜິວພັນ ຊ່ວຍໃຫ້ຜິວພັນງາມ ສົດໃສ  ແລະ ສະລໍຄວາມຫ່ຽວແຫ້ງຂອງຜິວໜັງ. ຊ່ວຍບຳລຸງຮ່າງກາຍໃຫ້ແຂງແຮງ ເບິ່ງແຍງການຈະເລີນເຕີບໂຕການພັດທະນາຂອງຮ່າງກາຍ ແລະ ຊ່ວຍຫຼຸດພະຍາດທີ່ມັກມາກັບໄວຊະລາເຊັ່ນ: ຄວາມຈຳເຊື່ອມ (Alzheimer). ນ້ຳໝາກພ້າວ ຊ່ວຍຍ່ອຍອາຫານ. ຊ່ວຍບັນເທົາອາການເຈັບທ້ອງຈາກກະເພາະອາຫານອັກເສບ. ຊ່ວຍຂັບປັດສະວະ ແລະ ບັນເທົາອາການປັດສະວະອັກເສບ. ຊ່ວຍແກ້ເຈັບຕາມຂໍ້ກະດູກ ກິນນ້ຳໝາກພ້າວຈະຊ່ວຍຫຼຸດອາການເຈັບປວດຂໍ້ໄດ້. ຖ້າມີອາການ ວິນຫົວ ປວດຮາກ ຫຼື ເມົາຄ້າງ ສາມາດກິນນ້ຳໝາກພ້າວເພື່ອບັນເທົາອາການດັ່ງກ່າວໄດ້ເລີຍ. ນ້ຳໝາກພ້າວ 100 ກຼາມ ໃຫ້ພະລັງງານ …

Read More »

ແຟນຄລັບມີກຣີດໆໆໆ! ຢ່າຢ່າ ອຸຣັດສະຍາ ນັກສະແດງສາວຊື່ດັງຈາກເພື່ອນບ້ານ ເດີນທາງທ່ອງທ່ຽວປະເທດລາວ!!!

ແຟນຄລັບມີກຣີດໆໆໆ! ຢ່າຢ່າ ອຸຣັດສະຍາ ສະເປີເບີນ ນັກສະແດງສາວຊື່ດັງແຖວໜ້າຈາກເພື່ອນບ້ານ ເດີນທາງທ່ອງທ່ຽວປະເທດລາວ ໂດຍໃນວັນທີ 25 ທັນວາ 2017 ເຊິ່ງກົງກັງວັນ Christmas ຈຶ່ງໄດ້ມີເວລາວັນພັກ ແລະ ເດີນທາງມາຢ້ຽມຢາມເມືອງມໍລະດົກໂລກ ເຊິ່ງ ຢ່າຢ່າ ໄດ້ເຊັກອິນທີ່ ແຂວງ ຫຼວງພະບາງ ປະເທດລາວເຮົາ ແລະ ຍັງໄດ້ໂພສຮູບພາບໃສ່ບາດເຮັດບຸນຕັ້ງແຕ່ເຊົ້າມືດ ພ້ອມນຸ່ງຊຸດໄໝ ບຽງແພ ມາໃນຊຸດສີສົ້ມ ຕາມແບບຮີດຄອງປະເພນີລາວ ຢູ່ທີ່ຫຼວງພະບາງ ນອກຈາກນັ້ນຍັງມີໂອກາດໄດ້ຂີ່ລົດຈຳໂບ້ຂອງລາວເຮົາ ເຮັດໃຫ້ ຢ່າຢ່າ ມີຄວາມປະທັບໃຈປະເທດລາວເຮົາຫຼາຍທີ່ສຸດ. https://www.instagram.com/p/BdJoY1qH0at/?taken-by=urassayas ພໍແຕ່ ຢ່າຢ່າ ອຸຣັດສະຍາ ໂພສຮູບພາບເຊັກອິນທີ່ ຫຼວງພະບາງ ປະເທດລາວ ເຮັດໃຫ້ມີບັນດາແຟນຄລັບທັງສອງຝັ່ງຂອງ ແລະ ອ້າຍ ເອື້ອຍ ນ້ອງ ຮ່ວມວົງການເຂົ້າມາຄອມເມັ້ນຮູບພາບທີ່ ຢ່າຢ່າ ໄດ້ໂພສກັບແບບລົວໆ ແລະ ກໍເປັນການດີຖືເປັນການໂຄສະນາປະເທດລາວເຮົາໃຫ້ຕ່າງຊາດ ໄດ້ຮູ້ …

Read More »

ຕູນ Bodyslam ແລ່ນຮອດເສັ້ນໄຊແລ້ວ ຍອດເງິນບໍລິຈາກທະລຸພັນກວ່າລ້ານບາດ!!!

ຕູນ Bodyslam ແລະ ຄະນະກ້າວຄົນລະກ້າວ ບັນລຸຈຸດໝາຍ ແລ່ນຮອດເສັ້ນໄຊແລ້ວ ເຊິ່ງພວກເຂົາໄດ້ເແລ່ນຈາກພາກໃຕ້ສຸດຫາພາກເໜືອສຸດ (ປະເທດໄທ) ເຊິ່ງຍອດເງິນບໍລິຈາກເຫັນແລ້ວໜ້າເປັນທີ່ຍິນດີຫຼາຍ ລວມຍອດບໍລິຈາກຫຼາຍກວ່າ 1 ພັນກວ່າລ້ານບາດ https://www.instagram.com/p/BdJgp9GAbe6/?taken-by=artiwara ເປັນເວລາເກືອບ 2 ເດືອນ ທີ່ຄົນທັງໂລກໄດ້ເຫັນພາບ ນັກຮ້ອງຊື່ດັງ ຕູນ Bodyslam  ແລະ ທີມງາມໂຄງການ ກ້າວຄົນລະກ້າວ ເຊິ່ງໄດ້ມີແຜນແລ່ນຈາກ ເບຕົງ-ແມ່ສາຍ (ປະເທດໄທ)  ລວມໄລຍະທາງທັງໝົດ 2190 ກິໂລແມັດ ແລະ ຕະຫຼອດໄລຍະທາງຕ່າງກໍມີເລື່ອງລາວຄວາມປະທັບໃຈເກີດຂຶ້ນລະຫວ່າງທາງ ການແລ່ນໃນເທື່ອນີ້ຖືວ່າເປັນປະຫວັດສາດໜ້າໃໝ່ຄັ້ງຍິ່ງໃຫ່ຍຂອງປະເທດເພື່ອນບ້ານທີ່ມີນັກຮ້ອງທີ່ເປັນຕົ້ນແບບມາສ້າງພະລັງ ແລະ ກຳລັງໃຈໃຫ້ນ້ອງໆ ແລະ ແຟນໆໄດ້ເບິ່ງເປັນແບບຢ່າງທີ່ດີ ສຳລັບການແລ່ນພາຍໃຕ້ໂຄງການ ກ້າວຄົນລະກ້າວ ຂອງ ຕູນ Bodyslam ໃນເທື່ອນີ້ ເປັນການແລ່ນເພື່ອລະດົມທຶນຫາລາຍໄດ້ເຂົ້າໃນໂຮງໝໍທົ່ວປະເທດໄທ ແລະ ປະຈຸບັນ ຕູນ Bodyslam ຂຶ້ນແທ່ນເປັນບຸກຄົນແຫ່ງປີອັນດັບ 1  ແລະ ມີປະຊາຊົນມັກຫຼາຍທີ່ສຸດ. Cr. artiwara , https://hilight.kapook.com/view/165709 , NationPhoto

Read More »

ສະຫຼອງວິວາຫວານ ມາກີ້ ແລະ ປ໋ອກ ໝູ່ເພື່ອນໃນວົງການຮ່ວມສະແດງຄວາມຍິນດີ!!!

ມາກີ້ ຣາສີ  ນັກສະແດງສາວຊື່ດັງຂອງປະເທດເພື່ອນບ້ານ ແລະ ຫວານໃຈ ປ໋ອກ ພັດສະກອນ ຫຼັງຈາກທີ່ຈູງມືກັນເຂົ້າພິທີວິວາໃນວັນທີ 8 ທັນວາ ທີ່ຜ່ານມາ, ຫຼ້າສຸດກໍ ໄດ້ຈັດພິທີສະຫຼອງມົງຄຸນສົມຣົດກັນຢ່າງຍິ່ງໃຫ່ຍ ແລະ ເຕັມໄປດ້ວຍຄວາມຫວານຊື່ນ ໃນວັນທີ 24 ທັນວາ 2017 ທີ່ຜ່ານມາ, ເຊິ່ງບັນຍາກາດພາຍໃນງານນີ້ເຕັມໄປດ້ວຍຄວາມຫວານຊື່ນ ນອກຈາກນັ້ນຍັງມີໝູ່ເພື່ອນ ອ້າຍ ເອື້ອຍ ນ້ອງ ຮ່ວມວົງການມາຮ່ວມສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ, ຢ່າງໃດກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້!!! ທີ່ມາ:  #margiepokthewedding

Read More »

ເດັກລາວສຸດຍອດ! ແຈັກກີ້ ໂຊພະລັງສຽງຂັ້ນເທບເອົາຊະນະຄູ່ຕໍ່ສູ້ ຜ່ານເຂົ້າຮອບຕໍ່ໄປໃນ The Voice Thailand

ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປແລ້ວໃນຊ່ວງຕົ້ນເດືອນ ທັນວາ ທີ່ຜ່ານມາ ເພາະ ແຈັກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ  Blind Auditions ມາແລ້ວ ແລະ ຫຼ້າສຸດ ວັນທີ 24 ທັນວາ 2017 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Knock Out ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະໄປໄດ້ຢ່າງງົດງາມ. ສຳລັບ ການແຂ່ງຂັນໃນຮອບ Knock Out ນີ້ ແຈັກກີ້ ໜຸ່ມລາວເຮົາກໍໄດ້ແຂ່ງຂັນກັບ ມ່ອນ ໜຸ່ມຈາກປະເທດເພື່ອນບ້ານສຸດແນວ ໂດຍ ແຈັກກີ້ໃຊ້ບົດເພງ “ເກືອບ” ເຂົ້າໃນການແຂ່ງຂັນ …

Read More »