ມີໃຜຈື່ໄດ້ແນ່ໃຫ້ຍົກມືຂຶ້ນໄວໆ? ບໍ່ຮູ້ວ່າຈະມີແຟນໆຄົນໃດຈື່ຄືກັບ ຊະນີIndy ແນ່ບໍ່ນໍ (ຫຸຫຸ)…ເມື່ອຕອນທີ່ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາໝາຍເລກ 1 ຂອງປະເທດເພື່ອນບ້ານໄດ້ມາລາວໃນຊ່ວງຕົ້ນປີ 2017 ທີ່ຜ່ານມານັ້ນນາງກໍບໍ່ພາດທີ່ຈະນຸ່ງຊຸດໄໝລາວຈົນສ້າງຄວາມຮືຮາໄປທົ່ວປະເທດ, ເອື້ອຍ ອໍ້າ ເພິ່ນກໍງາມຢູ່ແລ້ວ ແລະ ຍິ່ງໄດ້ໃສ່ຊຸດໄໝລາວເຂົ້າໄປອີກກໍຍິ່ງເບິ່ງຍິ່ງງາມ… ແບບນີ້ບົ່ງບອກເຖິງເອກະລັກປະເພນີລາວທີ່ງົດງາມ ເພາະຄົນດັງໆຢ່າງ Superstar ອໍ້າ ພັດຊະຣາພາ ກໍຍັງບໍ່ພາດທີ່ນຸ່ງ ແລະ ທີ່ເດັດໄປກວ່ານັ້ນນາງຍັງນຸ່ງຊຸດໄໝລາວກັບປະເທດຈົນສ້າງປະກົດການເປັນຂ່າວດັງຢ່າງຄຶກໂຄມ… ປະເພນີລາວ ເອກະລັກແບບລາວໆ ເປັນສິ່ງທີ່ງົດງາມ Superstar ອໍ້າ ພັດຊະຣາພາ ກໍຍັງຫຼົງໄຫຼມາແລ້ວ, ເຮົາເປັນຄົນລາວກໍຄວນອະນຸລັກຮັກສາໄວ້ເດີ້ ເພາະເອກະລັກທີ່ເຮົາມີເປັນສິ່ງທີ່ງົດງາມຫຼາຍ. #ແຊຣວົນໄປໃຫ້ໂລກຮູ້ວ່າລາວເຮົາມີດີ ຂໍຂອບໃຂຮູບພາບ: aum_patchrapa , saykeo_sayfon
Read More »News
ກຣີດໆໆໆ…ສົນ ແລະ ເອະ ຈິລາກອນ (ໜ້າກາກກາດຳ) ບັງເອີນເຈີກັນຢູ່ ຫຼວງພະບາງ!!!
ພະເອກດັງ ສົນ ສົນຍຸກ ແລະ ເອະ ຈິລະກອນ (ໜ້າກາກກາດຳ) ນັກຮ້ອງ ແລະ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ ໄດ້ບັງເອີນເຈິກັນຢູ່ທີ່ ຫຼວງພະບາງ ປະເທດລາວຂອງເຮົາ, ທັງສອງກໍມີໂອກາດໄດ້ຖ່າຍຮູບຄູ່ກັນຢູ່ທີ່ຫຼວງພະບາງດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ແຖມໜຸ່ມ ສົນ ຍັງ ຂຽນຍອກໆ ໜຸ່ມ ເອະ ວ່າ “ຂ້ອຍວ່າສຽງຂ້ອຍຄ້າຍຄືກັນອ້າຍລາວໃດ” ຈົນເຮັດໃຫ້ມີແຟນຄລັບທັງຊາວໄທ ແລະ ຊາວລາວ ເຂົ້າໄປກົດໄລ້ ແລະ ຄອມເມັ້ນກັນແບບລົວໆ… #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ https://www.instagram.com/p/BUOhj_JAloa/?taken-by=sonyuke https://www.instagram.com/p/BUMZ1l_giHX/?taken-by=sonyuke https://www.instagram.com/p/BUE25EmDvY0/?taken-by=aejirakorn https://www.instagram.com/p/BTg5-sQDAe0/?taken-by=aejirakorn https://www.instagram.com/p/BUMtQagA5fy/?taken-by=sonyuke https://www.instagram.com/p/BTnksdlgziM/?taken-by=sonyuke https://www.instagram.com/p/BUGxiApADV6/?taken-by=sonyuke https://www.instagram.com/p/BTqo_T3AIdu/?taken-by=sonyuke https://www.instagram.com/p/BSkxXQlg8sZ/?taken-by=sonyuke via: sonyuke , aejirakorn
Read More »ສຸດຍອດ!!! ສາວລາວໄປແຂ່ງຂັນປະກວດນາງງາມເວທີລະດັບໂລກ “Miss Chinese world 2017”
ວະລິສະລາ ຕັງສຸວັນ (ເມ) ໄດ້ເປັນຕົວແທນຈາກປະເທດລາວເຮົາໄປແຂ່ງຂັນປະກວດນາງງາມໃນເວທີ “Miss Chinese world 2017” ຢູ່່ທີ່ປະເທດ ມາເລເຊຍ ກຳໜົດການເກັບຕົວເລີ່ມວັນທີ່14-26 ພຶດສະພາ 2017 ນີ້, ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ຈົ່ງເຮັດໃຫ້ດີທີ່ສຸດ…ສູ້ໆ ເດີ້… https://www.facebook.com/Mayvarissarapage/videos/1418224641575439/ ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ 27 ປີ ຈົບການສຶກສາປະລິນຍາໂທຈາກ ສປ.ຈີນ ສາຂາພົວພັນຕ່າງປະເທດ (International Relationship) ຈາກມະຫາວິທະຍາໄລ ຍຸນນານ, ເຄີຍປະກວດເວທີໃຫ່ຍໆລະດັບໂລກມາແລ້ວນັ້ນກໍຄື “Miss Tourism Queen Of The Year International 2016” ແລະ ໄດ້ລາງວັນມາຝາກປະຊາຊົນລາວເຮົາກໍຄືລາງວັນ “ນາງງາມມິດຕະພາບ” ຈົນສ້າງຄວາມຮືຮາ ແລະ ສື່ສຽງໃຫ້ປະເທດລາວມາແລ້ວ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ …
Read More »ອາຍຸ ພຽງ 14 ປີ ຄວ້າປະລິຍາຕີສໍາເລັດ
ມາຮູ້ຈັກໜຸ່ມໜ້ອຍ ທີ່ມີຊື່ວ່າ: ຄາສັນ ຮິວອີຢູ (Carson Huey-You) ທີ່ເອີ້ນໄດ້ວ່າ: ເປັນອັດສະລິຍະກໍວ່າໄດ້ ເມື່ອລາວອາຍຸພຽງແຕ່ 14 ປີ ເທົ່ານັ້ນ ກໍສາມາດຮຽນຈົບລະດັບການສຶກສາປະລິຍາຕີທີ່ອາຍຸໜ້ອຍທີ່ສຸດຂອງມະຫາວິທະຍາໄລ ເທັກຊັສ ຄຣິດຕຽນ. ຊຶ່ງໜຸ່ມໜ້ອຍຄົນນີ້ ເລີ່ມເຂົ້າສຶກສາລະດັບປິລິນຍາຕີຕັ້ງແຕ່ອາຍຸ ພຽງ 11 ປີ ໃນສາຂາວິຊາ ຟີຊິກ ຮຽນຄວບຄູ່ກັບຄະນິດສາດ ແລະ ພາສາຈີນ ທີ່ມະຫາວິທະຍາໄລດັ່ງກ່າວ ແລະ ຈົບການສຶກສາຕາມຫຼັກສູດ 4 ປີ ພ້ອມກັນໝູ່ຄູ່ຮ່ວມລຸ້ນອີກ 2.000 ກວ່າຄົນ.
Read More »ຊົມເຊີຍ! ສິລະປິນລາວດັງໄກ ກຽມໂຊຜົນງານທີ່ປະເທດຍີ່ປຸ່ນ!!!
ສິລະປິນຈາກຄ້າຍ Indee records ກຽມຮ່ວມງານ LAO FESTIVAL 2017 TOKYP JAPAN ບຸນລາວ ຫຼື Lao Festival ຈັດຂຶ້ນທຸກປີຜ່ານມທີ່ສວນສາທາລະນະ YOYOGI ແຂວງໂຕກຽວປະເທດ ຍີ່ປຸ່ນ ໃນລະຫວ່າງ ເດືອນ ພຶດສະພາ ຂອງທຸກໆປີ ເຊິ່ງສິລະປິນ ຈາກລາວ ໄດ້ເຂົ້າຮ່ວມສະແດງຜົນງານ ແລະ ວັດທະນະທຳ ຢ່າງເປັນຂະບວນຕະຫຼອດມາ ແລະ ມາໃນປີນີ້ກໍຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ່ 27-28/5/2017. ເຊິ່ງປີນີ້ສິລະປິນຈາກຄ້າຍ ອິນດີ້ ເຣັກຂອດ ນຳທີມໂດຍ ສັກ ເຊວສ໌, ນ້ຳຝົນ ແລະ ໂອລ້າ ແບລັກອ້າຍ ກໍໄດ້ຮັບກຽດເຂົ້າຮ່ວມງານອີກຄັ້ງ ເຊິ່ງ ທັງສາມໄດ້ກຽມທັງເພງຮິດ ຂອງຕົນ ແລະ ເພງດັງໃນຄ້າຍ ອິນດີ້ ເຣັກຂອດ ລວມເຖິງເພງ ບາສະລົບ …
Read More »
Kuanjai Magazine
