Breaking News

slider Category

5 ວິທີໃຊ້ມືຖືຖ່າຍຮູບ ເວລາໄປທ່ອງທ່ຽວ ໃຫ້ງາມແບບມື Pro!!!

ຫຼາຍໆຄົນເວລາໄປທ່ອງທ່ຽວ ສິ່ງທີເຮົາຢາກເຮັດຢາກໜຶ່ງກໍຄື ການຖ່າຍຮູບງາມໆມາໃຫ້ຄົນທີ່ບໍ່ໄດ້ໄປໄດ້ເບິ່ງ ແລະ ຢາກໄປນໍາ ແລະ ນີ້ຄື 5 ວິທີທີ່ຈະເຮັດໃຫ້ສາວໆມີຮູບງາມໆມາອ້າງໝູ່ທຸກ Trip. 1. ຖ່າຍຮູບລະຫວ່າງການເດີນທາງ ທຸກໆຄັ້ງທີ່ເຮົາອອກເດີນທາງໄປທ່ອງທ່ຽວຢູ່ໃສ ຈະໄປນໍາລົດ, ນໍາເຮືອ, ເຮືອບິນ ຫຼື ແມ່ນຫຍັງກໍແລ້ວແຕ່ ການທີ່ຄົນບໍ່ໄດ້ໄປນໍາມາເຫັນຮູບສາວໆ ກໍາລັງເດີນທາງຄືພະລັງໃນການອ້າງລະດັບ 3 ດາວເລີຍແຫຼະສາວໆ 2. ເປີດໂໝດ HDR ແລ້ວຍ້ອນແສງ ຊ່ວງເວລາຕາເວັນຂຶ້ນ ຫຼື ຕົກ ຫຼາຍຄົນຈັບຈ້ອງຈະໄດ້ຮູບແສງສີທອງເຫຼົ່ານີ້ມາອ້າງໝູ່ຢູ່ແລ້ວແມ່ນບໍ່? ແຕ່ເພື່ອໃຫ້ຮູບໄດ້ລາຍລະອຽດຫຼາຍຂຶ້ນ ບໍ່ດໍາມືດເກີນໄປ ທຸກຄັ້ງທີ່ຖ່າຍຍ້ອນແສງ ຢ່າລືມເປີດໂໝດ HDR ແດ່ເດີ່! ຮັບຮອງວ່າງາມແນ່ນອນຈ່າ. ພະລັງໃນການອ້າງລະດັບ 3 ດາວ. 3. ຮູບມຸມ Top ຂອງອາຫານຈານເດັດ ໄປທ່ຽວທັ່ງທີ່ ອາຫານຕ້ອງເດັດບໍ່ນ້ອຍໜ້າສະຖານທີ່ຈ່າ ທຸກຄັ້ງ ທຸກຄາບ ຖ່າຍໄປເລີຍ ໂດຍສະເພາະມຸມ …

Read More »

ກ້ອຍ ລັດສະວິນ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານໄດ້ມາປະເທດລາວ ແຖມໂພສເວົ້າເຖິງຄົນລາວເຮົາແບບນີ້…

ກ້ອຍ ລັດສະວິນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານໄດ້ມີໂອກາດມາຢ້ຽມຢາມ ປະເທດລາວ ໂດຍສາວກ້ອຍເພິ່ນກໍໄດ້ມາເປັນດາລາຮັບເຊີນໃນງານເປີດໂຕ ສິນຄ້າຊະນິດໜຶ່ງ,  ແຕ່ທີ່ເດັດໄປກວ່ານັ້ນ ກ້ອຍ ລັດສະວິນ ໄດ້ໂພສຮູບພາບໃນ ອິນສະຕຣາແກຼມ ແລະ ເຊັກອິນທີ່ ນະຄອນຫຼວງວຽງຈັນ ປະເທດລາວເຮົາ ແຖມແຕ່ລະຮູບພາບຍັງໂພສຂອບໃຈພີ່ນ້ອງຊາວລາວທີ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະບອກອີກວ່າຄົນລາວເຮົາໜ້າຮັກຂະໜາດ!!! #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ วันนี้เค้ามีบอดี้การ์ดประจำตัวด้วยนะ! ดูซะก่อนว่าการ์ดเค้าสวยหล่อแค่ไหน ขอบใจหลายๆเด้ออ #ฮัก #สะบายดีเวียงจันทน์ #ในส่วนของงานวันนี้ #ขอบคุณพี่น้องชาวลาวมากๆนะคะ #คนลาวน่าฮักขนาด ???? A post shared by rachwinwong (@rachwinwong) on Apr 29, 2017 at 9:17am PDT ອຸ໋ຍ…ປາກຫວານແບບນີ້ຈະບໍ່ໃຫ້ຄົນລາວຮັກໄດ້ແນວໃດເນາະ ຖ້າມີເວລາຫວ່າງຝາກໃຫ້ເອື້ອຍ ກ້ອຍ ລັດສະວິນ ມາລາວອີກແດ່ເດີ້ ຊະນີIndy ແລະ ແຟນໆຊາວ ຂວັນໃຈ ຈະພາໄປເລາະ …

Read More »

ສຸດຍອດ! DJ ໜູນາ ສາວລາວໜຶ່ງດຽວທີ່ໄດ້ຂຶ້ນໂຊຄວາມສາມາດ ຮ່ວມເວທີດຽວກັບດີເຈລະດັບໂລກ!!!

ມື້ນີ້ ຂວັນໃຈ ຈະພາມາເຮັດຄວາມຮູ້ຈັກກັບ DJ ສາວລາວຄົນງາມ ແລະຫຼາກຫຼາຍຄວາມສາມາດ ເຊິ່ງ DJ ສາວຄົນນີ້ມີຊື່ວ່າ ສຸກພາລັກ ວົງສອນສະໝຸດ ( ໜູນາ) ອາຍຸ 23 ປີ ຫຼືທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື  DJ ໜູນາ ນັ້ນເອງ, ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau ,ຫຼ້າສຸດ ໃນເທສະການປີໃໝ່ລາວ ທີ່ຜ່ານມາ DJ …

Read More »

ງາມໆເລີດໆໆໆ…ກັບສອງສາວປະເພດສອງຂອງລາວເຮົາ ຫຼິງຫຼິງ ແລະ ວັນໃໝ່!!!

ມາເບິ່ງ!!! ຄວາມງາມຂອງສາວປະເພດສອງຂອງບ້ານເຮົາ ຫຼິງຫຼິງ ປິຍະດາ ແລະ ວັນໃໝ່ ທຳມະວົງ ທີ່ບອກເລີຍວ່າ ມີຄວາມເລີດ ຄວາມງາມຢ່າງແຮງ ແມ່ຍິງແທ້ຍັງອາຍໃນຄວາມງາມຂອງສອງສາວນີ້ພຸ້ນລະ, ແລະນອກຈາກຄວາມງາມແລ້ວພວກເຂົາຍັງມີຄວາມສາມາດຈົນສ້າງຊື່ສຽງໃຫ້ປະເທດມາແລ້ວ, ເອົາລະ!!! ບໍ່ເວົ້າໃຫ້ຍືດຍາວມາເບິ່ງຄວາມງາມຂອງ ຫຼິງຫຼິງ ແລະ ວັນໃໝ່ກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງາມຂອງສາວປະເພດສອງຂອງລາວເຮົາ ຫຼິງຫຼິງ ປິຍະດາ 2. ວັນໃໝ່ ມົນຈຳປາ ທຳມະວົງ ເພື່ອນໆເດ..ຄິດເຫັນກົງກັນກັບ ຊະນີIndy ແດ່ບໍ່? ທີ່ວ່າ ຫຼິງຫຼິງ ແລະ ວັນໃໝ່ ງາມເລີດໆໆໆໆໆແຮງ…ຢ່າລືມຄອມເມັ້ນບອກກັນແດ່ເດີ້!!! ຂໍຂອບໃຈຮູບພາບຈາກ: Wanmai Thammavong , lingpiyadar

Read More »