Breaking News

Uncategorized

Move on ໄວ! ບໍ່ໄດ້ແປວ່າຄົບຊ້ອນ ພຽງແຕ່ຫົວໃຈມັນພ້ອມເລີ່ມຕົ້ນໃຫມ່ແລ້ວຕ່າງຫາກ

ເລີກກັບແຟນແລ້ວພົບກັບຮັກໃຫມ່ຢ່າງໄວ ແອັດຂໍຢືນຍັນວ່າບໍ່ແມ່ນເລື່ອງຜິດໄດ້ມີການສຶກສາທີ່ຕີພິມໃນ The Journal of Positive Psychology ພົບວ່າຄົນສ່ວນໃຫຍ່ດີຈາກອາການອົກຫັກໄດ້ໃນໄລຍະເວລາ 3 ເດືອນ ແຕ່ຈະຊ້າຫຼືໄວແມ່ນຂຶ້ນຢູ່ກັບຄວາມເຂັ້ມຂຸ້ນຂອງຄວາມສຳພັນຜ່ານມາວ່າເຮົາຮັກກັນຫຼາຍນ້ອຍປານໃດ ເຊິ່ງເວລາເຮົາເລີກກັນກັບໃຜແລ້ວເຮັດໃຈໄດ້ໄວອາດເພາະເຫດຜົນດັ່ງນີ້- ເຮົາໄດ້ຄິດ ແລະ ກຽມໃຈມາດົນເເລ້ວ >> ໃນຄວາມສຳພັນອາດມີຄົນໆໜຶ່ງຈິງຈັງຫຼາຍກວ່າສະເຫມີ ແລະ ຄົນທີ່ຈິງຈັງນ້ອຍກວ່າກະຄືກັບເອົາຂາຂ້າມອອກປະຕູຂ້າງໜຶ່ງ ແລະ ຫາກເລີກກັນຕອນໃດຈຶ່ງສາມາດຕັດໃຈໄດ້ເລີຍ ດັ່ງທີ່ເຮົາພົບບາງຄູ່ທີ່ເລີກກັນອາດບໍ່ໄດ້ເພາະເລື່ອງນອກໃຈ ພຽງແຕ່ຍັງຮູ້ສຶກບໍ່ຫຼາຍພໍເລີຍອອກມາໄດ້ງ່າຍກໍ່ເທົ່ານັ້ນເອງ!- ເປັນຄົນທີ່ບໍ່ຕັ້ງກຳແພງໃດໆ >> ບາງຄົນເຈັບແລ້ວເກັບໂຕຂໍເວລາໂສດ ແຕ່ບາງຄົນໂສດແລ້ວພ້ອມມີໃຫມ່ໄດ້ເລີຍ ແລະ ມັກຈະເປັນຄົນເຟນລີ່, ເວົ້າເກັ່ງເຮັດໃຫ້ມີແຕ່ຄົນຢາກເຂົ້າຫາ ແລະ ກໍ່ບໍ່ໄດ້ຕັ້ງສະເປັກໄວ້ສູງ ສາມາດຫາຄວາມຮັກໃຫມ່ມາແທນທີ່ຄວາມເຈັບປວດໄດ້ແບບບໍ່ຕ້ອງຝືນ ເພາະເປັນຄົນຮູ້ສຶກຫວັ່ນໄຫວງ່າຍນັ້ນເອງ- ພົບກັບຄົນທີ່ຖືກໃຈ! >>ຄວາມຮັກເປັນເລື່ອງທີ່ບໍ່ມີໃຜຮູ້ລ່ວງໜ້າ ຄົນທີ່ຈະມາເປັນທີ່ດ້າມໃຈຂອງເຮົາອາດມາໃນຊ່ວງເວລາທີ່ເຮົາເອງກໍຍັງບໍ່ທັນໄດ້ຕັ້ງໂຕ ເຊິ່ງບາງຄົນຍິ່ງຊອກຫາຍິ່ງບໍ່ພົບແຕ່ພໍບອກບໍ່ເອົາກໍ່ມາໃຫ້ເຫັນຢູ່ຕໍ່ໜ້າ ຫຼັງເລີກກັບຄົນເກົ່າອາທິດຕໍ່ມາກໍອາດພົບກັບຄົນໃຫມ່ຫຼືຄົນທີ່ເລັ້ງເຮົາມາແຕ່ດົນເຊິ່ງມັນບໍ່ໄດ້ແປວ່າເຮົານອກໃຈເລີຍ! #KuanjaiMagazine

Read More »

ຊາຍທີ່ສົກກະປົກທີ່ສຸດໃນໂລກ ເສຍຊີວິດແລ້ວ ຫຼັງອາບນ້ຳຄັ້ງທຳອິດໃນຊີວິດ

ຊາຍອີຫລາ່ນ ເຈົ້າຂອງຊາຍາ ຄົນທີ່ສົກກະປົກທີ່ສຸດໃນໂລກ ຈາກການບໍ່ໄດ້ອາບນ້ຳເປັນເວລາຍາວນານເຖິງ 60 ປີ ໄດ້ເສຍຊີວິດແລ້ວ ໃນໄວອາຍຸ 94 ປີ ຫຼັງຈາກໄດ້ອາບນ້ຳຄັ້ງທຳອິດໃນຊີວິດສຳນັກຂ່າວ IRNA ຂອງອີຫລ່ານລາຍງານວ່າ ທ້າວ ນາຍອາມູ ຮາຈິ ໄດ້ເສຍຊີວິດທີ່ຫມູ່ບ້ານ Dejgah ໃນ ແຂວງ ຟາສ ໃນວັນທີ 23 ຕຸລາ 2022ນາຍຮາຈິ ບໍ່ໄດ້ອາບນ້ຳມາຍາວນານເຖິງ 60 ປີ ໂດຍຊາວບ້ານໄດ້ບອກວ່າລາວມີຄວາມຫຼັງຝັ່ງໃຈແຕ່ສະໄຫມຍັງນ້ອຍ ເຮັດໃຫ້ບໍ່ຍອມອາບນ້ຳໃນຊ່ວງເວລາປີ 2014 ແລ້ວມັກກິນສັດທີ່ຕາຍແລ້ວໃນຫົນທາງເປັນອາຫານ  ແລະ ເຊື່ອວ່າຄວາມສະອາດຈະເຮັດລາວປ່ວຍ

Read More »

ບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ຈັດງານສະເຫຼີມສະຫຼອງ ຄົບຮອບ 30 ປີ

ລາວ ໂຕໂຢຕ້າ ບໍລິການ ຈຳກັດ ເປັນໜຶ່ງໃນບໍລິສັດທີ່ຄຽງຄູ່ ກັບຄົນລາວມາຍາວນານ ຄຽງຂ້າງສັງຄົມລາວ,ໃຫ້ການບໍລິການດ້ວຍໃຈ,ໃຫ້ຄວາມສຳຄັນກັບລູກຄ້າມາເປັນອັນດັບຫນຶ່ງ ໂດຍມີຄຳຂວັນຂອງບໍລິສັດທີ່ວ່າ ຄວາມເພິ່ງພໍໃຈສູງສຸດຂອງລູກຄ້າຄືຄວາມບຸກບືນເຖິງທີ່ສຸດຂອງພວກເຮົາ ເນື່ອງໃນຄົບຮອບ 30ປີ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ກໍ່ໄດ້ຈັດງານເພິ່ອເປັນການສະເຫຼີມສະຫຼອງ ແລະ ຂອບໃຈມາຍັງແຂກ,ລູກຄ້າ ພ້ອມດ້ວຍພະນັກງານທຸກທ່ານທີ່ເຂົ້າຮ່ວມງານລ້ຽງດັ່ງກ່າວ ເພື່ອເປັນສັກຂີພະຍານໃນການຮ່ວມສະເຫລີມສະຫລອງ #30th years lao toyota service#ຄຽງຄູ່ສັງຄົມລາວ

Read More »

ຊ່ອງ ພີເວດດິ້ງສຸດຫວານ! ຍິນດີນຳຕ່າຍອາກາດ ແລະ ສ້ຽວອີ້ກຽມຈັດງານມຸງຄຸນ

ຖືວ່າເປັນອີກຄູ່ທີ່ໜ້າຮັກຫຼາຍ ສຳລັບ ຕ່າຍອາກາດ ນັກຮ້ອງຊື່ດັງໃນລາວເຮົາ ກັບແຟນສາວສຽວອີ້ ເຊິ່ງແນນອນຄົນທີ່ໄດ້ເຫັນພີເວດດິ້ງຂອງທັງຄູ່ລ້ວນຕ້ອງບອກເປັນສຽງດຽວກັນວ່າເປັນຄູ່ທີ່ເໝາະສົມທີ່ສຸດ ເຈົ້າບ່າວກະຫຼໍ່ ເຈົ້າສາວກະງາມຕາແພງ ເຫັນແລ້ວເປັນຕ້ອງແຍ່ງທັງຄູ່ ໃນເຊັດພີເວດດິ້ງກໍ່ຈະມີທັງງຊຸດລາວ ຈີນ ແລະ ສາກົນ

Read More »

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service)

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service) ໃນວັນສຸກທີ 1 ກໍລະກົດ 2022 ທີ່ຜ່ານມາ ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ. ໃນງານດັ່ງກ່າວແມ່ນມີການເປີດໂຕ ລະບົບບໍລິຫານ & ຄຸ້ມຄອງບຸກຄະລາກອນ (HR SYSTEMS) ແລະ ການເປີດໂຕແອັບພິເຄຊັ່ນ ຊີເນີຈີ (SYNERGY APPLICATION) ເປັນແອັບພິເຄຊັ່ນບໍລິຫານບຸກຄະລາກອນ (HR Management) ແອັບທຳອິດທີ່ເປັນຝີມືຂອງຄົນລາວ ແລະ ພັດທະນາໂດຍຄົນລາວທີ່ ເຂົ້າໃຈລະບົບ ພ້ອມ ປະສົບການ ຫລາຍກວ່າ 15 ປີ. ລະບົບດັ່ງກ່າວນີ້ ຈະຊ່ວຍໃຫ້ການບໍລິຫານ & ຄຸ້ມຄອງບຸກຄະລາກອນຂອງອົງກອນຕ່າງໆໃນລາວໄດ້ດີແລະມີປະສິດທິພາບຍິ່ງຂື້ນ ເຊິ່ງ ເໝາະສຳລັບທຸກໆປະເພດຂອງບໍລິສັດ/ອົງກອນ/ພາກລັດ/ເອກະຊົນ ບໍ່ວ່າຈະມີຂະຫນາດນ້ອຍ, ກາງ ຫຼືໃຫຍ່ກໍສາມາດຈັບຕ້ອງໄດ້. …

Read More »