Breaking News

Uncategorized

ໄປເບີ່ງຄວາມງາມຂອງ ນາງສັງຂານຫຼວງພະບາງໃນແຕ່ລະປີ ວ່າສາວງາມແຫ່ງເມືອງມໍລະດົກໂລກຈະງາມຂະໜາດໃດ

ສະບາຍດີສາວໆແຟນໆຂວັນໃຈ ຮູ້ສຶກວ່າຈະໃກ້ໆບຸນປີໃໝ່ເຂົ້າມາແລ້ວເນາະ ບຸນປີໃໝ໋ຖືວ່າເປັນປະເພນີອັນສໍາຄັນຂອງຄົນລາວເຮົາເລີຍລະ ໂດຍສະເພາະພີ່ນ້ອງທາງຫຼວງພະບາງ ເພາະນອກຈາກຈະມີການລີ້ນບຸນປີໃໝ່ດ້ວຍການຫົດສົງນໍ້າພະຕ່າງໆຄືກັບຢູ່ບ່ອນອື່ນແລ້ວ ຢູ່ທາງຫຼວງພະບາງເພີ່ນຍັງໄດ້ມີການຈັດການປະກວດ ນາງສັງຂານ ນໍາອີກ ການຈັດການປະກວດນີ້ແມ່ນໄດ້ປະຕິບັດກັນມາແຕ່ດົນມາແລ້ວ ແລະ ກໍໄດ້ຈັດຂຶ້ນທຸກໆປີ ແລະ ປີນີ້ກໍເຫັນວ່າປະກາດຮັບສະມັກໄປແລ້ວ ຖ້າສາວຄົນໃດທີ່ມີຄວາມໝັ້ນໃຈໃນຕົວເອງກໍຢ່າລືມໄປສະມັກກັນເດີ້ ສ່ວນແອດນີ້ຄາດວ່າອາຍຸຈະກາຍຕາມກະຕິກາຂອງເພີ່ນແລ້ວ555 ດັ່ງທີ່ບອກກັນໄປວ່າ ການປະກວດນາງສັງຂານ ນັ້ນເພີ່ນໄດ້ຈັດຂຶ້ໜທຸກໆປີແຕ່ດົນມາແລ້ວແຕ່ແອດກໍບໍ່ແນ່ໃຈວ່າແຕ່ປີໃດມານັ້ນ ແຕ່ມື້ນີ້ BeautyGuru ແອດຄົນນີ້ຈະພາສາວໆແຟນໆຂວັນໃຈໄປເບີ່ງຄວາມງາມຂອງບັນດາ ນາງສັງຂານ ແຕ່ອະດີດຈົນຮອດປັດຈຸບັນກັນ ວ່າຈະງາມສົມກັບຄໍາລໍ່າລື ວ່າເປັນສາວງາມແຫ່ງເມືອງ ມໍລະດົກໂລກກັນ ຫຼືບໍ່ນັ້ນ ເຮົາກໍໄປເບີ່ງພ້ອມກັນເລີຍ ນາງສັງຂານປີ 1993 ນາງສັງຂານປີ 1995 ນາງສັງຂານປີ 2001 ນາງສັງຂານປີ 2004 ນາງສັງຂານປີ 2006 ນາງສັງຂານປີ 2009 ນາງສັງຂານປີ 2010 ນາງສັງຂານປີ 2012 ນາງສັງຂານປີ 2014 ນາງສັງຂານປີ 2015 ນາງສັງຂານປີ 2016 …

Read More »

ວັນໃໝ່ ດາວເດັ່ນໃນການປະກວດ “Miss International Queen 2016” (ຢ່າລືມເປັນກຳລັງໃຈໃຫ້ວັນໃໝ່ແດ່ເດີ້)

  ລໍຖ້າລຸ້ນກັນມາພໍສົມຄວນກັບການປະກວດທີ່ເອີ້ນໄດ້ວ່າເປັນກະແສທີ່ຮືຮາທີ່ສຸດໃນຕອນນີ້ ນັ້ນກໍຄືເວທີການປະກວດສາວງາມປະເພດສອງ “Miss International Queen 2016” ແລະ ໜຶ່ງໃນນັ້ນກໍມີສາວງາມປະເພດສອງຈາກປະເທດລາວເຮົານັ້ນກໍຄື: ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ ຈາກແຂວງ ສະຫວັນນະເຂດ ທີ່ເອີ້ນສຽງຮືຮາທັງພາຍໃນປະເທດ ແລະ ຕ່າງປະເທດໄດ້ເປັນຢ່າງດີ ແຖມຕ່າງຊາດກໍຕ້ອງຂໍຍອມນາງໃນຄວາມງາມ ແຖມພຽບພ້ອມທັງກິຣິຍາທ່າທາງ ຈົນໃນໂລກສັງຄົມອອນລາຍມີການກົດໄລ້ ກົດແຊຣຮູບພາບ ແລະ ຕິດຕາມນາງໃນຕາມໜ້າເພສຕ່າງໆ ຈົນຂຶ້ນເປັນດາວເດັ່ນໃນການປະກວດ “Miss International Queen 2016” ໃນເທື່ອນີ້ໄປແລ້ວ. ໃນວັນທີ 10 ມີນາ 2017 ນີ້ ຈະເປັນທີ່ຮູ້ກັນແນ່ນອນວ່າສາວງາມປະເພດສອງຈາກປະເທດໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈປະຊາຊົນລາວຈະໄດ້ລາງວັນມາຝາກພີ່ນ້ອງຊາວລາວເຮົາ ຫຼື ບໍ່?  ຢ່າລືມເປັນກຳລັງໃຈຕິດຕາມການປະກວດຂອງນ້ອງ ວັນໃໝ່ ມົນຈຳປາ ໄດ້ທີ່ທາງໂທລະພາບຊ່ອງ 7 …

Read More »

ນາງສັງຂານຫຼວງພະບາງ ປະຈຳປີ ພສ 2560 ອາດແມ່ນເຈົ້າ!

ກອງປະກວດນາງສັງຂານຫຼວງພະບາງ ເປີດຮັບສະໝັກ ນາງສາວງາມ ຜູ້ທີ່ມີຄວາມສົນໃຈ ເຂົ້າຮ່ວມການປະກວດ ສາມາດ ລົງທະບຽນ ໄດ້ແລ້ວ ຕັ້ງແຕ່ມື້ນີ້ ຈົນໄປຖິງວັນທີ 16 ມີນາ 2017 ນີ້. ສາວງາມແຫ່ງດິນແດນເມືອງມໍລະດົກໂລກ ທີ່ເປັນເພດຍິງ ໂດຍກຳເນີດ ອາຍຸ 15-23 ປີ ສາມາດອ່ານ-ຂຽນ ພາສາລາວໄດ້ເປັນຢ່າງດີ ສຳນຽງສຽງປາກເອກະລັກຫຼວງພະບາງ ສາມາດຂໍໃບສະໝັກໄດ້ທີ່: ຫ້ອງວ່າການປົກຄອງເມືອງຫຼວງພະບາງ, ບ້ານວຽງໃໝ່ ເມືອງຫຼວງກະບາງ. ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 071 212 160 ຮອບຄັດເລືອກຈະມີຂຶ້ນໃນວັນທີ 17 ກຸມພາ 2017 ນີ້.   ຂໍມູນຈາກ: ເຟສບຸກ ນາງສັງຂານ ຫລວງພະບາງ

Read More »

ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ

  ເຈົ້າໜ້າທີ່ ປກສ ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ…ກົດເຂົ້າໄປອ່ານລາຍລະອຽດ… ໃນລະຫວ່າງວັນທີ 10-19 ກຸມພາ 2017 ນີ້. ຄະນະຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ ແຂວງບໍ່ແກ້ວ ຈໍານວນ 38 ເຮັກຕາ. ໃນນີ້, ໄຮ່ຝິ່ນເກັບກູ້ແລ້ວ 2 ເຮັກຕາ ສາມາດກັກຜູ້ຖືກຫາໄດ້ 5 ຄົນ, ກວດພົບຢາບ້າ 400 ເມັດ ແລະ ປືນລ່າເນື້ອ 6 ກະບອກ. ເຈົ້າໜ້າທີ່ ປກສ …

Read More »

ຍີ່ປຸ່ນ ສົນໃຈຢາກມາລົງທຶນ ຂະແໜງການ ບໍລິການໃນລາວ

ປັດຈຸບັນ ນັກລົງທຶນຈາກປະເທດຍີ່ປຸ່ນພວມໃຫ້ຄວາມສົນໃຈ ຢາກ​ມາ​ລົງທຶນ​ຢູ່ ສປປ ລາວ​ ​ໃນ​ຫຼາຍ​ຂະ​ແໜງ​ການ ​ເປັນ​ຕົ້ນ​ຂະ​ແໜງ​ການ​ບໍລິການ, ອຸດສາຫະກໍາ, ກະສິກໍາ, ການຄ້າ-ການ​ລົງທຶນ ​ແລະ ອື່ນໆ​. ວັນ​ທີ 22 ກຸມພາ 2017 ນີ້, ທ່າ​ນນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາ ຫະກຳ ​ແລະ ການ​ຄ້າ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ຄະນະ​ນັກ​ລົງທຶນ​ຈາກ​ປະ​ເທດຍີ່ປຸ່ນ ນຳ​ໂດຍ​ທ່ານ Tatsuhiro SHINDO ຮອງປະທານ ອົງການສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ. ​ໃນໂອກາດ​ດັ່ງກ່າວ, ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່ຄະນະ​ນັກ​ລົງທຶນ​ຍີ່ປຸ່ນ ທີ່​ເດີນທາງມາ​ຢ້ຽມ​ຢາມ ສປປ ລາວ​ ໃນ​ຄັ້ງ​ນີ້ ​ເຊິ່ງເປັນໂອກາດອັນດີ …

Read More »