ປະກາດຜົນກັນເປັນທີ່ຮຽບຮ້ອຍສຳລັບການປະກວດ Miss USA ປະຈຳປີ 2017 ແລະ ສາວງາມຜູ້ທີ່ພິສິດມົງກຸດໃນປີນີ້ກໍຄື Kára McCullough ອາຍຸ 25 ປີ ມີລວງສູງ 1,78 cm, ເຊິ່ງ Kára ເປັນຕົວແທນສາວງາມທີ່ມາຈາກ District Of Columbia USA 2017 ແລະ ນາງກໍສາມາດເອົາຊະນະໃຈກຳມະການ ແລະ ຜູ້ຊົມດ້ວຍການຄວ້າມົງກຸດອັນຊົງກຽດ Miss USA 2017 ໄປຄອງໄດ້ສຳເລັດ.
ສຳລັບ Kára McCullough ຈົບການສຶກສາຈາກ ມະຫາວິທະຍາໄລໃນ South Carolina ໃນລະດັບປະລິນຍາຕີ ສາຂາເຄມີສາດ, ເຊິ່ງປັດຈຸບັນ Kára ກໍໄດ້ເຮັດວຽກເປັນນັກວິທະຍາສາດຢູ່ທີ່ (US.NRC) ແລະ ນອກຈາກນັ້ນນາງຍັງເປັນອາຈານສອນພິເສດໃນວິຊາເຄມີໃຫ້ແກ່ເດັກນ້ອຍອີກດ້ວຍ ແບບວ່າທັງງາມທັງເກັ່ງສົມກັບທີ່ໄດ້ລາງວັນແທ້ໆ.
ມາເບິ່ງຮູບ Kára McCullough Miss USA 2017 ຄົນນີ້ກັນໄດ້ເລີຍ!!!









ມີຄລິບມາຝາກທຸກໆຄົນອີກເດີ້…
https://www.facebook.com/MissUSA/videos/10154827337407968/
via: Miss USA
Kuanjai Magazine
