ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງງາມ Miss Grand Laos 2017 ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2017 ທີ່ຜ່ານມາ, ເຊື່ອວ່າຫຼາຍໆທ່ານຄົງຈະລຸ້ນ ແລະເຊຍບັນດານ້ອງໆນາງສາວງາມຜູ້ເຂົ້າປະກວດກັນຢ່າງໃຈຈົດໃຈຈໍ່ ແລະໃນມື້ນີ້ ຂວັນໃຈ ກໍມີຜົນການປະກວດ Miss Grand Laos 2017 ມາຝາກທຸກໆທ່ານ, ເຊິ່ງສາວງາມຄົນທີ່ເໝາະສົມແລະໄດ້ຮັບມົງກຸດອັນຊົງກຽດໄດ້ເປັນມິສແກຣນຄົນທຳອິດຂອງປະເທດລາວກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ໝາຍເລກ MG19 ແລະຍັງບໍ່ໝົດພຽງແຕ່ເທົ່ານັ້ນເພາະ ຟ້າໃສ ຈິນນາລີ ຍັງໄດ້ຮັບອີກໜຶ່ງລາງວັນນັ້ນກໍຄື: ລາງວັນນາງສາວຂວັນໃຈມະຫາຊົນ (Miss Popular vote) ຖືວ່າຄວບເຖິງ 2 ຕໍາແໜ່ງກັນເລີຍ ແລະ ຕໍ່ຈາກນີ້ຟ້າໃສຍັງຈະໄດ້ໄປເປັນຕົວແທນປະເທດລາວໃນການປະກວດ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ ໃນເດືອນ ຕຸລາ 2017 ທີ່ຈະມາເຖິງນີ້.



ສ່ວນລາງວັນຮອງອັນດັບມີດັ່ງນີ້: ຮອງອັນດັບ 1: MG13 ພູນຊັບ ພົນໂຍທາ (ມີ່ມີ່)

ຮອງອັນດັບ 2: MG16 ຈິດສະດາ ວົງໄຊສະຫວາດ (ມຸກ)

ຮອງອັນດັບ 3: MG1 ແອນນີ້ ນິດາກອນ ຈັນດາລາສານ (ແອນນີ່)

ຮອງອັນດັບ 4: MG5 ແສງສະຫວັນ ສີຫາລາດ (ມູ່ມີ່)

#ແຊຣໄປໃຫ້ໂລກຮູ້






ມີຄລິບວິນາທີຕື່ນເຕັ້ນຂອງການປະກາດຕຳແໜ່ງ Miss Grand Laos 2017 ມາຝາກແຟນໆ:
https://www.facebook.com/TargetHotNews/videos/1679590282349327/
ຂໍຂອບໃຈຄລິບ ແລະຮູບພາບ
Kuanjai Magazine
