ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ!!! ມາອັບເດດຜົນງານຂອງ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ຫຼັງຈາກອຳລາຈາກຕຳແໜ່ງ ນາງກໍເດີນໜ້າລຸຍວຽກທາງດ້ານສາຍບັນເທີງຢ່າງເຕັມທີ່ ບໍ່ວ່າຈະເປັນການເດີນແບບ ຖ່າຍແບບ ສະແດງເອັມວີເພງດັງ ແລະ ຫຼ້າສຸດນາງກໍມີຜົນງານມາໃຫ້ແຟນໆໄດ້ອັບເດດ ເປັນການເດີນທາງໄປຮ່ວມສະແດງຮູບເງົາເລື່ອງ “ຜາດຳ ຄຳໄອ” ເຊິ່ງເລື່ອງນີ້ ນຸ້ຍ ສຸພາພອນ ໄດ້ຮັບບົດບາດເປັນນາງເອກເລື່ອງທຳອິດຮ່ວມປະຊັນບົດບາດກັບ ຕູມຕາມ ຍຸດທະນາ (ພະເອກດັງຂອງເພື່ອນບ້ານ)


ນອກຈາກນັ້ນຍັງມີນັກສະແດງຊື່ດັງອີກຫຼາຍທ່ານເຊັ່ນ ໝໍ່າ ຈົກມົກ (ຕະຫຼົກຊື່ດັງປະເທດເພື່ອນບ້ານ), ເຈເນັດ ຂຽວ (ນັກຮ້ອງຊື່ດັງປະເທດເພື່ອນບ້ານ), ເຈ້ຍ ປາຊີຟິກ (ຜູ້ກຳກັບ/ນັກສະແດງ) ແລະ ນັກສະແດງຊື່ດັງອີກຢ່າງຫຼວງຫຼາຍ, ສຳລັບຮູບເງົາເລື່ອງ “ຜາດຳ ຄຳໄອ” ໄດ້ມີພິທີບວງສວງໄປຕັ້ງແຕ່ວັນທີ 6 ກຸມພາ ທີ່ຜ່ານມາ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມມ່ວນຊື່ນ ເຮຮາ…









ພຽງເຫັນແຕ່ພິທີບວງສວງຂອງຮູບເງົາເລື່ອງ “ຜາດຳ ຄຳໄອ” ແລ້ວຮູ້ສຶກຢາກເບິ່ງຂຶ້ນມາທັນທີ, ເອົາເປັນວ່າຢ່າລືມຕິດຕາມ ເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາຫຼາຍໆເລີຍເດີ້ແຟນໆ!!!
(ເບິ່ງຄລິບສຳພາດນັກສະແດງຈາກຮູບເງົາເລື່ອງດັ່ງກ່າວ)
https://www.facebook.com/workpointgossip/videos/361290341266239/
ຮູບພາບ: FB/Nui Souphaphone
Kuanjai Magazine
