ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເປັນຂ່າວທີ່ເອີ້້ນວ່າດີຫຼາຍໆ ສ້າງຊື່ສຽງໃຫ້ປະເທດຊາດເລີຍກໍ່ວ່າໄດ້ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National Costume 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ…

ຈົນເປັນກະແສ ຮືຮາ ໂດ່ງດັງໄປທົ່ວໂລກ ບັນດາສື່ດັງຫຼາຍສື່ທົ່ວໂລກ ກໍ່ບໍ່ພາດທີ່ຈະນຳສະເໜີຂ່າວສາວງາມທີ່ຄວ້າລາງວັນຊຸດປະຈຳຊາດດີເດັ່ນໃນປີນີ້ ເຊິ່ງເປັນການດີທີ່ຄົນທົ່ວໂລກຈະໄດ້ຮັບຮູ້ເຖິງປະເທດລາວເຮົາຫຼາຍຂຶ້ນ, ເຖິງແມ່ນວ່າໃນເທື່ອນີ້ ສາວງາມຈາກປະເທດລາວເຮົາຈະບໍ່ໄດ້ເຂົ້າຮອບເລິກໆ ແຕ່ກໍສາມາດ ຄວ້າລາງວັນ ທີ່ເປັນອີກໜຶ່ງລາງວັນໃຫ່ຍໃນເວທີດັ່ງກ່າວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National Costume 2018) ມາຝາກຄົນລາວເຮົາໄດ້ຢ່າງສຳເລັດ. (ຂໍຊົມເຊີຍ…ເກັ່ງຫຼາຍໆ)
#ແຊຣໄປໃຫ້ໂລກຮູ້ປະເທດລາວ ??????

https://www.facebook.com/309489883202549/videos/210196266558144/


https://www.facebook.com/309489883202549/videos/320114542048963/
#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????
Story: ຊະນີIndy
(ຂໍຂອບໃຈຮູບພາບ)
Kuanjai Magazine
