Breaking News

ແຈກແທ້ ແຈກຈິງ! ພິທີຈັບລາງວັນຜູ້ໂຊກດີ “ເລ ຈັດໃຫຍ່ໃຫ້ໂຊກ”

ແບ່ງປັນ

ບໍລິສັດ ເປັບໂຄລ່າ (ໄທ) ເທຼດດິ້ງ ຈຳກັດ ຮ່ວມກັບບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ຈັດພິທີຈັບລາງວັນຜູ້ໂຊກດີ ຈາກການສົ່ງຄູປອງລຸ້ນໂຊກກັບໂຄງການ ເລ ຈັດໃຫຍ່ໃຫ້ໂຊກປະຈຳປີ 2018. ໃນວັນທີ 3 ສິງຫາ 2018 ຢູ່ທີ່ ຫ້ອງການບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ.

ລາງວັນທີ 1 ປີ້ຍົນພ້ອມທີ່ພັກ 5 ດາວ ເກາະສະໝຸຍ 3 ມື້ 2 ຄືນ ຈຳນວນ 1 ລາງວັນ 4 ບ່ອນນັ່ງ (ພ້ອມເງິນແຮຖົງ 10.000 ບາດ). ຜູ້ໂຊກດີໄດ້ແກ່ ທ່ານ ນາງ ຝົນ ຢູ່ທີ່ນະຄອນປາກເຊ ເບີໂທ: 030 98297XX

ລາງວັນທີ 2  ໂທລະສັບ ໄອໂຟນ ເອັກສ໌ ຈຳນວນ 2 ລາງວັນ. ຜູ້ໂຊກດີໄດ້ແກ່ທ່ານ ນາງ ທິບພະສອນ ຢູ່ທີ່ນະຄອນປາກເຊ ເບີໂທ 020562444XX  ແລະ ທ່ານ ອານິລຸດ ຢູ່ທີ່ນະຄອນຫຼວງວຽງຈັນ ເບີໂທ 020 522112XX

ລາງວັນທີ 3 ເສື້ອກັນລົມລຸ້ນສະເພາະຂອງເລ ຈຳນວນ 300 ລາງວັນ (ລາຍຊື່ດັ່ງລຸ່ມນີ້ ແລະ ສາມາດເບິ່ງລາຍລະອຽດທີ່ Facebook: ເລ ຈັດໃຫຍ່ໃຫ້ໂຊກ. )

ການຈັດໂຄງການນີ້ ກໍເພື່ອເປັນການຕອບແທນລູກຄ້າທີ່ໃຫ້ການສະໜັບສະໜູນສິນຄ້າພາຍໃຕ້ແບຣນເລ, ຕະວັນ, ຊັນໄບ໌, ເລເບກ, ເລເພລ ແລະ ເລ ສະແຕັກ ເປັນຢ່າງດີມາໂດຍຕະຫຼອດ. ເຊິ່ງໂຄງການນີ້ໄດ້ເລີ່ມມາແຕ່ວັນທີ 1 ມິຖຸນາ – 31 ກໍລະກົດ 2018 ແລະ ໄດ້ຮັບຄວາມຮ່ວມມືຈາກຮ້ານຄ້າທີ່ຮ່ວມລາຍການທັງໝົດ 17 ຮ້ານ ທັງໝົດ 9 ແຂວງ ເຮັດໃຫ້ໂຄງການນີ້ໄດ້ຮັບຜົນຕອບຮັບ ແລະ ປະສົບຄວາມສຳເລັດເປັນຢ່າງດີ.

ທາງຜູ້ຈັດງານ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນທີ່ດີແບບນີ້ຈາກລູກຄ້າໃນໂອກາດຕໍ່ໆໄປ.

ລູກຄ້າສາມາດຕິດຕາມກິດຈະກຳດີໆແບບນີ້ ທີ່ຖ້າໃຫ້ມທຸກທ່ານມາຮ່ວມນຳກັນອີກຫຼາກຫຼາຍ ໄດ້ທີ

Facebook: ເລ ຈັດໃຫຍ່ໃຫ້ໂຊກ.

ແບ່ງປັນ