Breaking News

ລາວເຮົາສູ້ໄດ້ບໍ່? ມາເບິ່ງຊຸດປະຈຳຊາດຂອງ ມາລີ ນົບພະລັດ  ທີ່ຈະໃຊ້ເຂົ້າໃນປະກວດເວທີລະດັບໂລກ Miss Grand International 2018.

ແບ່ງປັນ

ຫຼັງຈາກທີ່ມີການປ່ອຍຮູບພາບສະເກັດຂອງການອອກແບບ ຊຸດປະຈຳຊາດ ຂອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ເຊິ່ງເປັນຊຸດທີ່ຈະໃຊ້ເຂົ້າໃນການປະກວດໃນຮອບ ຊຸດປະຈຳຊາດ (National Costume) ຂອງເວທີປະກວດນາງງາມລະດັບໂລກ Miss Grand International 2018 ທີ່ຈະຈັດຂຶ້ນທີ່ ປະເທດ ມຽນມ້າ ໃນວັນທີ 25.10.2018.

ຫຼ້າສຸດກໍມີການປ່ອຍຮູບພາບທີ່ແຟນໆລໍຖ້າເບິ່ງເປັນທີ່ຮຽບຮ້ອຍ ເຊິ່ງເປັນຮູບທີ່ ນ້ອງ ມາລີ ນົບພະລັດ Miss Grand Laos 2018 ຂອງເຮົາໄດ້ສວມໃສ່ຊຸດປະຈຳຊາດ ເຊິ່ງຊດດັ່ງກ່າວມີຊື່ວ່າ: “ຊຸດນາງສັງຂານລາວ “

ເຊິ່ງຊຸດນີ້ໄດ້ແຮງບັນດານໃຈມາຈາກປະເພນີວັນສຳຄັນ ກໍຄືວັນຂຶ້ນປີໃໝ່ລາວ, ເຊິ່ງເປັນປະເພນີທີ່ມີຊື່ສຽງໂດ່ງດັ່ງໄປທົ່ວໂລກ ທີ່ສາມາດດຶງດູດນັກທ່ອງທ່ຽວຈາກຫລາຍປະເທດໃຫ້ເຂົ້າມາຢ້ຽມຢາມປະເທດລາວ ໂດຍສະເພາະແມ່ນຢູ່ ນະຄອນຫລວງພະບາງ ທີ່ມີການປະກວດນາງສັງຂານໃນແຕ່ລະປີ.

ດັ່ງນັ້ນ, ຊຸດນີ້ຈຶ່ງດຶງເອົາເອກະລັກຄວາມໂດດເດັ່ນຂອງ “ນາງ ມະໂຫທອນເທວີ” ມາດັດແປງເປັນຊຸດປະຈຳຊາດ, ດຶງເອົານົກຍູງທີ່ມີຄວາມສະຫງ່າງາມມາເປັນສ່ວນໜຶ່ງຂອງຊຸດ ແລະ ໃຫ້ສາວງາມແຕ່ງກາຍຄ້າຍດັ່ງກຳລັງນັ່ງຢູ່ເທິງຫຼັງນົກຍູງໃຫ້ມີລັກສະນະຄ້າຍຄືນາງ ມະໂຫທອນເທວີ ຕອນສະເດັດລົງມາຢືນຢູ່ເທິງຫຼັງນົກຍູງ.


ຊຸດນີ້ຈະເນັ້ນໃຊ້ໂທນສີຂຽວ ແລະ ສີຄຳ, ເຊິ່ງສີຂຽວແມ່ນມາຈາກສີສັນຂອງນົກຍູງ ແລະ ສີຄຳແມ່ນຈາກເຄື່ອງປະດັບທີ່ສັງຄົມລາວນິຍົມໃຊ້ແຕ່ງກາຍ ແລະ ປະດັບ. ແລະ ຈຸດປະສົງຂອງການດັດແປງຊຸດນີ້ແມ່ນລ້ວນແຕ່ເຮັດເພື່ອການໂຄສະນາ ແລະ ເຜີຍແຜ່ວັດທະນະທຳ ແລະ ບຸນປະເພນີອັນດີງາມ ໂດຍການປະສົມປະສານກັບງານສິລະປະແບບດັ້ງເດີມ ແລະ ທັນສະໄໝຜ່ານເຄື່ອງແຕ່ງກາຍຂອງສາວງາມໄດ້ຢ່າງລົງຕົວ, ເຊິ່ງຊຸດດັ່ງກ່າວອອກແບບໂດຍຊ່າງແຕ່ງໜ້າຊື່ດັງ Saykeo Make ໃຊ້ເວລາຕັດ ເຖິງ 2ເດືອນ ແລະ ຊຸດມີນໍ້າໜັກເຖິງ 15 kg.

ເປັນແນວໃດກັນແດ່ ງົດງາມ ອະລັງການງານສ້າງ ພໍທີ່ຈະແຂ່ງກັບປະເທດອື່ນໄດ້ແດ່ບໍ່?, ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??

Story: ຊະນີIndy

ຮູບພາບ: fb/Saykeo Make  ,Miss Grand International

ແບ່ງປັນ