ຄົນລາວເຮົາທຸກຄົນຊ່ວງນີ້ສັງເກດໄດ້ວ່າໃຜໆກໍຈະມີແຕ່ຄວາມຍິນດີ ຍິ້ມແຍ້ມແຈ່ມໃສ ເພາະໃນຊ່ວງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກໍຈະມີແຕ່ຂ່າວທີ່ໜ້າຍິນດີມາໃຫ້ໄດ້ຕິດຕາມກັນບໍ່ຂາດສາຍ ເປັນຂ່າວດີກັນໄປໃນເມື່ອບໍ່ດົນມານີ້ ນັ້ນກໍຄືການແຂ່ງຂັນເພາະກາຍຊິງແຊ້ມໂລກ 10th WBPF World Bodybuilding and Physique Sport Championship 2018 ຢູ່ທີ່ ຈັງຫວັດ ຊຽງໃຫມ່ ປະເທດໄທ ເຊິ່ງໃນນັ້ນກໍມີນັກກິລາເພາະກາຍຈາກ ສປປລາວ ເຂົ້າຮ່ວມທັງຫມົດ 4 ຄົນ [ຊາຍ 3 ຍິງ 1] ແຂ່ງຂັນທັງຫມົດ 5 ລຸ້ນ ແລະ ພວກເຂົາກໍບໍ່ເຮັດໃຫ້ຄົນລາວເຮົາທັງຊາດຜິດຫວັງ ເພາະສາມາດຄວ້າລາງວັນມາຝາກຄົນລາວເຮົາດັ່ງນີ້:
1. ນາງ ພອຍໄພລິນ ພັນທະລີ ນັກກິລາຍິງ women’s model physique ຄວາມສູງ 160 cm [ໄດ້ຫລຽນຄຳ] ຂອງໂລກ [ເປັນຫລຽນປະຫວັດສາດ] ພ້ອມກັນນີ້ຍັງໄດ້ອັນດັບທີ 6 ຂອງໂລກໃນລຸ້ນ world women’s lady model physique ຈໍາກັດອາຍຸ 30-40 ປີ
2. ທ້າວ ສັນຕິສຸກ ດວງແກ້ວມະນີ ນັກກິລາຊາຍ men’s sport physique ຄວາມສູງ 175 cm [ໄດ້ອັນດັບທີ 4] ຂອງໂລກ
3. ທ້າວ. ພຸດສະຫວັນ ສີຊົມພູ ນັກກິລາເພາະກາຍເຍົາວະຊົນ men’s bodybuilding ນໍ້າຫນັກ 75 kg ຜ່ານຮອບຄັດເລືອກ (ບໍ່ເປັນຫຍັງເດີ້…ເຮັດໄດ້ດີທີ່ສຸດແລ້ວ)
4. ທ້າວ ທະວີສັກ ຊື່ນນະພາ ນັກກິລາເພາະກາຍລຸ້ນອາວຸໂສ [men’s master bodybuilding 40-49 years ນໍ້າຫນັກ 80 kg] ບໍ່ຜ່ານຮອບຄັດເລືອກ (ບໍ່ເປັນຫຍັງເດີ້…ເຮັດໄດ້ດີທີ່ສຸດແລ້ວ)
ສຳລັບການແຂ່ງຂັນໄດ້ປິດລົງໃນວັນທີ 16/12/2018 ທີ່ຜ່ານມາ ຖືໄດ້ວ່ານັກກິລາເພາະກາຍທີມຊາດລາວ ຈາກສະຫະພັນກິລາເພາະກາຍແຫ່ງຊາດລາວ ປະສົບຜົນສໍາເລັດເກີນຄາດ ສາມາດນໍາທຸງຊາດລາວກ້າວຂື້ນເອກອ້າງຕໍ່ຊາວໂລກ ແລະ ເວທີການແຂ່ງຂັນລະດັບໂລກໄດ້ເປັນທີ່ຫນ້າພູມໃຈຂອງປວງຊົນທັງຊາດ ແລະ ເປັນປະຫວັດສາດຂອງວົງການເພາະກາຍແຫ່ງຊາດລາວອີກດ້ວຍ. (ຂໍຊົມເຊີຍໃນຄວາມສາມາດຂອງນັກກິລາລາວ…ເກັ່ງຫຼາຍໆ)
#ແຊຣໄປໃຫ້ໂລກຮູ້ ??????
Story: ຊະນີIndy
ທີ່ມາ: FB/ສະຫະພັນກິລາເພາະກາຍແຫ່ງຊາດລາວ/Lao BBF