Breaking News

ບົວໄລ!!! ພຣີເຊັນເຕີ້ “ອິຊິຕັນ” ຄົນທຳອິດໃນລາວ ຕັ້ງເປົ້າຍອດຂາຍເພີ່ມ 50% ໃນປີ 2020 ຢ່າງແນ່ນອນ.

ແບ່ງປັນ

ສີໄຄ ການຄ້າ ຮ່ວມກັບ ເຄື່ອງດື່ມອິຊິຕັນ ເປີດຕົວ ບົວໄລ ເນັດໄອດໍ ຊື່ດັງຂອງລາວ ທີ່ມີຜູ້ຄົນຕິດຕາມທາງເຟສບຸກເຖິງ 1 ລ້ານກວ່າຄົນ ແລະ ມີຍອດຕິດຕາມ youtube ເຖິງ 5 ແສນກວ່າຄົນ ໄດ້ມາເປັນພຣີເຊັນເຕີ້ຄົນທຳອິດໃນລາວ ໃຫ້ກັບເຄື່ອງດື່ມ ອິຊິຕັນ ຢ່າງເປັນທາງການ ໃນວັນທີ 19 ກັນຍາ 2019 ທີ່ໂຮງແຮງລັດສະໝີ.

ຍອດຂາຍອິຊິຕັນໃນລາວເຕີບໂຕຂຶ້ນທຸກປີ ໂດຍໃນປີ 2019 ຄາດວ່າຈະມີຍອດຈຳໜ່າຍທັງໝົດ 3. 000. 000 ຕຸກ ຖືວ່າເປັນການຕອບຮັບທີ່ດີຫຼາຍສໍາລັບຕະຫຼາດໃນປະເທດລາວ ແລະ ປີໜ້າ 2020 ອິຊິຕັນຄາດວ່າຈະມີຍອດຈຳໜ່າຍເພີ່ມຂຶ້ນ 50% ຫຼື ປະມານ 4,500,000 ຕຸກນັ້ນເອງ,  ໂດຍສະເພາະເຄື່ອງດື່ມ “ເຢັນ ເຢັນ” ເຊິ່ງເປັນນໍ້າສະໝຸນໄພ ມີປະໂຫຍດຕໍ່ຮ່າງກາຍ.

ເປັນຫຍັງ ອິຊິຕັນ ຈຶ່ງເລືອກບົວໄລເປັນພຣີເຊັນເຕີ້?

ບົວໄລ ສາຍາ “ຢູ່ໄຮ່ ຢູ່ນາຄືເກົ່າ” ຖືວ່າເປັນທີ່ຮູ້ຈັກກັນຫຼາຍໃນໂລກໂຊຊ່ຽວ ທັງໃນປະເທດລາວເອງ ແລະ ປະເທດໄທ ໂດຍມີເອກະລັກເປັນຂອງຕົວເອງໃນການກິນອາຫານແບບບ້ານໆ ເຊັ່ນ: ຕໍາໝາກຫຸ່ງ, ກິນໝາກຂາມ, ໝາກມ່ວງ ແລະ ອາຫານອື່ນໆທີ່ມັກຈະຢົ້ວນໍ້າລາຍ ຄົນເບິ່ງໃຫ້ໄຫຼຕະຫຼອດ ແລະ ບົວໄລ ກໍເປັນຄົນທີ່ເໝາະສົມທີ່ສຸດເພາະມັກກິນຂອງເຜັດ ແຊບໆ ແລະ ຕ້ອງການເຄື່ອງດື່ມ ຂອງອິຊິຕັນ ໄປກິນຄວບຄູ່ ເພື່ອຄາຍຮ້ອນ ແລະ ເພີ່ມຄວາມແຊບໄດ້.

ເຄື່ອງດື່ມອິຊິຕັນເປັນເຄື່ອງດື່ມສຳລັບການດື່ມທົ່ວໄປ ໂດຍສະເພາະເມື່ອກິນກັບອາຫານແບບບ້ານໆ ອາຫານເຜັດໆ ຮ້ອນໆ ແຊບໆໃຫ້ແຊບຍິ່ງຂຶ້ນອີກ.

ທ່ານກໍເຊັ່ນດຽວກັນ ເວລາກິນຮ້ອນ ກິນເຜັດ ແກ້ດ້ວຍອິຊິຕັນເດີ…ແຊບອີ່ຫຼີໃດ ຍັງບໍ່ພໍເທົ່ານັ້ນ, ດື່ມເຄື່ອງດື່ມ ອິຊິຕັນ ຍັງມີສິດລຸ້ນໂຊກ ຮັບຄຳ ຟຣີໆໃນທຸກໆຕຸກອີກດ້ວຍ. (ລໍຖ້າເຮັດຫຍັງໄປຊອກເຄື່ອງດື່ມຂອງອິຊິຕັນມາດື່ມຄາຍຮ້ອນເລີຍ).

ຫາກທ່ານໃດຕ້ອງການຕິດຕໍ່ເປັນຕົວແທນຈຳໜ່າຍ ຕິດຕໍ່ຫາ 021 671051, 021 671052 ຫຼື ເຟສບຸກເພຈ “ສີໄຄ ການຄ້າ”

ຮູບບັນຍາກາດພາຍໃນງານ

ຊົມຄຼິບໄລສົດ ງານເປີດໂຕພຣີເຊັນເຕີ້ ດ້ານລຸ່ມໄດ້ເລີຍ…

ງານເປີດຕົວພຣີເຊັນເຕີ້ຄົນລາວຄົນທຳອິດຂອງອິຊິຕັນ

Posted by ສີໄຄ ການຄ້າ on Wednesday, September 18, 2019

ແບ່ງປັນ