ສົງຄາມຍັງບໍ່ຈົບຢ່າຟ້າວນັບສົບທະຫານ… ສົງຄາມນາງງາມຈາກເວທີດັງ power queen – power queen laos ເວທີການປະກວດນາງສາວງາມ ສາວປະເພດສອງ ທີ່ຫາກໍຈັດຂຶ້ນເປັນປີທໍາອິດ ປີ 2019 ທີ່ຫາກໍຈົບລົງໄປເມື່ອບໍ່ດົນມານີ້ ແລະ ກໍມີກະແສດຣາມ່າເກີດຂຶ້ນຢ່າງດຸເດືອດ ລະຫວ່າງຜູ້ທີ່ຊະນະການປະກວດ ແລະ ຜູ້ໄດ້ຮັບຕໍາແໜ່ງຮອງ ເມື່ອບໍ່ດົນມານີ້ເຊັ່ນກັນ… ເຊິ່ງຈຸດເລີ່ມຕົ້ນຂອງດຣາມ່າເລື່ອງນີ້ແມ່ນ ມາຈາກການຖ່າຍແບບຂອງ ນາງສາວຜູ້ທີ່ຮັບຕໍາແໜ່ງຮອງອັນດັບໜຶ່ງ ທີ່ໄດ້ນໍາເອົາມົງກຸດຂອງຜູ້ຊະນະໄປໃສ່ ຫຼັງຈາກນັ້ນຈຶ່ງເກີດມີການປະຈານທັງຜູ້ທີ່ໃສ່ ແລະ ທາງກອງປະກວດເອງ!! ຫຼັງຈາກເກີດມີກະແສດຣາມ່າດັ່ງກ່າວ ກໍເຮັດໃຫ້ຊາວເນັດ ແລະ ແຟນນາງງາມໃຫ້ຄວາມສົນໃຈຫຼາຍພໍສົມຄວນ ແຕ່ທາງກອງປະກວດກໍໄດ້ອອກມາແຈ້ງການແລ້ວວ່າ ຈະມີການຊີ້ແຈງຜ່ານທາງເພຈຫຼັກຂອງກອງປະກວດນັ້ນກໍຄື power queen – power queen laos ເຊິ່ງຫຼາຍຄົນກໍຖ້າຕິດຕາມຢູ່ ແຕ່ມາຈົນຮອດປັດຈຸບັນກໍຍັງບໍ່ມີວີ່ແວວການຊີ້ແຈງເພື່ອຄວາມກະຈ່າງແຈ້ງຕໍ່ມວນຊົນໃດໆ ແຖມຍັງເກີດດຣາມ່າໜັກຂຶ້ນກວ່າເກົ່າ ບໍ່ວ່າຈະເປັນການໂພສປະຈານກັນໄປມາຂອງທັງ 2ຝ່າຍ ແລະ ທາງເພຈຫຼັກຂອງກອງປະກວດເອງກໍໄດ້ທໍາການປ່ຽນຊື່ເພຈມາເປັນ JoJo TTChannel – MC JoJo Laos ພ້ອມທັງລົບຮູບພາບນາງງາມທີ່ໄດ້ຕໍາແໜ່ງອອກ ແລ້ວປ່ຽນມາເປັນຮູບພາບສ່ວນຕົວ!! ຈາກເຫດການນີ້ຈຶ່ງເຮັດໃຫ້ຊາວເນັດ ແລະ ແຟນນາງງາມເກີດຄວາມງຸນງົງກັນໄປຕາມໆກັນ ພ້ອມທັງຮຽກຮ້ອງໃຫ້ທາງກອງປະກວດອອກມາຊີ້ແຈງໂດຍໄວທີ່ສຸດ ເພື່ອຄວາມກະຈ່າງແຈ້ງຕໍ່ມວນຊົນ ແລະ ບໍ່ສົ່ງຜົນເສຍໃຫ້ກັບວົງການນາງງາມລາວເຮົາເອງ…
ເພຈຫຼັກທາງກອງປະກວດປ່ຽນຊື່ໃໝ່ແລ້ວ!!
ຈູດເລີ່ມຕົ້ນຂອງດຣາມ່າ
ຜ່ານໄປເກືອບອາທິດຍັງບໍ່ມີການຊີ້ແຈງໃດໆ
ໂພສຈາກເພຈຫຼັກ ຫຼັງຈາກທີ່ປ່ຽນຊື່ໃໝ່
ຄອມເມັ້ນແບບນີ້ໝາຍຄວາມວ່າແນວໃດ?
ໄຊນິພອນ Miss power queen laos 2019
ຊ້າງ ຮອງອັນດັນໜຶ່ງ Miss power queen laos 2019