ປະຕິເສດບໍ່ໄດ້ເລີຍວ່າສະພາບການແຜ່ລະບາດຂອງ COVID-19 ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງເຮົາຫຼາຍໆຄົນ ເຖິງຢ່າງໃດກໍຕາມ ຊີວິດເຮົາກໍຕ້ອງດຳເນີນຕໍ່ໄປ ເຮັດທີ່ບໍ່ສໍາເລັດກໍຕ້ອງເປັນເຮົາທີ່ເປັນຜູ້ເຮັດໃຫ້ສໍາເລັດ ແລະ ເພື່ອຫຼຸດຜົນກະທົບຈາກສະພາວະດັ່ງກ່າວ ຫຼາຍໆບໍລິສັດ ຫຼາຍໆອົງກອນ ຈື່ງມີນະໂຍບາຍ Work from home ແນ່ນອນວ່ານະໂຍບາຍດັ່ງກ່າວນີ້ຊ່ວຍຫຼຸດຜົນກະທົບໂຄວິດໄດ້ ແຕ່ຖ້າກຽມຕົວບໍ່ດີກໍຈະກາຍເປັນພາລະຂອງຄົນເຮັດວຽກ ເຮັດໃຫ້ບໍລິສັດບໍ່ໄດ້ວຽກຕາມຈຸດປະສົງ ສະນັ້ນ ມື້ນີ້ຂວັນໃຈຈື່ງຂໍາສະເໜີ ຂໍ້ຄວນຮູ້ ສໍາຫຼັບຄົນທີ່ຕ້ອງຫັນມາເຮັດວຽກຢູ່ບ້ານເພື່ອໃຫ້ມີຄວາມສຸກ ແລະ ວຽກໄດ້ປະສິດທິພາບແກ່ ພະນັກງານທຸກລະດັບ, ທຸກພະແນກສາມາດນໍາມາປັບລອງໃຊ້ກັນໄດ້!!!
1. ຕົກແຕ່ງຕໍາແໜ່ງບ່ອນເຮັດວຽກໃຫ້ເປັນບ່ອນທີ່ຢາກນັ່ງເຮັດວຽກແບບຍາວໆ
ຫຼາຍຄົນຄິດວ່າການນັ່ງເຮັດວຽດຢູ່ບ້ານຄືການເຮັດວຽກຢູ່ບ່ອນໃດຂອງບ້ານກໍໄດ້ທີ່ເຮົາຮູ້ສຶກສະບາຍ ແຕ່ອັນທີ່ຈິງແລ້ວ ບ່ອນທີ່ເຮັດໃຫ້ເຮົາສະບາຍທີ່ສຸດ ມັກຈະເປັນທີ່ທີ່ບັ່ນທອນຄວາມຂະຫຍັນຂອງເຮົາຫຼາຍທີ່ສຸດ ວິທີທີ່ດີສໍາຫຼັບການເຮັດວຽກຢູ່ບ້ານກໍຄືການຈັດບ່ອນນັ່ງເຮັດວຽກໃຫ້ກາຍເປັນບ່ອນເຮັດວຽກຢ່າງຈິງຈັງ ແລະ ແຍກອອກຈາກພື້ນທີ່ຢ່ອນໃຈພາຍໃນບ້ານ ການແຍກພື້ນທີ່ຈະຊ່ວຍໃຫ້ເຮົາມີສະມາທິຢູ່ກັບສິ່ງທີ່ເຮັດຫຼາຍຂຶ້ນ. ການແຍກພື້ນທີ່ບໍ່ຈໍາເປັນຕ້ອງແຍກຫ້ອງໃໝ່ ເຮົາອາດຈະປ່ຽນບັນຍາກາດໄດ້ແບບງ່າຍໆ ເຊັ່ນ ປັບຕັ້ງນັ່ງຂອງເຮົາໃຫ້ສູງກວ່າປົກກະຕິ ເອົາໜັງສືທີ່ກ່ຽວຂ້ອງກັບວຽກວາງໄວ້ເທິງໂຕະ
2. ກຳນົດຕາຕະລາງຂອງວັນໃຫ້ຊັດເຈນ ແລະ ຢ່າລືມຊ່ວງພັກຜ່ອນ
ຫຼາຍໆຄົນຄິດວ່າການເຮັດວຽກຢູ່ບ້ານຄົນດຽວ ອາດຈະເຮັດໃຫ້ມີອິດສະຫຼະທີ່ຈະເຮັດວຽກຕອນໃດກໍໄດ້ ແຕ່ອັນທີ່ຈິງແລ້ວ ເຮົາຈໍາເປັນຕ້ອງກຳນົດຕາຕະລາງເວລາຂອງການເຮັດວຽກໃຫ້ຊັດເຈນກວ່າເກົ່າ ເພາະບັນຍາກາດຂອງການເຮັດວຽກຢູ່ບ້ານຈະນິ່ງກວ່າການເຮັດວຽກຮ່ວມກັນໃນຫ້ອງການ ເຮັດໃຫ້ຫຼາຍຄົນຫຼົງລືມກຳນັດເວລາທີ່ເໝາະສົມ ເຮົາອາດຈະໃຊ້ເຄື່ອງມື Schedule ຫຼື Reminder ກຳນົດຊ່ວງເວລາໃຫ້ຄືກັບຕອນເຮັດວຽກຢູ່ຫ້ອງການ ທັງເປັນການຊ່ວຍໃຫ້ເຮົາມີສະມາທິ ແລະ ເປົ້າໝາຍໃຫ້ເຮົາເຮັດອອກມາໄດ້
ອີກເລື່ອງໜື່ງຄື ເວລາພັກ ເນື່ອງຈາກການ Work from home ສ່ວນໃຫຍ່ ເຮົາຈະເຮັດວຽກຄົນດຽວຢູ່ບ້ານເຊິ່ງບັນຍາກາດຈະບໍ່ປ່ຽນຫຼາຍ ຈົນຮອດເວລາພັກທ່ຽງກໍມີໂອກາດທີ່ຈະເພີດເພີນກັບການເຮັດວຽກໄດ້ຢ່າງລາບລື່ນຈົນລືມກິນເຂົ້າທ່ຽງກໍເປັນໄດ້ ການກຳນົດຊ່ວງເວລາພັກໃນຕາຕະລາງຂອງມື້ຈະຊ່ວຍໃຫ້ເຮົາໄດ້ຢຸດພັກຮ່າງກາຍ ແລະ ສະໝອງ ຈົນສາມາດເຮັດວຽກໄດ້ເຕັມປະສິດທິພາບອີກຄັ້ງ
3. ສື່ສານໃຫ້ຫຼາຍຂຶ້ນ ແລະ ຊັດເຈນກວ່າປົກກະຕິ
ສາເຫດໜື່ງຂອງການເຮັດວຽກຢູ່ບ້ານຂອງຫຼາຍອົງກອນບໍ່ Work ຄື ການສື່ສານທີ່ນ້ອຍເກີນໄປ ເນື່ອງຈາກການເຮັດວຽກຢູ່ບ້ານ ເຮົາບໍ່ມີໂອກາດພົບປະເຫັນໜ້າເພື່ອນຮ່ວມງານບາງຄົນ ເຮັດໃຫ້ເຮົາບໍ່ສາມາດຖ່າຍທອດສານໄດ້ເຕັມທີ່ ດັ່ງນັ້ນ ເຮົາຄວນສື່ສານກັບທີມ ໃຫ້ຫຼາຍກວ່າປົກກະຕິ ໂດຍສະເພາະກັບຄົນທີ່ຄວນຮູ້ເລື່ອງກ່ຽວກັບເຮົາ ຮູ້ວ່າເຮົາເຮັດວຽກສ່ວນໃດຢູ່
4. ລົມກັບຄົນຢູ່ເຮືອນໃຫ້ເຂົ້າໃຈວ່າເຮົາຕ້ອງເຮັດວຽກ
ເຊື່ອວ່າຫຼາຍຄົນທີ່ຕ້ອງປ່ຽນມາເຮັດວຽກຢູ່ບ້ານໃນຊ່ວງນີ້ ອາດຈະອາໄສຢູ່ກັບຄອບຄົວທີ່ມີລູກຫຼານ ຫຼືພີ່ນ້ອງຜູ້ໃຫຍ່ ເຮົາຈໍາເປັນຕ້ອງຕົກລົງກັບຄົນຢູ່ເຮືອນວ່າ ເຮົາພ້ອມຈະເຮັດຫຍັງຊ່ວຍຄອບຄົວເວລາໃດ ໂດຍໃຫ້ກຳນົດຕາຕະລາງການເຮັດວຽກຄືກັບການເຮັດວຽກຢູ່ບ່ອນເຮົາເຮັດວຽກໃນຫ້ອງການ ເພື່ອຫຼຸດຜ່ອນການລົບກວນເຊິ່ງຈະສົ່ງຜົນຕໍ່ປະສິດທິພາບຂອງວຽກເຮົາ ດັ່ງນັ້ນ ຫາກຄອບຄົວເຂົ້າໃຈຄວາມສໍາຄັນ ແລະ ສະພາວະທີ່ເຮົາເປັນຢູ່ຕອນນີ້ ກໍອາດຈະກາຍເປັນຜູ້ສະໜັບສະໜູນທີ່ເຮັດໃຫ້ການ Work from home ຂອງເຮົາມີປະສິດທິພາບ ແລະ ມີຄວາມສຸກຫຼາຍຂຶ້ນ
4. ກຽມອິນເຕີເນັດ ແລະ ອຸປະກອນໃຫ້ພ້ອມ
ອີກຂໍ້ໜື່ງທີ່ຫຼາຍຄົນລະເລີຍຄືການກຽມອຸປະກອນຕ່າງໆໃຫ້ພ້ອມໃຊ້ເຮັດວຽກຕາມຂອບເຂດໜ້າວຽກຂອງເຮົາ ໂດຍສະເພາະທີມທີ່ມີໂອກາດຕ້ອງຕິດຕໍ່ເຮັດກັບຫຼາຍຄົນພາຍນອກ ແລະ ມັກໃຊ້ຫ້ອງປະຊຸມເປັນທີ່ຕິດຕໍ່ຫຼັກ ແລ້ວຕ້ອງປ່ຽນມາໃຊ້ Online Communication Platform (ເຊັ່ນ: Zoom, Google Hangout…) ແທນ ກໍຕ້ອງມີການທົດສອບຄວາມພ້ອມຂອງອຸປະກອນ ແລະ ເຄືອຂ່າຍຕາມລະບົບມາດຕະຖານກ່ອນທີ່ຈະໃຊ້ເຮັດວຽກ
5. ທັກໄປເມົ້າມອຍກັບເພື່ອນຮ່ວມງານບາງເວລາ
ເຮົາບໍ່ອາດຈະປະຕິເສດຄວາມເຫງົາຈາກການເຮັດວຽກຢູ່ບ້ານຄົນດຽວໄດ້ ຢູ່ໆ ບັນຍາກາດການເຮັດວຽກທີ່ຄືກຄັກກໍປ່ຽນໄປ ດັ່ງນັ້ນ ເພື່ອຜ່ອນຄາຍອາລົມ ກໍບໍ່ຄວນພາດທີ່ຈະ ເມົ້າມອຍ ກັບເພື່ອນຮ່ວມງານເມື່ອມີເວລາ ເພື່ອຄາຍຄຽດ
6. ຄິດບວກໄວ້ດີກວ່າ ຫາໂອກາດພັດທະນາຕົນເອງຈາກຄວາມປ່ຽນແປງ
ການເຮັດວຽກຢູ່ບ້ານອາດເກີດຄວາມປ່ຽນແປງບໍ່ໜ້ອຍ ແຕ່ໃນຂະນະດຽວກັນກໍມີຂໍ້ດີຕາມມາບໍ່ໜ້ອຍ ທັ້ງການທີ່ໄດ້ຢູ່ໃນສະພາບແວດລ້ອມການເຮັດວຽກທີ່ບໍ່ຄຸ້ນເຄີຍ ຫຼາຍຄົນມີໂອກາດຫັນມາຈັດຕົກແຕ່ງບ້ານໃຫມ່ ການທີ່ບໍ່ໄດ້ເດີນທາງອອກໄປໃສກໍຈະເຮັດໃຫ້ເຮົາມີເວລາຫຼາຍຂຶ້ນ ເຮົາສາມາດເອົາເວລາໄປອ່ານໜັງສື ສຶກສາຫາຄວາມຮູ້ເພີ່ມເຕີມ ຫຼືແມ້ແຕ່ສິ່ງງ່າຍໆໃນບ້ານທີ່ເຮົາບໍ່ມີໂອກາດໄດ້ເຮັດກໍໄດ້ເຮັດ ເຊັ່ນ: ແຕ່ງກິນເອງ ໃຊ້ເວລາລົມກັບຄອບຄົວຫຼາຍຂຶ້ນ ທັງໝົດນີ້ ເຮົາຈະສາມາດເຫັນໄດ້ຈາກການຄິດໃນແງ່ບວກ ບໍ່ແນ່ວ່າການ Work from home ອາດຈະເປັນແຮງບັນດານໃຈໃໝ່ໃຫ້ຊີວິດເຮົາພົບເປົ້າໝາຍໃໝ່ທີ່ສໍາຄັນສໍາຫຼັບເຮົາກໍເປັນໄດ້
ເຫັນບໍວ່າຫຼາຍໆສິ່ງທີ່ຂວັນໃຈນໍາມາສະເໜີຖືວ່າເປັນໂອກາດສໍາຫຼັບບຸກຄົນ ແລະ ອົງກອນໃນໄລຍະຍາວໄດ້ບໍ່ໜ້ອຍກໍຫຼາຍ ເຊິ່ງຂວັນໃຈຫວັງວ່າສິ່ງທີ່ນໍາມາສະເໜີຈະຊ່ວຍໃຫ້ທຸກຄົນ Work from home ຢ່າງມີຄວາມສຸກຫຼາຍຂຶ້ນ ແລະ ສຸດທ້າຍນີ້ຂໍໃຫ້ທຸກຄົນຮັກສາສຸຂະພາບທັງກາຍ ແລະ ໃຈ ແລ້ວເຮົາຈະຜ່ານຊ່ວງເວລານີ້ໄປນໍາກັນ!!!
ຂອບໃຈຂໍ້ມູນຈາກ time.com ແລະ pcmag.com