Breaking News

ວ້າວວວ!! ແມ່ຕູ້ອາຍຸ 107 ປີ ຊາວເນເທີແລນ ຜູ້ລອດຊີວິດຈາກໂຄວິດ-19… ທີ່ສ້າງສະຖິຕິ “ຜູ້ລອດຊີວິດທີ່ອາຍຸຫຼາຍທີ່ສຸດໃນໂລກ”

ແບ່ງປັນ

ຫຼ້າສຸດວັນທີ 10 ເມາສາ 2020 ສໍານັກຂ່າວຕ່າງປະເທດ Daily mail  ລາຍງານວ່າ ນາງຄຣໍເນເລີຍ ຣັສ ເປັນແມ່ຍິງຊາວເນເທີແລນອາຍຸ 107 ປີ ເປັນຜູ້ລອດຊີວິດຈາກພະຍາດລະບາດ COVID-19 ທີ່ມີອາຍຸຫຼາຍທີ່ສຸດໃນໂລກ ພາຍຫຼັງຕິດເຊື້ອ ໄວຣັສໂຄໂຣນາສາຍພັນໃໝ່ ທີ່ກໍ່ໃຫ້ເກີດໂລກ COVID-19 ແລະ ພັກຮັກສາຕົວໃຊ້ເວລາຫຼາຍກວ່າ 20 ມື້ກ່ອນທີ່ຈະຫາຍເປັນປົກກະຕິ ຖືໄດ້ວ່າເປັນຂ່າວທີ່ນ່າຍິນດີທ່າມກາງສະຖານະການແຜ່ລະບາດຂອງໄວຣັສໃນເນເທີແລນຍັງວິກິດ ມີຈໍານວນຜູ້ຕິດເຊື້ອສະສົມສູງຂຶ້ນເລື້ອຍໆເປັນອັນດັບທີ 12 ຂອງໂລກ ຢູ່ທີ່ 21,903 ຄົນ ແລະ ເສຍຊີວິດແລ້ວ  2,403 ຄົນ ແຕ່ແມ່ຍິງສູງອາຍຸຄົນນີ້ຍັງສາມາດຮັກສາດີໄດ້…

โควิด: คุณยายชาวดัตช์วัย 107 ปี

ໜັງສືພິມເອດີຂອງເນເທີແລນລາຍງານວ່າ ນາງຄຣໍເນເລີຍ ຣັສ ອາໄສຢູ່ບ້ານພັກຜູ້ສູງອາຍຸທີ່ຢູ່ເທິງເກາະຄູຣີ ໂອເຟີຟລັກເກທາງຕາເວັນຕົກສ່ຽງໃຕ້ ແລະ ເລີ່ມມີອາການໄຂ້ເມື່ອວັນທີ 17 ມີນາ 2020 ທີຜ່ານມາຫຼັງຈາກສະຫຼອງວັນຄ້າຍວັນເກີດຄົບຮອບ 107 ປີ

โควิด: คุณยายชาวดัตช์วัย 107 ปี

ຈາກການກວດຮ່າງກາຍຂອງຍິງໄວສູງອາຍຸຄົນນີ້ ລວມທັງເພື່ອນຜູ້ສູງອາຍຸນໍາກັນ ແລະ ເຈົ້າໜ້າທີ່ຮ່ວມສະຫຼອງວັນເກີດກວ່າ 40 ຄົນ ພົບວ່າຕິດເຊື້ອໂຄວິດ ແລະ ຕໍ່ມາ 12 ຄົນໃນກຸ່ມນີ້ມີອາການໜັກຈົຍເສຍຊີິດໃນທີ່ສຸດ

ເຖິງຢ່າງໃດກໍຕາມ ມາຮອດວັນທີ 6 ເມສາ 2020 ທີ່ຜ່ານມາແພດທີ່ໄດ້ຮັກສາຍິງໄວສູງອາຍຸຄົນນີ້ບອກວ່າ ລາວໄດ້ຫາຍປ່ວຍຈາກການຕິດເຊື້ອໂຄວິດແລ້ວ…

โควิด: คุณยายชาวดัตช์วัย 107 ปี

ຖືໄດ້ວ່າ ນາງຄຣໍເນເລີຍ ຣັສ ເປັນແມ່ຍິງອາຍຸຫຼາຍທີ່ສຸດໃນໂລກທີ່ລອດຊີວິດຈາກໂຄວິດ-19ໄດ້!!!

ແຫຼ່ງທີ່ມາ: Khaosod Online

 

ແບ່ງປັນ