ການເລີ່ມຕົ້ນໃໝ່ ບໍ່ວ່າຈະເປັນການເລີ່ມລົງມືເຮັດສິ່ງໃໝ່ ຫຼືການເລີ່ມຕົ້ນຊີວິດໃໝ່ ສິ່ງທີ່ຢາກໃຫ້ທຸກຄົນມີຄື ການຕັ້ງເປົ້າໝາຍ ແລະສໍາຄັນໄປກວ່ານັ້ນຄືການໄປເຖິງເປົ້າໝາຍ ແຕ່ເຮັດແນວໃດໃຫ້ເຮົາສາມາດໄປເຖິງເປົ້າໝາຍທີ່ຕັ້ງໄວ້ໄດ້ ມື້ນີ້ ຂວັນໃຈມີເຕັກນິກດີໆ ທີ່ຈະໃຫ້ສາວໆສາມາດຕັ້ງເປົ້າໝາຍ ແລະ ເຮັດຕາມເປົ້າໝາຍໃຫ້ສໍາເລັດມາບອກກັນ… ໄປເບິ່ງເລີຍ!!!
ຕັ້ງເປົ້າໝາຍທີ່ບໍ່ໃຫຍ່ເກີນໄປ
ເປົ້າໝາຍທີ່ດີບໍ່ຈໍາເປັນຕ້ອງແມ່ນເປົ້າໝາຍທີ່ຍິ່ງໃຫຍ່ອະລັງການສະເໝີໄປ ເປົ້າໝາຍນ້ອຍໆ ງ່າຍໆ ທີ່ສາມາດເຮັດໄດ້ໃນໄລຍະເວລາສັ້ນ ເປົ້າໝາຍທີ່ເຮົາສາມາດເບິ່ງເຫັນຊ່ອງທາງ ແລະ ວິທີການທີ່ຈະກ້າວໄປເຖິງເປົ້າໝາຍນັ້ນໃຫ້ສໍາເລັດໄດ້ ເປັນເປົ້າໝາຍທີ່ດີຄືເປົ້າໝາຍທີ່ສາມາດລົງມືເຮັດແທ້ໄດ້ຫຼາຍທີ່ສຸດ.

ກໍານົດລາຍລະອຽດໃຫ້ຊັດເຈນ
ເປົ້າໝາຍທີ່ຕັ້ງໄວ້ບໍ່ຄວນເປັນເປົ້າໝາຍແບບເລື່ອນລອຍ ເຮົາຄວນກໍານົດລາຍລະອຽດຂອງເປົ້າໝາຍໃຫ້ຊັດເຈນເຊັ່ນ ເຮັດຫຍັງ? ຢູ່ໃສ? ແລ້ວຈະສໍາເລັດເມື່ອໃດ? ເຊັ່ນວ່າ ເຮົາຕ້ອງການຫຼຸດນໍ້າໜັກຈໍານວນຈັກກິໂລ ພາຍໃນໄລຍະເວລາຈັກມື້ ຖ້າເຮົາສາມາດລະບຸລາຍລະອຽດລົງໄປຫຼາຍເທົ່າໃດ ກໍຈະຍິ່ງງ່າຍຕໍ່ການເຮັດຕາມໄດ້ຫຼາຍຂຶ້ນເທົ່ານັ້ນ

ເຕືອນຕົວເອງຢູ່ສະເໝີ
ເຮົາຄວນ “ເຕືອນຕົວເອງຢູ່ສະເໝີ” ເຊັ່ນຂຽນເຈ້ຍໂນ໊ດຕິດໄວ້ໃນບໍລິເວນທີ່ເຮົາເບິ່ງເຫັນໄດ້ຊັດເຈນ ການຕັ້ງເວລາແຈ້ງເຕືອນໃນມືຖື ຫຼືການບອກໃຫ້ໝູ່ ຄອບຄົວ ຄົນຮັກຊ່ວຍເຕືອນເຮົາຢູ່ສະເໝີກໍເປັນການດີ ແຕ່ສິ່ງສໍາຄັນທີ່ສຸດຄື ເຮົາຄວນເຕືອນຕົວເອງຢູ່ສະເໝີ ແລະ ມີລະບຽບວິໄນກັບເປົ້າໝາຍຂອງເຮົາຕົວເອງ ເພື່ອທີ່ຈະສາມາດກ້່າວໄປເຖິງເປົ້າໝາຍຂອງເຮົາໄດ້ຕາມທີ່ຄາດຫວັງໄວ້

Cr: Women Mthai Team