ຈົບໄປແລ້ວສໍາລັບງານ ຕະຫຼາດນັດງາມລາວ ງານຕະຫຼາດນັດສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນລາວ ທີ່ຈັດຂຶ້ນໃນວັນທີ 4-5 ກໍລະກົດທີ່ຜ່ານມາ!! ມີໃຜໄດ້ໄປເລາະມາແດ່??? (ໂຊຮູບກັນແດ່) ສ່ວນໃຜທີ່ບໍ່ໄດ້ໄປ ແອັດມິ້ນມີຮູບພາບມາໃຫ້ເບິ່ງກ່ອນເພື່ອງານໜ້າຈະໄດ້ບໍ່ຕ້ອງພາດ… ແຕ່ກ່ອນທີ່ຈະໄດ້ຊົມພາບບັນຍາກາດນັ້ນ ຂໍນໍາສະເໜີ Concept ຂອງງານຈັກເລັກໜ້ອຍ!! ງານຕະຫຼາດນັດງາມລາວ ແມ່ນຈັດຂຶ້ນເປັນຄັ້ງທີ 2 ໂດຍຮ້ານອາຫານ ເລີປາແດກ ຈຸດປະສົງແມ່ນເພື່ອເນັ້ນໃຫ້ຄົນລາວຍຸກໃໝ່ຫັນມາໃຫ້ຄວາມສົນໃຈອະນຸຮັກວັດທະນະທໍາແບບດັ້ງເດີມ ເຊິ່ງພາຍໃນງານຈະມີການວາງສະແດງ ແລະຂາຍຜະລິດຕະພັນທີ່ເປັນ Handmade ທີ່ມີລວດລາຍພື້ນບ້ານຂອງລາວ ລວມໄປເຖິງບັນດາຂະໜົມພື້ນບ້ານທີ່ປູ່ຍ່າຕານາຍເຄີຍເຮັດກິນກັນ ນອກຈາກນັ້ນ ຍັງເນັ້ນສົ່ງເສີມການອະນຸຮັກທໍາມະຊາດ ແລະ ສິ່ງແວດລ້ອມຫຼຸດຜ່ອນ ພຼາສຕິກ ເພາະທຸກຢາງທີ່ນໍາມາໃຊ້ຈະເຮັດຈາກໄມ້ແບບທໍາມະຊາດ… ຖືວ່າເປັນແນວຄວາມຄິດທີ່ດີຫຼາຍໄປແລ້ວໃຫ້ຄວາມຮູ້ສຶກຄືໄດ້ຍ້ອນຍຸກໄປສະໄໝກ່ອນແນວໃດແນວນັ້ນເລີຍ!! ໃຜທີ່ພາດເທື່ອນີ້ ເທື່ອໜ້າຫ້າພມພາດເດັດຂາດເດີ້ ໄປຮ່ວມສະໜັບສະໜູນຄວາມເປັນລາວນໍາກັນ!!!















ຮູບພາບຈາກ: Le Padaek