ແອັບ ທັກສະອອນ ດາລາ-ນັກສະແດງ ຂອງໄທ ຜູ້ງາມທັງຮູບຮ່າງໜ້າຕາ ແລະ ກິລິຍາມາລະຍາດ ເຊິ່ງແມ່ແອັບ ຖືກຍົກໃຫ້ເປັນແມ່ລ້ຽງດ່ຽວສຸດ Strong ທີ່ປະຕິບັດໜ້າທີ່ໄດ້ດີຫຼາຍ.

ເນື່ອງຈາກວ່າ ແມ່ແອັບ ທັກສະອອນ ເຄີຍແຕ່ງງານ ກັບ ສົງການ ເຕຊະນະຣົງ ຖານະຕະກູນເຈົ້າຂອງກິດຈະການພັນລ້ານ ເຂົາໃຫຍ່ໂບນັນຊ່າ ທັງສອງມີລູກສາວຄົນໜຶ່ງ ຊື່ນ້ອງປີໃໝ່ ແຕ່ເມື່ອປີຜ່ານມາຄວາມຮັກຢຸດສະງັກ ເນື່ອງຈາກຫຼາຍສາເຫດ ທັງສອງເລີຍຕັດສິນໃຈແຍກທາງກັນ ຈຶ່່ງເຮັດໃຫ້ແມ່ແອັບຕັັດສິນໃຈເປັນແມ່ລ້ຽງດ່ຽວ.

ແມ່ແອັບ ໄດ້ເວົ້າເຖິງການເປັນລ້ຽງດ່ຽວໃນລາຍການໜຶ່ງວ່າ: ແມ່ລ້ຽງດ່ຽວໝາຍເຖິງຄົນທີ່ລ້ຽງລູກຄົນດຽວ ໂດຍທີ່ບໍ່ມີຄູ່ຄິດ ບໍ່ວ່າຈະຊ່ວຍຄິດ, ຊ່ວຍລ້ຽງ ຫຼືຊ່ວຍເລື່ອງການເງິນ, ການລ້ຽງລູກປະກອບດ້ວຍຫຼາຍຢ່າງບໍ່ສະເພາະແຕ່ເງິນທອງ ແຕ່ເປັນກາງວາງແຜນໃຫ້ລູກນຳອີກ ທັງກາຍທັງຈິດໃຈທັງການເງິນປະກອບນຳກັນ ລູກຕ້ອງຢູ່ໃນຄວາມຮັບຜິດຊອບຂອງເຮົາຄົນດຽວ”.

ແມ່ແອັບຍັງເວົ້າອີກວ່າ: “ການເປັນແມ່ລ້ຽງດ່ຽວມັນເປັນຄວາມສຸກທີ່ຢູ່ພາຍໃຕ້ຄວາມກົດດັນເຊັ່ນດຽວກັນ ສິ່ງໃດທີ່ເປັນປະໂຫຍດກັບລູກກໍຈະເຮັດ, ສິ່ງໃດທີ່ລູກມີຄວາມສຸກກໍຈະເຮັດ ແມ່ນຫຍັງທີ່ບໍ່ເປັນປະໂຫຍດ ເສຍເວລາ ເສຍສຸຂະພາບຈິດກໍບໍ່ເຮັດ” ເຊິ່ງນອກຈາກນັ້ນ, ແມ່ແອັບຍັງໄດ້ເວົ້າອີກປະໂຫຍກທີ່ສະແດງເຖິງແມ່ລ້ຽງດ່ຽວທີ່ແທ້ຈິງ ຈົນຫຼາຍຄົນແຫ່ສະແດງຄວາມຄິດເຫັນຄື: “ລູກອາດຈະບໍ່ແມ່ນທັງໝົດໃນຊີວິດແມ່ ແຕ່ຄືສ່ວນທີ່ສຳຄັນທີ່ສຸດມາເປັນອັນດັບໜຶ່ງ”.









ຂໍ້ມູນ: https://youtu.be/RPMcO63ABCg
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine