Breaking News

Gal Gadot ຈາກເວທີນາງງາມສູ່ສາວທະຫານ ຈົນກາຍເປັນ Wonder Woman!!

ແບ່ງປັນ

ໃນປັດຈຸບັນນີ້ແມ່ຍິງເຮົາແມ່ນມີຄວາມຮູ້-ຄວາມສາມາດທີ່ຫຼາກຫຼາຍ ແລະ ຮອບດ້ານທີ່ແຕກຕ່າງກັນໄປ ເຊິ່ງເຮົາຈະສັງເກດເຫັນໄດ້ຈາກຜົນງານ ຫຼືບົດບາດຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ມື້ນີ້ຂວັນໃຈຈະພາແຟນໆມາຮູ້ຈັກກັບແມ່ຍິງຄົນໜຶ່ງທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວາມສາມາດຮອບດ້ານນັ້ນກໍຄື Gal Gadot ດາລາ-ນັກສະແດງ, ນັກສະແດງສາວງາມຈາກ Israel ອາຍຸ 35 ປີ ນັກສະແດງຮູບເງົາເລື່ອງ Wonder Woman ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ ເຊື່ອຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາສາວງາມຄົນນີ້ ຈາກເລື່ອງ Fast & Furious

ໃນຊ່ວງອາຍຸພຽງ  18 ປີ Gal Gadot  ສາມາດຍາດຕໍາແຫນ່ງນາງງາມ Israel 2004 ໄປຄອງ ແລະ ໄດ້ເຂົ້າປະກວດເວທີລະດັບໂລກ Miss Universe ປີ 2004 ທີ່ປະເທດເອກົວດໍ  ຫລັງຈາກທີ່ຈົບມັດທະຍົມຕອນປາຍ Gal Gadot ໄດ້ຮັບໃຊ້ຊາດໂດຍເປັນທະຫານ 2 ປີ ຢູ່ທີ່ Israel Defense Forces. ນອກຈາກຜົນງານການສະແດງແລ້ວ ສາວງາມຄົນນີ້ຍັງມີຜົນງານການຖ່າຍການແບບກັບວານລະສານຕ່າງໆ ແລະ ລາວກໍເຄີຍມີຊື່ຕິດອັນດັບ 2 ຂອງດາລານາງແບບທີ່ມີລາຍໄດ້ສູງສຸດໃນປະເທດ Israel

ຍ້ອນວ່າມີພື້ນຖານໃນເປັນທະຫານມາກ່ອນຈຶ່ງເຮັດໃຫ້ Gal Gadot ມີຄວາມຮູ້ ແລະ ຊໍານານໃນການໃຊ້ອາວຸດຕ່າງໆໄດ້ເປັນຢ່າງດີ ຈົນໃນທີ່ສຸດລາວກໍໄດ້ຮັບບົດ ຈີເຊລ ໃນຮູບເງົາເລື່ອງ Fast & Furious. ດ້ວຍຄວາມທີ່ລາວເຄີຍຝຶກທະຫານມາຢ່າງໜັກໜ່ວງລາວຈຶ່ງເປັນສາວແຂງແກ່ນສະເຫມີຜູ້ຊາຍ ຈົນໄດ້ຮັບບົດເປັນ Wonder Woman ຄົນໃຫມ່ຫລ້າສຸດ!!


ຂໍ້ມູນຈາກ: https://women

ແບ່ງປັນ