ປັດຈຸບັນປັດໃຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາແມ່ນມີຫຼາຍແນວ ບໍ່ວ່າຈະເປັນ ສະພາບອາດກາດທີ່ປ່ຽນແປງ, ການພັກຜ່ອນບໍ່ພຽງພໍ, ເລື່ອງອາຫານການກິນ ແລະ ອື່ນໆອີກຫຼາຍຢ່າງ….ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເຮົາເກີດອາການເຈັບໄຂໄດ້ປ່ວຍໄດ້ງ່າຍ ເປັນຕົ້ນແມ່ນອາການເຈັບທ້ອງທີ່ສາມາດເກີດຂຶ້ນໄດ້ທຸກຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍ ນັ້ນເອງ.
ອາການ ເຈັບທ້ອງ ເປັນອາການທີ່ພົບເຫັນໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການເຈັບເຫຼົ່ານີ້ ເປັນຍ້ອນສາເຫດຫຍັງ? ແລະ ອາການເຈັບແຕ່ລະແບບແມ່ນບົງບອກວ່າເຮົາເປັນຫຍັງ?

ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້:
- ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ, ຖົງນໍ້າດີ ແລະ ມ້າມ
- ເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່
- ເຈັບບໍລິເວນບັ້ນເອວເບື້ອງຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ, ໄຕ ແລະ ລຳໃສ້ໃຫ່ຍ
- ເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ
- ເຈັບບໍລິເວນທ້ອງນ້ອຍບື້ອງເຂວາ ເປັນຕຳແໜ່ງ ໃສ້ຕິ່ງ, ທໍ່ໄຕ ແລະ ປີກມົດລູກ
- ເຈັບບໍລິເວນທ້ອງນ້ອຍບ່ອນເຄິ່ງກາງ ເປັນຕຳແໜ່ງຂອງທໍ່ປັດສາວະ ແລະ ມົດລູກ
- ເຈັບບໍລິເວນທ້ອງນ້ອຍເບຶ້ອງຊ້າຍ ເປັນຕຳແໜ່ງຂອງປີກມົດລູກ ແລະ ທໍ່ໄຕ
ອາການ ເຈັບທ້ອງແບບໃດທີ່ຕ້ອງໄປພົບແພດທັນທີ!!!
- ເຈັບມາຫຼາຍກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ ຫຼື ບໍ່ມີທ່າທີວ່າຈະເຊົາ
- ເຈັບຈົນກິນອາຫານບໍ່ໄດ້
- ເຈັບທ້ອງ ແລະ ຮາກ ຫຼາຍກວ່າ 3-4ຄັ້ງ
- ເຈັບທ້ອງຫຼາຍເມື່ອເວລາເຄື່ອນໄຫວຮ່າງກາຍ
- ເຈັບທ້ອງທີ່ບໍລິເວນທ້ອງນ້ອຍເບື້ອງຂວາ
- ເຈັບທ້ອງຮຸນແຮງຈົນນອນບໍ່ຫຼັບ
- ເຈັບທ້ອງ ແລະ ມີເລືອດອອກບໍລິເວນຊ່ອງຄອດ
- ເຈັບທ້ອງ ແລະ ມີອາການຫັນໃຈຝືດ ເໝື່ອຍ
- ເຈັບທ້ອງບວກກັບມີອາການວິນຫົວ, ປວດຮາກ, ໜ້າມືດເປັນລືມ
- ເຈັບທ້ອງຈົນຮູ້ສຶກປວດໄປຮອດສັນຫຼັງ
ອາການເຈັບທ້ອງບໍ່ແມ່ນເລື່ອງນ້ອຍໆ ເຖິງແມ່ນວ່າຈະເຈັບໜ້ອຍ ຫຼືຫຼາຍ ກໍບໍ່ຄວນລະເລີຍ ຕ້ອງຮູ້ຈັກໜັ່ນສັງເກດຮ່າງກາຍຂອງຕົວເອງສະເໝີ ຫາກເກີດອາການຜິດປົກກະຕິກໍຄວນພົບແພດທັນທີ
ທີ່ມາ: https://health.mthai.com/howto/health-care/21064.html