ເກດມະນີ ວົງຄໍາຈັນ ໜຶ່ງໃນຜູ້ເຂົ້າປະກວດ Miss Laos 2020 ເປັນອີກໜຶ່ງສາວທີ່ບໍ່ທໍາມະດາເລີຍ ທັງງາມ ແລະ ມີຄວາມສາມາດໃນການເປົ່າແຄນ ເຊິ່ງມັນເປັນເອກະລັກ ແລະ ສະເຫນ່ອັນໂດດເດັ່ນຈົນເຮັດໃຫ້ແຟນໆຫຼາຍຄົນນັ້ນຕິດຕາມ ແລະ ເຊຍສາວຄົນນີ້ຈົນກາຍເປັນໂຕເກັງທີ່ສຸດໃນຕອນນີ້ກໍວ່າໄດ້.
ເກດມະນີ ອາຍຸ 20 ປີ ເປັນຄົນແຂວງບໍ່ແກ້ວ ເຊິ່ງການປະກວດ Miss Laos 2020 ແມ່ນເປັນເວທີທໍາອິດ ແລະ ແຮງບັນດານໃຈໃນການເຂົ້າປະກວດດເທື່ອນີ້ ສາວເກດມະນີໄດ້ໃຫ້ສໍາພາດກັບທີມຂ່າວຂອງ Muan.la ວ່າ “ເຂົ້າປະກວດເວລທີນີ້ເພາະເປັນເວທີຊົງກຽດ ແລະ ເປັນເວທີທີ່ສະແດງໃຫ້ຄົນລາວທຸກຄົນໄດ້ເຫັນວ່າ ແມ່ຍິງລາວກໍມີຄວາມສາມາດ ແລະ ມີຄວາມງາມບໍ່ແພ້ຊາດໃດໃນໂລກ ແລະ ຕົນເອງກໍເປັນຄົນທີ່ມັກໃນເສັ້ນທາງສາຍນີ້ຢູ່ແລ້ວ ຈຶ່ງເລືອກທີ່ຈະສະໝັກ ແລະ ເດີນຕາມຝັນ ພ້ອມທັງຖືວ່າເວທີນີ້ເປັນເວທີເປິດປະສົບການໃນຫຼາຍໆດ້ານໃຫ້ເຮົານໍາ”
ເຫດຜົນທີ່ເລືອກເອົາເຄື່ອງດົນຕີພື້ນເມືອງລາວມາໂຊ ເຊັ່ນ ການເປົ່າແຄນ ກໍເພາະວ່າ ສຽງແຄນລາວໄດ້ຮັບຮ້ອງເປັນມໍລະດົກໂລກທາງວັດທະນະທໍາ ແລະ ກໍຍັງມີສຽງທີ່ມ່ວນອ່ອນຊ້ອຍ ເຊິ່ງຕາມບູຮານໄດ້ບອກເລົ່າກັນວ່າ “ນອນເຮືອນຮ້າງ ກິນເຂົ້າໜ້ຽວຈໍາປາແດກ ປາກເປົ່າແຄນນັ້ນແມ່ນຄົນລາວ”
ເຊິ່ງຫຼັງກອງປະກວດຄັດເລືອກນາງສາວລາວ ໄດ້ເຜີຍແຜ່ພາບການໂຊສະແດງຄວາມສາມາດຂອງເກດມະນີໃນກອງປະກວດອອກໄປແລ້ວ ກໍເປັນທີ່ຮືຮາໃນບັນດາແຟນໆນາງງາມທັງຫຼາຍ ແລະ ທັງໃນກອງເອງກໍເຊັ່ນກັນ. ເກດມະນີຍັງໄດ້ເວົ້າອີກວ່າ “ດີໃຈທີ່ມີຄົນສົນໃຈຕົນເອງ ແລະ ການສະແດງ ສໍາຫລັບຄໍາທີ່ວ່າຕົນເອງເປັນໂຕເກັງນັ້ນ ນ້ອງເອງກໍຮູ້ສຶກວ່າຕົນເອງກໍຍັງບໍ່ແມ່ນ ເພາະວ່າຜູ້ທີ່ມາປະກວດກໍລວນແຕ່ມີຄວາມຮູ້-ຄວາມສາມາດໝົດທຸກຄົນ”
ເປົ້າໝາຍໃນອະນາຄົດ ແມ່ນສາວຄົນນີ້ຢາກຈະເປັນຄູ ດ້ວຍຄວາມຫວັງວ່າ ຈະໄດ້ນໍາເອົາຄວາມສາມາດ ແລະ ປະສົບການທີ່ຮຽນຮູ້ມາໄດ້ອອກໄປເຜີຍແຜ່ໃຫ້ແກ່ຜູ້ທີ່ຂາດໂອກາດໃນການຮຽນ ແລະ ເປັນຄົນປະສົບຜົນສໍາເຫຼັດທີ່ລ້ຽງດູພໍ່ແມ່ນ ຜູ້ທີ່ຄ່ອຍຢູ່ເບື້ອງຫຼັງໃນຊີວິດເກດໃຫ້ຢູ່ດີມີສຸຂະພາບທີ່ແຂງແຮງ ນັ້ນເອງ.




ແຟນໆສາມາດຕິດຕາມໄດ້ທີ່: FB ເກດມະນີ ວົງຄໍາຈັນ ແລະ IG ເກດມະນີ ວົງຄໍາຈັນ
ຂອບໃຈຂໍ້ມູນຈາກ: Muan.la