Breaking News

ມາເບິ່ງ!! ຂັ້ນຕອນ ແລະ ການເຮັດນໍ້າສະໝຸນໄພໝາກຍໍດື່ມເອງ ງ່າຍໆທີ່ເຮືອນເຮົາ…

ແບ່ງປັນ

ປັດຈຸບັນໝາກຍໍແມ່ນຖືກແປຮູບໃຫ້ເປັນອາຫານເສີມດ້ວຍຫຼາຍຮູບແບບ ຍ້ອນວ່າມັນມີສັບພະຄຸນຕໍ່ຮ່າງກາຍມະນຸດຢ່າງຫຼາກຫຼາຍ ເຊິ່ງໂດຍສ່ວນໃຫຍ່ຈະເຫັນໃນຮູບແບບຂອງເຄຶ່ອງດື່ມ ແລະ ລາຄານັ້ນກໍຂ້ອນຂ້າງວ່າແພງ ແຕ່ຄວາມຈິງແລ້ວເຮົາກໍສາມາດຊອກເອົາໝາກຍໍໜ້າບ້ານມາເຮັດກິນເອງແບບສົດໆໄດ້ເຊັ່ນດຽວກັນ ຫຼືຈະຄັ້ນເອົານໍ້າໝາກຍໍສຸກກໍໄດ້ບໍ່ຍາກ ເຊິ່ງສັບພະຄຸນທາງການຢາກໍບໍ່ໄດ້ນ້ອຍໄປກວ່ານໍ້າໝາກຍໍສໍາເລັດຮູບເລີຍ ແລະ ທີ່ສໍາຄັນເຮົາກໍບໍ່ຕ້ອງໄປຊື້ໃຫ້ເສຍເງິນ!! ແນ່ນອນມື້ນີ້ ຂວັນໃຈກໍໄດ້ນໍາເອົາສູດການເຮັດນໍ້າໝາກຍໍເພື່ອສຸຂະພາບດື່ມເອງມາຟາກມາຕອນແມ່ຍິງທີ່ຮັກສຸຂະພາບທັງຫຼາຍ ແລະ ສາວໆກໍສາມາດເຮັດຕາມໄດ້ເດີ!! ໄປເບິ່ງຂັ້ນຕອນຕ່າງນໍາກັນ….

ສ່ວນປະສົມທີ່ສໍາຄັນ
1. ໝາກຍໍສຸກໃຫຍ່ໆຈັກ 2 ໝາກ
2. ນໍ້າດື່ມສະອາດ 1 ລິດ
3. ນໍ້າຕານຊາຍ 4 – 6 ບ່ວງແກງ
4. ນໍ້າເຜີ້ງ 4 – 6 ບ່ວງແກງ
5. ເກືອ 2 ບ່ວງກາເຟ

ຂັ້ນຕອນການເຮັດນໍ້າໝາກຍໍ
ລ້າງໝາກຍໍດ້ວຍນໍາສະອາດ ແລ້ວເອົາໄປຕົ້ມຈົນກວ່າໝາກຍໍຈະເປື່ອຍ ແລ້ວເອົາອອກຈາກໝໍ້ຖີ້ມໄວ້ໃຫ້ເຢັນ ຫຼັງຈາກນັ້ນໃຫ້ຄັ້ນເອົາແກ່ນໝາກຍໍອອກ ແລ້ວກໍຕອງດ້ວຍຜ້າຂາວສະອາດເພື່ອເອົາເສດເນື້ອໝາກຍໍອອກ ເພາະເຮົາຕ້ອງການເອົາສະເພາະນໍ້າໝາກຍໍ ຫຼັງຈາກນັ້ນໃຫ້ເອົານໍ້າໝາກຍໍທີ່ໄດ້ໄປຕົ້ມອີກເທື່ອໜຶ່ງ (ໃຊ້ໄຟອ່ອນ) ແລ້ວຄ່ອຍໆເຕີມນໍ້າເຜີ້ງ, ນໍ້າຕານ ແລະ ເກືອ ທີ່ເຮົາກຽມໄວ້ມາຄົນໃຫ້ເຂົ້າກັນລະອຽດດີ ແລ້ວກໍສາມາດເອົາໝໍ້ອອກຈາກໄຟໄດ້ ຈາກນັ້ນໃຫ້ຊີມເບິ່ງລົດຊາດ ແລະ ປະໄວ້ໃຫ້ເຢັນແລ້ວກໍດື່ມໄດ້ເລີຍ!!

ສັບພະຄຸນນໍ້າໝາກຍໍ
ນໍ້າໝາກຍໍມີສັບພະຄຸນຊ່ວຍໃຫ້ເລືອດລົມດີ, ຂັບໄລ່ລົມ, ບໍລຸງທາດ, ຂັບໄລ່ເລືອດ, ຂັບໄລ່ລະດູຂອງແມ່ຍິງ ແລະ ແກ້ອາການປຸ້ນທ້ອງປວດຮາກ.

ໝາຍເຫດ!! ໝາກຍໍແມ່ນບໍ່ມີຜົນຂ້າງຄຽງທີ່ອັນຕາລາຍເຖິງຊີວິດ ຍົກເວັ້ນແຕ່ວ່າແມ່ຍິງທີ່ກໍາລັງຖືພາ ແມ່ນຫ້າມດື່ມນໍາໝາກຍໍເປັນເດັດຂາດ ເນື່ອງຈາກວ່ານໍ້າໝາກຍໍແມ່ນມີລິດໃນການຂັບໄລ່ເລືອດນັ້ນເອງ

ຂໍ້ມູນຈາກ: prayod

ແບ່ງປັນ