ສຸດເສົ້າເມື່ອພົບສົບ ຄຣິສຕິນາ ເດເຊີຣາ (Christine Angelica Dacera) ນາງງາມ ຟີລິບປິນ ເສຍຊີວິດໃນໂຮງແຮມເຊິ່ງມີຮ່ອງຮອຍການລ່ວງລະເມີດທາງເພດ, ຜູ້ຕ້ອງສົງໄສແມ່ນຜູ້ຊາຍ 11 ຄົນ ທີ່ຢູ່ກັບນາງໃນມື້ທີ່ນາງເສຍຊີວິດໃນງານລ້ຽງປີໃໝ່.
ຂ່າວດັ່ງກ່າວເຮັດໃຫ້ວົງການນາງງາມ Coconuts Manila, ສໍານັກຂ່າວຕ່າງປະເທດ, ຟິລິບປິນ ແລະ ສື່ດັງຂອງອັງກິດ ລາຍງານວ່ານາງ Christine Angelica Dacera, ຮອງອັບດັບ 1 Miss Silva Davao 2017 ອາຍຸ 23 ປີ, ເຊິ່ງປະຈຸບັນມີອາຊີບເປັນສາວແອໂຮສເຕສ ສາຍການບິນ Philippines Airlines, ໄດ້ຖືກເປັນສົບຢູ່ໃນອ່າງອາບນ້ຳ ຂອງໂຮງແຮມ ໃນມາຄາຕິ ນະຄອນຫຼວງມະນິລາ ປະເທດຟີລິປິນ ຂໍ້ມູນເບື້ອງຕົ້ນຕໍາຫຼວດສົງໄສວ່ານາງຖືກວາງຢາແລ້ວນຳໄປຂົ່ມຂືນ ແລະ ຖືກຂ້າຕາຍ. ໃນມື້ງານລ້ຽງປີໃໝ່ ເພາະວ່າພວກເຂົາພົບເຫັນຮ່ອງຮອຍຂອງການລ່ວງລະເມີດທາງເພດ ໂດຍລາຍງານວ່າ Christine Angelica Dacera ຢູ່ກັບໝູ່ຫຼາຍໆຄົນໃນງານລ້ຽງປີໃໝ່. ຕຳຫຼວດສັນນິຖານວ່າ ນາງຖືກວາງຢາ ແລະ ຖືກຂົ່ມຂືນ. ຫລັງຈາກກວດພົບເຊື້ອອະສຸຈິຢູ່ໃນອະໄວຍະວະເພດ, ຕາມຮ່າງກາຍມີຮອຍຂີດ ໂດຍຜູ້ຕ້ອງສົງໄສແມ່ນຊາຍ 11 ຄົນທີ່ເຫັນວ່າຢູ່ກັບນາງໃນມື້ທີ່ນາງເສຍຊີວິດ.
ເຈົ້າໜ້າທີ່ຕຳຫຼວດ ທ່ານ Harold Depositar ກ່າວຕໍ່ໜັງສືພິມ The Philippine Daily Inquirer ຂອງຟິລິບປິນວ່າ ພວກເຂົາກຳລັງດຳເນີນຢືນຟ້ອງຈັບຜູ້ຕ້ອງຫາໃນຄະດີຂ້າຂົ່ມຂືນ, ເພາະວ່າ ຜົນການກວດຮ່າງກາຍ ແລະ ສານພິດຕ່າງໆໃນຮ່າງກາຍ ຢືນຢັນວ່າ Christine ມີບາດແຜ ແລະ ນຳ້ອະສຸຈິຢູ່ໃນອະໄວຍະວະເພດຂອງນາງ.


ທ່ານໄດ້ກ່າວຕື່ມວ່ານາງໄດ້ເສຍຊີວິດຍ້ອນໂລກຫລອດເຫລືອດໂປ່ງພອງ ໃນທາງການແພດ ແຕ່ຜົນກວດກໍ່ເຮັດໃຫ້ຮູ້ວ່ານາງໄດ້ຖືກຂົ່ມຂືນ.
ມາຮອດ (ວັນທີ 5 ມັງກອນ 2021), ມີຜູ້ຕ້ອງສົງໄສພຽງແຕ່ 3 ຄົນ ທີ່ຖືກຕຳຫຼວດຈັບຕົວຄື: ທ້າວ John Pascual dela Serna III, ອາຍຸ 27 ປີ, ທ້າວ Rommel Daluro Galid, ອາຍຸ 29 ປີ, ແລະ ທ້າວ John Paul Reyes Halili, ອາຍຸ 25 ປີ, ຕຳຫຼວດຍັງເລັ່ງຈັບກຸມຜູ້ຕ້ອງຫາອີກຈຳນວນ 8 ຄົນ.
ຈາກເຫດການດັ່ງກ່າວ ສື່ສັງຄົມອອນລາຍໄດ້ສະແດງຄວາມເສຍໃຈ ແລະ ຮຽກຮ້ອງຄວາມຍຸຕິທຳ ໃຫ້ກັບການເສຍຊີວິດຂອງນາງໃນຄັ້ງ.


ແຫຼ່ງຂໍ້ມູນ: ເຈາະຈິ້ມທຸກເລື່ອງລາວ