ປັດຈຸບັນສັງຄົມແຫ່ງວົງການຂາຍເຄື່ອງອອນລາຍກໍາລັງເປັນທີ່ນິຍົມໄປທົ່ວໂລກ ແລະ ແມ່ຄ້າແຕ່ລະຄົນທີ່ Live ຂາຍເຄື່ອງອອນລາຍກໍຈະມີວິທີການເວົ້າທີ່ແຕກຕ່າງກັນທີ່ສ້າງເອກະລັກ ແລະ ຄວາມໂດດເດັ່ນໃນການຂາຍສິນຄ້າຂອງຕົນເອງໃຫ້ໄດ້ຫຼາຍ… ແມ່ຄ້າອີກໜຶ່ງຄົນທີ່ກໍາລັງໂດ່ງດັງຢູ່ປະເທດເພື່ອນບ້ານຂອງພວກເຮົາ (ປະເທດໄທ) ນັ້ນກໍຄື ພິມພິພາຍ ເປັນແມ່ຄ້າຂາຍເຄື່ອງອອນລາຍທີ່ມີເອກະລັກໃນເວລາ Live (ຈົນເຮັດໃຫ້ຫຼາຍໆຄົນຈົດຈໍາ ດ້ວຍການດ່າລູກຄ້າ ແລະ ເວົ້າແບບຈິງໃຈ ຈົນເຮັດໃຫ້ມີຄົນເຂົ້າມາຊື້ເຄື່ອງເປັນຈໍານວນຫຼາຍ ສູງສຸດເຖິງ 5 ແສນກວ່າຄົນ), ແລະ ອີກໜຶ່ງບົດບາດຂອງແມ່ຄ້າປາກຈັດຄົນນີ້ກໍຄືການເປັນ YouTuber ແລະ ໄດ້ຊ່ວຍເຫຼືອສັງຄົມຕະຫຼອດມາ ຈົນເຮັດໃຫ້ແມ່ຄ້າຄົນນີ້ຄອງໃຈຄົນໄທເປັນຈໍານວນຫຼາຍ!!! ຫຼ້າສຸດແມ່ຍິງຄົນນີ້ກໍໄດ້ສ້າງຜົນງານສຽງເພລງທໍາອິດໃນຊີວິດຂອງຕົນເອງ ນັ້ນກໍຄືຜົນງານເພລງ “อย่านะค่ะ” ເປັນເພລງທີ່ມີເນື້ອຫາແບບກົງໆ ແລະ ຖືກໃຈຫຼາຍໆຄົນ ຫຼ້າສຸດກໍມີຍອດວິວທະລຸເຖິງ 30 ກວ່າລ້ານວິວ ແລະ ກໍໄດ້ຮັບລາງວັນທໍາອິດ Rookie of The week ຈາກ TOPPSTAGE ເປັນແມ່ຍິງທີ່ເກັ່ງຮອບດ້ານອີຫຼູີ!!!


