ເປັນອີກໜຶ່ງຂ່າວທີ່ໜ້າຕິດຕາມ ແລະ ເປັນກະແສໃນຕອນນີ້ ສຳລັບວົງການນາງງາມ ຫຼ້າສຸດກໍໄດ້ມີການປະກາດຢ່າງເປັນທາງການ ໃນວັນທີ 15 ມີນາ 2021 Miss Universe Laos ຈະແມ່ນໃຜບໍ່ໄດ້ ຕ້ອງສາວຄົນນີ້ ຄຣິສຕິນ່າ ລາສະສິມມາ ໃນທີ່ສຸດສິ່ງທີ່ຕັ້ງໃຈ ແລະ ຄວາມຝັນກໍກາຍເປັນຈິງ. ຫຼັງຈາກມີຂ່າວລືວ່າມົງກຸດ Miss Universe Laos ຕົກເປັນຂອງຄຣິສຕິນາ ລາສະສິມມາແທ້ ຫຼືບໍ່? ສຳລັບຄຣິສຕິນ່າ ແມ່ນຕົວແທນປະເທດລາວ ໃນການປະກວດ Miss Universe Laos ທີ່ລັດຟລໍຣິດາ ຢູ່ສະຫະລັດ ອາເມຣິກາ ເຊິ່ງປີນີ້ບໍ່ໄດ້ມີການຈັດການປະກວດ ໃນປະເທດ ໂດຍຈະມີການແຕ່ງຕັ້ງ Miss Universe Laos 2021 ຖືໄດ້ວ່າຄຣິສຕິນ່າເປັນໂຕເກັງ ແລະ ຊາວລາວກໍເຊຍແບບສຸດໃຈອີຫຼີ ສໍາລັບສາວຄົນນີ້ ຍ້ອນຄວາມສາມາດ ບຸກຄະລິກ ແລະ ໜ້າຕາທີ່ຈະສາມາດໄປປະຊັນຄວາມງາມໃນເວທີລະດັບໂລກ ກໍຄືຄວາມຮູ້ ແລະ ຄວາມຕັ້ງໃຈ ການກຽມພ້ອມໂດຍສະເພາະແມ່ນການເດີນແບບ, ການເຝິກບຸກຄະລິກ, ການເວົ້າ ເປັນຕົ້ນ ເຊິ່ງຫຼາຍຄົນກໍເຫັນດີວ່າເໝາະສົມທີ່ສຸດແລ້ວ!! ພ້ອມລຸ້ນວ່າຕົວແທນຈາກປະເທດລາວປີນີ້ ມີລຸ້ນເຂົ້າຮອບເລິກຢ່າງແນ່ນນອນ. ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 – 2020 ທີ່ຜ່ານມາ!!!




