Breaking News

ການກໍ່ສ້າງທາງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ

ແບ່ງປັນ

ປັດຈຸບັນ ໂຄງການກໍ່ສ້າງທາງເບຕົ້ງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ ມີຄວາມຄືບໜ້າ 10%   ເລີ່ມລົງມືກໍ່ສ້າງມາແຕ່ ເດືອນຕຸລາ 2016  ປັດຈຸບັນໄດ້ສຳເລັດການວ່າງທໍ່ລະບາຍນ້ຳຈຳນວນໜຶ່ງ ແລະ ພວມຢູ່ໃນໄລຍະການມ້າງສິ່ງກີດຂວາງເຊັ່ນ: ການຍ້າຍເສົາໄຟຟ້າ, ສາຍໄຟຟ້າ, ສາຍໂທລະສັບ, ນ້ຳປະປາ ແລະ ອື່ນໆ.
ທ່ານ ຄຳບອນ ທຳມະວົງສາ ຮອງຜູ້ຈັດການພາກສະໜາມໂຄງການກໍ່ສ້າງທາງເບຕົ້ງດັ່ງກ່າວ (ຕັ້ງຈະເລີນ) ໄດ້ໃຫ້ສຳພາດ ໃນວັນທີ 21 ກຸມພານີ້ວ່າ: ໂຄງການກໍ່ສ້າງທາງເບຕົ້ງນີ້ ແມ່ນມີຄວາມຍາວທັງໝົດ 9 ພັນກວ່າແມັດ, ໜ້າທາງກວ້າງ 28 ແມັດ (ລວມທັງທາງຍາງທັງສອງກ້ຳ ແລະ ດອນກາງທາງ ) ແລະ ມີຄວາມໜາຂອງເປຕົ້ງ 20 ຊັງຕີແມັດກວ່າ, ຄາດວ່າ ຈະໃຫ້ສຳເລັດການກໍ່ສ້າງຕາມແຜນການ ຄື ປະມານເດືອນກັນຍາ – ຕຸລາ ປີ 2018 ທີ່ຈະເຖິງນີ້, ຫຼັງຈາກສຳເລັດການກໍ່ສ້າງເຊື່ອແນ່ວາເສັ້ນທາງນີ້ ຈະເອື້ອອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນໄປມາຂອງພໍ່ແມ່ປະຊາຊົນ ກໍຄື ການຂົນສົ່ງສິນຄ້າ ລະຫວ່າງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ.
ໃນໄລຍະທີ່ໄດ້ມີການກໍ່ສ້າງ ສົ່ງຜົນເຮັດໃຫ້ການສັນຈອນໄປມາຕາມສາຍທາງນີ້ ມີຄວາມຫຍຸ້ງຍາກ ໂດຍສະເພາະ ໃນເວລາຮີບດ່ວນນັ້ນ ຈຶ່ງຂໍຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນ ທີ່ທ່ຽວທາງໄປມາຕາມເສັ້ນທາງດັ່ງກ່າວ ຈົ່ງມີຄວາມລະມັດລະວັງ, ຄ່ອຍໄປຄ່ອຍມາ, ນັບຖືກົດລະບຽບຈະລາຈອນ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນໃຫ້ຫຼາຍຂຶ້ນ ຖ້າບໍ່ມີຄວາມຈຳເປັນ ກໍຄວນຫຼີກລ້ຽງໃນການໃຊ້ເສັ້ນທາງນີ້ ທັງນີ້ ກໍເພື່ອຄວາມປອດໄພຂອງຕົວທ່ານເອງ ກໍຄື ເປັນການອຳນວຍຄວາມສະດວກໃຫ້ແກ່ນັກວິຊາການພວກເຮົາ ໃນໂຄງການກໍ່ສ້າງທາງເບຕົ້ງ ແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ ໃຫ້ໄດ້ຮັບຄວາມສະດວກຫຼາຍຂຶ້ນ.

ຂໍ້ມູນຈາກ: ຂ່າວສານປະເທດລາວ

โพสต์โดย Nou Sathaphone บน 20 กุมภาพันธ์ 2017

ແບ່ງປັນ