Breaking News

Kuanjaitaem Kuanjai page

 “ແອັບເປີ້ນ” ໂພສເດືອດ! ພິທີກອນດັງຂອງໄທອ່ານຂ່າວກ່າວເຖິງປະເທດລາວ…

ຖືໄດ້ວ່າກຳລັງເປັນກະແສຢ່າງສະນັ່ນໃນໂລກSocial ສໍາຫຼັບພິກອນຊື່ດັງຂອງໄທ ທີ່ໄດ້ອອກມາປະກາດຂ່າວລາຍການໜື່ງກ່ຽວກັບກໍລະນີ “ເປັນຫຍັງຈື່ງເລື່ອນບຸນປີໃໝ່ ແລະ ບໍ່ໄດ້ກັບບ້ານເກີດ ເຖິງແມ່ນວ່າບໍ່ໄດ້ປິດເມືອງ”  ທີ່ສາເຫດມາຈາກເລື່ອງ ພະຍາດລະບາດ  Covid-19  ແລະສິ່ງທີ່ກຳລັງເປັນແສງມາແຮງນັ້ນກໍຄືຜູ້ປະກາດຂ່າວຄົນນີ້ໄດ້  ໄດ້ກ່າວເຖິງປະເທດລາວວ່າ ​​​”ຄົນລາວຄົນຕິດເຊື້ອຍັງເປັນສູນ  ແຕ່ຍັງບໍ່ມີໃຜເຊື່ອ ຍ້ອນວ່າບ້ານເຮົາບໍ່ມີເຕັກໂນໂລຊີໃນການກວດ ບໍ່ມີຫ້ອງແລບ ບໍ່ມີຮອດຊຸດກວດ ຖ້າໃຜເຄີຍມາຂະໜາດໂຮງໝໍຍັງໃນເມືອງໃຫຍ່ໆຍັງເກົ່າ ເຕັກໂນໂລຊີຍັງຫຼ້າສະໄໝກວ່າໂຮງໝໍຊົນນະບົດຂອງໄທອີກ…” ຈົນກາຍເປັນປະເດັນ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຄົນລາວເປັນຈໍານວນຫຼາຍ ເຊິ່ງຄົນລາວ ກໍໄດ້ພາກັນອອກມາສະແດງຄວາມຄິດເຫັນກັນຢ່າງສະນັ່ນໃນ Social ພ້ອມທັງມີຄົນດັງວົງການບັນເທິງອີກຫຼາຍໆຄົນຢ່າງ ແອັບເປີ້ນ ສີສະຫງຽນ ກໍໄດ້ອອກມາໂພສສະແດງຄວາມຄິດເຫັນຜ່ານອິນສະຕາແກຣມສ່ວນຕົວວ່າ…  ຫຼັງຈາກທີ່ສາວ ແອັບເປີ້ນໄດ້ໂພສຂໍ້ຄວາມດັ່ງກ່າວອອກໄປ ກໍມີຫຼາຍຄົນທີ່ເຂົ້າມາສະແດງຄວາມຄິດເຫັນຕ່າງໆນາໆ ຈົນກາຍເປັນປະເດັນ! ສ່ວນແອັດມິນເອງຄົນໜື່ງກໍເປັນຄົນໜື່ງທີ່ໄດ້ຕິດຕາມ ແລະ ເຫັນວີດີໂອດັ່ງກ່າວ ເຊິ່ງຂໍເປັນກາງເປັນການສະແດງຄວາມຄິດເຫັນວ່າ ໃນການນໍຳສະເໜີຂ່າວ ຂອງແຕ່ລະປະເທດລ້ວນແຕ່ແຕກກັນກັນຢູ່ແລ້ວ… ແຕ່ທັ້ງນີ້ກໍຄໍານຶງເຖິງຈັນຍາບັນ ແລະ ບົນພື້ນຖານຄວາມເປັນຈິງໂດຍບໍ່ໃຫ້ຝ່າຍໃດຝ່າຍໜື່ງເຊື່ອມເສຍ!!!            

Read More »

ໝໍແນ່ງເດືອດ!! ນັກຂ່າວຊື່ດັງໄທ ດູຖູກສາທາລະນະສຸກລາວ… “ໂຮງໝໍຫຼ້າສະໄໝ ອຸປະກອນເກົ່າການແພດເກົ່າ ບໍ່ມີໃຜເຊື່ອວ່າຈະກວດຫາເຊື້ອ Covid-19 ພົບ” (ມີຄຣິບ)

ກາຍເປັນປະເດັນທີ່ຮ້ອນແຮງທີ່ສຸດໄປແລ້ວໃນຕອນນີ້ ເມື່ອນັກຂ່າວຊື່ດັງ ຊ່ອງໂທລະພາບຊື່ດັງ ຂອງປະເທດໄທ ລາຍການ “จั๊ด ซัดทุกความจริง”ອອກມາວິເຄາະ ແລະ ໃຫ້ຄໍາເຫັນກ່ຽວກັບປະເດັນທີ່ “ປະເທດ ມຽນມາ ແລະ ປະເທດລາວບໍ່ມີຄົນຕິດເຊື້ອ Covid-19” ຫຼັງຈາກທີ່ຫຼາຍປະເທດອ້ອມຂ້າງເຮົາຕິດໄປເກືອບທຸກປະເທດແລ້ວ ແຕ່ໃນລາຍການຂ່າວດັ່ງກ່າວແມ່ນໄດ້ມີການພາດພິງເຖິງປະເທດລາວທີ່ຄ້ອນຂ້າງເຈາະຈົງໄປທາງ ດູໝິ່ນ ດ້ານຄວາມດ້ອຍພັດທະນາ, ຄວາມຫຼ້າສະໄໝຂອງສາທາລະນະສຸກບ້ານເຮົາ ລວມໄປເຖິງການວິພາກວິຈານ ອຸປະກອນການແພດ ທີ່ຫຼ້າສະໄໝຖ້າທຽບໃສ່ປະເທດໄທ… VDO ດັ່ງກ່າວ… https://www.facebook.com/bboss.soutthavong/videos/2597346760534368/?t=15   ແຕ່ຫຼັງຈາກ VDO ຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປບໍ່ດົນ ກໍໄດ້ມີຄົນລາວຫຼາຍຄົນອອກມາສະແດງຄວາມຄິດເຫັນ ລັກສະນະວິພາກວິຈານນັກຂ່າວຄົນດັ່ງກ່າວຢ່າງຫຼວງຫຼາຍ ເຖິງຄວາມບໍ່ເໝາະສົມໃນການໃຊ້ຄໍາເວົ້າ ແລະ ໜຶ່ງໃນນັ້ນກໍມີ ໝໍແນ່ງ ຈັນດາລີ ດາລານັກສະແດງແຖວໜ້າຂອງປະເທດລາວ ພ້ອມຍັງເປັນຜູ້ທີ່ຊົງອິດທິພົນທີ່ສຸດໃນໂລກ Social ປະຈໍາປີ 2019 ກໍໄດ້ອອກມາສະແດງຄວາມຄິດເຫັນເຖິງພຶດຕິກໍາຂອງ ນັກຂ່າວຄົນດັ່ງກ່າວເຊັ່ນກັນ ໂດຍໃນໂພສລະບຸວ່າ “ເຖິງຊິເງິນທອງບໍ່ຫລວງຫລາຍແຕ່ມາລະຍາດແລະຄວາມເຫັນໃຈຊາວລາວຍັງຫລາຍ ແລະມັນຖືກສອນມາແຕ່ກຳເນີດ ຕິດເຊື້ອກໍ່ບໍ່ດີ…..ບໍ່ຕິດກໍ່ວ່າໂງ່ ! ທັດສະນະຄະຕິ ! …

Read More »

ຂ່າວດີ! ອູ່ຮັ່ນ ແລະ ມົນທົນຫູເປີ່ຍ ບໍ່ພົບຄົນປ່ວຍ Covid-19 ຄົນໃຫມ່…

ຕອນເຊົ້າຂອງວັນທີ 19 ມີນາ 2020 ຄະນະກຳມະການສາທາລະນະສຸກແຫ່ງຊາດຂອງມົນທົນຫູເປີ່ຍ ລາຍງານວ່າ ບໍ່ພົບຜູ້ປ່ວຍ  Covid-19  ລາຍໃຫມ່ໃນເມືອງອູ່ຮັ່ນ ລວມເຖິງມົນທົນ ຫູເປີ່ຍ ມື້ວານ ວັນທີ 18 ມີນາ 2020 ເຊິ່ງເປັນຄັ້ງທໍາອິດທີ່ບໍ່ພົບກໍລະນີຜູ້ຕິດເຊື້ອຄົນໃຫມ່ໃນສູນກາງ ແລະ ຕົ້ນຕໍຂອງໄວຣັສ Covid-19  ໃນຈີນ ຫຼັງຈາກປະເຊີນກັບວິກິດ ແລະ ຕໍ່ສູ້ກັບໄວຣັສມາດົນກວ່າ 2 ເດືອນ – ຂໍ້ມູນຈາກທາງການຈີນລະບຸວ່າ ມື້ວານນີ້ມີຄົນຕິດເຊື້ອຍືນຍັນເພີ່ມ 34 ຄົນ ໂດຍທັງໝົດລ້ວນແຕ່ເປັນຜູ້ທີ່ເດີນທາງກັບມາຈາກຕ່າງປະເທດ ສ່ວນຈໍານວນຜູ້ເສີຍຊີວິດຫຼ້າສຸດມີເພີ່ມ 8 ຄົນ ເຊິ່ງທັງໝົດໃນມົນທົນຫູເປີ້ຍ. ເຖິງແນວໃດກໍຕາມ ທາງການຈີນຍັງບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມເທື່ອວ່າຜູ້ຕິດເຊື້ອຄົນໃຫມ່ເດີນທາງກັບມາຈາກປະເທດໃດແດ່  ກ່ອນໜ້ານີ້ລັດຖະບານປະກາດວ່າ ຈີນໄດ້ຜ່ານພົ້ນຈຸດສູງສຸດຂອງວິກິດການລະບາດຂອງ Covid-19 ແລ້ວ ຫຼັງຈາກທີ່ປະເທດໄດ້ເຮັດສົງຄາມກັບຳວຣັສຢ່າງໜັກໜ່ວງ ທັງການປິດເມືອງ ແລະ ຈໍາກັດການເດີນທາງຂອງປະຊາຊົນເພື່ອຫຼຸດຄວາມສ່ຽງໃນການແຜ່ກະຈາຍຂອງໄວຣັສ ສໍາຫຼັບ ຍອດລວມສະສົມຂອງຜູ້ຕິດເຊື້ອໃນຈີນຂະນະນີ້ຢູ່ທີ່ປະມານ 80,928 ຄົນ ໂດຍຈໍານວນນີ້ຟື້ນຕົວ ແລະ ຮັກສາດີແລ້ວ 70,420 ຄົນ ແລະ …

Read More »

ໂພສເດືອດ!! ຍຸ້ຍ ສັນທະນີ Miss Supranational Laos 2018 ເກີນທົນ ສັ່ງຊື້ຜ້າປິດປາກ ກ່ອງ 2 ແສນກີບ ແຕ່ພົບສິ່ງນີ້…

ຊ່ວງນີ້ພະຍາດລະບາດ Covid-19 ກຳລັງແຜ່ຂະບາດແຮງ ແນ່ນອນສິ່ງທີ່ຂາດບໍ່ໄດ້ນັ້ນກໍຄືການປ້ອງກັນຕົວບໍ່ວ່າຈະເປັນ ຜ້າປິດປາກ, ເຈວລ້າງມື… ເປັນອີກໜື່ງຕົວຊ່ວຍທີ່ສໍາຄັນໃນການປ້ອງກັນພະຍາດລະບາດດັ່ງກ່າວ ແລະ ຕອນນີ້ຜ້າປິດປາກກໍເປັນອີກໜື່ງສິ່ງທີ່ຫຼາຍຄົນກຳລັງຕ້ອງການ ແລະ ກຳລັງຂາດຕະຫຼາດອີກດ້ວຍ   ເຊິ່ງຜ້າປິດປາກກໍເປັນກະແສຮືຮາໄປທົ່ວສັງຄົມ ກ່ຽວກັບເລື່ອງຂອງການຂຶ້ນລາຄາຈາກປົກກະຕິ… ແລະ ຫຼ້າສຸດ   “ຢຸ້ຍ ສັນທະນີ” Miss Supranational Laos 2018 ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເມື່ອບໍ່ດົນມານີ້ວ່າ: “ພວກຊຸມຜີ ຈັ່ງແມ່ນຂວາງ+ຊິງຫມາເກີດແທ້ໆ ຊົ່ວທຽບເທົ່າກັບພວກປ່ອຍເຊື້ອໄວລັດກະພວກຂາຍຂອງທີ່ສວຍໂອກາດໃນຢາມນີ້ລະ 1.ພວກກັກຕຸນສິນຄ້າໃຫ້ມັນຂາດຕະຫຼາດແລ້ວໂກງລາຄາ ຈາກແຕ່ກີ້ກັບລະ15,​000ຂອງລາວຂອງຫວຽດ-40,000ຂອງໄທຂອງຕ່າງປະເທດ.​ຂື້ນຮອດ10ເທົ່າໂຕ.​ 2.ພວກສັນດານຂາຍຂອງປອມ(ເອົາຮູບຂອງແທ້ມາໂພດຂາຍ ບາດເຄື່ອງມາຂອງປອມ)​ 3.ພວກເປລດເອົາຂອງມື2ມາຂາຍຍ້ອມແມວໃຫ້ພະຍາດມັນແພ່ເພີ່ມ 4.ມາໃຫມ່ອີກພວກຊຸມຜີເດນນະລົກ ມີສອດໃສ່ອີກ ຄົນເຂົາຢ້ານຕາຍ.​ ກັບລະ 200,​000ແພງກ່ອນຊີ້ນກ່ອນເຂົ້າ ແພງປານຄຳເຂົາກະຊື້ເພາະບໍ່ຢາກຕິດໂລກ ໂອ້ຍຍຍ ເນາະ ນີ້ລະຈັ່ງ, ຈັ່ງບໍ່ຄິດສິຂາຍແຕ່ທຳອິດ ທີ່ມີແຕ່ຜູ້ສະເໝີມາ ຢ້ານຖືກຈົກຕາ ຢ້ານຖືກຕົ້ມກັນແນວນີ້ລະ.​ເຫັນເຂົາໂພດເງິນໂຊຂາຍດີ ແຕ່ບໍ່ແລ້ວສະເໝີໄປ ແລ້ວແຕ່ບຸນໃຜລາວ *ຂໍເວົ້າຄຳຫຍາບ.​ເກີນອົດ” ນີ້ກໍຖືໄດ້ວ່າເປັນອີກໜື່ງກໍລະນີໃນການຊື່ເຄື່ອງຜ່ານອອນລາຍ ທີ່ເປັນອຸທາຫອນໃຫ້ກັບສັງຄົມເຮົາບໍ່ຫຼາຍກໍໜ້ອຍໃນຊ່ວງວິກິດແບບນີ້  ນີ້ແລະທີ່ເຂົາເອີ້ນກັນວ່າ “ນໍ້າຂຶ້ນໃຫ້ຮີບຕັກ”ນີ້ອາດຈະເປັນອີກໜື່ງກົນລະຍຸດຂອງແມ່ຄ້າອອນລາຍບາງຄົນທີ່ສວຍໂອກາດໃນການຂາຍເຄື່ອງ… ຂວັນໃຈຂໍໃຫ້ທຸກຄົນມີສະຕິນໍາກັນຕື່ມອີກເດີ້ ໃນການສັ່ງຊື້ເຄື່ອງອື່ນໆຈາກອອນລາຍໂດຍສະເພາະແມ່ນ …

Read More »

ອ່ານໄວ້ເຕືອນສະຕິ!! ເຂົ້າໃຈວ່າຕອນນີ້ໃຜກໍຢ້ານ Covid-19 ແຕ່ຢາກໃຫ້ມີສະຕິຫລາຍໆແດ່…

ສະພາບການຂອງ Covid-19 ທີ່ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ເຮັດໃຫ້ຈໍານວນຄົນຕິດເຊື້ອ ແລະ ເສຍຊີວິດ ເພີ່ມຂຶ້ນທຸກມື້… ເຊິ່ງເຮົາບໍ່ຮູ້ວ່າມື້ໃດພະຍາດລະບາດດັ່ງກ່າວຈື່ງຈະຫລຸດລົງ ແລະ ສາມາດຄວບຄຸມໄດ້    ການລະບາດຂອງ Covid-19  ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດເກືອບທຸກປະເທດທົ່ວໂລກບໍ່ວ່າຈະເປັນ ບໍລິສັດຫ້າງຮ້ານຂາດທຶນ, ການຄ້າຂາຍບໍ່ອໍານວຍ, ທຸລະກິດທ່ອງທ່ຽວ, ການບິນ, ການເຮັດວຽກຂອງບາງສາຂາອາຊີບ ກໍຕ້ອງໄດ້ຍົກເລິກ, ການໃຊ້ຊີວິດກໍຫຍຸ້ງຍາກ, ເຄື່ອງອຸປະໂພກ-ບໍລິໂພກສ່ວນໃຫຍ່ເລີ່ມຂາດຕະຫຼາດ… ແລະ ນອກຈາກນີ້ທຸກຄົນຍັງກັງວົນວ່າຕົນເອງຈະຕິດເຊື້ອ ຫຼືບໍ່? ຖ້າຕິດເຊື້ອແລ້ວຈະໄປປິ່ນປົວຢູ່ໃສ? ຖ້າເສດຖະກິດຕົກຕໍ່າແບບນີ້ຈະເອົາຫຍັງມາກິນ ນີ້ເປັນສາເຫດຫຼັກທີ່ເຮັດໃຫ້ທຸກຄົນແຕກຕື່ນ ຢ້ານ ກັງວົນໄປໝົດ!!! ມື້ນີ້ຂວັນໃຈເລີຍເອົາບົດຄວາມຂອງຜູ້ໃຊ້ເຟສບຸກທ່ານໜື່ງ ມາໃຫ້ທຸກຄົນຕ້ອງອ່ານ ເພື່ອເຕືອນສະຕິ ຫວັງວ່າຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍໃຫ້ແກ່ທຸກຄົນ… ••••• ສະຕິໂຕໃຫຍ່ໆເດີ້ •••••• ເຂົ້າໃຈວ່າໃຜກະຢ້ານ Covid … ແຕ່ຢາກໃຫ້ມີສະຕິຫລາຍໆ 1. ວ່າດ້ວຍເລື່ອງສະພາບຈິດໃຈ ຂ້ອຍຜ່ານຈຸດນັ້ນມາແລ້ວ ແລະ ຫລາຍຈຸດອີກ – ຈຸດທີ່ກີນເຂົ້າບໍ່ໄດ້ ນອນບໍ່ຫລັບ – …

Read More »