ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 23 ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ. ດັ່ງນັ້ນພວກເຮົາຂໍເປັນກຳລັງໃຈໃຫ້ ສູ້ໆເດີ້…ຝາກກຳລັງໃຈດ້ວຍບົດເພງນີ້ “ຝາກນໍ້າໃຈໄປທີ່ອັດຕະປື” ເຖີງພີ່ນ້ອງ ແຂວງອັດຕະປື ພິເສດແມ່ນເຂດ ເມືອງ ສະໜາມໄຊ….ຂໍເປັນແຮງໃຈໃຫ້ພີ່ນ້ອງຜ່ານໄປດ້ວຍດີ ແລະ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເຄາະຮ້າຍໃນເຫດການຄັ້ງນີ້ດ້ວຍ… (#PrayforAttapue) https://www.facebook.com/man.chester.1042032/videos/204180286919815/ ສຳລັບ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແມ່ນລະບົບເຂື່ອນທີ່ອ່າງເກັບນ້ຳໄດ້ເຊື່ອມຕໍ່ໃສ່ຫ້ວຍໝາກຈັນລົງສູ່ເຂື່ອນເຊປຽນ, ຈາກເຂື່ອນເຊປຽນລົງສູ່ເຂື່ອນເຊນ້ຳນ້ອຍ ແລະ ອ່າງເກັບນ້ຳເຂື່ອນເປັນອ່າງເກັບນ້ຳທີ່ໃຫຍ່ທີ່ສຸດໃນລະບົບເຂື່ອນດັ່ງກ່າວ ດ້ວຍເນື້ອທີ່ 522 ກິໂລແມັດຕາແມັດ, ໂດຍໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2013 ແລະ ຄາດວ່າຈະສຳເລັດໃນປີ 2019 ມີກຳລັງການຜະລິດ 410 ເມກາວັດ, ໂດຍມີເຈົ້າຂອງໂຄງການແມ່ນບໍລິສັດໄຟຟ້າເຊປຽນ-ເຊນ້ຳນ້ອຍ ພາຍໃຕ້ການຮ່ວມຮຸ້ນຂອງບໍລິສັດ sk Engineering Construction ຈາກ ສ.ເກົາຫລີ ຖືຮຸ້ນ 26%, ບໍລິສັດ …
Read More »Home
ສັກ (Cells) ປະກາດຂໍເອົາໂຕເຂົ້າແລກ ເພື່ອຊ່ວຍເຫຼືອ ນ້ຳຖ້ວມໃຫຍ່ ທີ່ອັດຕະປື!!!
ດັ່ງທີ່ທຸກໆຄົນໄດ້ຮູ້ກັນແລ້ວວ່າ ໄດ້ເກີດໄພພິບັດສຸກເສີນລະດັບຊາດ ເນື່ອງຈາກເຫດເຄື່ອນແຕກ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ໃນວັນທີ 24 ກໍລະກົດ 2018 ເຮັດໃຫ້ປະຊາຊົນຄົນໃນພື້ນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນເທື່ອນີ້ຫຼາຍພັນຄົນ , ດັ່ງນັ້ນຄົນລາວເຮົາຈຶ່ງລວມເປັນຈິດໜຶ່ງໃຈດຽວກັນເພື່ອຊ່ວຍເຫຼືອຜູ້ປະສົບໄພໃຫ້ໄວທີ່ສຸດ ໜຶ່ງໃນນັ້ນ ອາທິສັກ ຣັຕະນະວົງ ຫຼື ອ້າຍ ສັກ ແຫ່ງວົງ (Cells) ກໍ່ບໍ່ນິ່ງນອນໃຈ ອອກມາໂພສປະກາດຂໍເອົາໂຕເຂົ້າແລກ ໂດຍການສະເໜີໃຫ້ ຈອງໂຊວ໌ ສັກ ເຊວສ໌ ແບບເຕັມວົງ ໃນລາຄາ 1 ຊົ່ວໂມງ ລາຄາ 5,000,000 ກີບ ຈາກປົກກະຕິ 8,000,000 ຈຳນວນ 3 ງານ. ໃຜສົນໃຈກະລຸນາຕິດຕໍ່ຫາ ອ້າຍ ສັກ ເພິ່ນໄດ້ເລີຍເດີ້ ເງິນທຸກກີບທີ່ໄດ້ຈາກຄ່າໂຕຂອງເພິ່ນ ຈະມອບເພື່ອຊ່ວຍເຫຼືອຜູ້ປະສົບໄພໃນເທື່ອນີ້. ນໍ້າໃຈຄົນລາວບໍ່ເຄີຍຖິ້ມກັນ ເຮົາຕ້ອງຮ່ວມເປັນຈິດໜຶ່ງໃຈດຽວກັນ ເພື່ອຜ່ານໄພພິບັດສຸກເສີນລະດັບຊາດເທື່ອນີ້ໄປໃຫ້ໄດ້ #PrayforAttapue ?????? ທີ່ມາ: fb/Sack Cells Intha …
Read More »ດ່ວນນນ! ລັດຖະບານປະກາດ ນໍ້າຖ້ວມເມືອງສະໜາມໄຊ ເປັນເຂດໄພພິບັດສຸກເສີນລະດັບຊາດແລ້ວ
ໃນວັນທີ 24 ກໍລະກົດນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບການຊ່ວຍເຫລືອຜູ້ປະສົບໄພຈາກເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍຢູ່ແຂວງອັດຕະປື, ໂດຍລັດຖະບານໄດ້ປະກາດເອົາເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຄັ້ງນີ້ ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ, ພ້ອມທັງມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບພິຊອບ ເພື່ອເປັນໃຈກາງໃນການປະສານງານ, ການລະດົມທຶນ, ທ້ອນໂຮມທຶນຮອນ ແລະ ວັດຖຸປັດໃຈຕ່າງໆ ຈາກທຸກພາກສ່ວນ ນັບທັງພາກລັດ ແລະ ທ້ອງຖິ່ນ, ພາກເອກະຊົນ, ຜູ້ປະກອບການ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນຜູ້ມີນໍ້າໃຈສັດທາ. ສໍາລັບທຶນ ແລະ ວັດຖຸທີ່ລະດົມມາໄດ້ ສໍາລັບຢູ່ສູນກາງໃຫ້ໄປມອບລວມສູນຢູ່ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສໍາລັບທ້ອງຖິ່ນແມ່ນໃຫ້ໄປມອບຢູ່ຫ້ອງການປົກຄອງແຂວງ. ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 23 ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ. ເຂື່ອນເຊປຽນ-ເຊນ້ຳນ້ອຍ …
Read More »ກັບມາອີກຄັ້ງ!!! ສະສົມຝາລຸ້ນໂຊກກັບ ນໍ້າດື່ມຫົວເສືອ (ມູນຄ່າຫຼາຍກວ່າ 5 ຕື້ກີບ)
ເນື່ອງໃນໂອກາດສະຫຼອງຄົບຮອບ 45ປີບໍລິສັດ ເບຍລາວ ນ້ຳດື່ມກາຫົວເສືອໄດ້ຈັດກິດຈະກຳຄືນກຳໄລໃຫ້ກັບຜູ້ບໍລິໂພກ,ເຊິ່ງກັບມາອີກຄັ້ງຂອງການສະສົມຝານ້ຳດື່ມພ້ອມແຈກໂຊກຄັ້ງຍິ່ງໃຫຍ່ແບບຈັດເຕັມ ການແຈກຄັ້ງນີ້ລວມມູນຄ່າຫຼາຍກວ່າ 5,000,000,000ກີບ ຂອງລາງວັນມີຫຼາກຫຼາຍ. ພຽງແຕ່ທ່ານສະສົມຝາຄຳເພື່ອແລກຂອງລາງວັນຢ່າງຫຼວງຫຼາຍ. ພິເສດໄປກວ່ານັ້ນທ່ານຍັງສາມາດຮ່ວມລຸ້ນໂຊກນຳພວກເຮົາເຖິງ 2ຊັ້ນກັນເລີຍ: ໂຊກຊັ້ນທີ1: ສະສົມຝານ້ຳດື່ມເພື່ອແລກຮັບຂອງລາງວັນຕາມຕົວແທນຈຳໜ່າຍທົ່ວປະເທດ. ສະສົມ 30 ຝາ ຮັບໄປເລີຍທັນທີ ນ້ຳດື່ມກາຫົວເສືອຕຸກໃຫຍ່ ພ້ອມບັດລຸ້ນໂຊກ ຈຳນວນ 1 ຄູປອງ ສະສົມ 300 ຝາ ຮັບໄປເລີຍທັນທີ ຄັນຮົ່ມເບຍລາວ ພ້ອມບັດລຸ້ນໂຊກ ຈຳນວນ 10 ຄູປອງ ສະສົມ 1000 ຝາ ຮັບໄປເລີຍທັນທີ ເສື້ອແຈັກແກັດ ພ້ອມບັດລຸ້ນໂຊກ ຈຳນວນ 30 ຄູປອງ ໂຊກຊັ້ນທີ2: ຂຽນຊື່,ທີ່ຢູ່,ພ້ອມເບີໂທທີ່ສາມາດຕິດຕໍ່ກັບຫາທ່ານໄດ້ລົງໃສ່ຄູປອງ ແລ້ວນຳໄປປ່ອນທີ່ກ່ອງຮັບຊິ້ນສ່ວນ ເພື່ອລຸ້ນຮັບລົດຟອດ ແລະ ສາຍຄໍຄຳ 2 ສະຫຼືງ ຈຳນວນ 100 ລາງວັນ. …
Read More »ງົດດຣ່າມ່າ! ສ່ອງສາວງາມ 10 ປະເທດໃນເຂດອາຊີ (ເຊຍລາວສູ້ໆໆໆ)
ຮູ້ສຶກຕື່ນເຕັ້ນກັນເຂົ້າມາອີກແລ້ວ ຈື່ຄວາມຮູ້ສຶກທີ່ຄົນລາວທົ່ວປະເທດໄດ້ເຊຍ ນ້ອງ ນຸ້ຍ ສຸພາພອນ ໃນເວທີ Miss Universe 2017 ກັນໄດ້ບໍ່??? ຄວາມຮູ້ສຶກນັ້ນກຳລັງຈະກັບມາອີກຄັ້ງໃນຊ່ວງທ້າຍປີນີ້ເດີ້ແຟນໆ… ເຊິ່ງປີນີ້ແນ່ນອນວ່າ ສາວງາມທີ່ຈະໄປເປັນຕົວແທນປະເທດລາວເຮົາກໍ່ຄື ນ້ອງ ອອນອະນົງ ຫອມສົມບັດ ຮອງອັນດັບ 1 ມິສຍູນິເວຣີດ 2017 ແຕ່ໃນປີນີ້ເປັນປີຂອງນາງທີ່ຖືກພິຈາລະນາວ່າມີຄວາມເໝາະສົມທີ່ຈະລົງສະໜາມ ແຂ່ງຂັນໃນເວທີ Miss Universe 2018 ທີ່ຈະມາຮອດໃນທ້າຍປີນີ້. ຫຼາຍໆປະເທດກໍ່ເລີ່ມໄດ້ຕົວແທນສາວງາມເພື່ອກຽມຕົວ ກຽມຄວາມພ້ອມເພື່ອໄປປະກວດຕໍ່ທີ່ເວທີ Miss Universe 2018 ເຊິ່ງນອກຈາກ ນ້ອງ ອອນ ທີ່ກຳລັງເປັນກະແສຮ້ອນແຮງກັນສຸດໆໃນເວລານີ້ ກໍ່ຍັງມີບັນດາສາວງາມປະເທດເພື່ອນບ້ານຕ່າງໆ ເຊິ່ງໃນມື້ນີ້ ຊະນີIndy ໄດ້ໄປຊອກເອົາ ສາວງາມໃນເຂດອາຊີເຮົາມາຝາກທັງໝົດ 10 ປະເທດ, ລອງມາເບິ່ງກັບວ່າຈະມີປະເທດໃດແດ່… Miss Universe Laos 2018 (ອອນອະນົງ ຫອມສົມບັດ) Miss Universe Thailand 2018 …
Read More »
Kuanjai Magazine
