Breaking News

Home

ລ້າງສານພິດ ຂັບໄລ່ໄຂມັນງ່າຍໆພຽງແຕ່ກິນອາຫານດັ່ງຕໍ່ໄປນີ້…

ຮ່າງກາຍຮູ້ສຶກໄດ້ຮັບສານພິດ ເຊິ່ງເປັນຜົນມາຈາກອາຫານການກິນ ຫຼື ມົນລະພາວະຕ່າງໆອ້ອມຕົວເຮົາ, ເຊິ່ງແຟນໆຮູ້ບໍ່ວ່າການກິນອາຫານມັນກໍ່ສາມາດລ້າງພິດທີ່ຢູ່ຮ່າງກາຍເຮົາໄດ້ເຊັ່ນດຽວກັນ ນອກຈາກຈະລ້າງສານພິດແລ້ວ ຍັງມີອີກໜຶ່ງຄຸນປະໂຫຍດດີໆເພາະອາຫານຈຳພວກນີ້ສາມາດເຜົາຜານໄຂມັນທີ່ສະສົມໃນຮ່າງກາຍອີກດ້ວຍ ມາເບິ່ງກັນມີຫຍັງແດ່.. ໝາກນາວ ເປືອກໝາກນາວມີສານທີ່ຊ່ວຍກະຕຸ້ນການເຜົາຜານຂອງຮ່າງກາຍ ແລະກະຕຸ້ນການໄຫຼວຽນຂອງເລືອດ ພຽງແຕ່ດົມກິ່ນກໍສາມາດບັນເທົາອາການວິນຫົວປວດຮາກ ຫອມຫົວໃຫ່ຍ ເນື່ອງຈາກຫອມຫົວໃຫ່ຍມີວິຕາມິນບີ 1 ຊຶ່ງຊ່ວຍໃນການເຜົາຜານອາຫານ ແລະຍັງຊ່ວຍຂັບສານພິດໃນຮ່າງກາຍອອກມາທາງປັດສາວະອີກດ້ວຍ ນໍ້າສົ້ມສາຍຊູ ມີຄຸນປະໂຫຍດຊ່ວຍຫຼຸດ Cholesterol ທີ່ບໍ່ດີ ແລະຍັງຊ່ວຍເພີ່ມປະລິມານ Cholesterol ທີ່ດີໃຫ້ຮ່າງກາຍ ນອກຈາກນີ້ຍັງກະຕຸ້ນການເຜົາຜານໃນລະບົບຮ່າງກາຍ -ຂິງ ຊ່ວຍໃຫ້ຮ່າງກາຍອົບອຸ່ນ ຂັບເຫື່ອ ຊ່ວຍປັບອຸນຫະພູມໃນຮ່າງກາຍ ຊ່ວຍເຜົາຜານໄຂມັນ ແລະນໍ້າຕານໃນຮ່າງກາຍ ເພີ່ມການເຜົາຜານໄຂມັນໃນຮ່າງກາຍ ຄວນດື່ມນໍ້າຂິງ ຫຼຶນຳມາເປັນສ່ວນປະກອບຂອງອາຫານເປັນປະຈຳ -ກະທຽມ ນອກຈາກຊ່ວຍໃນການຂັບໄລ່ສານພິດແລະເສີມສ້າງພູມຄຸ້ມກັນໃນຮ່າງກາຍແລ້ວ ກະທຽມຍັງຊ່ວຍກະຕຸ້ນການເຜົາຜານໄຂມັນແລະທາດນໍ້າຕານໃນຮ່າງກາຍ ຊ່ວຍໃນການດູດຊຶມທາດເຫຼັກ -ໝາກເລັ່ນ ເປັນຜັກທີ່ມີໄຂມັນຕໍ່າ ເສັ້ນໃຍອາຫານສູງ ກິນແລ້ວຮູ້ສຶກອິ່ມໄວ ເຮັດໃຫ້ກິນອາຫານໄດ້ໜ້ອຍລົງ ເໝາະສຳລັບຄົນທີ່ຕ້ອງການຫຼຸດນໍ້າໜັກ -ງາ ມີແຮ່ທາດຕ່າງໆຫຼາກຫຼາຍ ໂດຍສະເພາະວິຕາມິນຊີ ແລະແຮ່ທາດທີ່ຊ່ວຍຫຼຸດລະດັບສານ Triglyceride (ເຊິ່ງສານນີ້ຖ້າມີໃນເລືອດຫຼາຍຈະເຮັດໃຫ້ເກີດອັນຕະລາຍ) …

Read More »

ສະແດງຄວາມຍິນດີ! ໜຸ່ມລາວຄວ້າໄປແລ້ວໜຶ່ງລາງວັນໃນເວທີ Mister United Asia 2018 #ແຊຣໄປໃຫ້ໂລກຮູ້ດ່ວນນນ

ກ່ອນອື່ນຕ້ອງຂໍບອກວ່າ #ແຊຣໄປໃຫ້ໂລກຮູ້ດ່ວນນນ ເພາະຫຼ້າສຸດ ບອຍ ໄຊຍະເວດ ໜຸ່ມຕົວແທນປະເທດລາວໄດ້ເດີນທາງໄປປະກວດໃນເວທີລະດັບອິນເຕີ Mister United Asia 2018 ເຊິ່ງໃນປີນີ້ຈັດຂຶ້ນທີ່ປະເທດໄທ ແລະ ມີຕົວແທນໜຸ່ມຫຼໍ່ໆ ງານດີໆ ເຂົ້າປະກວດໃນປີນີ້ກັນຫຼາຍປະເທດເລີຍ… ເຊິ່ງນັບວ່າເປັນຂ່າວດີຂອງຄົນລາວ ເພາະໜຸ່ມລາວຄົນນີ້ສາມາດຄວ້າມາໄດ້ໜຶ່ງລາງວັນຈາກເວທີດັ່ງກ່າວແລ້ວເດີ້ ເຊິ່ງເປັນລາງວັນ Inspiration & Smart (ຂໍສະແດງຄວາມຍິນດີນຳຫຼາຍໆ), ສຳລັບການປະກວດ Mister United Asia 2018 ກຳລັງຢູ່ໃນຊ່ວງທີ່ຜູ້ເຂົ້າແຂ່ງຂັນກຳລັງເກັບຕົວ ແລະ ເຮັດກິດຈະກຳ, ມື້ປະກວດແທ້ຈະຈັດຂຶ້ນໃນວັນທີ 29 ກໍລະກົດ 2018 ນີ້.  (ປາດດດດ! ງານດີເວີ້ ບໍ່ແປກໃຈເລີຍວ່າເປັນຫຍັງ ໜຸ່ມ ບອຍ ຈຶ່ງໄດ້ລາງວັນມານອນກອດກ່ອນໝູ່ 555) ຢ່າລືມຕິດຕາມເປັນກຳລັງຄົນລາວນຳກັນແດ່ເດີ້ທຸກໆຄົນ ຮູບພາບຈາກ: Boy Xayaveth

Read More »

ຊ໋ອກວົງການນາງງາມ! ປະກາດແລ້ວ Miss Universe Laos 2018 ເປັນສາວງາມຄົນນີ້???

ຕະລຶງ! ເປັນກະແສຮ້ອນແຮງ ຊ໋ອກໄປທົ່ວວົງການນາງງາມ ເພາະຫຼ້າສຸດເພສຫຼັກຂອງເວທີ Miss Universe Laos ໄດ້ປະກາດຜ່ານເພສແບບສົດໆຮ້ອນໆວ່າ  ໄດ້ແຕ່ງຕັ້ງ ນາງ ອອນອານົງ ຫອມສົມບັດ ເປັນຕົວແທນເຂົ້າຮ່ວມການປະກວດ Miss Universe 2018 ຢ່າງເປັນທາງການ. ສຳລັບ ນ້ອງ ອອນອະນົງ ຫອມສົມບັດ ບອກເລີຍວ່າໂປຟາຍນາງເລີດໆໆ  ເປັນອະດີດຮອງອັນດັບຫນຶ່ງມີສຢູນີເວີສລາວ 2017, ອາຍຸ 23 ປີ, ຄວາມສູງ 171 ຊມ, ຮຽນຈົບປະລິນຍາຕີ ວິຊາ: ພົວພັນສາກົນ (International relations) ຈາກມະຫາວິທະຍາໄລ Kaposvar University, ປະເທດຮົງກຣີ ໃນປີ 2017, ເຄີຍເຮັດວຽກຢູ່ ອົງການແມ່ນໍ້່າຂອງ (Mekong River Commission). ໃນໄລຍະຮຽນຢູ່ອຸດົມ ນາງໄດ້ໄປເຄື່ອນໄຫວກັບໂຄງການແລກປ່ຽນການສຶກສາຢູ່ ສ. ອາເມລິກາ, ຍີ່ປຸ່ນ, ຫວຽດນາມ, …

Read More »

ຮືຮາ! ອະດີດນາງສາວລາວ ລົງສະໝັກປະກວດ  Miss Universe Laos 2018

ເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເພາະມີປະເດັນຫຼ້າສຸດຂອງເວທີປະກວດດັງ ໃນວັນທີ 21 ກໍລະກົດ 2018 ທີ່ຜ່ານມາໄດ້ມີບັນຍາກາດການຄັດເລືອກສາວງາມ Miss Universe Laos 2018  ທີ່ ນະຄອນຫຼວງວຽງຈັນ ແລະ ທີ່ເປັນກະແສຮືຮາທີ່ສຸດກໍ່ຄື ໜຶ່ງໃນນັ້ນມີ ຄຣິດຕິນ້າ ລາສະສິມມາ ລົງສະໝັກໃນປີນີ້ອີກດ້ວຍ. ສຳລັບ  ຄຣິດຕິນ້າ ລາສະສິມມາ ເປັນອະດີດນາງສາວລາວ 2012 ແລະ ຍັງເປັນ ດາລາ-ນາງແບບທີ່ມີຊື່ສຽງໃນວົງການບ້ານເຮົາ ຖືໄດ້ວ່າເປັນສາວງາມທີ່ມີຄວາມພ້ອມ ມີຖານແຟນຄລັບທີ່ແໜ້ນ ແລະ ການລົງສະໝັກເຂົ້າປະກວດ  Miss Universe Laos 2018 ໃນເທື່ອນີ້ຂອງນາງກໍ່ສ້າງຄວາມຮືຮາ ເປັນກະແສ ຈາກບັນດາແຟນຄລັບໄດ້ເປັນຢ່າງດີ. ຮູບພາບຈາກ: Christina Lasasimma,Alex Aliya Soundala

Read More »

ມ່ວນ!!! “ປະເທດລາວສວຍງາມແທ້ໆ” ຈາກ ອາເລັກຊານດຣ້າ ບຸນຊ່ວຍ

ໄດ້ຟັງກັນລະຫວ໋າ? ສຳລັບບົດເພງ “ປະເທດລາວສວຍງາມແທ້ໆ” ເພງໃໝ່ຈາກ ອາເລັກຊານດຣ້າ ບຸນຊ່ວຍ ທີ່ເຮັດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວ. ອາເລັກຊານດຣ້າ ບຸນຊ່ວຍ ຍັງໄດ້ໂພສຜ່ານເພສເຟສບຸກອີກວ່າ: “ເພງນີ້ຕັ້ງໃຈເຮັດມາເພື່ອຢາກເຊີນຊວນທຸກຄົນທ່ຽວປະເທດລາວນໍາກັນ, ບ້ານເຮົາຍັງມີອີກຫຼາຍແຫຼ່ງທ່ອງທຽວທີ່ໜ້າຄົ້ນຫາ ແລະ ທ່ຽວຊົມ. ເຮົາຄົນລາວນໍາກັນມີວັດທະນາທໍາປະເພນີສືບທອດມາແຕ່ປູ່ຍ່າຕາຍາຍ ຮັກແພງກັນ ມີຫຍັງຊ່ວຍກັນ ນີ້ແຫຼະຈຸດຂາຍເຮົາ ວ່າບໍ່? 🙂 ແນວໃດແຊນດຼ້າຂໍຝາກເພງນີ້ນໍາທຸກຄົນຊ່ວຍແຊຣ໌ກັນເດີ້ ຂອບໃຈເດີ້!” https://www.facebook.com/AlexandraBounxouei/videos/2422940611062389/ ໄດ້ຟັງກັນແລ້ວເປັນແນວໃດແດ່??? ມ່ວນນນນ ແມ່ນບໍ່ ຢ່າງໃດກໍ່ຢ່າລືມທ່ອງທ່ຽວປະເທດລາວເຮົາເດີ້ທຸກຄົນ ເຮົາເປັນຄົນລາວ ໄດ້ໄປແຂວງໃດແດ່ແລ້ວ ຄອມເມັ້ນບອກແອດມິນກັນແດ່. ຄລິບຈາກ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »