ເນັດໄອດໍ້ສາວສຸດເຊັກຊີ່ ຈີຈີ່ ພອຍໄພລິນ ສີວິໄລ ຊ່ວງນີ້ບໍ່ຄ່ອຍມີຜົນງານທາງວົງການບັນເທິງເພາະຕ້ອງໄປສຶກສາຕໍ່ທີ່ London ປະເທດ ອັງກິດ ແຕ່ນາງກໍບໍ່ເຄີຍໝົດກະແສຫຼືວ່າລົງຈາກຄຳວ່າ ເນັດໄອດໍ້ ໄດ້ຈັກເທື່ອກໍຍ້ອນຄວາມງາມ ໜ້າຮັກ ແລະ ເຊັກຊີ່ຂອງເພິ່ນຈຶ່ງເຮັດໃຫ້ມີແຟນຄລັບຕິດຕາມກັນຢ່າງຫຼວງຫຼາຍ, ຫຼ້າສຸດ ຈີຈີ່ ພອຍໄພລິນ ກໍໄດ້ໄປໂຊຄວາມງາມ ເຊັກຊີ່ ໄກເຖິງປະເທດ ເນເທີແລນ ເພາະຢູ່ໃນຊ່ວງພັກຮ້ອນຈຶ່ງໄດ້ລວມຕົວກັນແກັງໜູ່ເພື່ອນເພື່ອໄປທ່ອງທ່ຽວສະບາຍໆໃນແບບສະບັບຂອງນາງ, ແຖມ ຈີຈີ່ ພອນໄພລິນ ຍັງໄດ້ໂພສຮູບພາບໂຊຄວາມເຊັກຊີ່ແບບບໍ່ຕ້ອງພະຍາຍາມ ເບິ່ງແລ້ວເປັນທຳມະຊາດສຸດໆ ແລະເກັບຮູບພາບບັນຍາກາດພາຍໃນເມືອງ ອຳເຕີດຳ ເຊິ່ງເປັນເມືອງຫຼວງຂອງປະເທດ ເນເທີແລນ ມາຝາກແຟນໆອີກດ້ວຍ. https://www.instagram.com/p/BWkhNIvh6-2/?taken-by=chichisvl ຂໍຂອບໃຈຮູບພາບຈາກ: chichisvl
Read More »Home
ຫວານໄດ້ອີກ!!! ວິນາທີນີ້ຕ້ອງຄູ່ນີ້ເລີຍນູ່ນີ່ ແລະ ອອ໋ບໜ້າຮັກເໝາະສົມກັນດີ!!!
ວິນາທີນີ້ບໍ່ມີຄູ່ໃດແລ້ວທີ່ຈະຫວານກວ່າຄູ່ນີ້ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ຄູ່ຮັກສຸດຮ້ອນແຮງທີ່ກຳລັງເປັນກະແສສຸດໆ ເບິ່ງຢ່າງໃດກໍໜ້າຮັກເໝາະສົມກັນດີ ແຖມທັງສອງຍັງໂຊຄວາມຫວານກັນແບບບໍ່ມີຂາດວັກຂາດຕອນ ໝັ່ນໂພສຮູບຄູ່ໃຫ້ແຟນຄລັບໄດ້ຕິດຕາມກັນເລື້ອຍໆ ແລະ ຫຼ້າສຸດກໍມີຄລິບສຳພາດຈາກລາຍການ ເທັກມີເອົ້າໄທແລນ ອອກມາແລ້ວວ່າທັງສອງນັ້ນກຳລັງຢູ່ໃນຊ່ວງທີ່ກຳລັງເບິ່ງໃຈກັນ ຖ້າຄົບກັນໄປແລ້ວໂອເຄກໍອາດຈະຕົກລົງປົງໃຈກໍເປັນໄດ້ ແລະ ສ່ວນຝ່າຍຊາຍ ອ໋ອບ ລາຍພາງ ກໍຍັງມີຫຍັງຫຼາຍໆຢ່າງທີ່ຕ້ອງພິສູດໃຫ້ສາວ ນູ່ນີ່ ຂອງເຮົາໄດ້ໝັ້ນໃຈ, ຍັງໆຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໜຸ່ມ ອ໋ອບ ລາຍພາງ ວ່າທີ່ເຂີຍລາວກໍຍັງໄດ້ພາສາວນູ່ນີ່ລົງໃຕ້ (ປະເທດໄທ) ໄປຢ້ຽມຢາມພໍ່ແມ່ຂອງຕົນພ້ອມແນະນຳໃຫ້ພໍ່ແມ່ໄດ້ຮູ້ຈັກກັບສາວ ນູ່ນີ່ ກຸມພົນພັກດີ ອີກດ້ວຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣເລີຍ ຂໍຂອບໃຈຮູບພາບ ແລະ ຄລິບຈາກ: Yingyot Aoflaiprang Kanjananiyom, Noony Koumphonphakdee
Read More »ການທ່ອງທ່ຽວແບບທ້າທາຍ ປີນຜາທີ່ Green climbers home
ສະບາຍດີ ແຟນໆຂວັນໃຈ ທີ່ໜ້າຮັກ ມື້ນີ້ແອັດຈະມາຊວນແຟນໆໄປທ່ຽວນໍາກັນ ແຕ່ເປັນການທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ຖ້າໃຜມັກຄວາມທ້າທາຍແອັດຂໍແນະນໍານີ້ເລີຍ Green climbers home ທີ່ຕັ້ງຢູ່ບ້ານ ກວນຜາວັງ ເມືອງທ່າແຂກ ແຂວງຄໍາມ່ວນ ຫ່າງຈາກຕົວເມືອງທ່າແຂກປະມານ 16 ກິໂລແມັດ ແລະ Green climbers home ແຫ່ງນີ້ເປັນແຫຼ່ງທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ດ້ວຍການປີນໜ້າຜາທີ່ມີຄວາມສູງຈາກໜ້າດິນຂຶ້ນເຖິງຫຼັງຜາປະມານ 60 ແມັດຫາ 400 ກວ່າແມັດ ແລະ ກໍາລັງກາຍເປັນທີ່ນິຍົມຂອງນັກທ່ອງທ່ຽວຕ່າງປະເທດ ຜູ້ທີ່ມັກປະຈົນໄພ, ມັກຄວາມທ້າທາຍເຊັ່ນ: ປະເທດເຢຍລະມັນ, ຝຣັ່ງ, ສິງກະໂປ, ຍີ່ປຸ່ນ, ໄທ, ອີຕາລີ, ອົດສະຕາລີ ແລະ ອີກຫຼາຍໆປະເທດ, ສໍາລັບຄົນລາວເຮົາແລ້ວ ຜູ້ທີ່ມັກຄວາມທ້າທາຍກໍບໍ່ຄ່ອຍມີຫຼາຍປານໃດ ແລະ ໃນແຕ່ລະປີເມື່ອເຖິງທ້າຍເດືອນ ພຶດສະພາ ຈະປິດບໍລິການ ຍ້ອນເປັນລະດູຝົນເຮັດໃຫ້ການປີນໜ້າຜາຍາກ ແລະ ຈະເປີດໃຫ້ບໍລິການໃນຕົ້ນເດືອນ …
Read More »ຂໍສະແດງຄວາມຍິນດີກັບ!!! ວົງ “Dynamic”ຊະນະເລີດໂຄງການ “Beerlao Band Challenge Season 2”
ຜ່ານການແຂ່ງຂັນ“Beerlao Band Challenge Season 2” ຕັ້ງແຕ່ຮອບຄັດເລືອກຈົນມາຮອດມື້ສຸດທ້າຍຮອບຊິງຊະນະເລີດໃນວັນທີ 15 ກໍລະກົດ 2017 ທີ່ສູນກິລາໃນຮົ່ມລ້ານຊ້າງ ສຳລັບວົງດົນຕີທີ່ໄດ້ຊະນະເລີດໃນການແຂ່ງຂັນໂຄງການນີ້ໄດ້ແກ່ວົງ B.12 Dynamic ໄດ້ຮັບເງິນລາງວັນມູນຄ່າ 50.000.000 ກີບ, ໄດ້ຮັບເຄື່ອງດົນຕີ 1 ຊຸດຍີ່ຫໍ້ Yamaha ມູນຄ່າ 25.000.000 ກີບ, ພ້ອມເຊັນສັນຍາເປັນສິລະປິນໃນຄ້າຍເພງ ອິນດີ້ ເຣກຂອດ 1ປີເຕັມ ມີ Single ເປັນຂອງຕົວເອງແລະຍັງໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ. ຮອງອັນດັບ 1: ໄດ້ແກ່ວົງ 06Rock Normalໄດ້ຮັບເງິນລາງວັນມູນຄ່າ 20.000.000 ກີບ, ໄດ້ຮັບກີຕ້າໂປ່ງ1ໜ່ວຍມູນຄ່າ 2.500.000 ກີບ ແລະໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ. ຮອງອັນດັບ 2: ໄດ້ແກ່ວົງ 10 N.O.Mໄດ້ຮັບເງິນລາງວັນມູນຄ່າ 15.000.000 ກີບ, …
Read More »ໄປສ່ອງ! ສາວລາວສຸດ Sexy ຄົນນີ້! ບໍ່ຮູ້ວ່າໄປເຮັດຫຍັງມາຫຸ່ນຈຶ່ງໄດ້ດີອີ່ຫຍັງປານນີ້!
ການຊອກຮູ້ຊອກເຫັນເລື່ອງຂອງຊາວບ້ານເປັນວຽກຖະນັດຂອງ BeautyGuru (ແຕ່ຊິໃຫ້ລາອອກຈາກວຽກໄປຊອກຮູ້ຊອກເຫັນອັນນີ້ກະບໍ່ດີເດີ້) ສາວໆເຊື່ອວ່າແມ່ຍິງສະໄໝນີ້ບໍ່ວ່າໃຜກໍຢາກທີ່ຈະມີຫຸ່ນດີ, ຫຸ່ນພຽວແບບນຸ່ງເຄື່ອງແບບໃດກໍໝັ້ນໃຈໄປໝົດຫັ່ນນ່າ ອັນນີ້ແອັດມີຄວາມເຂົ້າໃຈແມ່ຍິງເປັນຢ່າງສູງ ເພາະແອັດກໍແມ່ນແມ່ຍິງຄົນໜຶ່ງທີ່ມີຄວາມຫຼົງໄຫຼຢາກມີໃນຮູບຮາງທີ່ພຽວບາງ ແຕ່ກໍເຮັດບໍ່ໄດ້ຈັ໋ກເທື່ອເລີຍ ແລະ ມື້ນີ້ແອັດກໍບັງເອີນໄດ້ເຫັນສາວຄົນໜຶ່ງ ຮູ້ສຶກວ່ານາງແບບ Sexy ເຫຼືອເກີນ ຫຸ່ນນີ້ແບບ ແອັດບໍ່ມີຄໍາຈະບັນລະຍາຍ ບອກໄດ້ຄໍາດຽວວ່າບໍ່ມີທີ່ຕິ ແຕ່ແອັດກໍບໍ່ຮູ້ວ່າລາວແມ່ນໃຜຊື່ຫຍັງໄປເຮັດແນວໃດຈຶ່ງໄດ້ຫຸ່ນແບບນີ້ມາ ແອັດກໍເລີຍບໍ່ລໍຊ້າທີ່ຈະໄປຊອດສ່ອງໃນ Facebook ສ່ວນຕົວຂອງນາງ ທີ່ມີຊື່ວ່າ Irishka Smolyaninova ຈຶ່ງໄດ້ຮູ້ມາວ່າ ສາວຄົນນີ້ແມ່ນເປັນສາວລູກເຄິ່ງ (ເຄິ່ງລາວກັບຫຍັງກະບໍ່ຮູ້) ແຕ່ທີ່ແນ່ໆແອັດຮູ້ມາອີກວ່ານາງເຮັດວຽກເປັນ English Teacher ແລະ Personal Trainer ປະຈໍາຢູ່ Fitness ແຫ່ງໜຶ່ງ ວ້າວໆ (ຕົບມືໃຫ້ກັບຄວາມເກັ່ງຂອງແອັດແດ່) ກະວ່າແຫຼະສົມພໍວ່າຫຸ່ນເຖິງ Sexy ອີ່ຫຍັງໄດ້ປານນີ້! ແລະ ແອັດກໍຍັງເຂົ້າໃຈມາອີກວ່າທີ່ນາງຫຸ່ນດີໆ Sexy ແບບນີ້ກໍເພາະນາງອອກກໍາລັງກາຍເປັນປະຈໍານັ້ນເອງ. ສະຫຼຸບກະຄືທີ່ຖ້າໃຜຢາກມີຫຸ່ນດີໆແບບນີ້ກໍຄືຕ້ອງອອກກໍາລັງກາຍເດີ້ສາວໆ (ຂ້າກັນດ້ວຍວິທີອອກກໍາລັງກາຍອີກແລ້ວວວວ) ສາວໆຢ່າເວົ້າຫຼາຍເທາະເຮົາໄປເບິ່ງຄວາມ Sexy ຂອງນາງກັນໃຫ້ອິດສາລົວໆໄປກ່ອນເນາະ! She Sexy …
Read More »
Kuanjai Magazine
