Breaking News

Home

ຮູບເງົາ “ຫົງຫາມເຕົ່າ” ມາແຮງທະລຸ 1000 ລ້ານ!!!

ເປັນກະແສກັນມາເລື້ອຍໆເລີຍສຳລັບຮູບເງົາລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ຂອງຜູ້ກຳກັບສຸດເກັ່ງ ອ້າຍ ເຈ້ຍ ປາຊີຟິກ, ເຊິ່ງຮູບເງົາເລື່ອງນີ້ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະນອກຈາກຈະສາຍໃນບ້ານເຮົາແລ້ວ ຍັງໂກອິນເຕີໄປສາຍເຖິງຕ່າງປະເທດອີກດ້ວຍ, ແລະ ຫຼ້າສຸດ ຜູ້ກຳກັບກໍຄື ອ້າຍ ເຈ້ຍ ປາຊິຟິກ ກໍໄດ້ໂພສໃນເຟສບຸກວ່າຮູບເງົາເລື່ອງດັ່ງກ່າວມີຂ່າວດີເພາະສ້າງລາຍໄດ້ເຖິງ 1000 ລ້ານ ເຮັດໃຫ້ມີແຟນໆເຂົ້າໄປຄອມເມັ້ນສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ!!! https://www.facebook.com/photo.php?fbid=10211175988013014&set=a.2765827742336.2127076.1157188292&type=3   ນີ້ກໍຖືເປັນອີກບາດກ້າວໜຶ່ງຂອງວົງການຮູບເງົາລາວທີ່ປະສົບຜົນສຳເລັດ ຢ່າງໃດກໍຂໍສະແດງຄວາມຍິນດີກັບ ອ້າຍ ເຈ້ຍ ປາຊີຟິກ ແລະ ຫວັງວ່າໃນໂອກາດໜ້າຈະມີຮູບເງົາດີໆມາໃຫ້ຄົນລາວເຮົາເບິ່ງອີກ. #ແຊຣໄປເພື່ອໃຫ້ກຳລັງໃຈຮູບເງົາລາວ ທີ່ມາ: Jear Pacific

Read More »

ຄູ່ນີ້ໜ້າຮັກ! ໂອປໍ-ໝໍໂອກ ເດີນທາງມາປະເທດລາວເປັນທີ່ຮຽບຮ້ອຍ…

ເປັນຄູ່ ສາມີ-ພັນລະຍາ ທີ່ໜ້າຮັກສຸດໆເລີຍສຳລັບ ໂອປໍ ປານິສະລາ ແລະ ໝໍໂອກ ສະມິດ ເຊິ່ງທັງ 2 ເປັນພິທີກອນ-ນັກສະແດງ ຊື່ດັງຂອງປະເທດເພື່ອນບ້ານ, ແລະ ໃນຕອນບ່າຍຂອງມື້ນີ້ທັງສອງກໍໄດ້ເດີນທາງມາຮອດປະເທດລາວເປັນທີ່ຮຽບຮ້ອຍເພື່ອມາຮ່ວມເປັນສິລະປິນຮັບເຊີນໃນງານ “Top Thai Brands 2017” ຢູ່ທີ່ສູນການຄ້າລາວ-ໄອເຕັກ. ແຕ່ພໍມາຮອດປະເທດລາວດາລາດັງທັງ 2 ກໍມີໂອກາດໄປກິນເຂົ້າທ່ຽງທີ່ຮ້ານອາຫານຊື່ດັງແຖວນາໄຊ (Senglao cafe) ເຊິ່ງເປັນຮ້ານອາຫານທີ່ມີບັນຍາກາດດີ ອາຫານແຊບ ຕົບແຕ່ງສະໄຕຍຸກ 70’s ຈົນເຮັດໃຫ້ທັງສອງຕິດອົກຕິດໃຈເຖິງຂັ້ນໂພສລົງໃນອິນສະຕາແກຼມກັນເລີຍ ແລະ ນອກຈາກນັ້ນທັງ ໂອປໍ ແລະ ໝໍໂອກ ກໍມີໂອກາດໄດ້ຖ່າຍຮູບກັບບັນດາແຟນຄລັບຊາວລາວດ້ວຍຄວາມເປັນກັນເອງອີກດ້ວຍ. https://www.instagram.com/p/BVG8kNlBY1h/?taken-by=opalpanisara ສຳລັບແຟນໆທ່ານໄດທີ່ພາດໂອກາດເຈິດາລາທັງສອງໃນມື້ນີ້ກໍບໍ່ຕ້ອງເສຍໃຈໄປ ເພາະສາມາດໄປເຈິກັບ ເອື້ອຍ ໂອປໍ ໄດ້ໃນມື້ອື່ນທີ່ສູນການຄ້າລາວ-ໄອເຕັກ!!! https://www.instagram.com/p/BVG2SIEhPe0/?taken-by=opalpanisara https://www.instagram.com/p/BVG1z3OBqTf/?taken-by=oak_smith via: Senglao Café , opalpanisara ,  oak_smith  

Read More »

ເອົາແລ້ວໆໆ ອຸງ ຕົວແທນຈາກລາວມີລຸ້ນ!! ຕິດອັນດັບ Top 5 ໃນການປະກວດ “Mister National Universe 2017”

ເອົາແລ້ວໆໆ!!! ອຸງ ທົດສະພອນ ສິດພະໄຊ ຕົວແທນຈາກປະເທດລາວເຮົາມີລຸ້ນ…. ເພາະຕິດ 1 ໃນ 5 ໜຸ່ມ Hot ຂອງຜູ້ເຂົ້າປະກວດທັງໝົດໃນເວທີ “Mister National Universe 2017” #ແຊຣໄປໃຫ້ໂລກຮູ້ ຢ່າລືມເຊຍເປັນກຳລັງໃຈໃຫ້ໜຸ່ມຄົນນີ້ ແຟນໆສາມາດໄປໂຫວດໄປເຊຍເປັນກຳລັງໃຈໃຫ້ໜຸ່ມຄົນນີ້ໄດ້ທີ່ເພສ Mister National Universe the new Gen of the future ໄດ້ເລີຍ!!! ຍັງມີຮູບ Hot2 ຂອງໝຸ່ມ ອຸງ ມາຝາກທຸກຄົນນຳເດີ້!! ຂໍຂອບໃຈຮູບພາບ

Read More »

ສາວນ້ອຍໜ້າຮັກຈາກເມືອງວິລະຊົນ ຄົນນີ້ແມ່ນໃຜ?

ສະບາຍດີສາວໆແຟນຂັວນໃຈທຸກຄົນເດີ້ ມາພົບກັນອີກແລ້ວໃນມື້ວັນສຸກທ້າຍອາທິດ (ເວລາຈັ່ງແມ່ນຜ່ານໄປໄວໆເນາະ) ບຶດດຽວກະຮອດວັນສຸກອີກແລ້ວ ມາພົບກັນໃນມື້ນີ້ ພິເສດສຸດໆ ເພາະແອດບັງເອີນເຂົ້າໄປເຫັນ Facebook ຂອງສາວນ້ອຍຄົນໜຶ່ງ ທີ່ງາມ ແລະ ໜ້າຮັກສົມໄວ ແຖມຍັງມີຄວາມສາມາດຫຼາກຫຼາຍນໍາອີກ ແອດຄົນດີກໍເລີຍເກັບພາບຄວາມໜ້າຮັກຂອງສາວນ້ອຍຄົນນີ້ມາຕ້ອນແຟນໆຂັວນໃຈກັນ ສາວນ້ອຍທີ່ວ່ານັ້ນກໍຄື ສາວ ຊົມພູ່ ພະໄຊສົມບັດ ສາວນ້ອຍຈາກເມືອງວິລະຊົນ ປັດຈຸບັນກໍາລັງຮຽນຢູ່ທີ່ ໂຮງຮຽນ ມັດທະຍົມສົມບູນ ອຸທຸມພອນ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດນັ້ນເອງ ເຫັນຍັງຮຽນມໍປາຍຢູ່ແບບນີ້ແຕ່ຄວາມໜ້າຮັກເຜີຍແຜ່ລັດສະໜີໄປກວ້າງຈົນບັງຄວາມງາມຂອງແອດໄປໝົດເລີຍ (ແອດມີຄວາມງາມຢູ່ຫວາ…ງົງ) ເອົາເປັນວ່າເຮົາໄປເບິ່ງພ້ອມກັນເລີຍວ່າ ສາວນ້ອຍຄົນນີ້ຈະໜ້າຮັກຂະໜາດໃດ!   By: BeautyGuru ຂອບໃຈຮູບພາບຈາກ: F.B: C’Chompoo Phaxaysombath

Read More »

ມາເບິ່ງ! ຄວາມເຈົ້າຊູ້ຂອງບັນດາໜຸ່ມໆຜູ້ເຂົ້າປະກວດ “Mister National Universe 2017”

ວ້າວໆໆ ເຊື່ອວ່າໝູ່ເພື່ອນທຸກຄົນກໍຄົງຍາກຈະເຫັນໜ້າຕາຂອງບັນດາໜຸ່ມໆຜູ້ເຂົ້າປະກວດໃນເວທີ “Mister National Universe 2017” ແມ່ນບໍ່? ມື້ນີ້ ຊະນີIndy ກໍບໍ່ເຄີຍປ່ອຍໃຫ້ເວລາເສຍໄປລ້າໆ ຈຶ່ງໄດ້ໄປຊອກຊ໋ອກແຊ໋ກນຳເອົາຮູບພາບຂອງໜຸ່ມໆຜູ້ເຂົ້າປະກວດແຕ່ລະປະເທດມາຝາກ, ແຕ່ ແຕ່ ແຕ່ ຂໍບອກກ່ອນເດີ້ ໂດຍສະເພາະສາວໆທັງສາວແທ້ສາວທຽມທັງຫຼາຍ… ໃຫ້ກຽມທິດຊູໄວ້ເຊັດນໍ້າລາຍແນ່ກໍດີເດີ້ 555 ເພາະແຕ່ລະໜຸ່ມຕົວແທນຂອງແຕ່ລະປະເທດນັ້ນບອກໄດ້ເລີຍວ່າມີແຕ່ຄົນເຈົ້າຊູ້ ບຸກຂະລິກແຕ່ລະຄົນກໍດີໆ ບໍ່ລໍຊ້າເດີ້ມາເບິ່ງກັນເລີຍ!! #ຢ່າງໄດກໍຢ່າລືມເຊຍໜຸ່ມຕົວແທນຈາກລາວເຮົາແດ່ເດີ້ເພື່ອນໆ ຊຸດປະຈຳຊາດ…    ຊຸດລອຍນໍ້າ…  via:  misternationaluniverse

Read More »