ມາເບິ່ງ! ການຕອບຄຳຖາມຂອງ ນູ່ນີ່ ກຸມພົນພັກດີ ສາວງາມຈາກລາວທີ່ໄປເລືອກຄູ່ໃນລາຍການ Take Me Out Thailand ເຊິ່ງພິທີກອນຊື່ດັງ ນ້າເນັກ ແລະ ກາລະແມ ໄດ້ຖາມ ນູ່ນີ່ ໃນປະໂຫຍກພາສາລາວທີ່ວ່າ…ຂໍບອກເລີຍງານນີ້ມີຄວາມຕະຫຼົກເຮຮາແນ່ນອນ ຈະເປັນແນວໃດນັ້ນມາເບິ່ງຄລິບກັນເລີຍ!!! https://www.facebook.com/takemeoutthailand/videos/1383311305095707/ ຄລິບຈາກ: Take Me Out Thailand ຮູບພາບຈາກ: Noony Koumphonphakdee
Read More »Home
ຮູບພາບງາມໆຂອງນໍ້າຕົກຕາດ ເຊກະຕາມຕົກ
ສະບາຍດີແຟນໆ ຂວັນໃຈ ມື້ນີ້ ຂວັນໃຈ ໄດ້ນໍາເອົາຮູບພາບງາມຂອງ ນໍ້າຕົກຕາດເຊກະຕາມຕົກ ມາໃຫ້ແຟນໆຂວັນໃຈໄດ້ຊົມ ເຊິ່ງ ນໍ້າຕົກຕາດເຊກະຕາມຕົກ ຕັ້ງຢູ່ຫ່າງຈາກ ເມືອງປາກຊ່ອງ ແຂວງຈຳປາສັກ ປະມານ 44 ກິໂລແມັດ ທາງທິດຕາເວັນອອກ, ມີຄວາມສູງ ປະມານ 100 ແມັດ ເປັນນໍ້າຕົກຕາດຂະຫນາດໃຫຍ່ ມີນໍ້າຕະຫລອດປີ Photo : The Journal Alone ຂໍ້ມູນ: ທ່ຽວທົ່ວລາວ
Read More »ຫວານຈົນມົດຂຶ້ນ! ສຽວຜິງເປີດໂຕຫວານໃຈ ແບບບໍ່ມີປິດບັງ…!
ຊ່ວງນີ້ໃຜກໍຍ້ອງວ່າ ພິທີກອນສາວຊື່ດັງ ສຽວຜິງ ໄຊຍະລິນ ມີຄວາມງາມ ມີຄວາມສົດໃສ ແບບຜິດຫູຜິດຕາຄ້າຍໆກັບຄົນທີ່ກຳລັງມີຄວາມຮັກ ບອກເລີຍວ່າແມ່ນແລ້ວເພາະ ສຽວຜິງ ໄຊຍະລິນ ກັບຫວານໃຈໜຸ່ມ ຕູ່ ສະຖາພອນ ມີຄວາມຫວານເວີ້…ມົດຕອມເປັນແຖວ ເພາະທັງສອງໜັ່ນໂຊຄວາມຫວານຜ່ານສື່ ດຸໝັ່ນອອກງານຄູ່ ແລະໂພສຮູບຄູ່ລົງໃນເຟສບຸກ ແລະ ອິນສະຕາແກຼມເລື້ອຍໆຈົນມີແຟນຄລັບເຂົ້າມາກົດໄລ້ ແຖມຄອມເມັ້ນວ່າທັງສອງໜ້າຮັກເໝາະສົມກັນ ບາງຄົນກໍມີຄວາມອິດສາໃນຄວາມຫວານຂອງທັງສອງ, ງານນີ້ເວົ້າໄດ້ເລີຍວ່າສາວ ສຽວຜິງ ໄດ້ເປີດໂຕຫວານໃຈແບບທີ່ບໍ່ມີປິດບັງກັນເລີຍ… ເຖິງຢ່າງໃດກໍຂໍໃຫ້ມີຂ່າວດີໄວໆ ຖ້າມີຂ່າວດີຢ່າລືມຊວນ ຊະນີIndy ແລະ ແຟນໆແດ່ເດີ້ ພວກເຮົາຈະໄປຮ່ວມສະແດງຄວາມຍິນດີນຳ. ມີຮູບພາບຄວາມໜ້າຮັກຂອງທັງສອງມາຝາກນຳເດີ້ລອງມາເບິ່ງກັນເລີຍ… https://www.facebook.com/photo.php?fbid=1417995648234638&set=a.160398880660994.33548.100000726481173&type=3 https://www.facebook.com/photo.php?fbid=663629933844412&set=a.254809014726508.1073741828.100005922347107&type=3 ຮູບພາບຈາກ: Siewphing Xyl , Tou Sathaphone
Read More »Idea ເລີ໋ດໆ ກັບ 15 ທ່າ Post ແບບບໍ່ຕັ້ງໃຈ ສໍາລັບສາວໆທີ່ມັກຖ່າຍຮູບ ຫ້າມພາດ
ສະບາຍດີສາວໆມາພົບກັບ BeautyGuru ມື້ນີ້ ແນ່ນອນວ່າ ມາພ້ອມກັບເລື່ອງລາວທີ່ຖືກໃຈສາວໆກັນຢ່າງແນ່ນອນ ໂດຍສະເພາະສາວໆທີ່ມັກຖ່າຍຮູບ ແລະ ມັກໃນການ Post ທ່າເກ໋ໆ ມື້ນີ້ສາວໆກໍຈະໄດ້ Idea ໄປເພີ່ມຕຶ່ມຢ່າງແນ່ນອນ ກັບທ່າໂພສແບບບໍ່ຕັ້ງໃຈທີ່ເຮົາໄດ້ເອົາມາຕ້ອນກັນໃນມື້ນີ້ ຮັບຮອງວ່າເລີ໋ດແນ່ນອນຈ່າ ຈັ່ງໃດກະລອງເອົາໄປ Post ຫຼີ້ນໆກັນເບິ່ງເດີ້ສາວໆ. ກໍໍລັງຕັ້ງໃຈຖ່າຍຮູບທໍາມະຊາດຢູ່ ຕັ້ງໃຈກິນໆ… ກໍາລັງຍ່າງລົງຂັ້ນໄດ ໂຊຂາຍາວໆຊະເລີຍ ຕັ້ງໃຈຜູກເຊືອກເກີບຢູ່ ກໍາລັງຄິດຮອດໃຜຢູ່ເດ້ ກໍາລັງໂທຫາຄົນສໍາຄັນວ່າຊັ້ນ ແຕ່ບໍ່ຮັບຈັກເທື່ອ 555 ຫ່ະ! ແມ່ນຫັຍງ? ຍັງໃສ່ແວ່ນບໍ່ແລ້ວ… ຖ່າຍມູມໃດດີ? Hello ນ້ອງໝາ ຕັ້ງໃຈອ່ານໜັງສືຢູ່ ຫ້າມກວນ ຫິວນໍ້າ… ຂ່າວນີ້ໜ້າສົນໃຈຂະໜາດ… ກໍາລັງຖ່າຍຮູບສົ່ງໃຫ້ຢູ່ ຢູ່ຊື່ໆກະງາມແລ້ວ. ໂອ້ຍ… ເຢັນຂະໜາດ By: BeautyGuru ຂອບໃຈຮູບພາບຈາກ: Hi Fashion
Read More »5 ເຫດຜົນທີ່ຄວນເບິ່ງຮູບເງົາເລື່ອງ ນ້ອງຮັກ “Dearest Sister” (ຄລິບ)
ນ້ອງຮັກ (Dearest Sister) “ນົກ” ຍິງສາວຈາກຊົນນະບົດຂອງລາວ ຖືກເອີ້ນເຂົ້າມາຢູ່ເຮືອນຂອງພີ່ນ້ອງຫ່າງໆ ທີ່ສາຍຕາກຳລັງເສຍເພື່ອເຂົ້າມາເບິ່ງແຍງ “ອານາ” ເສດຖີຍິງ ທີ່ມັກຈະເຫັນພາບຫລອນ ແຕ່ນາງບໍ່ຮູ້ວ່າ ຄວາມຈິງແລ້ວພາບຫລອນທີ່ນາງເຫັນຄືວິນຍານ ຊຶ່ງມາບອກເລກຫວຍ ມີພຽງນົກເທົ່ານັ້ນທີ່ຮູ້ຄວາມລັບນີ້ ແລະ ນາງຕ້ອງເລືອກລະຫວ່າງຊີວິດຄົນ ຫລື ຄວາມລ້ຳລວຍ ນ້ອງຮັກ (Dearest Sister) ເປັນຮູບເງົາແນວລີ້ລັບສະຫຍອງຂວັນ ເຊິ່ງຮູບເງົາເລື່ອງນີ້ໄດ້ອອກສາຍມາແລ້ວເຖິງ 19 ເທສະການຮູບເງົາດັງທົ່ວໂລກ, ແຖມເດັດໄປກວ່ານັ້ນກໍຄື ຜູ້ກຳກັບຮູບເງົາເລື່ອງນີ້ເປັນແມ່ຍິງຄົນເກັ່ງຂອງລາວ ແມັດຕີ້ ໂດ ທີ່ຖືກຍອມຮັບມາແລ້ວຈາກທີມງານລະດັບ Hollywood, ແລະໃນວັນທີ 8 ພຶດສະພາ 2017 ຮູບເງົາເລື່ອງ ນ້ອງຮັກ ກຳລັງຈະເປີດສາຍຮອບສື່ມວນຊົນ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ດັ່ງນັ້ນເພື່ອແຟນເພສທ່ານໃດຍັງບໍ່ຮູ້ທີ່ໄປທີ່ມາຂອງ ຮູບເງົາເລື່ອງ ນ້ອງຮັກ ເປັນຮູບເງົາຈາກລາວເຮົາເລື່ອງນີ້ ຊະນີIndy ເລີຍໄປລວບລວມເອົາ 5 ເຫດຜົນທີ່ຄວນໄປເບິ່ງຮູບເງົາເລື່ອງນີ້ມາຝາກ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ເນື້ອເລື່ອງຂອງຮູບເງົາ ບອກເລີຍວ່າເັດດສຸດ… …
Read More »
Kuanjai Magazine
