Breaking News

Home

ກ້ອຍ ລັດສະວິນ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານໄດ້ມາປະເທດລາວ ແຖມໂພສເວົ້າເຖິງຄົນລາວເຮົາແບບນີ້…

ກ້ອຍ ລັດສະວິນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານໄດ້ມີໂອກາດມາຢ້ຽມຢາມ ປະເທດລາວ ໂດຍສາວກ້ອຍເພິ່ນກໍໄດ້ມາເປັນດາລາຮັບເຊີນໃນງານເປີດໂຕ ສິນຄ້າຊະນິດໜຶ່ງ,  ແຕ່ທີ່ເດັດໄປກວ່ານັ້ນ ກ້ອຍ ລັດສະວິນ ໄດ້ໂພສຮູບພາບໃນ ອິນສະຕຣາແກຼມ ແລະ ເຊັກອິນທີ່ ນະຄອນຫຼວງວຽງຈັນ ປະເທດລາວເຮົາ ແຖມແຕ່ລະຮູບພາບຍັງໂພສຂອບໃຈພີ່ນ້ອງຊາວລາວທີ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະບອກອີກວ່າຄົນລາວເຮົາໜ້າຮັກຂະໜາດ!!! #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ https://www.instagram.com/p/BTecTwUAv9v/?taken-by=rachwinwong ອຸ໋ຍ…ປາກຫວານແບບນີ້ຈະບໍ່ໃຫ້ຄົນລາວຮັກໄດ້ແນວໃດເນາະ ຖ້າມີເວລາຫວ່າງຝາກໃຫ້ເອື້ອຍ ກ້ອຍ ລັດສະວິນ ມາລາວອີກແດ່ເດີ້ ຊະນີIndy ແລະ ແຟນໆຊາວ ຂວັນໃຈ ຈະພາໄປເລາະ ກິນຕຳໝາກຫຸ່ງ ແລະອາຫານພື້ນເມືອງລາວ ແລະກໍຈະຊອກຊຸດໄໝລາວງາມໆໄວ້ໃຫ້ເອື້ອຍ ກ້ອຍ ໄດ້ໃສ່ ຮັບຮອງຕ້ອງຕິດໃຈກັບຄວາມງົດງາມຂອງວັດທະນະທຳ ຮີດຄອງປະເພນີຂອງ ປະເທດລາວ ຢ່າງແນ່ນອນ. https://www.instagram.com/p/BTeZa3YAtr0/?taken-by=rachwinwong https://www.instagram.com/p/BTeVyrZgb8k/?taken-by=rachwinwong https://www.instagram.com/p/BTdQJLGgXD5/?taken-by=rachwinwong ນອກຈາກນັ້ນ ກ້ອຍ ລັດສະວິນ ຍັງໄດ້ຖ່າຍຮູບກັບສິລະປິນ ພິທີກອນຊື່ດັງຂອງລາວນັ້ນກໍຄື ສຽວຜິງ ໄຊຍະລິນ ເບິ່ງແລ້ວງາມຫຼາຍທັງສາວລາວ ແລະສາວໄທ …

Read More »

ສຸດຍອດ! DJ ໜູນາ ສາວລາວໜຶ່ງດຽວທີ່ໄດ້ຂຶ້ນໂຊຄວາມສາມາດ ຮ່ວມເວທີດຽວກັບດີເຈລະດັບໂລກ!!!

ມື້ນີ້ ຂວັນໃຈ ຈະພາມາເຮັດຄວາມຮູ້ຈັກກັບ DJ ສາວລາວຄົນງາມ ແລະຫຼາກຫຼາຍຄວາມສາມາດ ເຊິ່ງ DJ ສາວຄົນນີ້ມີຊື່ວ່າ ສຸກພາລັກ ວົງສອນສະໝຸດ ( ໜູນາ) ອາຍຸ 23 ປີ ຫຼືທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື  DJ ໜູນາ ນັ້ນເອງ, ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau ,ຫຼ້າສຸດ ໃນເທສະການປີໃໝ່ລາວ ທີ່ຜ່ານມາ DJ …

Read More »

ນໍ້າຕົກຕາດ ແຊປ້ອງໄລ ນໍ້າຕົກຕາດທີ່ມີຄວາມງົດງາມຫຼາຍ

ນໍ້າຕົກຕາດ ແຊປ້ອງໄລ ຕັ້ງຢູ່ເຂດເຊປຽນ ເມືອງສະໜາມໄຊ ແຂວງອັດຕະປື ຫ່າງຈາກ ເມືອງສາມັກຄີໄຊ ປະມານ 75 ກິໂລແມັດ. ກຳເນີດຈາກສາຍນ້ຳເຊປຽນ, ຈຸດທີ່ຕັ້ງຢູ່ ພູໂຄນນອນໃນປ່າຄັນຊົນ ຂອງປ່າສະຫງວນແຫ່ງຊາດເຊປຽນ ຢູ່ສາຍນ້ຳດຽວກັນກັບນ້ຳຕົກຕາດແຊປ້ອງໄລ, ມີຄວາມກ້ວາງປະມານ 130 ແມັດ ນ້ຳໂຕນເປັນສອງປ່ອງ ຝັ່ງຊ້າຍມີຄວາມສູງ 20 ແມັດ, ຝັ່ງຂວາ 35-40 ແມັດ. ໄລຍະການລົງສຳຫຼວດ ໃນລະຫວ່າງປີ 1998. ຫ່າງຈາກ ນ້ຳຕົກຕາດແຊພະ ປະມານ 08 ກິໂລແມັດ, ການເດີນທາງເຂົ້າໄປເຖິງເຂດດັ່ງກ່າວ ໄປໄດ້ທັງ 2 ລະດູ, ເດີນທາງດ້ວຍລົດໂອໂຕ, ລົກຈັກ, ລົດຖີບ ແລະ ລົດກະບະ. ໄລຍະທາງຈາກອັດຕະປື ຜ່ານສຳນັກງານເມືອງ, ບ້ານໃໝ່ ເຖິງແຊພະ ທາງບົກປະມານ 75 ກິໂລແມັດ, ຍາມຝົນ …

Read More »

ໝູ່ບ້ານ ໃນອິນເດຍ ຫ້າມແມ່ຍິງໃຊ້ໂທລະສັບມືຖື

  ສະພາຜູ້ອາວຸໂສ ແຫ່ງໝູ່ບ້ານ ມາໂດລາ ໂດຍສ່ວນໃຫຍ່ເປັນຊາວ ມຸສະລິມ ຢູ່ທາງພາກເໜືອຂອງ ອິນເດຍ ໄດ້ມີຄໍາສັ່ງ ໃຫ້ ແມ່ຍິງທີ່ໃຊ້ໂທລະສັບ ມືຖືນອກເຮືອນ ຈະຕ້ອງຖືກປັບໃໝ ດ້ວຍມູນຄ່າເງິນ 21.000 ພັນ ຣູປີ. ໂດຍສະພາໃນໝູ່ບ້ານດັ່ງກ່າວເຊື່ອວ່າ: ໂທລະສັບມືຖື ຊ່ວຍໃຫ້ແມ່ຍິງທີ່ຍັງໂສດ ໂຕນໜີໄປນໍາຜູ້ຊາຍ ຂໍ້ຫ້າມດັ່ງກ່າວ ຈຶ່ງຊ່ວຍຈໍາກັດການຕິດຕໍ່ສໍາພັນຫວ່າງ ຍິງ ແລະ ຊາຍໄດ້. ສ່ວນເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ໄດ້ເວົ້າວ່າ: ໄດ້ຮັບລາຍງານເລື່ອງທີ່ສະພາໃນໝູ່ບ້ານດັ່ງກ່າວ ຫ້າມແມ່ຍິງໃຊ້ໂທລະສັບມືຖືແທ້. ເຖິງແມ່ນສະພາໃນໝູ່ບ້ານດັ່ງກ່າວ ຈະເປັນອົງກອນນອກກົດໝາຍ ແຕ່ກໍມີອິດທິພົນໃນສັງຄົມຊົນນະບົດຂອງ ອິນເດຍ ໂດຍມັກອອກ ຂໍ້ຫ້າມເພື່ອຮັກສາວິຖີຊີວິດແບບເກົ່າໆ ແລະ ຕໍ່ຕ້ານຄວາມທັນສະໄໝ ເຊັ່ນ: ຫ້າມແມ່ຍິງໃສ່ໂສ້ງຢິນ ເປັນຕົ້ນ.

Read More »

ໝູ່ບ້ານ ໃນອິນເດຍ ຫ້າມແມ່ຍິງໃຊ້ໂທລະສັບມືຖື

  ສະພາຜູ້ອາວຸໂສ ແຫ່ງໝູ່ບ້ານ ມາໂດລາ ໂດຍສ່ວນໃຫຍ່ເປັນຊາວ ມຸສະລິມ ຢູ່ທາງພາກເໜືອຂອງ ອິນເດຍ ໄດ້ມີຄໍາສັ່ງ ໃຫ້ ແມ່ຍິງທີ່ໃຊ້ໂທລະສັບ ມືຖືນອກເຮືອນ ຈະຕ້ອງຖືກປັບໃໝ ດ້ວຍມູນຄ່າເງິນ 21.000 ພັນ ຣູປີ. ໂດຍສະພາໃນໝູ່ບ້ານດັ່ງກ່າວເຊື່ອວ່າ: ໂທລະສັບມືຖື ຊ່ວຍໃຫ້ແມ່ຍິງທີ່ຍັງໂສດ ໂຕນໜີໄປນໍາຜູ້ຊາຍ ຂໍ້ຫ້າມດັ່ງກ່າວ ຈຶ່ງຊ່ວຍຈໍາກັດການຕິດຕໍ່ສໍາພັນຫວ່າງ ຍິງ ແລະ ຊາຍໄດ້. ສ່ວນເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ໄດ້ເວົ້າວ່າ: ໄດ້ຮັບລາຍງານເລື່ອງທີ່ສະພາໃນໝູ່ບ້ານດັ່ງກ່າວ ຫ້າມແມ່ຍິງໃຊ້ໂທລະສັບມືຖືແທ້. ເຖິງແມ່ນສະພາໃນໝູ່ບ້ານດັ່ງກ່າວ ຈະເປັນອົງກອນນອກກົດໝາຍ ແຕ່ກໍມີອິດທິພົນໃນສັງຄົມຊົນນະບົດຂອງ ອິນເດຍ ໂດຍມັກອອກ ຂໍ້ຫ້າມເພື່ອຮັກສາວິຖີຊີວິດແບບເກົ່າໆ ແລະ ຕໍ່ຕ້ານຄວາມທັນສະໄໝ ເຊັ່ນ: ຫ້າມແມ່ຍິງນຸ່ງໂສ້ງຢິນ ເປັນຕົ້ນ.

Read More »