ມາເບິ່ງ!!! ຄວາມງາມຂອງສາວປະເພດສອງຂອງບ້ານເຮົາ ຫຼິງຫຼິງ ປິຍະດາ ແລະ ວັນໃໝ່ ທຳມະວົງ ທີ່ບອກເລີຍວ່າ ມີຄວາມເລີດ ຄວາມງາມຢ່າງແຮງ ແມ່ຍິງແທ້ຍັງອາຍໃນຄວາມງາມຂອງສອງສາວນີ້ພຸ້ນລະ, ແລະນອກຈາກຄວາມງາມແລ້ວພວກເຂົາຍັງມີຄວາມສາມາດຈົນສ້າງຊື່ສຽງໃຫ້ປະເທດມາແລ້ວ, ເອົາລະ!!! ບໍ່ເວົ້າໃຫ້ຍືດຍາວມາເບິ່ງຄວາມງາມຂອງ ຫຼິງຫຼິງ ແລະ ວັນໃໝ່ກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງາມຂອງສາວປະເພດສອງຂອງລາວເຮົາ ຫຼິງຫຼິງ ປິຍະດາ 2. ວັນໃໝ່ ມົນຈຳປາ ທຳມະວົງ ເພື່ອນໆເດ..ຄິດເຫັນກົງກັນກັບ ຊະນີIndy ແດ່ບໍ່? ທີ່ວ່າ ຫຼິງຫຼິງ ແລະ ວັນໃໝ່ ງາມເລີດໆໆໆໆໆແຮງ…ຢ່າລືມຄອມເມັ້ນບອກກັນແດ່ເດີ້!!! ຂໍຂອບໃຈຮູບພາບຈາກ: Wanmai Thammavong , lingpiyadar
Read More »Home
ແອບສ່ອງ! Life Style ຂອງ ນິ່ງແນ່ງ ຈັນດາລີ
ສະບາຍດີແຟນໆ…ຊ່ວງນີ້ອາກາດຮ້ອນອົບເອົ້າເຖິງ 40 ອົງສາກັນເລີຍ ເວົ້າແທ້…ຊະນີIndy ຈົນບໍ່ຢາກໄປໃສພຸ້ນລະ ແຕ່ກໍຍ້ອນມີພາລະອັນໃຫ່ຍຫຼວງກໍເລີຍຕ້ອງໄດ້ສູ້ເພື່ອແຟນໆ ເພື່ອໄປຊອກເຈາະຈິ້ມຄວາມຄືບໜ້າຂອງວົງການບັນເທິງມາຝາກ… ແລະມື້ນີ້ ຊະນີIndy ແລະທີມງານ ຂວັນໃຈ ກໍໄດ້ໄປສ່ອງ Life Style ຂອງສາວໜ້າຫວານ ຈັນດາລີ ສິດພາໄຊ (ນິ່ງແນ່ງ) ເພາະສາວຄົນນີ້ບອກເລີຍວ່າບໍ່ທຳມະດາເປັນເຖິງທ່ານໝໍຄົນເກັ່ງ ແລະຍັງເປັນຄົນທີ່ມີຊື່ສຽງເປັນ Net Idol ລຸ້ນທຳອິດ ແລະກໍມີຜົນງານໃນວົງການບັນເທິງບ້ານເຮົາຢ່າງຫຼວງຫຼາຍ ແລະນອກຈາກນັ້ນສາວຄົນນີ້ກໍຍັງມີ Life Style ມັກທ່ອງທ່ຽວໄປປະເທດນັ້ນປະເທດນີ້ ເຫັນງາມໆໜ້າຮັກແບບນີ້ບອກເລີຍວ່າສາວ ນິ່ງແນ່ງ ກໍເປັນຂາລຸຍ, ຫຼ້າສຸດສາວຄົນນີ້ກໍເດີນທາງໄປທ່ອງທ່ຽວທີ່ ເມົາດີບ (Maldives) ທີມງານເຮົາເອງກໍບໍ່ພາດທີ່ຈະນຳຮູບພາບໜ້າຮັກຂອງ ນິ່ງແນ່ງ ມາຝາກຈະໜ້າຮັກພຽງໃດນັ້ນ ມາຕິດຕາມກັນເລີຍ!!! #ຢ່າລືມກົດໄລ້ກົດແຊຣໄປໃຫ້ໂລກຮູ້ https://www.instagram.com/p/BTYR_83Aqxe/?taken-by=ningnang_chandaly https://www.instagram.com/p/BTYILlMAg3f/?taken-by=ningnang_chandaly https://www.instagram.com/p/BTX4xDGA2q3/?taken-by=ningnang_chandaly https://www.instagram.com/p/BTX4dleA4YW/?taken-by=ningnang_chandaly https://www.instagram.com/p/BTdtU3LATM1/?taken-by=ningnang_chandaly https://www.instagram.com/p/BTHpgBSgq8G/?taken-by=ningnang_chandaly https://www.instagram.com/p/BSa90qIAFFQ/?taken-by=ningnang_chandaly https://www.instagram.com/p/BRv0W_bgynZ/?taken-by=ningnang_chandaly ຂໍຂອບໃຈ: ningnang_chandaly
Read More »ຄິດໃຫ້ດີກ່ອນດູດໄຂມັນ ແລະ ນີ້ຄືສິ່ງທີ່ສາວໆຄວນຮູ້ກ່ອນຕັດສິນໃຈດູດໄຂມັນ
ໄຂມັນສ່ວນເກີນເປັນສິ່ງທີ່ບໍ່ມີໃຜປາຖະໜາ ໂດຍສະເພາະສາວໆຄືເຮົາທັງຫຼາຍ ທີ່ຍາມໃດກໍໄຝ່ຝັນເຖິງແຕ່ຮູບຮ່າງທີ່ງາມ ບາງ ແລະ ສົມສ່ວນກັນຢູ່ຕະຫຼອດເວລາ ແຕ່ຄືທີ່ສາວໆຮູ້ກັນແລ້ວວ່າປັດຈຸບັນເທັກໂນໂລຍີລໍ້າໜ້າກ້າວໄກໄປເຖິງຂັ້ນທີ່ ພວກເຮົາສາມາດູດໄຂມັນສ່ວນເກີນ ຂອງຮ່າງກາຍໃຫ້ອອກໄປດັ່ງປາຖະໜາໄດ້ແລ້ວ ໂດຍມີຜູ້ຊ່ຽວຊານ ແລະ ແພດດ້ານນີ້ຄອຍໃຫ້ບໍລິການແກ່ສາວໆຢູ່ຢ່າງຫຼວງຫຼາຍ ແຕ່ກໍຍັງມີຂໍ້ຄວນຮູ້ ແລະ ຕ້ອງລະວັງກັນກ່ຽວກັບການດູດໄຂມັນທີ່ສາວໆຈໍາເປັນຕ້ອງໄດ້ໃຫ້ຄວາມສໍາຄັນ ແລະ ມື້ນີ້ BeautyGuru ກໍຈະພາສາວໆໄປຮູ້ຈັກກັບ ສິ່ງທີ່ສາວໆຄວນຮູ້ກ່ອນຕັດສິນໃຈດູດໄຂມັນ ເຮົານໍາໄປເບິ່ງກັນເລີຍ 1. ດູດໄຂມັນບໍ່ແມ່ນການຫຼຸດນໍ້າໜັກຖາວອນ: ການດູດໄຂມັນອອກຈາກຮ່າງກາຍ ຈະສົ່ງຜົນ ຫຼືຫຼຸດສັດສ່ວນສະເພາະບາງສ່ວນທີ່ເຮົາຕ້ອງການດູດອອກເທົ່ານັ້ນ ແຕ່ເມື່ອດູດອອກໄປແລ້ວແຕ່ບໍ່ຍອມປ່ຽນແປງພຶດຕິກໍາການກິນຕ່າງໆ ກໍຈະເຮັດໃຫ້ໄຂມັນເຫຼົ່ານັ້ນກັບຄືນມາຄືເກົ່າໄດ້ 2. ການດູດໄຂມັນອາດຈະເປັນການເພີ່ມໄຂມັນ: ແມ່ນຢູ່ວ່າການດູດໄຂມັນຈະເຮັດໃຫ້ເຊວໄຂມັນສ່ວນທີ່ດູດນັ້ນຫາຍໄປ ແຕ່ໄຂມັນບໍລິເວນອື່ນກໍອາດຈະເພີ່ມມາແທນສ່ວນທີ່ຫາຍໄປໄດ້ ເພາະດ້ວຍອັດຕາການບໍລິໂພກໃນແຕ່ລະມື້ນັ້ນແມ່ນເປັນປົກກະຕິ ສະນັ້ນໄຂມັນກໍຈະມີເທົ່າເກົ່າ ຖ້າໄປດູດສ່ວນໃດສ່ວນໜຶ່ງອອກກໍຈະເຮັດໃຫ້ ເພີ່ມຂຶ້ນມາໃນສ່ວນອື່ນອີກ 3. ການດູດໄຂມັນເປັນການທໍາຮ້າຍຜະໜັງເຊວ: ເຖິງວ່າສາວໆຈະດູດໄຂມັນໃນສ່ວນນັ້ນອອກໄປແລ້ວ ແຕ່ເມື່ອມີໄຂມັນໃໝ່ເຂົ້າມາກໍຈະເຮັດໃຫ້ໄຂມັນເຫຼົ້່ານັ້ນກັບເຂົ້າໄປສະສົມທີ່ບ່ອນທີ່ເຮົາຕັດອອກໄປນັ້ນແລ້ວ ເພາະການດູດໄຂມັນເປັນການທໍາຮ້າຍຜະໜັງເຊວ ເຮັດໃຫ້ໄຂມັນສະສົມໄດ້ງ່າຍຂຶ້ນ 4. ສາມາດຕຶ່ມໄຂມັນສ່ວນທີ່ດູດອອກໄປຕຶ່ມໃສ່ໃນອະໄວຍະວະອື່ນ: ໄຂມັນທີ່ດູດອອກຈາກຮ່າງກາຍນັ້ນ ສາວໆຮູ້ບໍ່ວ່າມັນສາມາດາເອົາໄປຕຶ່ມເຕັມສ່ວນອື່ນໆ ຫຼືອະໄວຍະວະອື່ນໆໄດ້ ໂດຍບໍ່ເປັນອັນຕະລາຍໃດໆເຊັ່ນ: ຮີມສົບ, ອະໄວຍະວະເພດເປັນຕົ້ນ …
Read More »ນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ
ນໍ້າຕົກຕາດຜາແຈແລເປັນນໍ້າຕົກຕາດ ທີ່ສູງປະມານ 100 ແມັດ ຕັ້ງຢູ່ບ້ານນໍ້າຄຽນ ຫ່າງຈາກເທສະບານ ເມືອງຮົ່ມ ແຂວງ ໄຊສົມບູນ ປະມານ 6 ກິໂລແມັດ ເປັນນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ ມີຄວາມອຸດົມສົມບູນໄປດ້ວຍຊີວະນານາພັນ ປ່າໄມ້ຂຽວງາມ, ອາກາດກໍສົດຊື່ນເຢັນສະບາຍ ສ່ວນສາເຫດທີ່ມາຂແງຊື່ຜາແຈແລນັ້ນ ຕາມການບອກເລົ່າຂອງຊາວບ້ານໄດ້ໃຫ້ຮູ້ວ່າ ມີປະຊາຊົນໄດ້ພົບເຫັນພຣະອົງໜຶ່ງ ທີ່ຢູ່ໃກ້ຕາດແຫ່ງນີ້ເປັນສີດໍາ ແລະ ມີຫຼາຍແຈ ຕໍ່ມາປະຊາຊົນເຂດນັ້ນຈຶ່ງໄດ້ ເອີ້ນຜາແຫ່ງນີ້ວ່າ: ຜາແຈແລ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ
Read More »ສ່ອງ! ແຟຊັ່ນພົມແດງໃນງານ “Met Gala 2017” ຂອງຄົນບັນເທິງຝັ່ງ Hollywood ງານນີ້ໃຜເກີດໃຜດັບມາເບິ່ງ!!!
ຜ່ານໄປແລ້ວຢ່າງສົມສັກສີກັບງານໃຫ່ຍ “Met Gala 2017” ງານທີ່ຄົນດັງແຫ່ງວົງການບັນເທິງ Hollywood ຈະຕ້ອງອອກມາຢ່າງພົມແດງ ປະຊັນແຟຊັນສຸດບັນເຈີດ ປະຊັນຄວາມງາມ ຄວາມເລີດ ທັງເສື້ອຜ້າໜ້າຜົມບອກເລີຍວ່າ ຈັດເຕັມ!!! ພາຍໃນງານ ໄຮໄລ້ ຂອງທຸກໆປິກໍຄົງຈະໜີບໍ່ພົ້ນການຢ່າງໂຊໂຕຂອງເຫຼົ່າ Superstar ທີ່ມີທັງດາລາ ນັກຮ້ອງ ນາງແບບ ນາຍແບບ ທົ່ວວົງການບັນເທິງ Hollywood ມາໂຊໂຕໃນຊຸດງາມໆໃຫ້ແກ່ຜູ້ຊົມທີ່ລໍຄອຍເບິ່ງກັນທົ່ວໂລກ, ແລະໃນມື້ນີ້ ຂວັນໃຈ ເຮົາກໍບໍ່ເຄີຍລໍຖ້າທີ່ຈະນຳເອົາຮູບພາບຂອງເຫຼົ່າສາວໆຄົນດັງມາຝາກ ລອງມາເບິ່ງວ່າ Fashion ຂອງໃຜຈະເລີດກວ່າໃຜ ງານນີ້ໃຜເກີດໃຜດັບມາເບິ່ງດ່ວນນນ!!! Rihanna 2. Kendall jenner 3. Selena gomez 4. Gigi hadid 5. Katy perry 6. Kim kardashian 7. Bella hadid 8. …
Read More »
Kuanjai Magazine
