Breaking News

Home

ອີຣ່ານ ກຽມເປັນປະເທດທີ່ 10 ຂອງໂລກ ທີ່ຕິດໂຄວິດ-19 ຫຼັ້ກແສນຄົນ ໃນຂະນະທີ່ທົ່ວໂລກຕິດເຊື້ອສະສົມຫຼາຍກວ່າ 3,7 ລ້ານຄົນ…

ວັນທ 6 ພຶດສະພາ 2020 ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກຍັງຄົງສູງຢ່າງຕໍ່ເນື່ອງ ຫຼັງມີການແຜ່ລະບາດຜ່ານມານານກວ່າ 4 ເດືອນ ແລະ ຍັງຄົງຕິດເຊື້ອສະສົມສູງກວ່າ 3,7 ລ້າຄົນ ຮັກສາຫາຍແລ້ວຫຼາຍກວ່າ 1,2 ລ້ານຄົນ ຫຼືເກືອບ 1 ສ່ວນ 3 ຂອງຜູ້ຕິດເຊື້ອທັງໝົດ ເສຍຊີວິດແລ້ວເກືອບ 2,6 ແສນຄົນທົ່ວໂລກ ອັດຕາການເສຍຊີວິດຢູ່ທີ 6.93%  ໂດຍອີຣ່ານກຽມເປັນປະເທດທີ 10 ຂອງໂລກຕິດໂຄວິດ-19 ໃກ້ຫຼັກແສນຄົນ ຕໍ່ຈາກບຣາຊິວທີ່ມີຜູ້ຕິດເຊືຶ້ອໂຄວິດ-19 ແຕະຫຼັ້ກແສນຄົນໄປເມື່ອວັນກ່ອນ . ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສໂຄໂຣນາໃໝ່ແລ້ວຢ່າງນ້ອຍໃນ 180 ປະເທດ ໂດຍປະເທດທີ່ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື ສະຫະລັດອາເມລິກາ  (1,237,633 ຄົນ) ສະເປນ(250,561ຄົນ) ອີຕາລີ (213,013 ຄົນ) ອັງກິດ (194,990 ຄົນ) ແລະ ຝລັ່ງ (170,551 ຄົນ) …

Read More »

ນັກຮຽນຈົບຊັ້ນສາມັນສຶກສາຫຼາຍກວ່າ 3 ແສນຄົນ ກຽມເຂົ້າໂຮງຮຽນຫຼັງພັກຍາວຍ້ອນໂຄວິດ-19

ຫຼັງຈາກທີ່ສະຖານະການໂຄວິດ -19 ໄດ້ແຜ່ລະບາດຢ່າງໜັກ ເຊິ່ງໄດ້ສ້າງຜົນກະທົບໃນຫຼາຍດ້ານຕໍ່ການດຳລົງຊີວິດຂອງຄົນເຮົານສັງຄົມ ເກືອບທຸກປະເທດໄດ້ມີມາດຕະການ Lock down ເພື່ອສະກັັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໂດຍ ຫົວໜ່ວຍທຸລະກິດເກືອບທຸກຂະແໜງໄດ້ປິດຊົ່ວຄາວບໍ່ວ່າຈະເປັນ ບໍລິສັດເອກະຊົນ ໂຮງຈັກໂຮງງານ ຮ້ານຄ້າ… ລວມໄປເຖິງສະຖາບັນການສຶກສາໃນຂອບເຂດທົ່ວປະເທດກໍໄດ້ປິດການຮຽນການສອນຊົ່ວຄາວເຊັ່ນກັນ… ໃນວັນທີ 5 ພຶກສະພາ 2020 ທີ່ຜ່ານມາ ທ່ານກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນວັນທີ 19 ພຶດສະພາ 2020 ໃກ້ຈະຮອດນີ້ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸຍາດໃຫ້ນັກຮຽນສາມັນສຶກສາປີສຸດທ້າຍຄື ປ 5, ມ4 ແລະ ມ7  ໃນຂອບເຂດທົ່ວປະເທດໄດ້ເປີດການຮຽນການສອນເປັນປົກກະຕິ  ຫຼັງຈາກທີ່ໄດ້ປິດການຮຽນການສອນເປັນໄລຍະໜື່ງແລ້ວ ຍ້ອນການລະບາດຂອງພະຍາດໂຄວິດ-19, ເຊິ່ງຄາດວ່າຈະມີນັກຮຽນຫຼາຍກວ່າ 3 ແສນຄົນ ຈະກັບເຂົ້າມາຮຽນ ເພື່ອເລັ່ງທວນຄືນບົດຮຽນ ແລະ ກະກຽມສອບເສັງຈົບຊັ້ນ ສ່ວນຊັ້ນຮຽນອື່ນແມ່ນຈະການພິຈາລະນາຕາມຄວາມເໝາະສົມ ຖ້າການລະບາດຂອງພະຍາດດັ່ງກ່າວສາມາດຄວບຄຸມໄດ້ປົກກະຕິ ປັດຈຸບັນແມ່ນໄດ້ …

Read More »

ໜ້າສົນໃຈ!! ນັກເສດຖະສາດຍິງ ແລະ ນັກວິຊາການອາວຸໂສຈາກເນປານ ວິເຄາະກ່ຽວກັບຜົນກະທົບດ້ານເສດຖະກິດ – ສັງຄົມທີ່ເກີດຂື້ນຊ່ວງ COVID19 ຕໍ່ແມ່ຍິງ… ໂດຍສະເພາະແມ່ຍິງທີ່ດ້ອຍໂອກາດ-ໃຊ້ແຮງງານ-ລາຍໄດ້ຕໍ່າ

  ທ່ານນາງ Meena Acharya ນັກເສດຖະສາດຍິງ ແລະ ນັກວິຊາການອາວຸໂສຈາກ ປະເທດເນປານ ທີ່ໄດ້ຄົ້ນຄວ້າ ແລະ ເຜີຍແຜ່ຢ່າງກວ້າງຂວາງກ່ຽວກັບການພັດທະນາ, ເສດຖະກິດມະຫາພາກ, ຄວາມທຸກຍາກແລະການເມືອງຈາກມູມມອງບົດບາດຍິງ – ຊາຍມາເປັນເວລາ 45 ປີແລ້ວ. ໄດ້ໃຫ້ສໍາພາດກັບ UN Women, ນາງໄດ້ແບ່ງປັນການວິເຄາະຜູ້ຊ່ຽວຊານຂອງນາງກ່ຽວກັບຜົນກະທົບດ້ານເສດຖະກິດ – ສັງຄົມ ທີ່ກຳລັງຈະເກີດຂື້ນຂອງ COVID-19… ໃນມຸມມອງຂອງເພດວ່າ ໃນຖານະນັກເສດຖະສາດທີ່ເປັນແມ່ຍິງ, ການປະເມີນຂອງທ່ານກ່ຽວກັບການລະບາດຂອງພະຍາດໄຂ້ເລືອດອອກ QHID-19 ໃນປະເທດເນປານແມ່ນຫຍັງ? ທຸກໆຂະແໜງເສດຖະກິດໄດ້ຮັບຜົນກະທົບຢ່າງໜັກ ຈາກ COVID-19. ຜົນກະທົບທີ່ຮຸນແຮງທີ່ສຸດແມ່ນການທ່ອງທ່ຽວ, ແລະ ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ການຕ້ອນຮັບ, ຫັດຖະກຳ, ການຂົນສົ່ງ, ການບໍລິການດ້ານການທະນາຄານ ແລະການເງິນ. ຜົນກະທົບຢ່າງເຕັມທີ່ຕໍ່ກະສິກຳກໍຈະມີຜົນກະທົບຢ່າງຫຼວງຫຼາຍຖ້າຫາກວ່າການປິດເມືອງຍັງສືບຕໍ່. ຜົນກະທົບບາງສ່ວນແມ່ນເຫັນໄດ້ໃນຕະຫລາດຜັກ, ຟາມສັດປີກ, ການຂາຍນົມແລະອື່ນໆ. ການຂາດແຄນອາຫານສັດໄດ້ສົ່ງຜົນກະທົບຕໍ່ການລ້ຽງສັດ. ການນຳເຂົ້າລົດລົງຈະສົ່ງຜົນກະທົບທາງລົບຕໍ່ລາຍຮັບພາສີແລະລາຍໄດ້ທີ່ບໍ່ແມ່ນພາສີຈາກການໂອນ ກຳ ມະສິດທີ່ດິນແລະຊັບສິນເຊິ່ງເປັນແຫຼ່ງລາຍຮັບທີ່ ສຳ …

Read More »

ຄັ້ງທໍາອິດໃນປະຫວັດສາດ!! ຜູ້ນໍາ 40 ປະເທດທົ່ວໂລກ ຈັບມືກັນຮ່ວມລະດົມທຶນຫຼາຍພັນລ້ານໂດລາ ພັດທະນາວັກຊີນ ຕໍ່ສູ້ກັບໂຄວິດ-19…

ເກືອບ 40 ປະເທດທົ່ວໂລກ ປະກາດບໍລິຈາກເງິນຫຼາຍກວ່າ 8 ພັນລ້ານໂດລາສະຫະລັດ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານຕ່າງໆ ເພື່ອຕໍ່ສູ້ກັບເຊື້ອໄວຣັດໂຄວິດ-19 ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ນຳຫຼາຍກວ່າ 40 ປະເທດທົ່ວໂລກ ລວມທັງຜູ້ບໍລິຈາກຕ່າງໆ ຮ່ວມປະຊຸມສຸດຍອດຜ່ານທາງອອນໄລ໌ ເຊິ່ງສະຫະພາບເອີຣົບ ເປັນເຈົ້າພາບຮ່ວມກັບນານາປະເທດ ໃນວັນຈັນ 4 ພຶດສະພາ 2020 ທີ່ຜ່ານມາ ໂດຍໃຫ້ຄຳໝັ້ນວ່າຈະບໍລິຈາກເງິນ ຫຼາຍກວ່າ 8 ພັນລ້ານໂດລາສະຫະ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານການວິນິໄສ ແລະ ການຮັກສາພະຍາດເຊື້ອໄວຣັດໂຄວິດ-19 ທ່ານ ນາງ ເອີຊູລາ ວອນ ເລເຍິນ ປະທານຄະນະກຳມະທິການເອີຣົບ ກ່າວວ່າ ເງິນຈຳນວນດັ່ງກ່າວຈະຖືກນຳໄປໃຊ້ເພື່ອຊ່ວຍເລີ່ມປະຕິບັດການຮ່ວມມືລະດັບໂລກແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ຍັງເປັນການສະແດງເຖິງຄຸນຄ່າທີ່ແທ້ຈິງຂອງຄວາມສາມັກຄີ ແລະ ຄວາມເປັນມະນຸດ ຂອງຊາວໂລກ ໃນການປະຊຸມດັ່ງກ່າວ ມີຫຼາຍກວ່າ 30 ປະເທດ ລວມທັງໜ່ວຍງານສະຫະປະຊາຊາດ …

Read More »

“ມາດອນນ່າ” ລາຊະນີເພງ Pop ລະດັບໂລກຮ່ວມບໍລິຈາກ 1 ລ້ານໂດລາ ຕ້ານໂຄວິດ-19…

ມາດອນນ່າ (Madonna Louise Ciccone)  ເປັນນັກຮ້ອງສາວແນວເພງ Pop ອາເມລິກາ ເປັນສິນລະປິນທີ່ໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໃນລະດັບໂລກຕໍ່ເນື່ອງນັບຕັ້ງແຕ່ເປີດຕົວຄັ້ງທໍາອິດໃນຍຸກ  80s-90s ແລະ ນອກຈາກນີ້ຍັງເປັນນັກຮ້ອງຍິງພຽງຄົນດຽວທີ່ມີເພງຂຶ້ນອັນດັບໜື່ງຫຼາຍທີ່ສຸດ 10 ເພງ ທັ້ງຝັ່ງອາເມລິກາ ແລະ ອັງກິດ ໂດຍຈາກບັນທຶກສະຖິຕິໂລກກິນເນສບຸກ (Guiness Book of World Records)  ຍັງຈັດອັນດັບ ມາດ່ອນນາ ໃຫ້ເປັນສິນລະປິນຍິງຂາຍຜົນງານເພງໄດ້ຫຼາຍທີ່ສຸດໃນໂລກ (ฺBest-selling female recording artist) ປັດຈຸບັນ ລວມຍອດຂາຍອັນລະບໍ້າ ແລະ ເພງ ຫຼາຍກວ່າ 335 ລ້ານຊຸດທົ່ວໂລກ ນອກຈາກນັ້ນຍັງເປັນ ສິນລະປິນຍິງດ່ຽວທີ່ມີຍອດຂາຍທົວຄອນເສີດຫຼາຍທີ່ສຸດໃນໂລກ (Highest-grossing tour by a Female Artist) ຈາກທົວຄອນເສີດ Sticky & Sweet Tour ຕໍ່ເນື່ອງກັບສະຖານະການທົ່ວໂລກກຳລັງຢູ່ໃນຊ່ວງວິກິດ ຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໄປທົ່ວໂລກ ກຮ້ອງຊື່ດັງລະດັບໂລກ ມາດອນນ່າ …

Read More »