Breaking News

ຂ່າວສັງຄົມ

ຄັ້ງທໍາອິດໃນປະຫວັດສາດ!! ຜູ້ນໍາ 40 ປະເທດທົ່ວໂລກ ຈັບມືກັນຮ່ວມລະດົມທຶນຫຼາຍພັນລ້ານໂດລາ ພັດທະນາວັກຊີນ ຕໍ່ສູ້ກັບໂຄວິດ-19…

ເກືອບ 40 ປະເທດທົ່ວໂລກ ປະກາດບໍລິຈາກເງິນຫຼາຍກວ່າ 8 ພັນລ້ານໂດລາສະຫະລັດ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານຕ່າງໆ ເພື່ອຕໍ່ສູ້ກັບເຊື້ອໄວຣັດໂຄວິດ-19 ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ນຳຫຼາຍກວ່າ 40 ປະເທດທົ່ວໂລກ ລວມທັງຜູ້ບໍລິຈາກຕ່າງໆ ຮ່ວມປະຊຸມສຸດຍອດຜ່ານທາງອອນໄລ໌ ເຊິ່ງສະຫະພາບເອີຣົບ ເປັນເຈົ້າພາບຮ່ວມກັບນານາປະເທດ ໃນວັນຈັນ 4 ພຶດສະພາ 2020 ທີ່ຜ່ານມາ ໂດຍໃຫ້ຄຳໝັ້ນວ່າຈະບໍລິຈາກເງິນ ຫຼາຍກວ່າ 8 ພັນລ້ານໂດລາສະຫະ ເພື່ອໃຊ້ໃນການພັດທະນາວັກຊີນ ແລະ ວິໄຈດ້ານການວິນິໄສ ແລະ ການຮັກສາພະຍາດເຊື້ອໄວຣັດໂຄວິດ-19 ທ່ານ ນາງ ເອີຊູລາ ວອນ ເລເຍິນ ປະທານຄະນະກຳມະທິການເອີຣົບ ກ່າວວ່າ ເງິນຈຳນວນດັ່ງກ່າວຈະຖືກນຳໄປໃຊ້ເພື່ອຊ່ວຍເລີ່ມປະຕິບັດການຮ່ວມມືລະດັບໂລກແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ຍັງເປັນການສະແດງເຖິງຄຸນຄ່າທີ່ແທ້ຈິງຂອງຄວາມສາມັກຄີ ແລະ ຄວາມເປັນມະນຸດ ຂອງຊາວໂລກ ໃນການປະຊຸມດັ່ງກ່າວ ມີຫຼາຍກວ່າ 30 ປະເທດ ລວມທັງໜ່ວຍງານສະຫະປະຊາຊາດ …

Read More »

“ມາດອນນ່າ” ລາຊະນີເພງ Pop ລະດັບໂລກຮ່ວມບໍລິຈາກ 1 ລ້ານໂດລາ ຕ້ານໂຄວິດ-19…

ມາດອນນ່າ (Madonna Louise Ciccone)  ເປັນນັກຮ້ອງສາວແນວເພງ Pop ອາເມລິກາ ເປັນສິນລະປິນທີ່ໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໃນລະດັບໂລກຕໍ່ເນື່ອງນັບຕັ້ງແຕ່ເປີດຕົວຄັ້ງທໍາອິດໃນຍຸກ  80s-90s ແລະ ນອກຈາກນີ້ຍັງເປັນນັກຮ້ອງຍິງພຽງຄົນດຽວທີ່ມີເພງຂຶ້ນອັນດັບໜື່ງຫຼາຍທີ່ສຸດ 10 ເພງ ທັ້ງຝັ່ງອາເມລິກາ ແລະ ອັງກິດ ໂດຍຈາກບັນທຶກສະຖິຕິໂລກກິນເນສບຸກ (Guiness Book of World Records)  ຍັງຈັດອັນດັບ ມາດ່ອນນາ ໃຫ້ເປັນສິນລະປິນຍິງຂາຍຜົນງານເພງໄດ້ຫຼາຍທີ່ສຸດໃນໂລກ (ฺBest-selling female recording artist) ປັດຈຸບັນ ລວມຍອດຂາຍອັນລະບໍ້າ ແລະ ເພງ ຫຼາຍກວ່າ 335 ລ້ານຊຸດທົ່ວໂລກ ນອກຈາກນັ້ນຍັງເປັນ ສິນລະປິນຍິງດ່ຽວທີ່ມີຍອດຂາຍທົວຄອນເສີດຫຼາຍທີ່ສຸດໃນໂລກ (Highest-grossing tour by a Female Artist) ຈາກທົວຄອນເສີດ Sticky & Sweet Tour ຕໍ່ເນື່ອງກັບສະຖານະການທົ່ວໂລກກຳລັງຢູ່ໃນຊ່ວງວິກິດ ຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໄປທົ່ວໂລກ ກຮ້ອງຊື່ດັງລະດັບໂລກ ມາດອນນ່າ …

Read More »

ປະຊາຊົນ “ຮົງກົງ” ຜູ້ທີ່ປະທ້ວງເອີ້ນ ໂຄວິດ-19 ວ່າ ໄວຣັສໂຄໂຣນາຈີນ…

ສໍານັກຂ່າວອອນລາຍຂອງຮົງກົງ Hong Kong Free Press (HKFP) ລາຍງານຄວາມເຫັນຂອງກຸ່ມຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕໃນຮົງກົງທີ່ຢືນຢັນວ່າ ພວກເຂົາຈະເອີ້ນໄວຣັສໂຄໂຣນາ 2019 ເຊິ່ງເປັນທີ່ມາຂອງ ໂລກໂຄວິດ-19 ວ່າ “ໄວຣັສໂຄໂຣນາຈີນ” ທີ່ຜ່ານມາການລະບຸຊື່ປະເທດຈີນເປັນຊື່ເອີ້ນຂອງໄວຣັສໂຄໂຣນາ 2019 ໄດ້ກາຍເປັນປະເດັນຖົກຖຽງກັນເຖິງຄວາມເໝາະສົມ ໂດຍປະທານາທິບໍດີ ໂດນັລ ທໍາ ຂອງສະຫະລັດອາເມລິກາ ເຄີຍຢືນຢັນຈະເອີ້ນຊື່ໄວຣັສຊະນິດນີ້ວ່າ ໄວຣັສຈີນ ຫຼືໄວຣັສອູ່ຮັ່ນ ແຕ່ເກີດກະແສວິຈານຕໍ່ຕ້ານຢ່າງຮຸນແຮງຈາກຈີນ ແລະ ຝ່າຍທີ່ເບິ່ງວ່າ ການໃຊ້ຊື່ປະເທດ ຫຼືທາງພູມມີພາກເປັນຊື່ໄວຣັສນັ້ນ ເປັນການແບ່ງແຍກເຊື້ອຊາດ ແລະ ອາດກໍ່ໃຫ້ເກີດກະແສຕໍ່ຕ້ານຈີນ ຫຼືປະຊາຊົນເຊື້ອສາຍອາຊີ ເຊິ່ງອາດນໍາໄປສູ່ການກໍ່ຄວາມຮຸນແຮງ ຫຼືເຫດອາດຊະຍາກໍາ ເຖິງຢ່າງໃດກໍຕາມ ກຸ່ມເຄື່ອນໄຫວສະໜັບສະໜູນປະຊາທິປະໄຕໃນຮົງກົງຍັງເບິ່ງວ່າ ການລະບຸຊື່ປະເທດຈີນລົງໃນຊື່ຂອງໄວຣັສນັ້ນບໍ່ຜິດຫຍັງ ແລະ ຍັງຢືນຢັນທີ່ຈະເອີ້ນໄວຣັສໂຄໂຣນາ 2019 ວ່າ “ໄວຣັສໂຄໂຣນາ ຈີນ” ໂດຍບໍ່ສົນໃຈກະແສຕໍ່ຕ້ານ. ການສະແດງອອກດັ່ງກ່າວຂອງກຸ່ມຜູ້ປະທ້ວງໃນຮົງກົງຖືກເບິ່ງວ່າ ເປັນໜື່ງໃນແນວທາງການຕໍ່ຕ້ານລັດຖະບານຈີນທີ່ພະຍາຍາມຈໍາກັດເສລີພາບໃນການເວົ້າ ແລະ ການສະແດງອອກຂອງປະຊາຊົນ ກຸ່ມຜູ້ປະທ່ວງໃນຮົງກົງສ່ວນໃຫຍ່ຍັງເບິ່ງວ່າ: ການເອີ້ນຊື່ ໄວຣັສໂຄໂຣນາຈີນນັ້ນເປັນເຄື່ອງເຕືອນໃຈວ່າ …

Read More »

ຫຼ້າສຸດ! ທົ່ວໂລກຕິດໂຄວິດ-19 ສະສົມພຸ່ງ 3,6 ລ້ານຄົນ ແລະ ເສຍຊີວິດ 2,5 ແສນຄົນແລ້ວ…

ວັນທີ 5 ພຶດສະພາ 2020 ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກຍັງຄົງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຫຼັງການແຜ່ລະບາດຜ່ານມານານກວ່າ 4 ເດືອນ ແລະ ຕິດເຊື້ອສະສົມສູງກວ່າ 3.6 ລ້ານຄົນແລ້ວ, ຮັກສາດີແລ້ວເກືອບ 1.2 ລ້ານຄົນ ຫຼືເກືອບໃນ 1 ສ່ວນ 3 ຂອງຜູ້ຕິດເຊື້ອທັງໝົດ ເສີຍຊີວິດແລ້ວຫຼາຍກວ່າ 2.5 ແສນຄົນທົ່ວໂລກ ອັດຕາການເສີຍຊີວິດຢູ່ທີ່ 6.92% ໂດຍຜູ້ປ່ວຍໂຄວິດ-19 ລວມ 1 ສ່ວນ 3 ເປັນຜູ້ຕິດເຊື້ອໃນສະຫະລັດອາເມລິກາ ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສໂຄໂຣນາແລ້ວຢ່າງນ້ອຍໃນ 180 ປະເທດ ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື: ສະຫະລັດອາເມລິກາ (1,212,785 ຄົນ) ສະເປນ   (248,301 ຄົນ) ອີຕາລີ (211,938 ຄົນ)  ອັງກິດ  (190,584 ຄົນ) ແລະ …

Read More »

ນິວຊີແລນ ກຽມລຸ້ນການຢຸດ Lock down ຫຼັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນໃຫມ່ໃນປະເທດ…

ວັນທີ 4 ພຶດສະພາ 2020 ລັດຖະບານນິວຊີແລນ ຖະແຫຼງຂ່າວດີ ເມື່ອບໍ່ຜູ້ປ່ວຍໂຄວິດ-19 ຄົນໃຫມ່ເພີ່ມຂຶ້ນພາຍໃນປະເທດຂອງຕົນ ຕັ້ງແຕ່ເລີ່ມມີການ Lock down  ເຊິ່ງຖືວ່າ່ເປັນບາດກ້າວທີ່ສໍາຄັນໃນການເລີ່ມຜ່ອນຄາຍມາດຕະການ Lock down ແຕ່ຍັງຄົງຍໍ້າເຕືອນໃຫ້ປະຊາຊົນປະຕິບັດຕາມມາດຕະການຂອງລັດຢ່າງເຄັ່ງຄັດ ເຖິງວ່າສະຖານະການແຜ່ລະບາດໄວຣັສໂຄວິດຈະດີຂຶ້ນ ໂດຍກ່ອນໜ້ານີ້ຕໍາຫຼວດ ນິວຊີແລນ ໄດ້ຈັບກຸມຜູ້ຝ່າຝືນມາດຕະການ  Lock down ໄດ້ຫຼາຍເຖິງ 500 ຄົນ… ໃນຂະນະທີ່ ນາງ  Jacinda Ardern  ນາຍົກລັດຖະມົນຕີ ນິວຊີແລນ ຈະພິຈາລະນາວ່າຄວນຜ່ອນຄາຍການ  Lock down ຫຼືບໍ່ ໃນອາທິດໜ້າ ຫຼັງຈາກມີການຫຼຸດລະດັບເຕືອນໄພທົ່ວປະເທດຈາກລະດັບ 4 ເປັນລະດັບ 3 ເຊິ່ງນິວຊີແລນໄດ້ຮັບຄໍາຕິຊົມຈາກນານາຊາດໃນການຮັບມືໂຄວິດ-19 ໂດຍອົງການອະນາໄມໂລກລະບຸວ່ານິວຊີແລນຕັດສິນໃຈໃຊ້ມາດຕະການ Lock down ທີ່ຂຶ້ນຊື່ວ່າເຂັ້ນງວດທີ່ສຸດໃນໂລກໄດ້ຢ່າງທັນເວລາ ຫຼ້າສຸດນິວຊີແລນມີຍອດຜູ້ປ່ວຍໂຄວິດ-19 ສະສົມ 1,487 ຄົນ ໂດຍຮ້ອຍລະ 86 ຂອງຜູ້ປ່ວຍໄດ້ຮັບການຮັກສາຫາຍດີ ແລະມີຜູ້ເສຍຊີວິດທັງໝົດ 20 ຄົນ …

Read More »