ຄໍລໍາ: Specail Scoop ສໍາລັບສາວໆທີ່ຢາກຫຸ່ນພຽວ ສຸຂະພາບດີຫ້າມພາດ! ຫຸ່ນດີ ຫຸ່ນພຽວ ສຸຂະພາບດີ ໃຜໆກໍຢາກມີ ແລ້ວເຮັດແນວໃດຈຶ່ງມີລະສາວໆ! ມັນເປັນເລື່ອງຍາກຫຼາຍແມ່ນບໍ່? ໃນຄວາມຄິດຂອງເຮົາແລ້ວມັນຍາກຫຼາຍທີ່ຕ້ອງມາບັງຄັບຕົວເອງໃນຫຼາຍໆຢ່າງເພື່ອໃຫ້ໄດ້ຫຸ່ນທີ່ດີຄືກັບເຂົາ ຫຼືບາງເທື່ອເຮົາຍັງຄິດອີກວ່າມັນເປັນໄປບໍ່ໄດ້ດອກ ແຕ່ສາວໆຢຸດກ່ອນ ເພາະໃນວາລະສານຂັວນໃຈ ສະບັບຫຼ້າສຸດນີ້ສາວໆຕ້ອງແປກໃຈເມື່ອມີ ບັນດາສາວໆທີ່ແສນຈະເປັນຄົນທໍາມະດາຄືກັບເຮົາ ມາບອກວ່າ ການມີຫຸ່ນທີ່ດີບໍ່ແມ່ນເລື່ອງຍາກເລີຍ ເຮັດແນວໃດຫັ່ນຫວາ? ເຮົາໄປຟັງຈາກປາກພວກນາງກັນເທາະ! ວ່າເຮັດແນວໃດ? ສາວທໍາມະດາຄືພວກນາງ ຈຶ່ງມີຫຸ່ນເປະປານນາງແບບໄດ້ແນວນີ້ ດາວິໄລ ດາວັນ (ໂນະ) ແມ່ລູກ 3 ຫຸ່ນສຸດ Firm ບອກວ່າ ຢຸດອ້າງເຫດຜົນວ່າບໍ່ມີເວລາອອກກໍາລັງກາຍ ເພາະໂລກນີ້ທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນໝົດ ສິລິກຸນ ໂພໄຊ (ຕິກ) ສາວນັກແລ່ນມາລາທອນ ບອກວ່າ ການອອກກໍາລັງກາຍແມ່ນການຮັກໂຕເອງ ປະພັດສອນ ສິດທິວົງ (ອິບ) ສາວນັກສຶກສາຄົນນີ້ບອກວ່າ ສ່ວນຫຼາຍຄົນທີ່ເຂົ້າ Fitness ຈະທໍ້ງ່າຍຫາກບໍ່ຕັ້ງເປົ້າໝາຍທີ່ວັດແທກໄດ້ ແອນນາລີ …
Read More »Uncategorized
ອາຫານແລງມື້ນີ້! ຂໍແນາະນຳແກງລວມເຫັດໃສ່ຜັກຂະ
ແກງເຫັດລວມ ຖືວ່າເປັນອາຫານພື້ນບ້ານ ທີ່ນິຍົມທີ່ສຸດຂອງລາວເຮົາ ມື້ນີ້ Kuanjai Foodie ຈະມາແນະນຳວິທີເຮັດແກງເຫັດລວມແບບແຊບໆ ໃສ່ຜັກຂະ ມາໃຫ້ແຟນເພສ ໄດ້ເຮັດກິນເອງຢູ່ບ້ານໄດ້ງ່າຍໆໃຫ້ກັບຄອບຄົວໄດ້. ເຮົາມາເບິ່ງສ່ວນປະກອບກັນເລີຍ. ສ່ວນປະກອບ: 1. ເຫັດ (ບໍ່ວ່າຈະເປັນເຫັດນາງລົມ, ເຫັດເຂັມ, ເຫັດເຟືອງ ຫຼື ເຫັດຫູໜູ). 2. ຜັກຂະ 3. ຫົວຜັກບົ່ວແດງ 4. ຫົວສີໄຄ 5. ໝາກເຜັດ 6. ປາແດກດິບ ຫຼື ສຸກ 7. ນ້ຳຕານ 8. ເກືອ 9. ນໍ້າໃບຢານາງ 10. ເຂົ້າເບື່ອ ວິທີປຸງແຕ່ງ: – ຊ້ອມຜັກຂະ ແລະ ເຫັດໃຫ້ຮຽບຮ້ອຍແລ້ວລ້າງນໍ້າໃຫ້ສະອາດ. ຈາກນັ້ນ, ກໍເອົານໍ້າໃບຢານາງ ແລະ ຕໍາເຂົ້າເບື່ອໃສ່ໝໍ້ຄ້າງໄຟແຮງໆພໍໃຫ້ນໍ້າຟົດ, ຕຳໝາກເຜັດ, ຫົວຜັກບົ່ວແດງ …
Read More »ປ໋ອກ ແສງມະນີ ຢາທໍ່ຕູ້ ທັງງາມທັງເກັ່ງສົມກັບເປັນ Net Idol ຕົວຈິງ!!!
ມາຮູ້ຈັກກັບ ແສງມະນີ ຢາທໍ່ຕູ້ (ປ໋ອກ) ແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງຄົນ ແລະ ສົມກັບເປັນເນັດໄອດໍ້ຕົວຈິງສຽງຈິງ ເພາະນາງສາມາດພິສູດແລ້ວວ່ານາງສາມາດເຮັດທຸກໆຢ່າງໄດ້ດ້ວຍຄວາມສາມາດ ເພາະນາງເປັນທັງລັດຖະກອນປະຈຳການຢູ່ທີ່ ສະພາແຫ່ງຊາດ, ເປັນທັງ CEO ຂອງ ລາວເດລີ້ຟາມ ແລະ ເປັນແມ່ຂອງລູກນ້ອຍໄວກຳລັງໜ້າຮັກເຖິງ 3 ຄົນ, ເຊື່ອເລີຍວ່າແຟນເພສຫຼາຍໆຄົນອາດຈະເຄີຍຕິດຕາມນາງຜ່ານເຟສບຸກແດ່ແລ້ວ ເພາະນາງກໍເປັນ ເນັດ ໄອດໍ້ ອີກຄົນໜຶ່ງທີ່ເປັນແບບຢ່າງທີ່ດີໃຫ້ແກ່ໜູ່ເພື່ອນ ແລະນ້ອງໆໄວໜຸ່ມ ປັດຈຸບັນ ປ໋ອກ ກຳລັງສຳເລັດການສຶກສາປະລິນຍາໂທດ້ານກົດໝາຍທີ່ ສປ.ຈີນ, ຊະນີIndy ແລະ ແຟນໆ ຂໍສະແດງຄວາມຍິນດີນຳເດີ້ ແລະຢ່າລືມນຳສິ່ງທີ່ຮຽນມາເພື່ອພັດທະນາບ້ານເຮົາຕໍ່ໄປ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ຂໍຂອບໃຈຮູບພາບຈາກ: Maminé Pockyy
Read More »ເອົາແລ້ວ! ຂະໜາດ DJ ລະດັບໂລກຍັງຫຼົງຮັກປະເທດລາວ!
ກຣີດໆໆໆໆ ຊະນີIndy ຢາກຈະຮ້ອງໃຫ້ຄໍແຕກ ຍ້ອນເຫັນຄວາມເຈົ້າຊູ້ຂອງ 2 ໝຸ່ມ DJ ລະດັບໂລກ Dj VINAI ບອກເລີຍວ່າມີຄວາມແໜ້ນແບບຈັດເຕັມ ເຈົ້າຊູ້ຕັ້ງແຕ່ຫົວສຸດຕີນ ບອກເລີຍສາວໆຟິນເວີ້ແນ່ນອນ, ຍັງໆຍັງບໍ່ໝົດພຽງເທົ່ານີ້ເພາະວ່າ 2 ໝຸ່ມ DJ ຍັງເອົາໃຈແຟນໆຊາວລາວໂດຍການໂພສຖືທຸງຊາດລາວ ເພື່ອຍືນຍັນອີກດ້ວຍໃນຄວາມຫຼົງຮັກ ປະເທດລາວ, ເຫັນແບບນີ້ຈະບໍ່ໃຫ້ ຊະນີIndy ແລະ ແຟນໆຮັກໄດ້ແນວໃດວ່າບໍ່. ເພື່ອເອົາໃຈສາວໆ ບອກເລີຍວ່າ ຊະນີIndy ກໍບໍ່ລືມທີ່ຈະເກັບຮູບພາບຄວາມເຈົ້າຊູ້ ຂອງ 2 ໝຸ່ມ DJ ລະດັບໂລກມາຝາກ ເບິ່ງໄປເຊັດນໍ້າລາຍໄປ 555 ເອົາເປັນວ່າມາເບິ່ງກັນເລີຍ!!! #ແຊຣໄປໃຫ້ໂລກເຫັນວ່າລາວເຮົາມີດີ https://www.instagram.com/p/BS-zoNygXSW/?taken-by=vinaiofficial https://www.instagram.com/p/BS82JFrgwcn/?taken-by=vinaiofficial via: vinaiofficial
Read More »ງາມຫຼາຍ! ນັກສະແດງປະເທດໄທນຸ່ງຊຸດໄໝລາວໃນລະຄອນ “ແຕ່ປາງກ່ອນ”
ຄວາມໜ້າຮັກຂອງ ວິວ ວັນນະຣົດ ນັກສະແດງຍິງຈາກປະເທດໄທ ໃນບົດບາດ ເຈົ້າຍິງມ່ານແກ້ວ ກັບເຄື່ອງແຕ່ງກາຍຊຸດໄໝລາວ ທີ່ມີຄວາມປານີດ ເບິ່ງແລ້ວງາມຫຼາຍ ໃນລະຄອນເລື່ອງ “ແຕ່ປາງກ່ອນ” ທີ່ກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ, ສຳລັບຊຸດໄໝລາວແລ້ວ ເປັນຊຸດປະຈຳຊາດ ເປັນເອກະລັກປະເພນີລາວຂອງຊາດລາວເຮົາ ບໍ່ວ່າຈະເປັນຄົນລາວ ຫຼື ຕ່າງຊາດໄດ້ນຸ່ງ ຊຸດໄໝລາວນັ້ນກໍຍັງຊົງຄຸນຄ່າບົ່ງບອກເຖິງເອກະລັກຄວາມເປັນລາວທີ່ງົດງາມສືບທອດມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ເຖິງຄວມງົດງາມຂອງຊຸດໄໝລາວ ສຳລັບລະຄອນ “ແຕ່ປາງກ່ອນ” ແຟນໆສາມາດຕິດຕາມທຸກໆວັນ ພຸດ-ພະຫັດ ເວລາ 20:30 ທາງຊ່ອງ One (ປະເທດໄທ) ຂໍຂອບໃຈຮູບພາບຈາກ: google
Read More »
Kuanjai Magazine
