ຊາຄຣິດ-ວຸ້ນເສັ້ນ ບັງເອີນເຈິກັນພ້ອມຖ່າຍຮູບຄູ່!!! ຫຼັງຈາກຢ່າຮ້າງກັນໄປບໍ່ດົນຫຼ້າສຸດ “ວຸ້ນເສັ້ນ ວິຣິນິພາ” ດາລາສາວສຸດ Sexy ໄດ້ບັງເອີນພົບກັບ “ຊາຄຣິດ ແຍ້ມນາມ” ອະດີດສາມີ, ໂດຍສາວ ວຸ້ນເສັ້ນໄດ້ໂພສຮູບພາບຄູ່ເປັນເທື່ອທໍາອິດຫຼັງຈາກທີ່ຢ່າຮ້າງກັນໄປ. ໃນຂະນະທີ່ພະເອກສຸດເຈົ້າຊູ້ “ຊາຄຣິດ ແຍ້ມນາມ” ກໍໂພສຮູບພາບຄູ່ກັບສາວ “ວຸ້ນເສັ້ນ ວິຣິນິພາ” ອະດີດພັນລະຍາໃນ Instagram ສ່ວນຕົວເຊັ່ນກັນພ້ອມແຄບຊັ່ນວ່າ “ເມື່ອເຈິກັນແລ້ວຕ້ອງເປັນແບບນີ້ທຸກເທື່ອ” ປະກົດວ່າມີ FC ຂອງທັງສອງເຂົ້າມາເຊີຍ ແລະ ສະແດງຄວາມຄິດເຫັນໃຫ້ທັງສອງກັບມາຮັກກັນຄືເກົ່າເປັນຈຳນວນຫຼວງຫຼາຍ. ຮູບພາບຈາກ: Instagram/vjwoonsen,shahkrit
Read More »Uncategorized
ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່!!!
ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່ ທ່ານ ມະເຫດ ສະວານີ ມາຫາເສດຖີເຈົ້າຂອງທຸລະກິດເຈຍລະໄນເພັດ-ພອຍຄົນອິນເດຍ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໃຫ້ແກ່ເຈົ້າສາວທີ່ກໍາພ້າພໍ່ 236 ຄູ່ ທີ່ລັດ ກູຊະຣາດ (Gujarat). ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ທ່ານ ມະເຫດ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໝູ່ໃຫ້ເຈົ້າສາວກໍາພ້າພໍ່ມາແລ້ວກວ່າ 700 ຄູ່. ສໍາລັບພິທີງານແຕ່ງດອງຫຼ້າສຸດ ທ່ານ ມະເຫດ ໄດ້ຊື້ຄຳ ແລະ ເຄື່ອງໃຊ້ໃນຄົວເຮືອນ ລວມເປັນມູນຄ່າ 5 ແສນຣູປີ ໃຫ້ເຈົ້າສາວແຕ່ລະຄົນ. ໂດຍປົກກະຕິແລ້ວຄົນອິນເດຍຈະມີພິທີແຕ່ງດອງທີ່ເອີ້ນວ່າ: “ກັນຍາດານ” ໂດຍຜູ້ເປັນພໍ່ຂອງຝ່າຍຍິງ ຈະກຽມສິນສອດໄປສູ່ຂໍຝ່າຍຊາຍ ແລະ ທ່ານ ມະເຫດ ໄດ້ຮັບໜ້າທີ່ເປັນພໍ່ລ້ຽງໃຫ້ແກ່ເຈົ້າສາວທີ່ບໍ່ມີພໍ່ເຫຼົ່ານີ້. ທ່ານ ມະເຫດ ມະຫາເສດຖີມີລູກຊາຍ 2 ຄົນ ແລະ ຮ່ວມພິທີແຕ່ງດອງ ທີ່ຈັດຂຶ້ນໃນວັນທີ 26 ທັນວາທີ່ຜ່ານມາ …
Read More »ເປີດຕົວ iphone 7 ແລະ iphone 7 Plus ຢ່າງເປັນທາງການ
ໃນວັນທີ່ 28 ຕຸລາ 2016 ທີ່ສູນ LTH ໄດ້ຈັດງານເປີດຕົວຂາຍ iphone 7 ແລະ iphone 7 Plus ຫຼັງຈາກທີ່ໄດ້ເປີດຕົວຢູ່ໄທ ໃນວັນທີ່ 21 ຕຸລານີ້ທາງສູບ LTH ໃນລາວກໍໄດ້ມີການເປີດຂາຍ ໂດຍມີລູກຄ້າສັ່ງຈອງແຕ່ວັນທີ່ 21-27 ລວມປະມານ 30 ທ່ານທີ່ໄດ້ສັ່ງຈອງ iphone 7 ແລະ iphone 7 Plus ລວມທັງໝົດມີ 5 ສີ ມີ ດໍາດ້ານ, ດໍາເຫຼືອມ, ສີຄໍາ, ສີຂ່າວ ແລະ ສີບົວ ຖ້າຫາກໃຜຢາກໄດ້ສີດຳ ແລະ ດໍາດ້ານແມ່ນຕ້ອງໄດ້ສັ່ງຈອງກ່ອນ 1 ອາທິດ ຖ້າຫາກໃດຕ້ອງການຊື້ດ້ວຍເງິນສົດແມ່ນບໍ່ສາມາດເລືອກສີໄດ້ ໂດຍຈະໄດ້ສີທີ່ທາງຮ້ານມີ ເຊັ່ນ: ສີຂາວ, ສີບົວ ແລະອື່ນໆ …
Read More »Huawei ມີສີ່ງທີ່ເຮັດໃຫ້ ແອ່ນນີ້ ແປກໃຈ ແລະ ຕື່ນເຕັ້ນ ກັບການພັດທະນາທຸກຄັ້ງ
ນາງ ທິວາພອນ ຈັນທຣະສົມບູນ (ແອ່ນນິຕ້າ) ອາຊີບ: ພິທີກອນ, ນັກສະແດງ, ນາງແບບ, ນັກຮ້ອງ ສະບາຍດີ! ທ່ານຜູ້ອ່ານວາລາສານຂວັນໃຈ.. ໃນສະບັບນີ້ ຈະພາທຸກທ່ານໄປຮູ້ຈັກກັບ ແມ່ຍິງທີ່ທັງເກັ່ງທັງງາມ ມີປະສົບການໃນວົງການບັນເທີງມາດົນພໍສົມຄວນ ດ້ວຍນິດໄສ ບວກກັບບຸກຄະລິກທີ່ດີ ພ້ອມກັບຮູບຮ່າງ ແລະຮອຍຍີ້ມອັນສົດໄສ ນອກນັ້ນຍັງມີຄວາມສາມາດທັງໃນຈໍແລະນອກຈໍກໍຄື: ເປັນທັງດາຣາ ແລະ ຜູ້ບໍລິຫານນໍາອີກ ຈຶ່ງເຮັດໃຫ້ວາລະສານຂວັນໃຈພາດບໍ່ໄດ້ກັບການສຳພາດແບບເຈາະເລີກກັບຜົນງານຂອງ ແອ່ນນິຕ້າ ທິວາພອນ ຈັນທຣະສົມບູນ. ຍ້ອນຫຍັງຈິ່ງມັກໃຊ້ໂທສັບຫົວເຫວີຍເປັນພິເສດ? ເຄັດລັບຮັກສາຄວາມງາມສຳລັບທ່ານ? ແອ່ນນີ້ ຄິດວ່າການນອກໃຈເກີດຂຶ້ນຍ້ອນຫຍັງ ແລະ ມີວິທີ່ແກ້ໄຂແນວໃດ? ຫາກຖານໃດສົນໃຈ ຄົ້ນຫາຄໍາຕອບຂອງຄໍາຖາມເຫຼົ່ານີ້ໄດ້ທີ່ ວາລະສານຂັວນໃຈ ສະບັບເດືອນ ຕຸລາ 2016 ແລ້ວທ່ານຈະຫຼົງຮັກ ຫົວເຫວີຍ ແລະ ແອ່ນນິຕ້າຫຼາຍຂຶ້ນ
Read More »ໜຸ່ມສຸດເຈົ້າຊູ້ ທີ່ມີຄວາມຮັກໃຫ້ກັບ “ຄົນຮັກ” ທີ່ສາວໆຕ້ອງອິດສາ
ຄຳອ້າຍ ແສງພະຈັນ (ອ້າຍ) ອາຍຸ 24 ປີ ຈົບປະລິນຍາຕີຄະນະເສດຖະສາດ-ບໍລິຫານທຸລະກິດ ແລະ ກຳລັງຮຽນພາສາຈີນ ເພື່ອສຶກສາຕໍ່ປະລິນຍາໂທ ຢູ່ນະຄອນຫຼວງຊຽງໄຮ ປະເທດຈີນ. ຜົນງານທີ່ຜ່ານມາເຄີຍຖ່າຍແບບໃຫ້ກັບ ຮ້ານ ມູ ເວີ ມ໋ອງ ຮ້ານຕັດຊຸດສູດສຳລັບທ່ານຊາຍ. ສຳລັບ ກິລາທີ່ມັກແມ່ນຕີດອກປີກໄກ່ ແລະ ເຂົ້າຟິດເນັດເປັນປະຈຳເພື່ອຮັກສາສຸຂະພາບ. ສິ່ງທີ່ເຮັດໃຫ້ອ້າຍມີຄວາມສຸກແມ່ນການທີ່ໄດ້ຢູ່ກັບຄອບຄົວ, ຄົນທີ່ຮັກ ແລະ ໝູ່ເພື່ອນທີ່ຮູ້ໃຈ. ບໍ່ໄດ້ມັກຜູ້ຍິງທີ່ໜ້າຕາງາມ ແຕ່ມັກທີ່ຈິດໃຈຫຼາຍກວ່າ ເພາະຜູ້ຍິງທີ່ງາມໆ ແນ່ນອນຕ້ອງມີຄົນສົນໃຈ, ມາມັກ ມາຈີບຫຼາຍ ແລະ ອາດຈະເຮັດໃຫ້ເຮົາເສຍໃຈໃນອະນາຄົດ. ເພາະຄົນງາມ ອາດຈະເລືອກຄົນເຈົ້າຊູ້ກວ່າ, ຖານະດີກວ່າເຮົາກໍເປັນໄປໄດ້. ເພາະວ່າ ອ້າຍ ຖ້າຕົກລົງຄົບໃຜ ຮັກໃຜແລ້ວ ກໍຢາກຈິງຈັງຈິງໃຈຕໍ່ກັນຕະຫຼອດໄປ ບໍ່ຢາກເສຍເວລາກັບຄົນທີ່ບໍ່ຮັກຈິງ. ນິຍາມຄຳວ່າຮັກສຳລັບຕົນເອງໃຫ້ຮູ້ແນ່? ຄວາມຮັກແມ່ນຄວາມຮູ້ສຶກພາຍໃນທີ່ຈະສາມາດບົ່ງບອກວ່າ ເມື່ອເຮົາຢູ່ນຳກັນແລ້ວບໍ່ອຶດອັດ, ສາມາດເປັນໂຕຂອງຕົນເອງ, ຢູ່ແລ້ວມີຄວາມສຸກ …
Read More »
Kuanjai Magazine
