ຫຼັງຈາກສ້າງປະເດັນທີ່ເປັນກະແສຢູ່ໝົດມື້ສໍາລັບ ດຣາມ່າ ເລື່ອງຜູ້ປະກາດຂ່າວຊື່ດັງຂອງປະເທດໄທ ທີ່ມີການລາຍງານຂ່າວ “Covid-19” ແແຕ່ເບິ່ງໄປໃນທາງບໍ່ຄ່ອຍດີຕໍ່ກັບປະເທດລາວ ຈົນເຮັດໃຫ້ຄົນລາວເກີດຄວາມບໍ່ພໍໃຈ ແລະ ເກີດກະແສວິພາກວິຈານກັນຢ່າງຫຼວງຫຼາຍ… ແຕ່ຫຼ້າສຸດທາງໂທລະພາບຊ່ອງ One31 ກໍໄດ້ມີການອອກມາຂໍໂທດ ແລະ ສະແດງຄວາມເສຍໃຈຕໍ່ປະເທດລາວ ຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ທາງຜູ້ປະກາດຂ່າວຄົນດັ່ງກ່າວ ກໍໄດ້ອອກມາຍອມຮັບຜິດ ແລະ ເຂົ້າໄປຂໍໂທດກັບທາງ ສະຖານທູດລາວ ປະຈໍາປະເທດໄທ ດ້ວຍຕົນເອງ ເຖິງກໍລະນີດັ່ງກ່າວແລ້ວ… ເມື່ອເຫດການເປັນແບບນີ້ແລ້ວຄົນລາວເດວ່າແນວໃດ ຄົນຜິດກໍອອກມາຮັບຜິດຊອບ ແລະ ອອກມາຂໍໂທດແລ້ວ ຈັ່ງໃດກໍພິຈາລະນາຕາມທີ່ຄວນກະແລ້ວກັນເນາະ!!! ຮູບຈາກ: YoulikeLao
Read More »News
ຂໍໃຫ້ຄົນລາວອຸ່ນໃຈໄດ້!!! ເປີດຫ້ອງ Lab ທີ່ໃຊ້ໃນການກວດຫາເຊື້ອ Covid-19 ໃນ ສປປ.ລາວ ທີ່ມີຄວາມພ້ອມ ແລະ ທັນສະໄໝບໍ່ແພ້ປະເທດອື່ນ… (ມີຄິບ)
ໃນໄລຍະການແຜ່ລະບາດຂອງເຊື້ອຈຸລາໂລກສານພັນໃໝ່ ຫຼື Covid-19 ເມື່ອ 3-4 ເດືອນທີ່ຜ່ານມານີ້ ຈົນມາຮອດປັດຈຸບັນເຊື້ອພະຍາດດັ່ງກ່າວແມ່ນໄດ້ແຜ່ລາມໄປເກືອບທົ່ວທຸກມຸມໂລກ ລວມທັງບັນດາປະເທດອ້ອມຂ້າງເຮົາກໍໄດ້ອອກມາປະກາດແລ້ວວ່າ ມີຄົນຕິດເຊື້ອໄປແລ້ວບໍ່ໜ້ອຍ… ສ່ວນປະເທດລາວເຮົາ ຫຼ້າສຸດ ທາງກະຊວງສາທາລະນະສຸກກໍໄດ້ອອກມາແຈ້ງການແລ້ວວ່າ ພົບກໍລະນີສົງໄສຫຼາຍກໍລະນີ ແຕ່ຍັງບໍມີຍອດຜູ້ຕິດເຊື້ອເທື່ອ!! ຈາກເຫດການນີ້ເຮັດໃຫ້ສັງຄົມມີຄໍາຖາມເກີດຂຶ້ນຫຼາກຫຼາຍວ່າ ທີ່ບ້ານເຮົາບໍ່ມີຍອດຜູ້ຕິດເຊື້ອບໍ່ແມ່ນຍ້ອນເຄື່ອງກວດບໍ່ທັນສະໄໝບໍ? ຍ້ອນແພດໝໍບ້ານເຮົາຍັງບໍ່ເກັ່ງພໍບໍ? ຫຼືຍ້ອນຄວາມບໍ່ເອົາໃຈໃສ່ຂອງທາງຂັ້ນເທີງ? ເຊິ່ງມື້ນີ້ ຂວັນໃຈກໍຈະພາທຸກຄົນໄປຕອບຄໍາຖາມນໍາກັນ ໂດຍເປັນການເປີດພາບ ແລະ VDO ໃນຫ້ອງ Lab ທີ່ໃຊ້ໄວ້ກວດຫາເຊື້ອພະຍາດດັ່ງກ່າວ ເຊິ່ງຈະເຫັນວ່າມີຄວາມທັນສະໄໝ, ແພດໝໍມີຄວາມພ້ອມ ແລະ ຄຸ້ນຄ້ຽວໃນການເຮັດຢ່າງໜັກ ເພື່ອປະຊາຊົນຄົນລາວ… ທຸກຄົນ ຖ້າໄດ້ເຫັນຮູບພາບ ແລະ VDO ທີ່ຢູ່ດ້ານລຸ່ມນີ້ແລ້ວ ຫວັງວ່າທຸກຄົນຄົງຈະກະຈ່າງແຈ້ງກ່ຽວກັບບັນດາຄໍາຖາມຕ່າງໆ ແລ້ວຫັນມາໃຫ້ກໍາລັງໃຈບັນດາແພດໝໍຜູ້ຢູ່ເບື້ອງໜ້າ ພ້ອມທັງປະຕິບັດຕາມມາດຕະການທັງຫຼາຍທີ່ທາງຂັ້ນເທິງໄດ້ວາງອອກ ເພືື່ອອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງພວກເພິ່ນດ້ວຍ!! ເປັນກໍາລັງໃຈໃຫ້ແພດໝໍທຸກທ່ານເດີ້!! https://www.facebook.com/pakaad/videos/1061570677538207/?t=4 ຂອບໃຈທີ່ມາ: ປະກາດ
Read More »“ແອັບເປີ້ນ” ໂພສເດືອດ! ພິທີກອນດັງຂອງໄທອ່ານຂ່າວກ່າວເຖິງປະເທດລາວ…
ຖືໄດ້ວ່າກຳລັງເປັນກະແສຢ່າງສະນັ່ນໃນໂລກSocial ສໍາຫຼັບພິກອນຊື່ດັງຂອງໄທ ທີ່ໄດ້ອອກມາປະກາດຂ່າວລາຍການໜື່ງກ່ຽວກັບກໍລະນີ “ເປັນຫຍັງຈື່ງເລື່ອນບຸນປີໃໝ່ ແລະ ບໍ່ໄດ້ກັບບ້ານເກີດ ເຖິງແມ່ນວ່າບໍ່ໄດ້ປິດເມືອງ” ທີ່ສາເຫດມາຈາກເລື່ອງ ພະຍາດລະບາດ Covid-19 ແລະສິ່ງທີ່ກຳລັງເປັນແສງມາແຮງນັ້ນກໍຄືຜູ້ປະກາດຂ່າວຄົນນີ້ໄດ້ ໄດ້ກ່າວເຖິງປະເທດລາວວ່າ ”ຄົນລາວຄົນຕິດເຊື້ອຍັງເປັນສູນ ແຕ່ຍັງບໍ່ມີໃຜເຊື່ອ ຍ້ອນວ່າບ້ານເຮົາບໍ່ມີເຕັກໂນໂລຊີໃນການກວດ ບໍ່ມີຫ້ອງແລບ ບໍ່ມີຮອດຊຸດກວດ ຖ້າໃຜເຄີຍມາຂະໜາດໂຮງໝໍຍັງໃນເມືອງໃຫຍ່ໆຍັງເກົ່າ ເຕັກໂນໂລຊີຍັງຫຼ້າສະໄໝກວ່າໂຮງໝໍຊົນນະບົດຂອງໄທອີກ…” ຈົນກາຍເປັນປະເດັນ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຄົນລາວເປັນຈໍານວນຫຼາຍ ເຊິ່ງຄົນລາວ ກໍໄດ້ພາກັນອອກມາສະແດງຄວາມຄິດເຫັນກັນຢ່າງສະນັ່ນໃນ Social ພ້ອມທັງມີຄົນດັງວົງການບັນເທິງອີກຫຼາຍໆຄົນຢ່າງ ແອັບເປີ້ນ ສີສະຫງຽນ ກໍໄດ້ອອກມາໂພສສະແດງຄວາມຄິດເຫັນຜ່ານອິນສະຕາແກຣມສ່ວນຕົວວ່າ… ຫຼັງຈາກທີ່ສາວ ແອັບເປີ້ນໄດ້ໂພສຂໍ້ຄວາມດັ່ງກ່າວອອກໄປ ກໍມີຫຼາຍຄົນທີ່ເຂົ້າມາສະແດງຄວາມຄິດເຫັນຕ່າງໆນາໆ ຈົນກາຍເປັນປະເດັນ! ສ່ວນແອັດມິນເອງຄົນໜື່ງກໍເປັນຄົນໜື່ງທີ່ໄດ້ຕິດຕາມ ແລະ ເຫັນວີດີໂອດັ່ງກ່າວ ເຊິ່ງຂໍເປັນກາງເປັນການສະແດງຄວາມຄິດເຫັນວ່າ ໃນການນໍຳສະເໜີຂ່າວ ຂອງແຕ່ລະປະເທດລ້ວນແຕ່ແຕກກັນກັນຢູ່ແລ້ວ… ແຕ່ທັ້ງນີ້ກໍຄໍານຶງເຖິງຈັນຍາບັນ ແລະ ບົນພື້ນຖານຄວາມເປັນຈິງໂດຍບໍ່ໃຫ້ຝ່າຍໃດຝ່າຍໜື່ງເຊື່ອມເສຍ!!!
Read More »ໝໍແນ່ງເດືອດ!! ນັກຂ່າວຊື່ດັງໄທ ດູຖູກສາທາລະນະສຸກລາວ… “ໂຮງໝໍຫຼ້າສະໄໝ ອຸປະກອນເກົ່າການແພດເກົ່າ ບໍ່ມີໃຜເຊື່ອວ່າຈະກວດຫາເຊື້ອ Covid-19 ພົບ” (ມີຄຣິບ)
ກາຍເປັນປະເດັນທີ່ຮ້ອນແຮງທີ່ສຸດໄປແລ້ວໃນຕອນນີ້ ເມື່ອນັກຂ່າວຊື່ດັງ ຊ່ອງໂທລະພາບຊື່ດັງ ຂອງປະເທດໄທ ລາຍການ “จั๊ด ซัดทุกความจริง”ອອກມາວິເຄາະ ແລະ ໃຫ້ຄໍາເຫັນກ່ຽວກັບປະເດັນທີ່ “ປະເທດ ມຽນມາ ແລະ ປະເທດລາວບໍ່ມີຄົນຕິດເຊື້ອ Covid-19” ຫຼັງຈາກທີ່ຫຼາຍປະເທດອ້ອມຂ້າງເຮົາຕິດໄປເກືອບທຸກປະເທດແລ້ວ ແຕ່ໃນລາຍການຂ່າວດັ່ງກ່າວແມ່ນໄດ້ມີການພາດພິງເຖິງປະເທດລາວທີ່ຄ້ອນຂ້າງເຈາະຈົງໄປທາງ ດູໝິ່ນ ດ້ານຄວາມດ້ອຍພັດທະນາ, ຄວາມຫຼ້າສະໄໝຂອງສາທາລະນະສຸກບ້ານເຮົາ ລວມໄປເຖິງການວິພາກວິຈານ ອຸປະກອນການແພດ ທີ່ຫຼ້າສະໄໝຖ້າທຽບໃສ່ປະເທດໄທ… VDO ດັ່ງກ່າວ… https://www.facebook.com/bboss.soutthavong/videos/2597346760534368/?t=15 ແຕ່ຫຼັງຈາກ VDO ຂ່າວດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປບໍ່ດົນ ກໍໄດ້ມີຄົນລາວຫຼາຍຄົນອອກມາສະແດງຄວາມຄິດເຫັນ ລັກສະນະວິພາກວິຈານນັກຂ່າວຄົນດັ່ງກ່າວຢ່າງຫຼວງຫຼາຍ ເຖິງຄວາມບໍ່ເໝາະສົມໃນການໃຊ້ຄໍາເວົ້າ ແລະ ໜຶ່ງໃນນັ້ນກໍມີ ໝໍແນ່ງ ຈັນດາລີ ດາລານັກສະແດງແຖວໜ້າຂອງປະເທດລາວ ພ້ອມຍັງເປັນຜູ້ທີ່ຊົງອິດທິພົນທີ່ສຸດໃນໂລກ Social ປະຈໍາປີ 2019 ກໍໄດ້ອອກມາສະແດງຄວາມຄິດເຫັນເຖິງພຶດຕິກໍາຂອງ ນັກຂ່າວຄົນດັ່ງກ່າວເຊັ່ນກັນ ໂດຍໃນໂພສລະບຸວ່າ “ເຖິງຊິເງິນທອງບໍ່ຫລວງຫລາຍແຕ່ມາລະຍາດແລະຄວາມເຫັນໃຈຊາວລາວຍັງຫລາຍ ແລະມັນຖືກສອນມາແຕ່ກຳເນີດ ຕິດເຊື້ອກໍ່ບໍ່ດີ…..ບໍ່ຕິດກໍ່ວ່າໂງ່ ! ທັດສະນະຄະຕິ ! …
Read More »ຂ່າວດີ! ອູ່ຮັ່ນ ແລະ ມົນທົນຫູເປີ່ຍ ບໍ່ພົບຄົນປ່ວຍ Covid-19 ຄົນໃຫມ່…
ຕອນເຊົ້າຂອງວັນທີ 19 ມີນາ 2020 ຄະນະກຳມະການສາທາລະນະສຸກແຫ່ງຊາດຂອງມົນທົນຫູເປີ່ຍ ລາຍງານວ່າ ບໍ່ພົບຜູ້ປ່ວຍ Covid-19 ລາຍໃຫມ່ໃນເມືອງອູ່ຮັ່ນ ລວມເຖິງມົນທົນ ຫູເປີ່ຍ ມື້ວານ ວັນທີ 18 ມີນາ 2020 ເຊິ່ງເປັນຄັ້ງທໍາອິດທີ່ບໍ່ພົບກໍລະນີຜູ້ຕິດເຊື້ອຄົນໃຫມ່ໃນສູນກາງ ແລະ ຕົ້ນຕໍຂອງໄວຣັສ Covid-19 ໃນຈີນ ຫຼັງຈາກປະເຊີນກັບວິກິດ ແລະ ຕໍ່ສູ້ກັບໄວຣັສມາດົນກວ່າ 2 ເດືອນ – ຂໍ້ມູນຈາກທາງການຈີນລະບຸວ່າ ມື້ວານນີ້ມີຄົນຕິດເຊື້ອຍືນຍັນເພີ່ມ 34 ຄົນ ໂດຍທັງໝົດລ້ວນແຕ່ເປັນຜູ້ທີ່ເດີນທາງກັບມາຈາກຕ່າງປະເທດ ສ່ວນຈໍານວນຜູ້ເສີຍຊີວິດຫຼ້າສຸດມີເພີ່ມ 8 ຄົນ ເຊິ່ງທັງໝົດໃນມົນທົນຫູເປີ້ຍ. ເຖິງແນວໃດກໍຕາມ ທາງການຈີນຍັງບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມເທື່ອວ່າຜູ້ຕິດເຊື້ອຄົນໃຫມ່ເດີນທາງກັບມາຈາກປະເທດໃດແດ່ ກ່ອນໜ້ານີ້ລັດຖະບານປະກາດວ່າ ຈີນໄດ້ຜ່ານພົ້ນຈຸດສູງສຸດຂອງວິກິດການລະບາດຂອງ Covid-19 ແລ້ວ ຫຼັງຈາກທີ່ປະເທດໄດ້ເຮັດສົງຄາມກັບຳວຣັສຢ່າງໜັກໜ່ວງ ທັງການປິດເມືອງ ແລະ ຈໍາກັດການເດີນທາງຂອງປະຊາຊົນເພື່ອຫຼຸດຄວາມສ່ຽງໃນການແຜ່ກະຈາຍຂອງໄວຣັສ ສໍາຫຼັບ ຍອດລວມສະສົມຂອງຜູ້ຕິດເຊື້ອໃນຈີນຂະນະນີ້ຢູ່ທີ່ປະມານ 80,928 ຄົນ ໂດຍຈໍານວນນີ້ຟື້ນຕົວ ແລະ ຮັກສາດີແລ້ວ 70,420 ຄົນ ແລະ …
Read More »
Kuanjai Magazine
