Breaking News

“ມອນ​ເຕ​ເນ​ໂກຣ” ເມືອງທີ່ສວຍ​ງາມ​ທີ່ສຸດ

ແບ່ງປັນ

ມອນເຕເນໂກຣ Montenegro ເປັນປະເທດທີ່ສວຍງາມ, ໂລເມັນຕິກ ແລະ ເຕັມໄປດ້ວຍອາລົມສູນທະລີທີ່ໜ້າຈັບອົກຈັບໃຈ ຊຶ່ງວາລະສານຂວັນໃຈ ຂໍສະເໜີບາງຂໍ້ມູນໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ກ່ອນເນາະ ມອນເຕເນໂກຣ ເປັນປະເທດລຳດັບ 192 ຂອງໂລກທີ່ໄດ້ຮັບການຍອມ ຮັບຈາກຫຼາຍປະເທດ ແລະ ມີ 3 ເມືອງຫຼັກໆທີ່ຄວນທ່ອງທ່ຽວຄື: ເມືອງຫຼວງພອດກໍຣິຊາ (Podgorica), ເມືອງເກົ່າ ກໍເຕີ (Kotor) ແລະ ເມືອງ ບຸດວາ (Budva).

sveti-stefan2

ເມືອງຫຼວງພອດກໍຣິຊາ (Podgorica) ເປັນນະຄອນຫຼວງຂອງປະເທດ ມອນເຕເນໂກຣ ຕັ້ງຢູ່ບໍລິເວນຈຸດຈອດຂອງແມ່ນ້ຳຮິບນິດຊາ (Ribnica) ແລະ ແມ່ນ້ຳໂມຣາຊາ (Moraca) ທີ່ບັນຈົບພົບພໍ້ກັນ ແລະ ບໍ່ໄກຈາກທະເລອາເຄຼຍຕິດປານໃດ ໃນຕົວເມືອງມີອານາບໍລິເວນທີ່ເປັນເມືອງເກົ່າແກ່ສະໄໝໂຣມັນເຄີຍປົກຄອງມາກ່ອນ ແລະ ຍັງມີສິ່ງປຸກສ້າງໃໝ່ທີ່ສວຍສົດງົດງາມນຳອີກ.

kotor-city-walls1

ເມືອງເກົ່າກໍເຕີ (Kotor) ເປັນເມືອງທີ່ມີໄວ້ຕ້ອນຮັບແຂກໄປໄທມາ ກໍຄື ນັກເດີນທາງ ເພາະເປັນເມືອງຕາກອາກາດ ມີເຮືອສຳລານລ່ອງຕາມທະເລເມດີເຕຣາເນ ແລະ ທະເລອາເຄຼຍຕິກ ເປັນເມືອງນ້ອຍທີ່ອັດແໜ້ນດ້ວຍຄຸນນະພາບ ຈົນອົງການຢູເນດໂກຍົກຍ້ອງໃຫ້ເປັນເມືອງມໍລະດົກໂລກ ໃນອ້ອມຮອບຂອງເມືອງເກົ່າມີໂບດ, ພະລາດຊະວັງ, ອາຄານເກົ່າແກ່ທີ່ເຄີຍເປັນໂຮງໝໍ, ຄຸກ ແລະ ຄ້າຍທະຫານ.

59-600x351

ເມືອງ ບຸດວາ (Budva) ເປັນເມືອງບູຮານ ຊຶ່ງມີອາຄານບ້ານເຮືອນທີ່ເກົ່າແກ່ຫຼາຍ ເຖິງວ່າຈະເຄີຍຖືກທຳມະຊາດທຳລາຍ ໂດຍແຜ່ນດິນໄຫວມາແລ້ວກໍຕາມ ແຕ່ກໍຖືກບູລະນະຂຶ້ນມາໃໝ່ຈົນສວຍງາມ ແລະ ຍັງມີ ອະນຸສາວະລີ, ພິພິທະພັນ ລວມທັງຊາຍຫາດໃຫ້ອາບແດດຫຼາຍກວ່າ 30 ຫາດ ເມືອງນີ້ຈະສາມາດພົບເຫັນແດດໄດ້ຕະຫລອດປີ ເຖິງຈະເປັນລະດູໜາວກໍຕາມ.

old-town_5e2f91668cdd0680ada1af486ae33245

ແບ່ງປັນ