Breaking News

Money

ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ?

ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ? 👉 ໃນກໍລະນີທີ່ທ່ານ ໂອນເງິນຜິດບັນຊີ ຈະຕ້ອງເຮັດແນວໃດ? ຕ້ອງດຳເນີນການແນວໃດກ່ອນ? ໂພສນີ້ມີຄຳຕອບ! ຕິດຕໍ່ຫາທະນາຄານທັນທີ ເມື່ອຮູ້ວ່າທ່ານໂອນເງິນຜິດບັນຊີ.ເຂົ້າໄປທີ່ທະນາຄານ ເພື່ອປະກອບເອກະສານ ແລະ ແຈ້ງຫຼັກຖານໃນການໂອນເງິນຂອງທ່ານ ຕໍ່ກັບພະນັກງານທະນາຄານ ເພື່ອດຳເນີນການກວດສອບ.ທະນາຄານຈະຕິດຕໍ່ຫາທ່ານ ພາຍຫຼັງທີ່ໄດ້ກວດສອບຂໍ້ມູນ ຮຽບຮ້ອຍແລ້ວ ເພື່ອແຈ້ງຜົນໃຫ້ລູກຄ້າຮັບຊາບ ແລະ ດໍາເນີນການແກ້ໄຂ ຕາມລະບຽບຂອງທະນາຄານ. ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ?

Read More »

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ?

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ? 💳 ໃນກໍລະນີທີ່ບັດ ATM ຂອງທ່ານ ຖືກຕູ້ກືນ ທ່ານຄວນປະຕິບັດ ຕາມຂັ້ນຕອນລຸ່ມນີ້: 1️⃣ ໂທຫາພະນັກງານ ຕາມເບີສາຍດ່ວນທີ່ຕິດໜ້າຕູ້ ATM: ແຈ້ງຊື່-ນາມສະກຸນ ແລະ ເບີໂທລະສັບ ຂອງເຈົ້າຂອງບັດ;ເລກລະຫັດຕູ້ ATM;ວັນທີ ທີ່ໃຊ້ຕູ້ ATM. 2️⃣ ລໍຖ້າພະນັກງານ ຕິດຕໍ່ຫາທ່ານ: ເພື່ອນັດໝາຍວັນເວລາ ໃຫ້ລູກຄ້າມາຮັບເອົາບັດ ATM ຄືນ. 3️⃣ ຫຼັງຈາກທ່ານໄດ້ຮັບແຈ້ງຈາກ ທພລ ທ່ານສາມາດໄປຮັບບັດ ATM ທີ່ຈຸດບໍລິການທີ່ທ່ານໄດ້ໂທແຈ້ງໄປເບື້ອງຕົ້ນ: ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳຕົວ ຫຼື ພາສປອດ ຫຼື ສຳມະໂນຄົວ.

Read More »

ວິທີຊ່ວຍໃຫ້ໄວໜຸ່ມທ້ອນເງິນ

ການທ້ອນເງິນສຳລັບໄວໜຸ່ມ ສ່ວນຫຼາຍແລ້ວເປັນເລື່ອງທີ່ບໍ່ງ່າຍປານໃດ ໃນການມີເງິນສະສົມໄວ້ ຫຼື ມີ ກໍອາດຈະມີໜ້ອຍຂວັນໃຈ ຂໍແນະນຳວິທີງ່າຍໆ ໃຫ້ກັບໄວໜຸ່ມຫຼາຍທ່ານລອງປະຕິບັດເພື່ອທ້ອນເງິນດັ່ງນີ້: ເປີດບັນຊີທະນາຄານໃຫ້ເໝາະສົມ; ວິທີນີ້ຊ່ວຍໃຫ້ນ້ອງໆທີ່ມາຈາກຕ່າງແຂວງທີ່ເຂົ້າມາຮຽນໃນນະຄອນຫຼວງ ຫຼື ໄປຮຽນຢູ່ບ່ອນອື່ນທີ່ບໍ່ແມ່ນບ້ານເກີດຂອງຕົນເອງ.ເຮັດບັນຊີລາຍຮັບ-ລາຍຈ່າຍ; ບໍ່ວ່າຈະເປັນຄ່າປຶ້ມ, ຄ່າສະບູ່, ຢາຖູແຂ້ວ ຈະຊື້ຫຍັງ ກໍຄວນຈົດບັນທຶກໄວ້ ແລະ ເຮົາຈະຮູ້ວ່າເຮົາໃຊ້ຈ່າຍໝົດໜ້ອຍຫລາຍປານໃດ.ຢູ່ຫ່າງຈາກໝູ່ເພື່ອນທີ່ໃຊ້ຈ່າຍເງິນຟູມເຟືອຍ; ວິທີນີ້ບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ມີໝູ່ເພື່ອນ ຫຼື ປະຕິເສດສັງຄົມແຕ່ປະການໃດ ແຕ່ຢາກໃຫ້ເລືອກກຸ່ມພົບປະສັງສັນ ເພາະຖ້າຢູ່ໃນກຸ່ມທີ່ໃຊ້ເງິນແບບບໍ່ຄິດ ພໍຮອດຕອນແລງຕ້ອງໄປສັງຄົມສ້າງສັນກິນນັ້ນກິນນີ້ທຸກມື້ ເງິນເດືອນທີ່ໄດ້ມາເທົ່າໃດກໍຄົງບໍ່ພໍ.ເລືອກໃຊ້ມືຖືໃຫ້ເໝາະສົມ; ຄ່າໃຊ້ຈ່າຍທີ່ຫຼາຍທີ່ສຸດຂອງໄວໜຸ່ມກໍຄືຄ່າໂທລະສັບມືຖື ໄວໜຸ່ມຫຼາຍຄົນຖື ຄະຕິທີ່ວ່າ “ ບໍ່ມີກິນບໍ່ວ່າ ຂໍມີເງິນຈ່າຍຄ່າໂທລະສັບມືຖືກໍພໍ ” ຮູ້ຈັກໃຊ້ໃຫ້ເໝາະສົມຈຶ່ງເປັນການດີ.ປະຢັດເງິນເປັນລາຍເດືອນ; ເຮົາຈະຕ້ອງແບ່ງ ເງິນເປັນສ່ວນໆ 5, 10, 15 ຫຼື 20% ຈາກເງິນເດືອນທີ່ໄດ້ມາ ແລ້ວແຕ່ຄວາມສາມາດຂອງແຕ່ລະຄົນ ເຂົ້າບັນຊີຝາກປະຈຳໄວ້ເລີຍ ແລະ ສິ່ງສຳຄັນຕ້ອງເຮັດທຸກເດືອນ ຄົບປີເຮົາຈະພູມອົກພູມໃຈກັບຍອດເງິນທີ່ເພິ່ມຂຶ້ນ ເຖິງຈະແບ່ງຝາກບໍ່ຫຼາຍກໍຢ່ານ້ອຍໃຈ ຢ່າງໜ້ອຍເຮົາກໍມີເງິນທ້ອນໄວ້ໃນຍາມສຸກເສີນ.

Read More »

ຢືມແລ້ວຕ້ອງໃຊ້ຄືນ ຫລືບໍ?

ຫຼາຍໆຄົນໃນສັງຄົມມັກພົບເຈີປັນຫາໃນເລື່ອງຂອງການຢືມເງິນ ແລ້ວບໍສົ່ງຄືນ!!!ມື້ນີ້ຂວັນໃຈມີຫົວຂໍ້ການຢືມເງິນມາຝາກ….ໃຫເແຟນໆໄດ້ອ່ານ ບາງເທື່ອກໍອາດຈະເປັນເລື່ອງປົກກະຕິທີ່ບາງຄົນຈະມີການກູ້ຢືມຊັບສິນ ທັງໃນ ແລະ ນອກລະບົບ ແຕ່ມີຫຼາຍກໍລະນີທີ່ຢືມມາແລ້ວບໍ່ຍອມໃຊ້ຄືນ ຖ້າເຈີເຈົ້າໜີ້ໃຈບຸນກໍແຫ່ງໄດ້ໃຈ ບໍ່ຍອມຄືນມັກອ້າງເຫດຜົນຕ່າງໆ ບໍ່ມີເງິນແນ່ ຂໍໂອກາດແນ່ ບໍ່ໄດ້ລວຍຈະໃຫ້ເອົາເງິນໃສມາໃຊ້ໜີ້ ເຊິ່ງແທ້ໆແລ້ວເຖິງຈະບໍ່ລວຍກໍຄວນໃຊ້ຄືນຢ່າໃຫ້ເຈົ້າໜີ້ຕ້ອງມາທວງ ເຈົ້າຄວນຈະມີຈິດສໍານຶກ ແລະ ມາລະຍາດ. ເຈົ້າເຄີຍຢືມເງິນໃຜ ຫຼືບໍ ຢືມແລ້ວເຄີຍໃຊ້ຄືນບໍ? ອາດຈະເປັນຄໍາຖາມທີ່ເບິ່ງຄືດູຖູກ  ແຕ່ເຊື່ອບໍ່ວ່າເຮົາບໍ່ໄດ້ມີເຈດຕະນາແບບນັ້ນແຕ່ຢ່າງໃດ ແຕ່ຂ້ອຍຢາກໃຫ້ເຈົ້າຄິດໄຕ່ຕອງເບິ່ງຈັກໜ້ອຍຖ້າເຈົ້າຢືມເງິນໃຜແລ້ວບໍ່ຍອມຄືນ. ທີ່ຈິງເຈົ້າໜີ້ບາງຄົນບໍ່ໄດ້ທວງຖາມ ບໍ່ໄດ້ໂຫດຮ້າຍຄືກັບເຈົ້າໜີ້ບາງຄົນ ແຕ່ເຈົ້າຄວນຈະມີຈິດສໍານຶກວ່າເຂົາຊ່ວຍເຈົ້າໃນຕອນທີ່ເຈົ້າລໍາບາກ ການຄືນເງິນ ຫຼືສິ່ງຂອງທີ່ເອົາຂອງເຂົາມາໄປຄືນເຂົາ ອີກກໍລະນີໜຶ່ງ ທີ່ເຂົາມັກຈະທວງ ບໍ່ໄດ້ໝາຍຄວາມວ່າເຂົາບໍ່ໄດ້ລວຍແທ້ ຖ້າຄົນເຮົາຈະໃຫ້ໃຜຢືມເງິນບໍ່ຈໍາເປັນຕ້ອງລວຍກໍ່ໃຫ້ຢືມໄດ້. ສິ່ງສໍາຄັນແມ່ນຢູ່ທີ່ເຂົາມີຄວາມເມດຕາ ຫຼືຄວາມອີ່ຕົນກໍເລີຍໃຫ້ຢືມ ເຊັ່ນກັບຄົນທີ່ຢືມກໍຄວນຄິດໄດ້ວ່າເຖິງເຂົາຈະບໍ່ລວຍກໍຄວນໃຊ້ຄືນ ຢ່າໃຫ້ເຂົາຕ້ອງມາທວງ ແຕ່ແປກທີ່ກົດໝາຍເລືອກທີ່ຈະຄຸ້ມຄອງລູກໜີ້ຫຼາຍກວ່າເຈົ້າໜີ້ ໂດຍຖ້າຫາກລູກໜີ້ລວມຕົວກັນແຈ້ງຄວາມສິບຄົນຂຶ້ນໄປ ກໍຈະບໍ່ຕ້ອງໃຊ້ໜີ້. ເຊິ່ງກໍບໍ່ແນ່ໃຈວ່າແທ້ຊໍາໃດ ແຕ່ຖ້າວ່າແທ້ກໍຄົງຈະບໍ່ເໝາະສົມປານໃດ ເນື່ອງຈາກເຈົ້າໜີ້ຈະຕ້ອງເປັນຝ່າຍເສຍຫາຍແທ້ ແລ້ວປັນຫາມັນຢູ່ທີ່ຄົນຢືມ ຖ້າບໍ່ຢືມກໍບໍ່ເປັນໜີ້ ເຊິ່ງບາງຄົນກໍບໍ່ຍອມຄືນໜີ້ເກົ່າ ຍັງບໍພໍຂໍຢືມເພີ່ມອີກ ເຮັດຄືຄົນອື່ນຜະລິດເງິນເອງໄດ້ ຄົນແບບນີ້ບໍຄວນຈະຍຸ້ງກ່ຽວ ຍິ່ງເປັນຄົນຮູ້ຈັກທີ່ສະນິດ ຫຼືຍາດຕິພີ່ນ້ອງແຫ່ງໄດ້ໃຈ ມັກອ້າງນັ້ນອ້າງນີ້ເພື່ອຫຼີກລ້ຽງໃນການໃຊ້ໜີ້. …

Read More »

Li Ying ເສດຖີເງິນລ້ານ ຜູ້ຍິງທີ່ລວຍທີ່ສຸດໃນປະເທດຈີນ…

Li Ying ມືຂວາຂອງ Jack Ma ກາຍເປັນໜຶ່ງໃນຜູ້ຍິງທີ່ຮັ່ງມີທີ່ສຸດຂອງຈີນ, ປັດຈຸບັນ ລາວເປັນທີ່ຮູ້ຈັກຫຼາຍຂື້ນໃນເວທີໂລກ. ຄັ້ງໜຶ່ງ ລາວເຄີຍແຂ່ງຂັນກັບນັກພັດທະນາຊັບສິນ Yang Huiyan ສຳລັບ ແມ່ຍິງທີ່ຮັ່ງມີທີ່ສຸດໃນປະເທດຈີນ ໂດຍມູນຄ່າຊັບສິນສຸດທິທີ່ແນ່ນອນຂອງລາວບໍ່ເຄີຍຖືກເປີດເຜີຍ, ແຕ່ມີລາຍງານຈາກສື່ຂອງຈີນຊີ້ໃຫ້ເຫັນວ່າ ຊັບສິນທັງໝົດຂອງລາວມີຫຼາຍກວ່າ 10 ຕື້ຢວນ (1,4 ຕື້ໂດລາສະຫະລັດ) ພ້ອມທັງເປັນເຈົ້າຂອງລົດລາຄາແພງເຊັ່ນ:​ Bentley, Mercedes-Maybach ແລະ ລົດປ້າຍແດງ Rolls-Royce Phantom. ນີ້ແມ່ນສິ່ງທີ່ເຮັດໃຫ້ລາວກາຍເປັນໜຶ່ງໃນຜູ້ຍິງທີ່ລວຍທີ່ສຸດໃນປະເທດຈີນ. ລາວອາໄສຢູ່ ເມືອງ Shenzhen, ປະເທດຈີນ, ຈົນຮອດ ມໍ 2 ພໍ່ແມ່ຂອງລາວສົ່ງລາວໄປຮຽນຕໍ່ຢູ່ສະຫະລັດອາເມລິກາ. ໃນເບື້ອງຕົ້ນລາວບໍ່ມັກແນວຄິດທີ່ຈະຍົກຍ້າຍຖິ່ນຖານ, ແຕ່ຫລັງຈາກໄດ້ຕົກລົງກັບພໍ່ແມ່ໃຫ້ຂ້າມຊັ້ນຮຽນ (ຮຽນມັດທະຍົມປາຍເລີຍ), ລາວຈຶ່ງຕົກລົງທີ່ຈະຍ້າຍໄປຮຽນຢູ່ສະຫະລັດອາເມລິກາ. ສິ່ງດັ່ງກ່າວເຮັດໃຫ້ລາວມີຄວາມກ້າວໜ້າ ຫຼາຍກ່ວາໝູ່ຂອງລາວ ແລະ ໄດ້ຮັບການຍອມຮັບຈາກ MIT, Yale ແລະ Stanford ຕອນລາວມີອາຍຸ …

Read More »