Breaking News

Move on ໄວ! ບໍ່ໄດ້ແປວ່າຄົບຊ້ອນ ພຽງແຕ່ຫົວໃຈມັນພ້ອມເລີ່ມຕົ້ນໃຫມ່ແລ້ວຕ່າງຫາກ

ແບ່ງປັນ

ເລີກກັບແຟນແລ້ວພົບກັບຮັກໃຫມ່ຢ່າງໄວ ແອັດຂໍຢືນຍັນວ່າບໍ່ແມ່ນເລື່ອງຜິດໄດ້ມີການສຶກສາທີ່ຕີພິມໃນ The Journal of Positive Psychology ພົບວ່າຄົນສ່ວນໃຫຍ່ດີຈາກອາການອົກຫັກໄດ້ໃນໄລຍະເວລາ 3 ເດືອນ ແຕ່ຈະຊ້າຫຼືໄວແມ່ນຂຶ້ນຢູ່ກັບຄວາມເຂັ້ມຂຸ້ນຂອງຄວາມສຳພັນຜ່ານມາວ່າເຮົາຮັກກັນຫຼາຍນ້ອຍປານໃດ ເຊິ່ງເວລາເຮົາເລີກກັນກັບໃຜແລ້ວເຮັດໃຈໄດ້ໄວອາດເພາະເຫດຜົນດັ່ງນີ້- ເຮົາໄດ້ຄິດ ແລະ ກຽມໃຈມາດົນເເລ້ວ >> ໃນຄວາມສຳພັນອາດມີຄົນໆໜຶ່ງຈິງຈັງຫຼາຍກວ່າສະເຫມີ ແລະ ຄົນທີ່ຈິງຈັງນ້ອຍກວ່າກະຄືກັບເອົາຂາຂ້າມອອກປະຕູຂ້າງໜຶ່ງ ແລະ ຫາກເລີກກັນຕອນໃດຈຶ່ງສາມາດຕັດໃຈໄດ້ເລີຍ ດັ່ງທີ່ເຮົາພົບບາງຄູ່ທີ່ເລີກກັນອາດບໍ່ໄດ້ເພາະເລື່ອງນອກໃຈ ພຽງແຕ່ຍັງຮູ້ສຶກບໍ່ຫຼາຍພໍເລີຍອອກມາໄດ້ງ່າຍກໍ່ເທົ່ານັ້ນເອງ!- ເປັນຄົນທີ່ບໍ່ຕັ້ງກຳແພງໃດໆ >> ບາງຄົນເຈັບແລ້ວເກັບໂຕຂໍເວລາໂສດ ແຕ່ບາງຄົນໂສດແລ້ວພ້ອມມີໃຫມ່ໄດ້ເລີຍ ແລະ ມັກຈະເປັນຄົນເຟນລີ່, ເວົ້າເກັ່ງເຮັດໃຫ້ມີແຕ່ຄົນຢາກເຂົ້າຫາ ແລະ ກໍ່ບໍ່ໄດ້ຕັ້ງສະເປັກໄວ້ສູງ ສາມາດຫາຄວາມຮັກໃຫມ່ມາແທນທີ່ຄວາມເຈັບປວດໄດ້ແບບບໍ່ຕ້ອງຝືນ ເພາະເປັນຄົນຮູ້ສຶກຫວັ່ນໄຫວງ່າຍນັ້ນເອງ- ພົບກັບຄົນທີ່ຖືກໃຈ! >>ຄວາມຮັກເປັນເລື່ອງທີ່ບໍ່ມີໃຜຮູ້ລ່ວງໜ້າ ຄົນທີ່ຈະມາເປັນທີ່ດ້າມໃຈຂອງເຮົາອາດມາໃນຊ່ວງເວລາທີ່ເຮົາເອງກໍຍັງບໍ່ທັນໄດ້ຕັ້ງໂຕ ເຊິ່ງບາງຄົນຍິ່ງຊອກຫາຍິ່ງບໍ່ພົບແຕ່ພໍບອກບໍ່ເອົາກໍ່ມາໃຫ້ເຫັນຢູ່ຕໍ່ໜ້າ ຫຼັງເລີກກັບຄົນເກົ່າອາທິດຕໍ່ມາກໍອາດພົບກັບຄົນໃຫມ່ຫຼືຄົນທີ່ເລັ້ງເຮົາມາແຕ່ດົນເຊິ່ງມັນບໍ່ໄດ້ແປວ່າເຮົານອກໃຈເລີຍ!

#KuanjaiMagazine

ແບ່ງປັນ